ພຽງ 1 ເດືອນ ຂອງປີນີ້, ຜູ້ເສັຽຊີວິດ ຈາກອຸບັດຕິເຫດ ເພີ່ມຂຶ້ນ
2024.02.21

ການເກີດອຸບັດຕິເຫດ ຕາມທ້ອງຖນົນຫົນທາງ ທົ່ວປະເທດລາວ ໃນເດືອນມົກຣາ ປີ 2024 ພຽງໄລຍະ ເວລາ 1 ເດືອນ ເກີດຂຶ້ນ 773 ຄັ້ງ ມີຜູ້ເສັຍຊີວິດ 119 ຄົນ ເຊິ່ງເພີ່ ມຂຶ້ນ 30 ຄົນ ເມື່ອທຽບໃສ່ ເດືອນທັນວາ ປີ 2023 ທີ່ຜ່ານມາ.
ອີງຕາມການຣາຍງານ ຂອງກົມໃຫຍ່ຕໍາຣວດ ກົມຈາຣຈອນ ກະຊວງ ປ້ອງກັນຄວາມສງົບ.
ສ່ວນສາເຫຕ ທີ່ມີອຸບັດຕິເຫຕ ເສັຍຊີວິດເພີ່ມຂຶ້ນ ສ່ວນໃຫຍ່ ແມ່ນເກີດຈາກການ ດຶ່ມສິ່ງມືນເມົາ ແລ້ວຂັບຂີ່ຍານພາຫະນະ ແລະ ມີການຂັບຣົຖໄວເກີນ ບໍ່ປະຕິບັດຕາມກົດຈາຣຈອນ ແລະ ແມ່ນຈະເກີດອຸບັດຕິເຫຕຂຶ້ນ ໃນໄລຍະເທດສະການ ເຊິ່ງເດືອນມົກຣາ ທີ່ຜ່ານມານີ້ ກໍຖືວ່າ ເປັນເທດສະການ ບຸນປີໃໝ່ສາກົລ ແລະ ປະຊາຊົນກໍ ມີການຈັດງານບຸນຫາຣາຍໄດ້ ເພື່ອສັງສັນ, ກໍມັກຈະດື່ມ ແອວກໍຮໍ ຢ່າງມ່ວນຊື່ນ ແລ້ວ ກໍຂັບຣົຖກັນກັບເຮືອນ ກໍເຮັດໃຫ້ເກີດອຸບັດຕິເຫດເກີດຂຶ້ນ ເຊິ່ງແຂວງທີ່ເກີດອຸບັດຕິເຫດ ຫລາຍກວ່າໝູ່ ຍັງເປັນ ນະຄອນຫລວງວຽງຈັນ. ດັ່ງເຈົ້າໜ້າທີ່ກູ້ພັຍ ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 19 ກຸມພາ ນີ້ວ່າ:
“ສໍາຄັນກໍແມ່ນເກີດຈາກ ສິ່ງມືນເມົາຫັ້ນແຫລະເນາະ ໃນໄລຍະເດືອນປີໃໝ່ມາ ມັນມີບຸນຫລາຍງານເດ້ ຕິດຕໍ່ກັນ ສ່ວນຫລາຍແມ່ນບຸນສັງສັນໃນເທດສະການ ຄວາມມ່ວນຊື່ນນ່າເປັນຫລັກ ຈຶ່ງເຮັດໃຫ້ເກີດອຸບັດຕິເຫຕ ເພາະວ່າສາມາດກວດສອບໄດ້ ປະມານ 70-80% ເກີດຈາກການກິນເຫລົ້າກິນເບັຍໝົດ ມືນເມົາຈັງຊີ້”
ນອກຈາກນີ້ ຊ່ວງເວລາ ທີ່ມັນເກີດອຸບັດຕິເຫຕ ແມ່ນຢູ່ໄລຍະເວລາ 17.00 ໂມງ -24.00 ໂມງ ແລະສ່ວນໃຫຍ່ ຈະເປັນວັນສຸກທີ່ມັກເກີດອຸບັດຕິເຫຕ ເພາະເປັນວັນຢຸດຍາວສຸດສັປດາ.
