ຊາວບ້ານ ບໍ່ມີທີ່ດິນ ທຳກິນ ເພື່ອລ້ຽງດູ ຄອບຄົວ

ສຸພັດຕາ
2021.12.09
Share on WhatsApp
Share on WhatsApp
ຊາວບ້ານ ບໍ່ມີທີ່ດິນ ທຳກິນ ເພື່ອລ້ຽງດູ ຄອບຄົວ ຊາວບ້ານກຳລັງເກັບກ່ຽວ ພືດຜົນທາງການສະເສດ ຢູ່ແຂວງພາກເໝືອ ຂອງລາວ, ວັນ 16 ຕຸລາ 2021.
ນັກຂ່າວ ພົລເມືອງ

ປັດຈຸບັນ ຊາວບ້ານເຂດຈຸດສຸມຫົວນໍ້າເກິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈໍານວນນຶ່ງ ຍັງຄົງສືບຕໍ່ທໍາການຜລິດ ຢູ່ດິນປ່າສງວນຂອງແຂວງ ຍ້ອນພວກເຂົາເຈົ້າບໍ່ມີທີ່ດິນທໍາກິນ ສໍາລັບປູກເຂົ້າແລະລ້ຽງສັດ ເປັນຕົ້ນ ງົວ-ຄວາຍ ເພື່ອລ້ຽງຄອບຄົວ ຈຶ່ງຢາກທາງການ ຈັດສັນດິນບາງຕອນໃຫ້ຊາວບ້ານ, ດັ່ງຊາວບ້ານ ຢູ່ບ້ານຈຸດສຸມຫົວນໍ້າເກິ້ງ ເມືອງຕົ້ນເຜິ້ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 9 ທັນວາ ນີ້ວ່າ:

“ຍັງບໍ່ເຊົາ ເຂົາເຈົ້າລ້ຽງສັດກະຍັງປ່ອຍ ກະຍັງປ່ອຍສັດ ອັນນັ້ນຢູ່ ເພາະວ່າຂະເຈົ້າ ອັນນ່າຢາກໃຫ້ທາງຂັ້ນເທິງແກ້ໄຂ ບ່ອນໃໝ່ໃຫ້ເຂົາເຈົ້າລ້ຽງສັດຫັ້ນນ່າ ລະເຂົາເຈົ້າບໍ່ມີບ່ອນໃໝ່ ລະບໍ່ຊ່າງຈະເອົາສັດໄປທາງໃດ ກໍຍັງປ່ອຍຢູ່ບ່ອນເກົ່າຢູ່.”

ໂຄງການຟື້ນຟູປ່າສງວນ ຂອງແຂວງບໍ່ແກ້ວ ຖືກດໍາເນີນການຈັດຕັ້ງປະຕິບັດໃນປີນີ້ເປັນປີທໍາອິດ ຈຶ່ງເຮັດໃຫ້ດິນທໍາການຜລິດ ໃນເຂດທີ່ເປັນເຂດຫວງຫ້າມຂອງປ່າສງວນຂອງຊາວບ້ານ ຕ້ອງໄດ້ຢຸດເຮັດການຜລິດ ເພື່ອເອົາດິນນັ້ນ ໃຫ້ຣັຖປູກປ່າທົດແທນ ຕາມໂຄງການຟື້ນຟູປ່າສງວນ ແຕ່ຊາວບ້ານກໍຍັງປູກເຂົ້າໄຮ່ ແລະລ້ຽງສັດຢູ່ບ່ອນນັ້ນຢູ່ ຍ້ອນພວກເຂົາເຈົ້າ ບໍ່ຮູ້ຈະໄປເຮັດໄຮ່ແລະລ້ຽງສັດຢູ່ບ່ອນໃດ ສະນັ້ນ ຊາວບ້ານຈຶ່ງຢາກໃຫ້ທາງການ ຊອກຫາດິນບ່ອນໃໝ່ ແທນດິນທີ່ພວກເຂົາເຈົ້າຕ້ອງສົ່ງຄືນໃຫ້ຣັຖ, ດັ່ງຊາວບ້ານ ຢູ່ບ້ານນາດອນ ເມືອງຕົ້ນເຜິ້ງ ກ່າວວ່າ:

“ກະໂຕໃດທີ່ມັນຖືກຍຸທສາດ ເຂົາກໍໃຫ້ຢຸດເຊົາ ເຂົາກໍໃຫ້ປູກຕົ້ນໄມ້ຄືນຫັ້ນນ່າ ຄືວ່າເຂົາເຮັດໄຮ່ເນາະ ເຂົາກໍຢາກເຮັດໄຮ່ ເຂົາກະຢາກເຮັດບ່ອນໃໝ່ໄປຕິກໆຫັ້ນນ່າ ມັນເຂົ້າງາມເດ້ ສ່ວນຫຼາຍເຂົາບໍ່ມີເນື້ອທີ່ແດ່ເນາະ ຄົນຊົນເຜົ່ານ່າ ເຂົາກໍໄປເຮັດໄຮ່ແດ່ ລະກະໄປລ້ຽງສັດ.”

