ບຸນປີໃໝ່ສາກົນ 2025, ເກີດອຸບັດຕິເຫດ 170 ຄັ້ງ, ເສຍຊີວິດ 17 ຄົນ

ຈຳປາທອງ
2025.01.08
ບຸນປີໃໝ່ສາກົນ 2025, ເກີດອຸບັດຕິເຫດ 170 ຄັ້ງ, ເສຍຊີວິດ 17 ຄົນ ເຈົ້າໜ້າທີ່ກູ້ໄພ ໃນນະຄອນຫຼວງວຽງຈັນ ພວມຊ່ອຍເຫຼືອ ຜູ້ໄດ້ຮັບບາດເຈັບ ຈາກອຸບັດຕິເຫດ ເທິງທ້ອງຖະໜົນ ໃນໄລຍະ ບຸນປີໃໝ່ສາກົນ 2025, ວັນທີ 28 ທັນວາ 2024
Credit photos: facebook fan page: ສະມາຄົມອາສາກູ້ໄພນະຄອນຫຼວງ1624

ໄລຍະ 5 ມື້ອັນຕະລາຍ ໃນໂອກາດ ການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ສາກົນ 2025 ຄືແຕ່ວັນທີ 29 ທັນວາ 2024 ຫາວັນທີ 2 ມັງກອນ 2025 ນີ້, ທົ່ວປະເທດລາວ ເກີດອຸບັດຕິເຫດ ທັງໝົດ 170 ຄັ້ງ ຄືເພີ່ມຂຶ້ນ ຈາກປີກາຍ 22 ຄັ້ງ, ມີຄົນບາດເຈັບ 279 ຄົນ ຫຼາຍກວ່າປີກາຍ 52 ຄົນ ແລະ ມີຜູ້ເສຍຊີວິດ 17 ຄົນ ຄືຫຼຸດຈາກປີກາຍ 4 ຄົນ; ລົດເປ່ເພ 314 ຄັນ ຄືເພີ່ມຂຶ້ນ 45 ຄັນ.

ສະເພາະຢູ່ແຂວງຈໍາປາສັກ, ເກີດອຸບັດຕິເຫດ ຫຼາຍກວ່າແຂວງອື່ນໆ ຄືມີເຖິງ 23 ຄັ້ງ, ແຕ່ມີຜູ້ເສຍຊີວິດ ພຽງ 2 ຄົນ. ອຸບັດຕິເຫດ ທີ່ວ່ານັ້ນ, ສ່ວນຫຼາຍ ເກີດຈາກການດື່ມເຫຼົ້າ ເມົາແລ້ວຂັບ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງຈໍາປາສັກ ນາງໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມັງກອນນີ້.

“ສ່ວນຫຼາຍ ບາງຄັ້ງ ກໍລົດໃຫຍ່ ບວກລົດຈັກ ແລ້ວບາງຄັ້ງ ກໍລົດຈັກ ບວກລົດຈັກ ບາງຄັ້ງ ກໍລົ້ມເອງ, ຈັ່ງຊີ້ນ່າ. ກໍແລ້ວແຕ່ກໍລະນີເຂົາ ບາງຄັ້ງ ກໍຕໍາຄົນຍ່າງ ເຂົາເມົາ ຫຼືວ່າເຂົາ ຂັບຂີ່ລົດປະໝາດ.”

ນາງເວົ້າຕື່ມວ່າ ໃນຈໍານວນ 2 ຄົນ ທີ່ເສຍຊີວິດ ຢູ່ແຂວງຈໍາປາສັກ ນັ້ນ, ຄົນໜຶ່ງ ມີອາຊີບ ຂັບລົດຂົນສົ່ງສິນຄ້າ, ລົດເສຍຫຼັກ ປີ້ນຢູ່ທາງໂຄ້ງ ເປັນຄ້ອຍ ທາງປາກຊ່ອງ ເຂດພູດອຍ.

“ກໍລະນີໃຫຍ່ ສ່ວນຫຼາຍ ມີແຕ່ລົດປີ້ນເດ້, ລົດແກ່ມັນ ແກ່ຫຍັງນີ້ແຫຼະ. ໂອ, ຄັນປີ້ນ ກໍໃນກໍລະນີ ສ່ວນນ້ອຍແຫຼະ ຊິລອດ, ມັນທາງປາກຊ່ອງ ມັນກໍແບບ ຢາກເປັນຄ້ອຍແດ່ ແລ້ວກໍໂຄ້ງ, ຫັ້ນນ່າ. ມັນກໍແບບທາງປາກຊ່ອງ ມັນກໍຄ້າຍໆ ແບບຂຶ້ນພູ, ຂຶ້ນຫຍັງ.”