ຜູ້ຂັບຂີ່ທີ່ມັກເກີດອຸບັດຕິເຫຕ ຈະແມ່ນກັມມະກອນ ຊາວນາ ຄົນຫວ່າງງານ ແລະນັກຮຽນ ນັກສືກສາ ໃນໄລຍະອາຍຸ 16-30 ປີ.
ສໍາລັບມາຕການ ການຫລຸດອຸບັດຕິເຫຕ ຂອງເຈົ້າໜ້າທີ່ຕໍາຣວດຈາຣຈອນ ທີ່ຜ່ານມາ, ກໍມີການຕັ້ງດ່ານເປັນຈຸດ ໃນແຕ່ລະຂອບເຂດ ຄວາມຮັບຜິດຊອບ ເພື່ອກວດກາ ຜູ້ລະເມີດກົດໝາຍຈາຣຈອນ ເຊັ່ນ: ການກວດກາ ດື່ມສິ່ງມືນເມົາແລ້ວຂັບ ການກວດກາຄົນຂັບຣົຖກິນເກີນກໍານົດ ແລະ ອື່ນໆ ແລະ ຍັງລະດົມ ແລະ ໃຫ້ຄວາມຮູ້ ເຣຶ່ອງ ລະບຽບກົດຈາຣຈອນ ຕາມໂຮງຮຽງ ຫ້ອງການຕ່າງໆ ຄົນງານ ປະຊາຊົນທົ່ວໄປ ໃຫ້ຮັບຊາບເຂົ້າໃຈ ໃນລະບຽບກົດໝາຍຈາຣຈອນນໍາດ້ວຍ, ດັ່ງ ເຈົ້າໜ້າທີ່ຕໍາຣວດຈາຣຈອນ ທ່ານນຶ່ງ ກ່າວວ່າ:
“ກະມີຢູ່ ໄທເຮົາກະເຮັດປົກຕິ ເຮັດວຽກປົກຕິໄທເຮົາຢູ່ແລ້ວ ເຮັດເປັນຈຸດ ແລ້ວກໍເຮັດວຽກຣົນນະຣົງ ວຽກໂຄສະນານີ້ແລ້ວ ລະບຽບຈາຣຈອນນີ້ແຫລະ ສ່ວນຫລາຍກໍເປັນໂຮງຮຽນ ເປັນຫ້ອງການ ພວກເຮົາກໍລົງໆໝົດ ໂຄສະນາຫັ້ນ”
ສໍາລັບເຣື່ອງການເກີດອຸບັດຕິເຫຕ ຕາມທ້ອງຖນົນຫົນທາງນີ້ ຊາວລາວກໍມີຄວາມຄິດຄວາມເຫັນ ຫລາກຫລາຍກັນໄປ, ດັ່ງຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກໍກ່າວວ່າ ການຂັບຂີ່ຣົຖຕາມທ້ອງຖນົນ ຜູ້ໃດກໍປະຕິບັດຕາມ ກົດລະບຽບໝົດຢູ່ແລ້ວ ຫລາຍຄົນກໍລະມັດລະວັງ ເວລາຂັບຂີ່ຣົຖ ແຕ່ຄໍາວ່າ ອຸບັດຕິເຫດນີ້ ບໍສາມາດຫລີກລ້ຽງໄດ້ ສາມາດເກີດຂຶ້ນໄດ້ທຸກເວລາ ເຊິ່ງຂນາດເຮົາລະມັດລະວັງ ກໍອາດຈະມີຄົນມາຕໍາເຮົາຄືເກົ່າ.