ຊາວບ້ານທີ່ເຮັດໄຮ່ ແລະລ້ຽງສັດ ຢູ່ດິນປ່າສງວນຂອງແຂວງ ສ່ວນໃຫຍ່ເປັນຊົນເຜົ່າ ລາຫູ່ ແລະເປັນຄອບຄົວທີ່ທຸກຍາກ ຖ້າຫາກທາງການບໍ່ມີເນື້ອທີ່ທໍາການຜລິດບ່ອນໃໝ່ໃຫ້ພວກເຂົາເຈົ້າປູກເຂົ້າ ກໍຈະເຮັດໃຫ້ພວກເຂົາເຈົ້າອຶດເຂົ້າ, ດັ່ງນັ້ນ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງຮິບໂຮມຂໍ້ມູນ ແລະຊ່ອຍເຫຼືອຊາວບ້ານເຫຼົ່ານີ້ ເນື່ອງຈາກປັດຈຸບັນ ອໍານາດການປົກຄອງຂັ້ນທ້ອງຖິ່ນ ຍັງບໍ່ສາມາດຮິບໂຮມຂໍ້ມູນດັ່ງກ່າວນີ້ໄດ້ເທື່ອ, ດັ່ງຊາວບ້ານ ຢູ່ບ້ານນາຄໍາ ເມືອງຕົ້ນເຜິ້ງ ກ່າວວ່າ:

“ສ່ວນຫຼາຍນິ່ ກະບໍ່ໄດ້ຂາຍແຫຼະ ພໍແຕ່ໃຫ້ມັນກຸ້ມກິນຊື່ໆເດີ້ ບາງຄອບຄົວກໍເຮັດຢູ່ ກໍຍັງບໍ່ທັນກຸ້ມກິນ ກໍສະເພາະ ຕ້ອງມີຂອບເຂດໄວ້ເດີ້ ບ່ອນຢຸດກໍຢຸດ ບ່ອນທໍາການຜລິດໄດ້ ກໍຕ້ອງໄດ້ທໍາການຜລິດ.”

ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ກໍານົດເຂດຫວງຫ້າມ ຂອງເນື້ອທີ່ປ່າສງວນຂອງແຂວງແລ້ວ ສ່ວນເນື້ອທີ່ໄຮ່ຂອງຊາວບ້ານທີ່ບຸກລຸກເນື້ອທີ່ປ່າສງວນ ເພື່ອທໍາການຜລິດນັ້ນ ເຈົ້າໜ້າທີ່ຈະຊ່ອຍຊອກຫາດິນທໍາກິນ ທົດແທນດິນທີ່ພວກເຂົາເຈົ້າຕ້ອງສົ່ງຄືນໃຫ້ແຂວງ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມແລະປ່າໄມ້ ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວວ່າ:

“ເຮົາກໍມີແຕ່ຊອກຈັດສັນໃຫ້ເນາະ ແຕ່ວ່າອັນນີ້ ມັນເປັນ ເຮົາຕ້ອງໄປເບິ່ງທາງນະໂຍບາຍ ທາງເມືອງພີ້ເນາະ ທາງເມືອງພີ້ ເພິ່ນຊິມີນະໂຍບາຍແນວໃດ ເພິ່ນກໍຊິເບິ່ງວ່າ ສົມມຸດວ່າຜູ້ກ່ຽວຫັ້ນມີດິນຫຼາຍ ເຮົາອາຈວ່າບໍ່ຈັດສັນໃຫ້ ດິນທີ່ມີຫຼາຍບ່ອນຫັ້ນນ່າ ຕ້ອງໄດ້ເບິ່ງເງື່ອນໄຂ ວ່າຊັ້ນສາ.”

