ສຸຂພາບເດັກນ້ອຍລາວໃນ ຊົນບົດ

0:00 / 0:00

ການດູແລສຸຂພາບເດັກນ້ອຍ ໃນແຂວງຕ່າງໆທົ່ວປະເທດລາວ ຍັງບໍ່ໄດ້ມາຕຖານແລະທົ່ວເຖິງເທື່ອ.ໂດຍສະເພາະຢ່າງຍິ່ງເດັກນ້ອຍ ໃນເຂດພູດອຍແລະເດັກນ້ອຍຊົນເຜົ່າຊຶ່ງປີ2013ມີເດັກນ້ອຍອາຍຸຫລຸດ 5 ປີເສັຽຊີວິດເຖິງ 786 ຄົນຍ້ອນສຸຂພາບບໍ່ແຂງແຮງແລະ ບໍ່ໄດ້ສັກຢາກັນພຍາດ.ຕາມຄໍາເວົ້າຂອງເຈົ້າໜ້າທີ່ກະຊວງສາທາຣະນະສຸຂ. ໃນວັນທີ 24 ກຸມພາ2014:

"ເວົ້າເຣື່ອງສັກຢາແທ້ ອັນເຣື່ອງເຜົ່າມົ້ງເຮົານີ້ ຈະຍາກຄັນແມ່ນເຮົາຈະໄປສັກຍ່າງເອົາລູກມາບໍ່ມາບໍ່ໃຫ້ຄວາມຮ່ວມມືນໍາອັນນັ້ນ ເຮົາລົງເຄື່ອນທີ່ສາມເດືອນເຮົາໄປເທື່ອນຶ່ງເນາະ".

ຍານາງວ່າເດັກນ້ອຍໃນເຂດຫ່າງໄກ ສ່ວນຫລາຍບໍ່ໄປຮັບການສັກຢາກັນພຍາດ ຄົບກໍານົດໂດຍສະເພາະຢ່າງຍິ່ງເດັກນ້ອຍໃນເຂດ ພູດອຍເຂດຊົນເຜົ່າແລະບັນຫາການເດີນທາງກໍເປັນອຸປສັກສໍາຄັນເພາະປັຈຈຸບັນຫຼາຍບ່ອນເຈົ້າໜ້າທີ່ບໍ່ສາມາດໄປເຖິງໃນຣະດູຝົນ.

ໃນປີ 2011 ກະຊວງສາທາຣະນະສຸຂໄດ້ເລີ່ມໂຄງການລົບລ້າງພຍາດໝາກແດງຣູແບລລາໃນປະເທດລາວໂດຍຫວັງວ່າຈະໃຫ້ 95 ສ່ວນຮ້ອຍຂອງຄົນອາຍຸແຕ່9ເດືອນຫາ19ປີບໍ່ເປັນພຍາດໝາກແດງແຕ່ຂໍ້ມູລໃນປີ2013ວ່າການສັກຢາກັນພຍາດໝາກແດງໃນລາວ. ເຮັດໄດ້ບໍ່ຮອດ80ສ່ວນຮ້ອຍຂອງຄົນໃນວັຍນັ້ນທີ່ມີປະມານ3 ລ້ານຄົນທົ່ວປະເທດ.ນອກຈາກພຍາດໝາກແດງທີ່ທາງການລາວເນັ້ນ ໜັກໃສ່ແລ້ວ,ຍານາງວ່າຍັງມີພຍາດຄໍຕີບບາດທະຍັກ,ໂປລີ ໂອແລະວັນນະໂຣຄທີ່ຕ້ອງສັກຢາກັນພຍາດແຕ່ຍ້ອນເດັກນ້ອຍໃນເຂດ ຊົນນະບົດບໍ່ໄດ້ຮັບການດູແລຢ່າງທົ່ວເຖິງເຮັດໃຫ້ມີເດັກນ້ອຍເສັຽຊີວິດຫລາຍຄືດັ່ງທີ່ໄດ້ເວົ້າມານັ້ນ.