ຄົນຈີນຂັບຣົຖຕໍາແລ້ວ ພະຍາຍາມໜີ ຢູ່ນະຄອນຫລວງວຽງຈັນ

ຈຳປາທອງ
2023.12.07
ຄົນຈີນຂັບຣົຖຕໍາແລ້ວ ພະຍາຍາມໜີ ຢູ່ນະຄອນຫລວງວຽງຈັນ ຮູບປະກອບຂ່າວ: ເຈົ້າໜ້າທີ່ຕຳຣວດ ກຳລັງປະຕິບັດໜ້າທີ່ ເພື່ອອຳນວຍຄວບຄຸມ ການຈະຣາຈອນ ຕາມເສັ້ນທາງສາຍຕ່າງໆ ໃນນະຄອນຫຼວງວຽງຈັນ. ເດືອນສິງຫາ ປີ 2023.
ນັກຂ່າວ ພົລເມືອງ

ຊາວບ້ານຜູ້ນຶ່ງ ຢູ່ບ້ານດອນໜູນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ທີ່ເຫັນເຫດການ ຣົຖກະບະ ຂອງຄົນຈີນ ຂັບຕໍາຣົຖປະຊາຊົນ ແລ້ວຫລົບໜີ, ເຈົ້າໜ້າທີ່ຕຳຣວດຈະຣາຈອນ ທີ່ຂີ່ຣົຖໄລ່ຈັບນັ້ນ ເວົ້າວ່າ ເຫັນຣົຖກະບະ ທີ່ຂັບມາຈາກວົງວຽນດອນໜູນ, ແລ່ນໜີຕຳຣວດ ດ້ວຍຄວາມໄວ. ຈາກນັ້ນ, ຜູ້ກໍ່ເຫດ ໄດ້ລ້ຽວຣົຖ ກັບຄືນໄປທາງວົງວຽນດອນໜູນ, ແຕ່ໃນທີ່ສຸດ, ຜູ້ກ່ຽວກໍຖືກຕຳຣວດ ແລະຊາວບ້ານ ໄລ່ນໍາທັນ ແລະຈັບໄດ້.

ດັ່ງທີ່ທ່ານເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ທັນວາ ນີ້ວ່າ:

“ໂອ້! ເຫັນຢູ່ເຈົ້າ. ຂີ່ມາແຕ່ທາງອັ່ນນ່າ ວົງວຽນດອນໜູນຕິ ຕາມຂ່າວຫັ້ນນ່າ. ແມ່ນ, ຕຳຣົຖຄົນອື່ນມາ ແລ້ວລະບໍ່ຈອດ ຕຳຣວດເຂົາກໍໄລ່ມາ. ຕຳຫຼາຍຄັນແດ່.”

ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ຖ່າຍທອດສົດທາງເຟສບຸກຄ໌ ຂອງຕົນ ກ່ຽວກັບພາບເຫດການ ຣົຖກະບະ ຍີ່ຫໍ້ Ford Ranger ຄັນນຶ່ງ ເຊິ່ງບໍ່ຕິດປ້າຍທະບຽນ ແລ່ນໜີເຈົ້າໜ້າທີ່ຕຳຣວດຈະຣາຈອນ ທີ່ຂີ່ຣົຖໄລ່ຕາມ ໃນເວລາປະມານ 9 ໂມງ ຂອງວັນທີ 6 ທັນວານີ້. ຣົຖກະບະຄັນດັ່ງ ກ່າວ ແມ່ນຄົນຈີນເປັນຜູຂັບ ຕຳຣົຖຊາວບ້ານ ແລ້ວຫຼົບໜີ ຢູ່ລະວ່າງ ສີ່ແຍກດົງໂດກ ໄປຫາ ວົງວຽນດອນໜູນ, ຖນົນໄກສອນ ພົມວິຫານ (ທາງເລຂທີ 13 ໃຕ້), ບ້ານດອນໜູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ດັ່ງທີ່ຊາວບ້ານຜູ້ນີ້ເວົ້າວ່າ:

“ຕຳຣວດໄລ່ໆ ຕຳແລ້ວບໍ່ຈອດໆ. ໂອ້ຍ! ຟອດໃໝ່ໆ. ໂອ້ ມັນໜີເລີຍໆ ມັນຈະໜີໄປຮອດໃສ, ໄຟແດງຕິດບໍ່ນິ. ໂອ້! ເສັຽດາຍເດ ເບິ່ງດຸຕຳຣວດຈັດການ ແນວໃດນໍນີ້ນໍ, ຈີນບໍ່ຈັກຢູ່ນໍ. ໂອ້ຍ! ຣົຖຕິດ ຈັ່ງຊິໜີຈັ່ງໃດ. ເອົ້າ! ໜີຊ້ຳ ໄປເລີຍ ມັນໜີຕໍ່. ໂອ້! ໄປຕຳເຂົາອີກ. ໂອ້ຍ! ຕຳສາມຊ້ອນ ໄປຕໍ່ເລີຍ, ຂູດຣົຖເຂົາໄປເລີຍ.”                                                                ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ ຕຳຣວດຈະຣາຈອນ ເມືອງໄຊທານີ ເພື່ອຖາມກ່ຽວກັບຄວາມຄືບໜ້າ ແລະຣາຍລະອຽດ ຂອງເຫດການນັ້ນຕື່ມ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ຊາວບ້ານ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ລາວ ກໍໄດ້ຕິດຕາມເຫດ ການດັ່ງກ່າວ ແລະເຫັນວ່າ ການຂັບຂີ່ຣົຖ ຂອງຄົນຈີນ ຈຳນວນນຶ່ງ ບໍ່ໄດ້ເຄົາຣົບນັບຖື ກົດລະບຽບຈະຣາຈອນ ຂອງລາວ, ເຮັດໃຫ້ມີຄວາມສ່ຽງຕໍ່ຜູ້ໃຊ້ຣົຖ ໃຊ້ຖນົນ ແລະ ຢາກໃຫ້ພາກສ່ວນກ່ຽວຂ້ອງ ອອກມາຕການຄວບຄຸມ ການຂັບຂີ່ຣົຖຂອງຄົນຈີນ ເປັນພິເສດ ເປັນຕົ້ນ ຕ້ອງມີໃບຂັບຂີ່ສາກົລ ກ່ອນທີ່ຈະອະນຸຍາດ ໃຫ້ຂັບຣົຖຢູ່ລາວ.