ອີງຕາມຂໍ້ມູນຂອງຫ້ອງການ ກະສິກັມແລະປ່າໄມ້ ເມືອງຕົ້ນເຜິ້ງ ແລ້ວແມ່ນວ່າ ສ່ວນໃຫຍ່ ຊາວບ້ານທີ່ອາສັຍຢູ່ຕິດຈອດກັບເຂດປ່າສງວນ ຈະປູກເຂົ້າໄຮ່ ແລະປ່ອຍງົວອອກຊອກຢູ່ຫາກິນຕາມທັມມະຊາດ ສໍາລັບການປູກເຂົ້າໄຮ່ນັ້ນ ເຂົາເຈົ້າຈະປູກໃນເນື້ອທີ່ ທີ່ມໍ່ໆກັບເນື້ອທີ່ຂອງປ່າສງວນ ແລະຈະບໍ່ໄດ້ຂຍາຍເນື້ອທີ່ຕື່ມອີກ ເພື່ອເຮັດການຜລິດ ຈົນກາຍໄປເຂດປ່າສງວນ ເນື່ອງຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປໂຄສະນາກົດໝາຍໃຫ້ຊາວບ້ານເຫຼົ່ານັ້ນຮັບຮູ້ແລ້ວ ວ່າປ່າສງວນຂອງແຂວງ ຄືປ່າ ທີ່ຕ້ອງຫວງຫ້າມເຮັດການຜລິດຂອງປະຊາຊົນ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມແລະປ່າໄມ້ ເມືອງຕົ້ນເຜິ້ງ ທ່ານດຽວກັນນີ້ ກ່າວຕື່ມວ່າ:

“ເຂົາມາເຮັດຫຼາຍຟ້າຫຼາຍປີ ບາງຄົນກໍມີ ອອກເອກະສົງກະສານໝົດແລ້ວ ກໍໄດ້ດໍາເນີນຕໍ່ເນາະ ເຂົາໄປເຮັດຕໍ່ ແຕ່ບໍ່ໃຫ້ເຂົາບຸກລຸກເຂົ້າໄປຕື່ມ ສົມມຸດເຮັດແລ້ວ ໃຫ້ເຂົາເຈົ້າເຮັດສໍ່ານັ້ນ ແຕ່ບໍ່ໃຫ້ຂຍາຍເຂົ້າໄປຕື່ມອີກຫັ້ນນ່າ.”

ເມື່ອວັນທີ່ 3 ທັນວາ 2021 ທີ່ຜ່ານມາ ພັນເອກ ບຸນມີ ພາມີໄຊ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ລົງກວດກາເຂດຍຸທສາດຂອງແຂວງ ແລະການບຸກລຸກພື້ນທີ່ປ່າສງວນຂອງແຂວງ ຢູ່ຈຸດສຸມຫົວນໍ້າເກິ້ງ ເມືອງຕົ້ນເຜິ້ງ ພົບວ່າ ມີປະຊາຊົນຈໍານວນນຶ່ງ ໄປປຸກຕູບເພື່ອທໍາການຜລິດ ແລະລ່າເນື້ອຢູ່ໃນເຂດດັ່ງກ່າວ ຈຶ່ງໄດ້ຮຽກຮ້ອງ ບໍ່ໃຫ້ປະຊາຊົນຈໍານວນດັ່ງກ່າວນັ້ນ ບຸກເບີກພື້ນທີ່ປ່າໃນຂອບເຂດດັ່ງກ່າວຕື່ມອີກ.

ສໍາລັບເນື້ອທີ່ ແລະຈໍານວນຄອບຄົວ ທີ່ບຸກລຸກເນື້ອທີ່ປ່າສງວນ ເພື່ອທໍາການຜລິດນັ້ນ ແມ່ນຍັງບໍ່ສາມາດຣະບຸໄດ້ເທື່ອ ແຕ່ຕາມສະພາບໂຕຈິງແລ້ວ ເນື້ອທີ່ທໍາການຜລິດທີ່ຊາວບ້ານບຸກລຸກເຂົ້າໄປໃນເນື້ອທີ່ປ່າສງວນນັ້ນ ແມ່ນຊາວບ້ານໄດ້ທໍາການຜລິດມາແຕ່ບັນພະບູຣຸດ ກ່ອນທີ່ຈະມີກົດໝາຍທີ່ດິນແລະປ່າໄມ້ ຈະອອກຄຸ້ມຄອງອອກມາປະກາດໃຊ້ ດັ່ງນັ້ນ ສິດໃນທີ່ດິນທໍາກິນຂອງຊາວບ້ານ ທີ່ບຸກລຸກເຂົ້າໄປໃນເນື້ອທີ່ປ່າສງວນ ຈຶ່ງເປັນສິດທີ່ເຂົາເຈົ້າຈະຕ້ອງໄດ້ຮັບ ຕາມກົດໝາຍທີ່ດິນແລະປ່າໄມ້ຄືກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