ທາງການລາວ ທຳລາຍສິນຄ້າໝົດອາຍຸ, ສິ່ງຜິດກົດໝາຍ ຫຼາຍຊະນິດ

ສຸພັດຕາ
2023.09.25
ທາງການລາວ ທຳລາຍສິນຄ້າໝົດອາຍຸ, ສິ່ງຜິດກົດໝາຍ ຫຼາຍຊະນິດ ໂຕຢ່າງ: ເຈົ້າໜ້າທີ່ ເມືອງພູວົງ ແຂວງອັດຕະປື ຈູດທໍາລາຍສິນຄ້າ ໝົດອາຍຸ ແລະ ສິນຄ້ານໍາເຂົ້າ ບໍ່ເສັຽພາສີອາກອນ.
ນັກຂ່າວ ພົລເມືອງ

ໃນໄລຍະຜ່ານມາ, ທາງການລາວ ໃນທ້ອງຖິ່ນຫຼາຍແຂວງ ໄດ້ຈັດພິທີທຳລາຍສິນຄ້າຜິດກົດໝາຍ ຫຼາຍປະເພດ ເປັນຕົ້ນແມ່ນ ຢາເສບຕິດ, ສິນຄ້ານຳເຂົ້າ ບໍ່ຖືກຕ້ອງ, ອຸປະກອນຕັດໄມ້ ທຳລາຍປ່າ, ອຸປະກອນລ່າເນື້ອ ແລະສັດນ້ຳ. ເປັນຕົ້ນ ໃນວັນທີ 5 ກັນຍາ 2023 ທີ່ຜ່ານມາ ຫ້ອງການກະສິກັມ ແລະປ່າໄມ້ ເມືອງເຟືອງ ແຂວງວຽງຈັນ ໄດ້ຈູດທຳລາຍ ເຄື່ອງມືຫາປາ ແບບດັບສູນ ແລະຈັກສະຕິ່ນ ທີ່ຜິດຕໍ່ລະບຽບກົດໝາຍ ປະກອບມີ: ໝໍ້ໄຟໃຫຍ່ 13 ໜ່ວຍ, ໝໍ້ໄຟນ້ອຍ 2 ໜ່ວຍ, ເຄື່ອງສາກໝໍ້ໄຟໃຫຍ່ 4 ເຄື່ອງ, ເຄື່ອງສາກໝໍ້ໄຟນ້ອຍ 6 ເຄື່ອງ, ເຄື່ອງດູດປາ 13 ເຄື່ອງ, ເຄື່ອງຊ໋ອດປາ 2 ເຄື່ອງ, ຈັກສະຕິ່ນ ແລະອຸປະກອນ 3 ເຄື່ອງ ເຊິ່ງກວດພົບພາຍໃນກຸ່ມບ້ານນາໃໝ່ ເມືອງເຟືອງ ແຂວງວຽງຈັນ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າກ່ຽວຂ້ອງ ນາງນຶ່ງ ຢູ່ແຂວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງໄດ້ໃຫ້ຮູ້ວ່າ ເຈົ້າໜ້າທີ່ ໄດ້ດຳເນີນການ ຈູດທຳລາຍເຄື່ອງມືດັ່ງກ່າວ ຮຽບຮ້ອຍແລ້ວ ເຊິ່ງເຄື່ອງມືດັ່ງກ່າວ ແມ່ນຍຶດໄດ້ຈາກປະຊາຊົນ.

ດັ່ງທີ່ນາງກ່າວ ໃນມື້ວັນທີ 12 ກັນຍາ 2023 ນີ້ວ່າ:

“ເຂົາຈູດນ່າ, ເຂົາເຜົານ່າ ມັນເປັນທີ່ວ່າ ອັນນັ້ນ ມັນເປັນແບບເຂົາເອົາມາເຮັດ ແມ່ນລະ ມາລ່າສັດ ເອົາມາຂາຍ ໃຫ້ປະຊາຊົນຊື່ໆ.”