ຢູ່ແຂວງບໍ່ແກ້ວ ແລະ ແຂວງສະຫວັນນະເຂດ ມີຜູ້ເສຍຊິວິດ ຈາກອຸບັດຕິເຫດ ແຂວງລະ 4 ຄົນ ຄືຫຼາຍກວ່າ ຢູ່ແຂວງອື່ນໆ, ຊຶ່ງເຈົ້າໜ້າທີ່ ອົງການກາແດງ ແຂວງບໍ່ແກ້ວ ເວົ້າວ່າ ຢູ່ແຂວງນີ້ ບໍ່ມີບຸກຄະລາກອນ ຊ່ວຍກູ້ໄພສຸກເສີນ ພຽງພໍ ແລະ ລົດກູ້ໄພສຸກເສີນ ກໍມີໜ້ອຍ. ດັ່ງນັ້ນ, ຈຶ່ງເຮັດໃຫ້ ມີຜູ້ເສຍຊີວິດຄາທີ່.

ໂອ, ສ່ວນຫຼາຍ ກໍບຸກຄະລາກອນນີ້ແຫຼະ ມັນບໍ່ມີຄົນເນາະ, ແລ້ວກໍອຸປະກອນຕ່າງໆ ເປັນລົດລາງພາຫະນະ, ຫົນທາງບ້ານເຮົາ ມັນກໍຍາກແດ່ ໄປບໍ່ທັນ ມັນກໍເສຍຄາທີ່. ຄັນຢາກແກ້ໄຂ ກໍມີແຕ່ເອົາລົດເນາະ.”

ແລະ ຢູ່ແຂວງຫຼວງພຣະບາງ ໃນໄລຍະສະຫຼອງ ສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ສາກົນ 2025 ນີ້, ເກີດອຸບັດຕິເຫດ 11 ຄັ້ງ, ຊຶ່ງສາເຫດສ່ວນໃຫຍ່ ບໍ່ແມ່ນແຕ່ດື່ມເຫຼົ້າ ເມົາແລ້ວຂັບ ເທົ່ານັ້ນ, ແຕ່ຍັງເປັນຍ້ອນ ຖະໜົນຫົນທາງ ເປ່ເພ ແລະ ບໍ່ມີໄຟເຍືອງທາງ ນໍາດ້ວຍ. ດັ່ງຕໍາຫຼວດຈະລາຈອນ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມັງກອນ ນີ້ວ່າ:

“ເອີ, ສາເຫດ ມັນມີຫຼາຍສາເຫດ ຄືຂ້ອຍວ່າແຫຼະ, ແລ່ນໄວບໍ່, ດື່ມເຫຼົ້າບໍ່ ມີຫຍັງບໍ່, ມີຫຼາຍສາເຫດ, ທາງເປ່ເພ ກໍມີ. ເສັ້ນທາງ ເປ່ເພບໍ່, ເສັ້ນທາງມືດ ມີຫຍັງ, ກໍມີສາເຫດເນາະ.”

ສໍາລັບ ຢູ່ນະຄອນຫຼວງວຽງຈັນ, ເກີດອຸບັດຕິເຫດ 20 ຄັ້ງ, ມີຜູ້ເສຍຊີວິດ 1 ຄົນ ແລະ ເມື່ອເວົ້າເຖິງ ອຸບັດຕິເຫດ ຕາມທ້ອງຖະໜົນ ແລະ ຜົນກະທົບ ຂອງມັນ ໃນໄລຍະ ສະຫຼອງປີໃໝ່ສາກົນ 4 ປີຍ້ອນຫຼັງ  ຄືແຕ່ປີ 2021 ເຖິງປີ 2024, ອີງຕາມສະຖິຕິ ຂອງທາງການລາວ ທົ່ວປະເທດ ປີ 2024 ມີອຸບັດຕິເຫດ 148 ຄັ້ງເສຍຊີວິດ 21 ຄົນ, ບາດເຈັບ 227 ຄົນ; ປີ 2023 ມີອຸບັດຕິເຫດ 190 ຄັ້ງ, ເສຍ ຊີວິດ 26 ຄົນ, ບາດເຈັບ 311 ຄົນ; ປີ 2022 ມີອຸບັດຕິເຫດ 197 ຄັ້ງ, ເສຍຊີວິດ 43 ຄົນ, ບາດເຈັບ 297 ຄົນ; ປີ 2021 ມີອຸບັດຕິເຫດ 217 ຄັ້ງ, ເສຍຊີວິດ 36 ຄົນ, ບາດເຈັບ 342 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.