“ສ່ວນຫລາຍກໍຕາມກົດໝາຍແຫລະໃຜກໍ ອຸບັດຕິເຫຕ ບໍ່ຮູ້ຈະມາແບບໃດ ຈັກເຮົາຈະໄປແບບໃດ ເຣຶ່ອງອຸບັດຕິເຫຕລະວັງບໍ່ໄດ້ ມັນບໍ່ກ່ຽວກັບໄວ ກັບຊ້າດອກ ອຸບັດຕິເຫຕມັນເກີດໄດ້ທຸກເວລາ ເຮົາລະວັງ ເຂົາບໍ່ລະວັງກໍຄືເກົ່າ ມັນກໍຕາມທາງຫລັກ ທາງຫລວງເອົານີ້ແຫລະ”
ຂະນະທີ່ ຄົນຂັບຣົຖບັນທຸກ ທ່ານນຶ່ງກໍກ່າວວ່າ ການຈະຫລຸດຜ່ອນອຸບັດຕິເຫຕ ຕາມທ້ອງຖນົນໄດ້ ເຮົາກໍຕ້ອງຂັບຂີ່ບໍ່ໄວເກີນໄປ ຄ່ອຍໆຂັບໄປ ຕ່າງຄົນຕ່າງຣະມັດຣະວັງ ກໍຈະບໍ່ເກີດອຸບັດຕິເຫດຫລາຍ ເພາະຖນົນຫົນທາງໃນລາວນີ້ ສະພາບຍັງເປັນຂຸມ ເປັນບໍ່ຫລາຍ ແລະ ຖ້າຣົຖນ້ອຍ ເຂົາເຈົ້າຈະແຊງ ກໍໃຫ້ເຂົາເຈົ້າແຊງໄປກ່ອນ.
“ກະຄ່ອຍໄປແຫລະເນາະ ທາງມັນຂຸມນ້ອຍ ກໍຄ່ອຍໄປ ກໍຂຶ້ນກັບຣົຖແດ່ ຣົຖສູງໄປ ລົງຂຸມລືກມັນກະ ຄວາມສ່ຽງມັນກໍຫລາຍແຫລະເນາະ ປ່ອຍໃຫ້ເຂົາໄປກ່ອນ ເຫັນເຂົາເຈົ້າແຊງ ເຮົາກໍໃຊ້ຕາລ້ຽວ ໃຫ້ເຂົາເຈົ້າແຊງ”
ອີງຕາມ ບົດຣາຍງານ ຂອງກົມໃຫຍ່ຕໍາຣວດ ກົມຕໍາຣວດຈາຣຈອນ ຣາຍງານເພີ່ມຕື່ມວ່າ ໃນທົ່ວປະເທດລາວ ຍັງມີຜູ້ຂັບຂີ່ ລະເມີດກົດຈາຣຈອນ ເປັນຈໍານວນຫລວງຫລາຍ ນອກຈາກການ ດື່ມແອວກໍຮໍແລ້ວ ຂັບຂີ່ຍານພາຫະນະ ຂັບຂີ່ຣົຖໄວເກີນປ້າຍກໍານົດ ກໍຍັງມີ ລ່ວງປ້າຍຫ້າມໄຟແດງ ຂັບຂີ່ຣົຖບໍ່ຖືກຊ່ອງຈາຣຈອນ ຈອດຣົຖຊະຊາຍ ຕາມເສັ້ນທາງ.
ສະເພາະໃນປີ 2023 ທີ່ຜ່ານມາ ກໍາລັງຕໍາຣວດຈາຣຈອນ ກວດພົບເຫັນ ຜູ້ຂັບຂີ່ລະເມີດຈາຣຈອນ ທົ່ວປະເທດທັງໝົດ 90,966 ຄົນ ໃນນີ້ ແມ່ຍິງ 28,013 ຄົນ ຜູ້ຂັບຂີ່ລະເມີດກົດຈາຣຈອນ ສ່ວນໃຫຍ່ ຈະເປັນເພດຊາຍ ປະມານ 70% ເຊິ່ງການລະເມີດກົດຈາຣຈອນ ໃນປີ 2023 ທີ່ຜ່ານມາ ເກີດອຸບັດຕິເຫຕ ສູງເຖິງ 6,806 ຣາຍ ແລະ ມີຜູ້ເສັຍຊີວິຕ ສູງເຖິງ 922 ຄົນ.