ຊາວບ້ານ ຫຼາຍສິບຄົນ ຢູ່ເຂດເມືອງປາກອູ ຖືກບໍຣິສັດບໍ່ແຮ່ຈີນ ກັກຂັງ-ປັບໃໝ
2023.08.21

ບໍຣິສັດ ທຽນຈິນ ຫົວຄານ ບໍ່ແຮ່ (ລາວ) ຈໍາກັດ ຂອງຈີນ ທີ່ໄດ້ສັມປະທານຂຸດຄົ້ນຄໍາ ຢູ່ບໍ່ຄໍາ ຜາປົ່ນ ເມືອງປາກອູ ແຂວງຫລວງພຣະບາງ ໄດ້ສັ່ງໃຫ້ພະນັກງານຈີນ ຈັບຊາວບ້ານຫລາຍບ້ານ ໃນເມືອງປາກອູປະມານ 50 ຄົນ ແລ້ວນໍາໄປຂັງໄວ້ ຢູ່ໃນຄຸກ ຂອງບໍ່ຄໍານັ້ນ ຍ້ອນຊາວບ້ານ ເຂົ້າໄປລັກຂຸດຄໍາໃນເຂດ ທີ່ທາງບໍຣິສັດໄດ້ຮັບສັມປະທານ. ພາຍຫລັງຈັບຂັງຄຸກແລ້ວ ກໍໄດ້ຮຽກເອົາຄ່າໄຖ່ ຫລືປັບໃໝ ຈາກຍາດພີ່ນ້ອງ ຈຳຈວນເງິນ 10 ລ້ານ ຫາ 15 ລ້ານກີບຕໍ່ຄົນ, ອີງຕາມຄໍາເວົ້າ ຂອງຊາວບ້ານ ທີ່ຮູ້ເຫັນເຫດການ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 21 ສິງຫານີ້.
“ໂອ! ເຂົາກໍຈັບໄປຫລາຍຄົນ 40-50 ຄົນ ອອກຈາກຄຸກຈີນນີ້ ເພິ່ນປັບໃໝຜູ້ລະ 10 ລ້ານແຕ່ປັດຈຸບັນນີ້ໄດ້ເຫັນວ່າ 15 ລ້ານ ຄົນທ້ອງຖິ່ນກະມີແດ່ ແຕ່ຄົນທ້ອງຖິ່ນກະຖືວ່າມີໜ້ອຍ.”
ພະນັກງານລາວຄົນນຶ່ງ ທີ່ເຮັດວຽກຢູ່ບໍ່ຄໍາຜາປົ່ນ ເວົ້າວ່າ ພະນັກງານຈີນໄດ້ຈັບຊາວບ້ານ ທີ່ຢູ່ອ້ອມແອ້ມເຂດສັມປະທານ ເຂົ້າໄປລັກຂຸດຄໍາ ແລ້ວນໍາໄປຂັງໄວ້ໃນຄຸກ, ການຈັບຊາວບ້ານແຕ່ລະເທື່ອ ແມ່ນມີຈໍານວນແຕກຕ່າງກັນ ແລະເຫັນວ່າ ໄດ້ມີການປ່ອຍຊາວບ້ານ ອອກຢູ່ເລື້ອຍໆ ຍ້ອນມີຍາດພີ່ນ້ອງ ເອົາເງິນມາໄຖ່ອອກ.
“ແມ່ນໆ ປະຊາຊົນເຂດອ້ອມຂ້າງນີ້ແຫລະ ເປັນຊາວບ້ານອ້ອມຂ້າງນີ້ລະ ແລ້ວແຕ່ຈໍານວນຄົນເຂົ້າບາງທີເຂົ້າເປັນ 40-50 ຄົນຕ້ອງໄດ້ເສັຽ ເສັຽເງິນໃຫ້ຈຶ່ງສາມາດເອົາຄົນອອກໄດ້ ໜ້າຈະຖືກປ່ອຍໂຕແລ້ວ.”
ທ່ານເວົ້າຕື່ມ ເຖິງຊາວບ້ານທັງໝົດ ທີ່ຖືກຈັບຂັງຄຸກນັ້ນວ່າ ຕົນເອງກໍບໍ່ຮູ້ຄັກແນ່ວ່າ ມີຈໍານວນເທົ່າໃດກັນແທ້ ເນື່ອງຈາກເປັນໜ້າທີ່ ຂອງພະນັກງານຈີນໃນການ ຈັບ ແລະຮຽກຄ່າໄຖ່ ຈາກຍາດພີ່ນ້ອງ ແລະຕົນເອງກໍມາເຮັດວຽກຢູ່ບໍ່ຄໍານີ້ ໄດ້ບໍ່ດົນ ຈຶ່ງບໍ່ຮູ້ຣາຍລະອຽດ.