ດັ່ງທີ່ລາວກ່າວວ່າ:

“ພາກຣັຖກໍ່ຄວນຈະມີອັ່ນນ່າ ມາຕການ ກ່ຽວກັບການຄວບຄຸມ ການຂັບຣົຖ ໂດຍສະເພາະຄົນຈີນນີ້ ກະຕ້ອງມີໃບຂັບຂີ່ສາກົລ ເປັນຢ່າງໜ້ອຍນໍ. ທີ່ຜ່ານມານີ້, ຄົນຈີນທີ່ເຂົ້າມາລາວນີ້ ຄົນດີກະມີຢູ່ ແຕ່ຄົນທີ່ບໍ່ເຄົາຣົບກົດໝາຍ ຂອງບ້ານເຮົາ ກໍ່ມີຫຼາຍ.”

ໃນຂະນະດຽວກັນ ຊາວບ້ານອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ນອກຈາກບັນຫາ ມາຣະຍາດ ການຂັບຂີ່ຣົຖ ຂອງຄົນຈີນແລ້ວ, ຊາວຈີນຫຼາຍຄົນ ກໍ່ມີພຶດຕິກັມ ບໍ່ເຄົາຣົບ ຕໍ່ວັທນະທັມ ແລະຮີດຄອງ ຂອງຄົນລາວ ແລະ ເຄີຍພົບເຫັນຄົນຈີນຜູ້ນຶ່ງ ຟ້າວຟັ່ງ ເຂົ້າມາແລກເງິນ ຢູ່ທະນາຄານແຫ່ງນຶ່ງໃນນະຄອນຫຼວງວຽງຈັນ ໂດຍບໍ່ຍອມລຽນຄິວ ແລ້ວເວົ້າຈາສຽງດັງ ເພື່ອໃຫ້ໄດ້ແລກເງິນໄວ, ອັນເປັນພຶດຕິກັມ ທີ່ຊາວລາວ ຮູ້ສຶກບໍ່ສະບາຍໃຈປານໃດ.

ດັ່ງທີ່ທ່ານກ່າວຕໍ່ວິ ທຍຸເອເຊັຽເສຣີ ໃນມື້ວັນທີ 7 ທັນວານີ້ວ່າ:

“ລາງເທື່ອນີ້ ບາງຄົນນີ້ກະ ແມ້ນແຕ່ໄປແລກເງິນ ເຂົາເຈົ້າກະຟ້າວໂພດ ເຂົາເຈົ້າກະບໍ່ລຽນຄິວ ເຂົາເຈົ້າມາ ເຂົາເຈົ້າກະ ເຂົ້າຫາປ່ອງບໍຣິການເພິ່ນເລີຍ, ແລະກະເວົ້າແຕ່ພາສາຈີນ. ບໍ່ເວົ້າພາສາອັງກິດ ໃຜເວົ້າອັນໃດ, ເຂົາເຈົ້າກະບໍ່ຟັງ.”

ຂ່າວວ່າ ຊາວຈີນຫຼາຍຄົນ ໄດ້ເຂົ້າມາປະກອບທຸຣະກິຈ ຄ້າຂາຍ ແລະລົງທຶນ ຢູ່ລາວ ໂດຍສະເພາະ ໃນເຂດສູນການຄ້າສາກົລ ຊັ່ງຈຽງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນສູນການຄ້າໃຫຍ່ ໃນປັດຈຸບັນ ເປັນບ່ອນ ທີ່ອາດຈະມີຄວາມສ່ຽງ ໃນການເປັນແຫຼ່ງອາສຍາກັມ ຂອງນັກເລງຈີນ ໃນປະເທດລາວ.

ນອກຈາກນີ້ແລ້ວ, ນັກລົງທຶນຈີນ ກໍ່ເຂົ້າມາສ້າງໂຮງງານ ອຸດສາຫະກັມ ໃນເຂດຊຸມຊົນບາງແຫ່ງ ທີ່ໄດ້ສ້າງຜົລກະທົບ ຕໍ່ສຸຂະພາບ ແລະຄວາມເດືອດຮ້ອນ ຂອງຊາວບ້ານ ເປັນຕົ້ນ ໂຮງງານຊິລິຄອນ ຢູ່ໃນເຂດ 5 ບ້ານ ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍທີ່ພາກສ່ວນກ່ຽວຂ້ອງ ບໍ່ເອົາຫົວຊາ ຕໍ່ການລະເມີດລະບຽບກົດໝາຍ ຂອງນັກລົງທຶນຈີນ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.