ທາງການເພີ່ມປ້ອງກັນ ຄົນລັກລອບ ເຂົ້າປະເທດ

ໄຊຍາ
2021.07.09
ທາງການເພີ່ມປ້ອງກັນ ຄົນລັກລອບ ເຂົ້າປະເທດ ກອງຮ້ອຍທະຫານຊາຍແດນ 245 ກອງບັນຊາການ ທະຫານ ນະຄອນຫຼວງ ເຄື່ອນໄຫວລາດຕະເວນ ສະກັດກັ້ນການລັກລອບ ຂ້າມ ນໍ້າຂອງ ຕາມເຂດຊາຍແດນ, ເພື່ອຄວບຄຸມການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19.
ພາບຈາກ: LATV7

ປັດຈຸບັນໂຕເລກຂອງຜູ້ຕິດເຊື້ອ ໂຄວິດ-19 ພາຍໃນປະເທດລາວ ຍັງບໍ່ມີທ່າທີວ່າຈະຫຼຸດລົງ ແຕ່ມີຄວາມສ່ຽງຈະເພີ່ມຂຶ້ນເນື່ອງຈາກ ຄົນງານລາວກັບມາຈາກຕ່າງປະເທດ ເປັນຈຳນວນຫຼາຍ ແລະ ຍັງຕ້ອງການຈະກັບຄືນປະເທດ ເພີ່ມຂຶ້ນອີກ ເຊິ່ງມີຄວາມສ່ຽງຈະນຳ ສາຍພັນເດລຕ້າ ເຂົ້າມາຣະບາດພາຍໃນປະເທດ.

ສະນັ້ນ ທາງການລາວ ຕ້ອງການຄວາມຮ່ວມມື ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງຕາມຊາຍແດນ ໃຫ້ສືບຕໍ່ເພີ່ມທະວີການລາດຕະເວນ ເພື່ອປ້ອງກັນບໍ່ໃຫ້ມີຄົນລັກລອບ ເຂົ້າປະເທດ, ເພາະທີ່ຜ່ານມາ ກໍມີຄົນລັກລອບເຂົ້າປະເທດຢູ່ ເປັນຕົ້ນໃນກໍຣະນີ ທ້າວເຕ້ ທີ່ໄປ ຮັບເອົາແມ່ຍິງ ທີ່ເປັນຄົນງານລາວຈາກຝັ່ງໄທຍ ຂ້າມມາຍັງຝັ່ງລາວ ນັ້ນປັດຈຸບັນຍັງຈັບໂຕບໍ່ໄດ້. ດັ່ງເຈົ້າໜ້າທີ່ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ເອເຊຽເສຣີ ໃນວັນທີ 09 ກໍຣະກະດາ ວ່າ.

"ປະຕິບັດຕາມຄຳສັ່ງ ຂອງນາຍົກຣັຖມົນຕຣີ, ອັນນຶ່ງແມ່ນປ້ອງກັນ ການລັກລອບເຂົ້າມາຂອງຄົນງານ ຈາກປະເທດເພື່ອນບ້ານ ເພື່ອຮັບປະກັນບໍ່ໃຫ້ມາ ແບບບໍ່ເປັນທາງການ, ຖ້າຫາກຜູ້ໃດລັກລອບຂ້າມມາ ຫຼືມີເຮືອເບື້ອງຄົນລາວໄປຮັບ ແມ່ນຈະໄດ້ປະຕິບັດ ຕາມຣະບຽບກົດໝາຽ. ການລັກລອບກໍມີແຕ່ ທ້າວເຕ້, ໂຕນັ້ນຖືວ່າຍັງບໍ່ທັນ ພົບເຫັນ ພວກເຮົາ ໄດ້ແຈ້ງ ທຸກເມືອງທຸກບ້ານ ແລ້ວກຳລັງ ຕາມລ້າຜູ້ກ່ຽວຢູ່."

ໃນຂນະທີ່ທາງການແຂວງບໍ່ແກ້ວ ກໍມີແຈ້ງການກ່ຽວກັບ ມາຕການປ້ອງກັນໂຄວິດ-19 ໃຫ້ປະຊາຊົນຮັບຊາບຕື່ີມເຖິງແມ່ນວ່າຈະບໍ່ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວກໍຕາມ ເຊິ່ງການແຈ້ງການດັ່ງກ່າວ ກໍຍັງໃຫ້ສືບຕໍ່ຄືເກົ່າ ໂດຍສະເພາະ ມາຕການປ້ອງກັນໂຄວິດ-19 ບໍ່ໃຫ້ຄົນລັກລອບເຂົ້າປະເທດ.