ເມື່ອປະມານວັນທີ 17 ສິງຫານີ້ ສື່ສັງຄົມອອນລາຍນ໌ ໄດ້ເຜີຍແຜ່ວິດີໂອ ກ່ຽວກັບເຫດການ ຊາວລາວຖືກຂັງຢູ່ໃນຄຸກ ຂອງບໍ່ຄໍາຜາປົ່ນ, ຄຸກດັ່ງກ່າວ ມີສະພາບແອອັດ, ຫ້ອງກ້ວາງພຽງປະມານ 4x4 ແມັດ ແລະພະນັກງານຈີນ ທີ່ເປັນຜູ້ຄຸມ ໄດ້ທຸບຕີຊາວບ້ານນໍາດ້ວຍ.
ຊາວບ້ານທີ່ຢູ່ໃກ້ຄຽງນາງນຶ່ງ ທີ່ເຫັນວິດີໂອທີ່ວ່ານັ້ນ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ນາງບໍ່ຮູ້ເຣື່ອງທີ່ເກີດຂຶ້ນ ຢູ່ບໍ່ຄໍານັ້ນເປັນແນວໃດກັນແທ້, ຮູ້ພຽງແຕ່ວ່າ ກ່ອນໜ້ານີ້ ກໍເຄີຍມີການສັ່ງຫ້າມ ບໍ່ໃຫ້ຊາວບ້ານໄປຂຸດຄໍາໃນເຂດດັ່ງກ່າວ ແຕ່ກໍມີຜູ້ຝ່າຝືນ ແລະຖືກຈັບຢູ່ເລື້ອຍໆ.
“ເຄີຍເຫັນຢູ່ຊ່ວງແລ້ວນີ້ ເຫັນເຂົາເຈົ້າລົງເຟສ. ກະບໍ່ຮູ້ ໂອ໋ ຂາຍເຄື່ອງຢູ່ໄກ ຈາກບ່ອນເຂົາເຈົ້າໄປ ຢູ່ບ່ອນແຖວບ້ານເຂົາເຈົ້າພີ້. ນ້ອງກໍແມ່ນຄົນຢູ່ບ່ອນອື່ນ ມາຂາຍເຄື່ອງຢູ່ພີ້.”
ປະຊາຊົນຢູ່ເມືອງປາກອູ ອີກຜູ້ນຶ່ງ ເວົ້າວ່າບໍ່ຮູ້ເຫດການ ທີ່ໄດ້ເຫັນທາງສື່ສັງຄົມອອນລາຍນ໌ ນັ້ນ ແລະວ່າ ຊາວບ້ານທີ່ຢູ່ໃນເຂດເທສບານ ເມືອງປາກອູ ສ່ວນໃຫຍ່ບໍ່ໄດ້ໄປລັກຂຸດຄໍາ ຢູ່ເຂດດັ່ງກ່າວ ຍ້ອນມັນຢູ່ໄກແລະການເດີນທາງ ໄປເຂດນັ້ນ ຫຍຸ້ງຍາກ.
“ໂອ໋ ອັນນີ້ບໍ່ຮູ້ຂໍ້ມູນຄືກັນ ເພິ່ນກໍຈະມີຂັ້ນຕອນຂອງບ້ານຂອງເມືອງເພິ່ນຫັ້ນນ່າ. ເຮົາບໍ່ໄດ້ໄປກ່ຽວຂ້ອງຫຍັງກັບເພິ່ນ ບໍ່ຄໍາຜາປົ່ນນີ້ ຕ້ອງໄດ້ຂຶ້ນເມືອງໄກ ໂອ໋ 4 ຊົ່ວໂມງພຸ້ນລະ ດຽວນີ້ເຂົາເຈົ້າມີສ້ອມທາງເນາະ ເສັ້ນທາງເມືອງທາງປາກເຊືອງນີ້."
