ຊີ້ນ ສັດລ້ຽງທີ່ຕາຍບໍ່ ປອດພັຍ

0:00 / 0:00

ເຈົ້າຫນ້າທີ່ ຫ້ອງການ ຣະບາດ ວິທຍາ ທີ່ ແຂວງ ຫຼວງນ້ຳທາ ເວົ້າວ່າ ປະຊາຊົນ ໃນແຂວງ ພາກເຫນືອ ຂອງລາວ ໄດ້ເອົາຊີ້ນ ສັດລ້ຽງ ຂອງຕົນ ທີ່ຕາຍ ຍ້ອນອາກາດ ຫນາວ ເມື່ອບໍ່ດົນ ມານີ້ ມາບໍຣິໂພກ ອາດຈະຕິດພຍາດ ໄດ້ ຍ້ອນສັດ ທີ່ຕາຍແລ້ວ ອາດມີເຊື້ອໂຣຄ ຕິດໂຕມາກ່ອນ, ທາງການ ຈຶ່ງ ຢາກເຕືອນ ປະຊາຊົນ ບໍ່ໃຫ້ກີນ ຊີ້ນສັດ ທີ່ຕາຍເຫຼົ່ານັ້ນ. ດັ່ງ ທ່ານກ່າວຕໍ່ ເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້ວ່າ:

"ສ່ວນຫຼາຍກະມີ ເສັຽຫັ້ນແຫຼະ ຕາມຫລັກການ ຂອງເຮົາເນາະ ສາມາດຕິດໄດ້ ສັດປີກບໍ ຫລືວ່າເປັນງົວ ເປັນຄວາຍ ຕາຍແລ້ວ ກະມີເຊື້ອ ເພິ່ນ ບໍຣີໂພກ ກໍມີເປີເຊັນ ສ່ຽງ ຕິດພຍາດ ກິນພຍາດນີ້ ກະຈະພາໃຫ້ ເປັນ ນຶ່ງມາກະ ຖອກທ້ອງ ອະຫິວາ".

ນາງ ກ່າວຕື່ມວ່າ ໃນ ປັດຈຸບັນ ທີ່ແຂວງ ຫຼວງນ້ຳທາ ແລະ ແຂວງໃກ້ຄຽງ ແຕ່ຍັງ ບໍ່ມີຣາຍງານ ຄົນປ່ວຍ ຈາກ ການກິນຊີ້ນສັດ ທີ່ ຕາຍແລ້ວເທື່ອ ແຕ່ເຖິງຢ່າງໃດ ກໍຕາມ ທາງການ ກໍໄດ້ ໂຄສະນາ ໄປຕາມແຂວງ ຕ່າງໆ ບ່ອນທີ່ ປະສົບກັບ ອາກາດ ຫນາວຈັດ ຍ້ອນມີ ຣາຍງານວ່າ ມີຊີ້ນສັດ ທີ່ຕາຍແລ້ວ ວາງຂາຍ ໃນຕລາດ ຈຶ່ງບໍ່ຢາກ ໃຫ້ ປະຊາຊົນ ຊື້ມາກິນ ເພາະຈະເປັນ ອັນຕຣາຍ ຕໍ່ສຸຂພາບ.

ໃນຊ່ວງ ຣະດູຫນາວ ຣະຫວ່າງ ວັນທີ 24 ຫາ 25 ມົກກະຣາ ປີນີ້ ມີສັດລ້ຽງ ຢູ່ແຂວງ ພາກເຫນືອ ຂອງລາວ ຄື: ແຂວງ ຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະ ຫຼວງນ້ຳທາ ຕາຍ ຢ່າງຫຼວງຫຼາຍ ແຂວງຫົວພັນ ແຂວງດຽວ ຕາຍ ກວ່າ 1 ພັນໂຕ ແລະ ແຂວງອື່ນໆ ກໍ ຍັງຮວບຮວມ ຂໍ້ມູນຢູ່.

ດັ່ງນັ້ນ ຊີ້ນສັດເຫຼົ່ານັ້ນ ອາດຖືກ ນໍາມາວາງຂາຍ ໃນຕລາດ ຈຶ່ງຂໍແຈ້ງໃຫ້ ປະຊາຊົນ ຣະມັດ ຣະວັງ ສອບຖາມ ໃຫ້ຮູ້ໂດຍ ຣະອຽດ ກ່ອນຊື້.