ການແຜ່ລະບາດ ຂອງຢາບ້າ ຢູ່ແຂວງຫຼວງພະບາງເພີ່ມຂຶ້ນ
2024.11.14
ການແຜ່ລະບາດຂອງຢາບ້າ ຢູ່ແຂວງຫຼວງພະບາງ ມີເພີ່ມຂຶ້ນ ສາເຫດໜຶ່ງ ຍ້ອນການເຂົ້າມາຂອງຄົນຈີນ ທີ່ເປັນທັງຜູ້ເສບ, ຜູ້ຄ້າ ແລະຜູ້ຂົນສົ່ງ ເຊິ່ງຜູ້ຕ້ອງຫາຊາວຈີນ ທີ່ຖືກຈັບໄດ້ຈໍານວນໜຶ່ງ ໄດ້ຖືກສານແຂວງຫຼວງພະບາງ ຕັດສິນປະຫານຊີວິດ ແຕ່ປັດຈຸບັນ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ໂທດປະຫານຊີວິດເຂົາເຈົ້າໂຕຈິງເທື່ອ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ພະຈິກ ນີ້ວ່າ:
“ຈີນແດ່, ໄທແດ່ ກໍ່ທັງຂົນສົ່ງ ທັງເສບນໍາຫັ້ນແຫຼະ ຕ່າງປະເທດກະມີລາຍໃຫຍ່ ກໍ່ຢາກໄປພ້ອມກັນຫັ້ນແຫຼະ ກໍ່ທທັງຂົນສົ່ງ ທັງເສບ ມັນກໍ່ໄປໝົດ ຈຸດສຸມດຽວກັນ ມັນກໍ່ເປັນແຫຼ່ງທ່ອງທ່ຽວແດ່ ແຕ່ວ່າ ເລື່ອງໂທດ (ປະຫານຊີວິດ) ຫັ້ນ ມັນກໍ່ມີຢູ່ແລ້ວ ແຕ່ຍັງບໍ່ທັນປະຕິບັດເທືື່ອ ແຕ່ຍັງບໍ່ຮູ້ເຫດຜົນ ນໍາຂັ້ນເທິງເພິ່ນເທື່ອ ບໍ່ທັນໄດ້ປະຕິບັດຈິງເທື່ອ.”
ອີກສາເຫດໜຶ່ງ ທີ່ຢາເສບຕິດ ຢູ່ແຂວງຫຼວງພະບາງຫຼາຍຂຶ້ນນັ້ນ ກໍ່ຍ້ອນວ່າ ມີບ່ອນຜະລິດຢາບ້າບາງແຫ່ງ ຢູ່ເຂດຫ່າງໄກສອກຫຼີກ ພາຍໃນແຂວງຫຼວງພະບາງ ແຕ່ເຈົ້າໜ້າທີ່ ແລະກຸ່ມພົນລະເມືອງດີ ບໍ່ສາມາດຮູ້ໄດ້ວ່າ ບ່ອນຜະລິດຢູ່ໃສ ແລະກໍາລັງມີການຊອກຫາຢູ່ ອີກທັງ ແຂວງຫຼວງພະບາງ ກໍ່ເປັນເສັ້ນທາງຜ່ານ ເພື່ອຂົນສົ່ງຢາເສບຕິດ ຈາກບ່ອນໜຶ່ງໄປອີກບ່ອນໜຶ່ງນໍາດ້ວຍ, ດັ່ງເຈົ້າໜ້າທີ່ຂັ້ນບ້ານ ຢູ່ເມືອງຈອມເພັດ ກ່າວວ່າ:
“ຄົນຕ່າງປະເທດມັນມາແລ້ວ ມັນກໍ່ຢູ່ໃນທຸກໜ່ວຍງານຂອງເຂົາດອກ ເຂົາກໍ່ມີການປະສານງານກັນ ໃນການເສບຕິດດັ່ງກ່າວ ເສບນໍາກັນ ຈັ່ງຮູ້ຈັກກັນຕໍ່ເນື່ອງກັນໄປ ມັນກະມີຢູ່ ມັນກໍ່ທາງຜ່ານແດ່ ທັງຜະລິດແດ່ ໄປຈໍານວນໜຶ່ງນີ້ແຫຼະ ຕາມເຮົາຮູ້ນີ້ນ່າ ແຕ່ວ່າເຂົາໄປຜະລິດຢູ່ເຂດໃດ.”
ຊາວບ້ານ ຢູ່ນະຄອນຫຼວງພະບາງ ນາງໜຶ່ງ ກ່າວວ່າ ປັດຈຸບັນ ນະຄອນຫຼວງພະບາງ ມີຄົນຈີນເຂົ້າມາຫຼາຍແທ້ ແລະຕັ້ງແຕ່ມີຄົນຈີນເຂົ້າມານີ້ ກໍ່ເລີ່ມເຮັດໃຫ້ມີບັນຫາຢາເສບຕິດ ແລະອາດຊະຍາກໍາ ຈາກແຕ່ກ່ອນທີ່ມີຄວາມສະຫງົບ, ດັ່ງນາງ ກ່າວວ່າ:
“ຫຼວງພະບາງ ກະເປັນແຂວງ ທີ່ມີນັກທ່ອງທ່ຽວຫຼາຍເນາະ ທີ່ເຂົ້າໆອອກໆ ລະກະສ່ວນຫຼາຍ ກໍ່ແມ່ນຈີນຫັ້ນແຫຼະ ມັນມໍ່ຈີນເດ້ທາງນີ້ ໂອ້ ຕັ້ງແຕ່ຈີນມານີ້ ຂ້າກັນຫຼາຍ ແລ້ວກໍ່ມີີຄະດີຂ້າໄຫຼນໍາໄຫຼໃນ ຕາຍບໍ່ຫັ້ນບ່ອນນີ້ ຢູ່ປ່າກ້ວຍ ປ່າ ຢູ່ແຄມຫ້ວຍແຄມຮ່ອງ ແຕ່ກີ້ຫັ້ນບໍ່ມີ ແຕ່ກີ້ນ່າ ແລ້ວກໍ່ຢາເສບຕິດ ກໍ່ສິມານໍາກັນຫັ້ນແຫຼະ.”