ທາງແຂວງບໍ່ແກ້ວ ກໍຍັງເຝົ້າຣະວັງລາດຕະເວນເ ຂັ້ມງວດຢູ່ເພາະ ແຂວງບໍ່ແກ້ວ ກໍເປັນແຂວງນຶ່ງ ທີ່ມີຊາຍແດນຕິດກັບປະເທດ ໄທຍ ປະເທດພະມ້າ ແລະ ມີເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ທີ່ສ່ຽງຈະມີຄົນລັກລອບ ເຂົ້າ-ອອກ ຕາມຊ່ອງທາງທັມມະຊາດ, ດັ່ງເຈົ້າໜ້າທີ່ຄະນະສະເພາະກິຈ ແຂວງບໍ່ແກ້ວ ທ່ານນຶ່ງກ່າວໃນມື້ດຽວກັນວ່າ.

"ກໍບໍ່ແຕກຕ່າງປານໃດ ມັນກໍປະຕິບັດຄືເກົ່າ ແຕ່ວ່າປະເທດໃກ້ຄຽງ ຂອງພວກເຮົານີ້ ຍັງມີການແຜ່ຣະບາດເນາະ ໄທເຮົາຈຶ່ງມີ ການເຂັ້ມງວດ. ອັນນຶ່ງໃນການເຂົ້າ-ອອກ ຊາຍແດນ ຄົນເຂົ້າອອກ ແຂວງບໍ່ແກ້ວ ນີ້ກໍຍັງເຝົ້າຣະວັງເຂັ້ມງວດຢູ່."

ໃນຂນະດຽວກັນ ເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ ເຈົ້າໜ້າທີ່ຍັງສືບຕໍ່ ລາດຕະເວນຕາມຊາຍແດນ ເຝົ້າເວນຍາມ ກັນຢູ່ຕລອດ ເພື່ອປ້ອງກັນບໍ່ໃຫ້ຄົນລັກລອບ ເຂົ້າມາແລ້ວນໍາເຊື້ອໂຄວິດ-19 ມາແຜ່ຣະບາດ ຖ້າຫາກຈັບຜູ້ລັກລອບໄດ້ກໍປະຕິບັດ ຕາມຣະບຽບ ແລະ ມາຕການປ້ອງກັນໂຄວິດ-19 ແລະ ກົດໝາຽທັນທີ.

"ອີງໃສ່ແຈ້ງການ ຂອງຂັ້ນເທິງ ຍັງເຝົ້າເວນຍາມຢູ່ປົກກະຕິ, ຈຸດປະສົງເພື່ອປ້ອງກັນ ຜູ້ລັກລອບເຂົ້າມາໂດຍບໍ່ຖືກຕ້ອງຕາມກົດໝາຽ ເນາະ. ກາກັກຂັງຊົ່ວຄາວຫັ້ນລະ 14 ວັນ ສືບຕໍ່ສຶກສາອົບຮົມ ຕາມຂັ້ນຕອນ."

ເຈົ້າໜ້າທີ່ຄະນະສະເພາະກິຈ ແຂວງຫຼວງນໍ້າທາ ທ່ານນຶ່ງກໍເວົ້າວ່າ ທາງແຂວງຫຼວງນໍ້າທາ ກໍມີມາຕການປ້ອງກັນບໍ່ໃຫ້ຄົນລັກລອບ ເຂົ້າມາຄືກັນ ໂດຍມີການປະສານງານກັບ ເຈົ້າໜ້າທີ່ແຂວງບໍ່ແກ້ວ ເພື່ອຊ່ອຍກັນເຂັ້ມງວດກວດກາ ໃຫ້ຫຼາຍກວ່ານີ້ເພາະບາງເທື່ອ ເຈົ້າໜ້າທີ່ບໍ່ເຂັ້ມງວດກໍຈະເຮັດໃຫ້ ມີການລັກລອບເຂົ້າມາໄດ້.

"ບາງເທື່ອມັນກໍມີການລັກລອບເຂົ້າມາໄດ້ຢູ່ ກວດກາຄືວ່າຫັ້ນແຫຼະ ເຈົ້າໜ້າທີ່ເຮົາຍັງເຂັ້ມງວດບໍ່ພໍ ພວກເຮົາໄດ້ປະຊຸມກັນແລ້ວ ກັບບໍ່ແກ້ວນ່າ ກວດກາການລັກລອບເຂົ້າມາ ສະກັດກັ້ນຫັ້ນແຫຼະ."