ໃນວັນທີ 8 ກັນຍາ 2023 ຜ່ານມາ, ເຈົ້າໜ້າທີ່ຕຳຣວດ ປກສ ເມືອງປາກອູ ແຂວງຫຼວງພຣະບາງ ໄດ້ຈັດພິທີຈູດທຳລາຍ ອຸປະກອນຊົມໃຊ້ຜິດກົດໝາຍ ປະກອບມີ: ປືນດັດແປງ 17 ກະບອກ, ປືນເບີ 1 ກະບອກ, ໝໍ້ຊ໋ອດປາ 6 ໜ່ວຍ, ຈັກສະຕິ່ນ 16 ເຄື່ອງ, ແກັບໝາກຟ່າ 75 ດອກ, ອຸປະກອນເສບຢາເສບຕິດ 1 ເປົາ, ອຸປະກອນເຄື່ອງຍິງປືນແກັບ 1 ເປົາ, ນ້ຳຢາເຄມີ 8 ຕຸກ ແລະອຸປະກອນ ນຳໃຊ້ເຂົ້າໃນການກະທຳຜິດຈຳນວນນຶ່ງ. ໂດຍເຈົ້າໜ້າທີ່ກ່ຽວຂ້ອງ ນາງນຶ່ງກ່າວວ່າ ເຈົ້າໜ້າທີ່ ໄດ້ຍຶດເອົາເຄື່ອງມືດັ່ງກ່າວ ຈາກຊາວບ້ານ ແລ້ວກໍນຳມາທຳລາຍ ຕາມລະບຽບກົດໝາຍ.

“ແມ່ນແຫຼະ ຍຶດມາແຕ່ຊາວບ້ານ ແລ້ວກໍເອົາມາ ເກັບທຳລາຍ.”

ທາງດ້ານຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ການຈູດເຜົາທຳລາຍ ສິ່ງຜິດກົດໝາຍ ໂດຍສະເພາະ ເຄື່ອງມືລ່າເນື້ອ ແລະຊ໋ອດປາ ເປັນວິທີການແກ້ໄຂ ທີ່ບໍ່ຖືກຕ້ອງ ແລະກໍບໍ່ມີປໂຍດ ເຖິງແມ່ນວ່າ ພາກສ່ວນກ່ຽວຂ້ອງ ຈະທຳລາຍເຄື່ອງຂອງເຫຼົ່ານີ້ແລ້ວ ແຕ່ຈັກນ່ອຍ ກໍຈະມີການຜລິດເຄື່ອງມືດັ່ງກ່າວ ຄືນໃໝ່ອີກ.

“ແຕ່ວ່າໃນສາຍຕາ ໃນວີທີທາງອອກຂອງປະຊາຊົນມັນ ກໍເອົາໄປຊື້ໄມ້ມາເຮັດໃໝ່ ມັນບໍ່ໄດ້ເປັນວິທີແກ້ທີ່ຖືກຕ້ອງ. ເພາະວ່າ ມັນມີການຂາຍຢູ່ທົ່ວໄປຕາມຮ້ານ ມັນເປັນອາວຸດປະດິດງ່າຍນໍ ຊາວບ້ານກໍເອົາມາປະດິດໄດ້ເອງ.”

ຂະນະທີ່ ຊາວບ້ານອີກຜູ້ນຶ່ງ ຢູ່ແຂວງວຽງຈັນ ກ່າວເຊັ່ນດຽວກັນວ່າ ການທຳລາຍ ສິນຄ້າຜິດກົດໝາຍ ແມ່ນເປັນວິທີການແກ້ໄຂທີ່ປາຍເຫດ ແລະການຈັດພິທີທຳລາຍ ຫຼາຍບ່ອນ ກໍແມ່ນການສະແດງເຖິງຜົນງານ ຂອງເຈົ້າໜ້າທີ່ຕາມຮູບການ ເຊິ່ງບໍ່ໄດ້ເປັນການແກ້ບັນຫາ ກ່ຽວກັບການຄວບຄຸມ ສິນຄ້າດັ່ງກ່າວ ຢ່າງແທ້ຈິງ.

“ມັນເປັນການແກ້ທີ່ບໍ່ຖືກວິທີແຫຼະ ທີ່ເຈົ້າໜ້າທີ່ແກ້. ດຽວນີ້ມັນ ສັງຄົມກະກຳລັງ ຕັ້ງຄຳຖາມຢູ່ ແລະກະ ຫຼາຍໆ ຄົນເຂົາກໍປະນາມວ່າ ມັນເຮັດເອົາຕາມຮູບການຊື່ໆ ບໍ່? ບໍ່ແມ່ນວິທີການແກ້ໄຂບັນຫາທີ່ດີ.”