ພ້ອມດຽວກັນນີ້ ເຈົ້າໜ້າທີ່ແຂວງຫລວງພຣະບາງ ທ່ານນຶ່ງ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ ພົລເມືອງ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 21 ສິງຫານີ້ວ່າ ເຈົ້າໜ້າທີ່ຫລາຍພາກສ່ວນ ຂອງແຂວງນີ້ ໄດ້ໄປຕິດຕາມ ແລະກວດກາ ການເຄື່ອນໄຫວ ຢູ່ບໍ່ຄໍາຜາປົ່ນເລື້ອຍໆ ແລະບໍ່ເຄີຍເຫັນວ່າ ໄດ້ເກີດເຫດການຈັບຊາວ ບ້ານຂັງຄຸກແຕ່ຢ່າງໃດ. ເຫດການໃນວິດີໂອນັ້ນ ອາດແມ່ນເກີດຂຶ້ນຢູ່ບ່ອນອື່ນ ຊຶ່ງຜູ້ເຜີຍແຜ່ວິດິໂອ ອາດມີເປົ້າໝາຍ ສ້າງຄວາມປັ່ນປ່ວນ ໃນສັງຄົມ.
“ກະໄດ້ລົງກວດຕລອດ ມັນບໍ່ແມ່ນດິໂຕນີ້ ພວກເຮົາລົງກວດກາ ໃນການປະສານງານຂອງເຈົ້າໜ້າທີ່ ມັນບໍ່ມີ ພວກເຮົາກໍຢ້ານຈຸ ສ້າງຄວາມປັ່ນປ່ວນເນາະ ມັນເອົາມາແຕ່ທາງໃດກະບໍ່ຮູ້ ໂຕນີ້ນີ້ນ່າ ແມ່ນຢູ່ຫັ້ນແທ້ບໍ່.”
ແຕ່ເຖິງຢ່າງໃດກໍຕາມ ນັກກົດໝາຍລາວທ່ານນຶ່ງ ເຄີຍໃຫ້ຂໍ້ມູນຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ພາກເອກະຊົນທີ່ລົງທຶນຢູ່ລາວ ບໍ່ມີອໍານາດ ໃນການສ້າງຄຸກ ຫລືຄ້າຍຄຸມຂັງ ທີ່ຂື້ນກັບໂຕເອງໄດ້, ການສ້າງຄຸກ ຫລືຄ້າຍຄຸມຂັງ ແມ່ນຈະຕ້ອງໄດ້ຜ່ານການເຫັນດີຈາກຂແນງການ ທີ່ກ່ຽວຂ້ອງ ຂອງທາງການລາວກ່ອນ ແລະເມື່ອສ້າງສໍາເຣັດແລ້ວ ຕ້ອງມອບໃຫ້ຢູ່ໃນຄວາມຄຸ້ມຄອງ ຂອງກະຊວງປ້ອງກັນຄວາມສງົບ.
ການຈັບຊາວບ້ານ ທີ່ໄປລັກຂຸດຄໍາ ຢູ່ບໍ່ຄໍາຜາປົ່ນ ມັກເກີດມີຢູ່ເລື້ອຍໆ ເປັນຕົ້ນ ເມື່ອວັນທີ 14 ເມສາ 2020 ຊາວເຜົ່າມົ້ງ 3 ຄົນ ຢູ່ບ້ານຜາປົ່ນ ເມືອງປາກອູ ໄດ້ຖືກພະນັກງານຈີນ ແລະທະຫານ ຈັບ ຍ້ອນໄປລັກຂຸດຄໍາ ຢູ່ເຂດດັ່ງກ່າວ ແລະຫລັງຈາກຖືກກັກຂັງ ໄດ້ປະມານ 8 ມື້ ທາງຍາດພີ່ນ້ອງ ໄດ້ເອົາເງິນໄປໄຖ່ອອກ 5 ລ້ານກີບຕໍ່ຄົນ.
ບໍຣິສັດ ທຽນຈິນ ຫົວຄານ ບໍ່ແຮ່ (ລາວ) ຈໍາກັດ ຂອງຈີນ ໄດ້ລົງທຶນ 72 ລ້ານໂດລ້າຣ໌ ສະຫະຣັຖ ສໍາລັບເຣີ່ມຂຸດຄົ້ນຄໍາ ແລະກໍ່ສ້າງໂຮງງານປຸງແຕ່ງແຮ່ຄໍາ ຢູ່ບ້ານຜາປົ່ນ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ເນື້ອທີ່ຂຸດຄົ້ນ 600 ເຮັກຕ້າຣ໌, ອາຍຸສັມປະທານ 13 ປີ. ສະເພາະ 6 ເດືອນຕົ້ນປີ 2021 ທາງບໍຣິສັດ ສາມາດ ຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາໄດ້ 90,000 ຕັນ. ຜລິດຄໍາໄດ້ 358 ກິໂລ.