ນອກຈາກນີ້ ຊາວຫຼວງພະບາງ ຍັງຢາກຮຽກຮ້ອງ ໃຫ້ເຈົ້າໜ້າທີ່ ປກສ ເລັ່ງປາບປາມ ບັນຫາຢາເສບຕິດ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ລູກຫຼານ ໂດຍສະເພາະ ກຸ່ມໄວໜຸ່ມ, ໄວອອກແຮງງານ ໃຊ້ໂຮງຮຽນ ຫຼືສະຖານທີ່ຕ່າງໆ ເປັນບ່ອນມົ້ວສຸມ ຢາເສບຕິດ, ດັ່ງຊາວບ້ານ ຢູ່ນະຄອນຫຼວງພະບາງ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ມີແຕ່ຈຸໃຫຍ່ ຈຸອັນ 20 ປາຍ 30 ປີ ຫັ້ນນ່າ ເຂົາເຈົ້າ ແມ່ນ ຢາມ້າເນາະ ມັນຫຼີ້ນຢູ່ໂຮງຮຽນ ແລ້ວກໍ່ມາ ສູບມາເຮັດອັນນັ້ນ ອັນນີ້ໃສ່ໂຮງຮຽນຫັ້ນແຫຼະ ມື້ຄືນຫັ້ນນ່າ.”
ໃນໄລຍະ 1 ປີ ຜ່ານມາ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ສາມາດມ້າງຄະດີຢາເສບຕິດ ໄດ້ທັງໝົດ 193 ຄະດີ, ຈັບຜູ້ກ່າວຫາ 355 ຄົນ ໃນນັ້ນ ເປັນຄົນຕ່າງປະເທດ 6 ຄົນ ເປັນຕົ້ນ ຄົນຈີນ ແລະຄົນໄທ ພ້ອມທັງ ຍຶດຢາຂອງກາງຢາເສບຕິດ ປະເພດຢາບ້າ ໄດ້ 7,469,459 ເມັດ ນໍ້າໜັກ 764.94 ກິໂລກະຣາມ.
ສໍາລັບ ຢາບ້າ 7,469,459 ເມັດ ທີ່ເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ຍຶດມາໄດ້ ໃນນັ້ນ ມີ 94,316 ເມັດ ທີ່ໄດ້ຖືກຈູດທໍາລາຍຖິ້ມ ເນື່ອງໃນໂອກາດ ວັນແຫ່ງຊາດ ຕ້ານຢາເສບຕິດ ພາຍຫຼັງສານຕັດສິນຄະດີແລ້ວ ສ່ວນທີ່ເຫຼືອ ແມ່ນພວມດໍາເນີນການຂັ້ນສານ ເພື່ອລໍຖ້າສານຕັດສິນຕໍ່ໄປ.
ນອກຈາກຢາບ້າ ທີ່ຕໍາຫຼວດແຂວງຫຼວງພະບາງ ຍຶດມາໄດ້ ຍັງມີ ເຮໂຣອິນ 81 ແທ່ງ ແລະ 19 ຫໍ່ ນໍ້າໜັກ 52,97 ກິໂລກະຣາມ, ໂຄເຄນ 1,6 ກຣາມ, ຢາໄອສ໌ 28,2 ກຣາມ, ຢາຝິ່ນ 26,2 ກຣາມ, ຢາເຄຕາມິນ 197,2 ກະຣາມ, ຄໍລາເຈນ 14 ຊອງ ນ້ຳໜັກ 698,2 ກະຣາມ, ກາເຟປະສົມຢາອີ 4 ຊ່ອງ ນ້ຳໜັກ 350,1 ກະຣາມ, ຝຸ່ນສີຂາວ 14,8 ກຣາມ, ຝຸ່ນສີແດງ 5 ກຣາມ, ກັນຊາແຫ້ງ 3,41 ກິໂລກະຣາມ, ໃບກະທ້ອມ 86,8 ກິໂລກະຣາມ, ນໍ້າຢາແກ້ໄອ ໃຊ້ປະສົມນໍ້າກະທ້ອມ 988 ກ່ອງ, ຢາສູບໄຟຟ້າ 144 ອັນ, ພາຫະນະ ແລະ ເຄື່ອງມືສື່ສານ ປະກອບມີ ລົດໃຫຍ່ 12 ຄັນ, ລົດຈັກ 85 ຄັນ, ໂທລະສັບ ມືຖື 256 ໜ່ວຍ ແລະ ອາວຸດເສິກ ອີກຈຳນວນໜຶ່ງນໍາດ້ວຍ.