ເມືອງຕຸ້ມລານ ອະຫິວາໝູ ຣະບາດ

0:00 / 0:00

ສູນວິຈັຍພຍາດ ສັດ ທີ່ຂຶ້ນກັບກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ກວດພົບເຊື້ອ ອະຫິວາໝູ ອາຝຣິກກາ ເມືອວັນທີ 17 ມິຖຸນາ ຈາກ 8 ໂຕຢ່າງ ທີ່ສົ່ງມາຈາກ 7 ບ້ານທີ່ມີການຣະບາດ ຄື: ບ້ານສາມັກຄີໄຊ, ບ້ານດິນດາກ, ບ້ານ ໂພນງາມ, ບ້ານແກ້ງຮັງ, ບ້ານນາລະຈາງ, ບ້ານຫ້ວຍຫວ້າ ແລະ ບ້ານນາຮ່ອງໃຫຍ່ ທີ່ຂຶ້ນກັບ ເມືອງຕຸ້ມລານ ແຂວງສາລະວັນ. ດັ່ງເຈົ້າໜ້າທີ່ ຂແນງລ້ຽງສັດ ແຂວງສາລະວັນ ເວົ້າຕໍ່ຜູ້ສື່ຂ່າວ RFA ເມື່ອ 24 ມິຖຸນາ ວ່າ:

"ຫ້າມເຄື່ອນຍ້າຍ ຫ້າມທຸກຢ່າງແຫຼະເນາະ ມັນກະສິມີຢູ່ 7 ບ້ານເນາະ ມັນກາພົບນຳໝູປະຊາຊົນ ທີ່ວ່າຕາຍທັມມະດາເນາະ ບໍ່ແມ່ນວ່າ ເອົາມາແຕ່ບ່ອນອື່ນ ເຮົາພົບຫັ້ນນະ ຫຼັງຈາກມັນຕາຍແລ້ວ ເຮົາກາໄດ້ເອົາເລືອດ ສົ່ງຂຶ້ນມາວິຈັຍເນາະ ເພິ່ນກາໄດ້ສົ່ງ ຜົລວິຈັຍອອກມາ ມັນກາແມ່ນພຍາດໂຕນີ້."

ເຈົ້າໜ້າທີ່ເວົ້າຕື່ມວ່າ ປັດຈຸບັນ ເມືອງຕຸ້ມລານ ມີໝູທີ່ປະຊາຊົນລ້ຽງເອງ ທັງໝົດ 800 ໂຕ ແຕ່ຍັງບໍ່ມີຣາຍງານໂຕເລກ ຢ່າງເປັນທາງການ ວ່າມີການຣະບາດພຍາດ ດັ່ງກ່າວ ຫຼາຍປານໃດ ມີພຽງແຕ່ທາງແຂວງສາລະວັນ ວາງແຜນ ປ້ອງກັນ ແລະ ສະກັດກັ້ນ ໂດຍບໍ່ໃຫ້ມີການ ເຄື່ອນຍ້າຍໝູ ໃນເຂດດັ່ງກ່າວ ຢ່າງເດັດຂາດ.

ຕໍ່ກໍຣະນີການພົບການຣະບາດ ພຍາດອະຫິວາໝູ ອາຝຣິກກາ ຢູ່ແຂວງສາລະວັນ ທາງການລາວ ໄດ້ອອກແຈ້ງການ ເມື່ອວັນທີ 20 ມິຖຸນາ ເພື່ອອອກມາຕການຄວບຄຸມ ຕອບໂຕ້ ຢ່າງເລັ່ງດ່ວນໂດຍໃຫ້ມີ ຈຸດດ່ານກວດກາສັດຕະວະແພດ ຊົ່ວຄາວ, ກວດຍຶດໝູ ແລະ ຜລິຕພັນ ຊີ້ນໝູ ທີ່ເຄື່ອນຍ້າຍ ຈາກເຂດຣະບາດ ພ້ອມທັງອອກໂຄສະນາ ເຜີຍແຜ່ ໃຫ້ປະຊາຊົນ ໄດ້ຮັບຮູ້ ເຖິງຜົລອັນຕະຣາຍ ຂອງພຍາດດັ່ງກ່າວ.

ນອກຈາກນີ້ ແຈ້ງການຍັງສັ່ງຫ້າມບໍ່ໃຫ້ ນໍາເຂົ້າໝູ ແລະ ຜລິຕພັນຊີ້ນໝູ ຈາກ ຈີນ ແລະ ວຽດນາມ ທີ່ເຄີຍຣະບາດມາກ່ອນໜ້ານີ້. ຜົລຈາກການຣະບາດ ຂອງພຍາດອະຫິໝູ ອາຝຣິກກາ ໃນລາວ ສື່ຂ່າວທາງການໄທ ຣາຍງານເມື່ອ 21 ມິຖຸນາວ່າ ທາງການໄທ ກໍໄດ້ປະກາດ ຫ້າມນຳເຂົ້າໝູ ແລະ ຊີ້ນໝູຈາກ ລາວ ເພື່ອປ້ອງກັນບໍ່ໃຫ້ ມີການຣະບາດເຂົ້າໄທ.