ຂະນະທີ່ ຊາວບ້ານຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ແລະສຽງ ກ່າວວ່າ ການຈູດທຳລາຍເຄື່ອງຂອງບາງປະເພດ ໂດຍສະເພາະ ເຄື່ອງໃຊ້ໄຟຟ້າ ຫຼືໝໍ້ໄຟ ແມ່ນເປັນວິທີການທຳລາຍທີ່ບໍ່ຖືກຕ້ອງ ຕໍ່ສະພາບແວດລ້ອມ ເຮັດໃຫ້ເກີດສານເຄມີປົນເປື້ອນໃນອາກາດ ເຊິ່ງຈະເປັນອັນຕລາຍຕໍ່ສຸຂພາບ ຂອງປະຊາຊົນຫຼາຍກວ່າເກົ່າ.

ດັ່ງທ່ານເວົ້າວ່າ:

(ບົດອ່ານ) “ສມອງມີແຕ່ຊ່ຳນີ້ບໍ່! ທ່ານຮູ້ບໍ່ການຈູດມັນສ້າງມົລພິດຫຼາຍຊ່ຳໃດ ອີກຢ່າງໃນນັ້ນເປັນເຄື່ອງໃຊ້ໄຟຟ້າ ມັນຈະສ້າງສານປົນເປື້ອນໃນອາກາດຮູ້ບໍ່. ບໍ່ເຫັນວ່າ ທີ່ຜ່ານມາຝຸ່ນ PM2.5 ນ່າ, ມັນມີວິທີທຳລາຍທີ່ຖືກຕ້ອງຢູ່ ເຊັ່ນ ການແຍກສ່ວນຂາຍ ແລ້ວເອົາເງິນເຂົ້າງົປມານ ແບບນີ້ຄິດບໍ່ໄດ້ຫວາ!.

ໂດຍໃນວັນທີ 9 ກັນຍາ 2023 ທີ່ຜ່ານມາ, ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍໜັງຄວາຍ ແລະຊີ້ນສ່ວນໝູ ທີ່ນຳເຂົ້າບໍ່ຖືກຕ້ອງ ນ້ຳໜັກລວມ 4,405 ກິໂລກຣາມ ມູນຄ່າລວມ 75,800,000 ກີບ. ເຊິ່ງການນຳເຂົ້າ ຊີ້ນສ່ວນສັດ ຜິດກົດໝາຍ ອາດສ່ຽງຕໍ່ການຣະບາດຂອງພຍາດສັດ ໂດຍສະເພາະ ພຍາດອະຫິວາໝູ.

ນອກຈາກນີ້ແລ້ວ ໃນວັນທີ 6 ກັນຍາ 2023 ທີ່ຜ່ານມາ, ຫ້ອງການສາທາຣະນະສຸຂ ເມືອງຮ້ຽມ ແຂວງຫົວພັນ ໄດ້ທຳລາຍເຄື່ອງດື່ມທີ່ໝົດອາຍຸ ແລະເສື່ອມຄຸນນະພາບ ປະກອບມີ ນ້ຳອັດລົມ, ກາເຟ, ເຂົ້າໜົມ, ນົມງົວ, ຕັບໄກ່, ໄສ້ກອກ ຮອດດອກແດງ, ສະເປສີດຜົມ ແລະອື່ນໆ ເຊິ່ງກວດຍຶດ ຈາກບັນດາພໍ່ຄ້າຊາວຂາຍ ໃນເຂດເມືອງຮ້ຽມ ລວມທັງໝົດ 52 ຮ້ານ.

ແລະໃນວັນດຽວກັນນັ້ນ, ເຈົ້າໜ້າທີ່ຕຳຣວດ ກອງບັນຊາການ ປກສ ແຂວງອັດຕະປື ກໍໄດ້ຈັດພິທີທຳລາຍ ອາວຸດລ່າເນື້ອດັດແປງ ທີ່ຜິດຕໍ່ລະບຽບກົດໝາຍ ຢູ່ກອງບັນຊາການ ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ປະກອບມີ ປືນແກັບດັດແປງ 809 ກະບອກ, ເຄື່ອງມືຫາປາ ປະເພດໝໍ້ດູດ, ໝໍ້ນ໊ອກ ແລະໝໍ້ຊ໋ອດ 100 ເຄື່ອງ ເຊິ່ງກວດຍຶດໄດ້ ຈາກເມືອງໄຊເສດຖາ, ເມືອງສາມັກຄິີໄຊ, ເມືອງສນາມໄຊ, ເມືອງພູວົງ ແລະເມືອງຊານໄຊ ແຂວງອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.