ຫລັງຈາກການເສັຽຊີວິດຂອງ ນາງ ແສງໄຊ ບຸບຜາ ຄຣູອາສາສມັກ ບ້ານຕາລີງ ເມືອງນອງ ແຂວງສວັນນະເຂດ ຍ້ອນພຍາດລຳໃສ້ ອັກເສບ ຕັ້ງແຕ່ວັນທີ 01 ພຶສພາ ທີ່ຜ່ານມາ ມາຮອດປັຈຈຸບັນ ພາກສ່ວນກ່ຽວຂ້ອງ ໃນເມືອງນອງ ຍັງບໍ່ໄດ້ຕິດຕໍ່ໄປຫາ ຄອບຄົວຂອງຜູ້ ເສັຽຊີວິດ ເພື່ອໃຫ້ການຊ່ອຍເຫລືອ. ດັ່ງຜູ້ເປັນອ້າຍຂອງ ນາງ ແສງໄຊ ເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 09 ພຶສພາ ນີ້ວ່າ:
"ບ່ອນລາວເຮັດວຽກຫັ້ນນະ ຍັງບໍ່ທັນເຫັນເພິ່ນຍັງບໍ່ໄດ້ພົວພັນ ລາວເຮັດວຽກເຮັດງານຢູ່ຫັ້ນ ເປັນອາສາ ທີ່ວ່າສອນເນາະ ຢາກໃຫ້ຂະເຈົ້າ ມີນໍ້າຈິດນໍ້າໃຈ ເຮັດບຸນ ເຮັດທານນຳລາວແດ່ ໃຫ້ເຮົາດີໃຈຫັ້ນນ່າ ທີ່ວ່ານ້ອງນຸ່ງໄປເຮັດວຽກຢູ່ຫັ້ນ ເພີ່ນກາເອີ ຍາມເສັຍຊີວິດ ຍາມນີ້ມີຜົນ ການຕອບແທນຄືນ ບໍ່ຫັ້ນນ່າ."
ທ່ານເວົ້າຕື່ມວ່າ ໃນໄລຍະທີ່ນາງ ແສງໄຊ ນອນປີ່ນປົວຢູ່ໂຮງໝໍເສດຖາ ນະຄອນຫລວງວຽງຈັນ ແລະ ມື້ຊາປະນະກິດສົບ ຢູ່ວັດດອນກອຍ ມີແຕ່ເຈົ້າໜ້າທີ່ ຈາກກະຊວງສຶກສາທິການ ແລະກິລາມາຢ້ຽມຢາມ ແລະ ມອບເງີນຊ່ອຍເຫລືອ ຈຳນວນນຶ່ງໃຫ້ແກ່ ຄອບຄົວເພື່ອນຳໄປຈ່າຍ ໜີ້ສິນ ທີ່ຢືມເພື່ອນບ້ານ ມາເປັນຄ່າເຄື່ອນຍ້າຍ ນາງ ແສງໄຊ ມາປີ່ນປົວ ທີ່ນະຄອນຫລວງວຽງຈັນ ແຕ່ທາງຫ້ອງການສຶກສາ ເມືອງນອງ ຕລອດຈົນໂຮງຮຽນ ທີ່ນາງ ແສງໄຊ ເຮັດວຽກຢູ່ ບໍ່ໄດ້ໃຫ້ຄວາມສົນໃຈ ນາງເລີຍ.
ຢ່າງໃດກໍ່ຕາມ ນາຍຄຣູ ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ ປັດຈຸບັນການເປັນຄຣູອາສາສມັກຢູ່ລາວ ນອກຈາກຈະບໍ່ມີ ເງິນເດືອນແລ້ວ ຍັງບໍ່ມີສວັດດີການອື່ນໆຄຸ້ມຄອງ ດັ່ງນັ້ນກໍຣະນີ ຂອງຄຣູອາສາສມັກດັ່ງກ່າວ ອາດຈະບໍ່ໄດ້ຮັບການຊ່ອຍເຫຼືອ ຫຍັງເລີຍດັ່ງທ່ານກ່າວວ່າ:
"ເຈັບເປັນກະມີແຕ່ວ່າໂຮງໝໍຫັ້ນແຫລະ ສ່ວນແນວອື່ນກາບໍ່ທັນມີດອກ ເງິນເດືອນ ບໍ່ທັນມີ ຫລວງກະບໍ່ຮັບຮອງ ແນວໃດ ມີແຕ່ຮັບຮອງ ໃນໜ້າທີ່ການງານຫັ້ນ."
ນາງ ແສງໄຊ ເຈັບເປັນຍ້ອນເປັນພຍາດລຳໃສ້ອັກເສບ ຕັ້ງແຕ່ວັນທີ 22 ເດືອນເມສາ 2018 ສາເຫດນຶ່ງ ທີ່ເສັຍຊີວິດ ຍ້ອນໄດ້ຮັບການ ປີ່ນປົວຫລ້າຊ້າ ເນື່ອງຈາກບໍ່ມີເງິນເດືອນ ຄືຣັຖກອນປົກກະຕິ ແລະບໍ່ໄດ້ຮັບການຊ່ອຍເຫຼືອ ໃນໄລຍະເຈັບເປັນ ຂັ້ນທຳອິດຈາກພາກສ່ວນ ໃກ້ຊິດ ກ່ອນວ່າ ນາງຈະໄດ້ເຂົ້າໂຮງໝໍ ກໍໃຊ້ເວລາຫລາຍມືຶື້.