ສ່ວນໃນກໍຣະນີຄົນງານລາວຢູ່ ແຂວງຈຳປາສັກ ທີ່ກັບມາຈາກຕ່າງປະເທດ ແລ້ວຕິດເຊື້ອໂຄວິດ-19 ໃນແຕ່ລະມື້ເປັນຈຳນວນຫຼາຍ ແລ້ວເຮັດໃຫ້ສະຖານທີ່ ສູນກັກບໍຣິເວນ ບໍ່ພຽງພໍນັ້ນ, ສາເຫດນຶ່ງກໍຍ້ອນວ່າ ມີຫຼາຍຄົນຕ້ອງນອນລໍຖ້າກັກໂຕໃຫ້ຄົບ 14 ມື້ ເພື່ອລໍຖ້າຜົລກວດເຊື້ິອໂຄວິດ-19 ແລະ ບາງຄົນ ເມື່ອກວດພົບເຊື້ອກໍຕ້ອງນຳໄປປີ່ນປົວ ແລະ ກໍຍັງມີຄົນເກົ່າ ກຳລັງປີ່ນປົວຢູ່ ແຂວງຈຳປາສັກ ນຳດ້ວຍຈື່ງເຮັດໃຫ້ສະຖານທີ່ ບໍ່ພຽງພໍ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈຳປາສັກ ທ່ານນຶ່ງກ່າວໃນມື້ດຽວກັນວ່າ.

"ພວກມາແຕ່ໄທຍ ນີ້ເພິ່ນເອົາມາລໍຮັບໄວ້ ຜູ້ໃດກວດບໍ່ພົບເພິ່ນກາສົ່ງກັບບ້ານ ໃຫ້ເມືອຮັກສາຢູ່ເຮືອນ. ຖ້າແມ່ນພົບເຊື້ອເພິ່ນຈະ ເອົາໄປປີ່ນປົວຊິນ່າ. ມັນກໍອອກໆເຂົ້າໆ ຈັ່ງຊິເດ້ ມາແຕ່ໄທຍ ມັນກໍຫຼາຍພໍແຮງແລ້ວ ເພິ່ນກໍເອົາໄວ້ແລ້ວໂຮງຮຽນການເງິນນີິ"

ວັນທີ 09 ກໍຣະກະດາ ຄະນະສະເພາະກິຈ ໄດ້ຖແລງຂ່າວປະຈຳວັນ ກວດພົບຜູ້ຕິດເຊື້ອເພີ່ມ 68 ຄົນ ຈາກຜົລການກວດວິເຄາະ ທັງໝົດ 1,460 ໂຕຢ່າງ ຂອງວັນທີ 08 ກໍຣະກະດາ 2021 ເຊິ່ງໃນນັ້ນ ແຂວງສວັນນະເຂດ ມີຜູ້ຕິດເຊື້ອຫຼາຍກ່ວາໝູ່ 40 ຄົນ, ແຂວງຈຳປາສັກ 19 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ , ແຂວງຄຳມ່ວນ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ ສ່ວນຫຼາຍ ແມ່ນກໍຣະນີນຳເຂົ້າ.

ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຜູ້ປະຈຳການຖແລງຂ່າວກ່າວວ່າ.

"ປະເທດຂອງພວກເຮົາໄດ້ກວດ ທັງໝົດ 1,460 ຄົນ. ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 68 ຄົນ ຈາກນະຄອນຫຼວງວຽງຈັນ 7 ຄົນ, ສວັນນະເຂດ 40 ຄົນ, ຈຳປາສັກ 19 ຄົນ ຄຳມ່ວນ 1 ຄົນ ແລະກໍແຂວງວຽງຈັນ 1 ຄົນ."

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນວັນທີ 9 ກໍຣະກະດາ 2021 ນີ້ ຣາຍງານວ່າມາຮອດ ປັດຈຸບັນ ມີຜູ້ໄດ້ຮັບການວິເຄາະຫາເຊື້ອ ໂຄວິດ-19 ທັງໝົດ 310,267 ຄົນ ໃນນັ້ນພົບຜູ້ຕິດເຊື້ອສະສົມ 2,537 ຄົນ ເສັຽຊີວິດ 3 ຄົນ ປີ່ນປົວເຊົາແລ້ວ 2,107 ຄົນ ກຳລັງປີ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 427 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.