ມ. ບົວລະພາ ກວດສິນຄ້າ ໝົດອາຍຸ

ໄມຊຸລີ
2019.04.02
ຣະວັງສິນຄ້າໝົດອາຍຸ ຢູ່ຕາມຮ້ານຄ້າຂາຍຍ່ອຍ
RFA/PN

ເມືອງບົວລະພາ ແຂວງຄໍາມ່ວນ ມີສິນຄ້າໝົດອາຍຸ ຢ່າງຫຼວງຫຼາຍ ແລະ ເມືຶ່ອປະຊາຊົນຊື້ມາກິນ ແລ້ວເຮັດໃຫັເຈັບທ້ອງ. ສິນຄ້າສ່ວນຫຼາຍ ແມ່ນປະເພດນົມ, ເຂົ້າໜົມ, ນໍ້າອັດລົມ, ແລະ ປາກະປ໋ອງ. ເຈົ້າໜ້າທີ່ ໄດ້ກວດກາ ແລະ ພົບເຫັນສິນຄ້າໝົດອາຍຸ ໃນ 5 ບ້ານ ຄື: ບ້ານຕາຫລວງ, ບ້ານຂະຍູ້, ບ້ານຈະຫາ, ບ້ານຈະແລດ ແລະ ເຂດເທສບານ ເມືອງບົວລະພາ, ຊຶ່ງມີມູນຄ່າ 10,000,000 ປາຍກີບ. ປັດຈຸບັນ ທາງເຈົ້າໜ້າທີ່ ໄດ້ຍຶດສິນຄ້າ ທັງໝົດນັ້ນ ມາໄວ້ແລ້ວ ໃນມູນຄ່າ 10,000,000 ປາຍກິີບ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ອຸດສະຫະກັມ ແລະ ການຄ້າ ແຂວງຄໍາມ່ວນ ທ່ານນຶ່ງ ໃນວັນທີ່ 1 ເມສາ ນີ້ວ່າ:

“ຕາມກະແສ ຣາຍງານ ແຕ່ລະກຸ່ມບ້ານ ພົບເຫັນໜ້ອຍນຶ່ງ ລູກຫລານນັ້ນເນາະ ບໍຣິໂພຄ ສິນຄ້າໝົດອາຍຸ ເຈັບທ້ອງເຈັບໃສ້ ບໍ່ເປັນເຖິງວ່າ ຂັ້ນເສັຽຊີວິດດອກ ໄປກວດ ພົບເຫັນສິນຄ້າໝົດອາຍຸ ໂອ້ຫຼາຍຢູ່ ຊິເປັນເຄື່ອງດື່ມນະ ສະປອນເຊີ ຫຼືວ່າ ເປັນນົມ ເປັນເຂົ້າໜົມ.”

ທ່ານກ່າວຕື່ມວ່າ ໃນວັນທີ່ 26 ມີນາຜ່ານມານີ້ ເຈົ້າໜ້າທີ່ ທາງການລາວ ໄດ້ນໍາເອົາສິນຄ້າ ທີ່ໝົດອາຍຸ ໄປຈຸດທໍາລາຍ ຖິ້ມໝົດເລີຍ, ຊື່ງ ສ່ວນຫຼາຍ ຈະເປັນປະເພດ ອາຫານ ທີ່ໝົດອາຍຸ ຕາມຕລາດຊົນບົດ ໂດຍມີພວກຄົນວຽດນາມ ແລະ ຈີນ ເລາະຂາຍຕາມເຮືອນຄົນ ແລະ ໃຫ້ຮ້ານຄ້າທົ່ວໄປ ໃນເຂດຊົນບົດນັ້ນ:

“ສ່ວນຫຼາຍ ຢູ່ຊົນບົດ ຈີນນັ້ນແຫຼະວຽດນັ້ນແຫຼະເນາະ ຂາຍສິນຄ້າຣາຄາຖືກ ແລ້ວຮ້ານຂາຍຕາມບ້ານນອກ ຊື້ມາຂາຍຕໍ່ ຕາມບ້ານຕາມຊ່ອງ ບາງເທື່ອ ເຂົາເຈົ້າກໍລັກລອບ ນໍາເຂົ້າມານັ້ນນະ ຊາຍແດນໂພ້ນແຫຼະ ມາຂາຍຕາມບ້ານນອກ ຜູ້ຊື້ນັ້ນເນາະ ເຂົາເຈົ້າ ບໍ່ຮູ້ສິນຄ້າໝົດອາຍຸ ອ່ານບໍ່ໄດ້ ບາງເທື່ອ ກໍບໍ່ຮູ້ ເຂົາເຈົ້າວ່ານັ້ນນະ.”

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ໄດ້ຕັກເຕືອນ ເຈົ້າຂອງຮ້ານຄ້າ ຕ່າງໆ ທັງ 5 ບ້ານ ຫາກກວດພົບວ່າ ມີສິນຄ້າ ໝົດອາຍຸ ເປັນເທື່ອທີ 2 ຈະຖືກ ປັບໃໝ ຕາມກົດໝາຍ ແລະ ຍຶດສິນຄ້າ ຈໍານວນດັ່ງກ່າວ ນໍາໄປທໍາລາຍຖິ້ມ, ທັງຈະແນະນໍາ ໃຫ້ເບິ່ງວັນໝົດອາຍຸ ຂອງສິນຄ້້າ ທີ່ຂຽນຕິດໄວ້ ໃນກ່ອງນັ້ນ, ທັງນີ້ ເພື່ອປ້ອງກັນ ອັນຕະຣາຍ ຕໍ່ຜູ້ນໍາໄປບໍຣິໂພຄ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.