ເດັກນ້ອຍໃນລາວຍັງຂາດ ອາຫານ: ອາຫານໂລກ

ສຸພັດຕາ
2018.10.26
F-WFP ເດັກນ້ອຍນັກຮຽນໃນ ສປປ ລາວ ທີ່ໄດ້ຮັບການ ຊ່ອຍເຫຼືອຈາກ ອົງການ ອາຫານໂລກ
ອົງການ ອາຫານໂລກ

ເດັກນ້ອຍນັກຮຽນຫຼາຍແສນຄົນ ໃນທົ່ວປະເທດລາວ ເຖິງ 23% ຍັງທຸກຍາກ ແລະ ຂາດເຂີນອາຫານ ອີງຕາມຣາຍງານ ຂອງອົງການ ອາຫານໂລກ ປີນີ້. ດັ່ງເຈົ້າໜ້າທີ່ ອົງການ ອາຫານໂລກ ປະຈຳ ສປປລາວ ໃຫ້ຂໍ້ມູນຕື່ມວ່າ:

“ຈະມີລະດັບຄວາມທຸກຍາກ ບວກກັບຄວາມອ່ອນແອ ກໍຢູ່ທາງຊຽງຂວາງ, ຫົວພັນ ແລ້ວກໍ່ທາງແຂວງເຊກອງ ກໍ່ຍັງເປັນແຂວງ ທີ່ມີລະດັບ ຄວາມທຸກຍາກ ຍັງສູງຢູ່ ມັນກໍກ່ຽວຂ້ອງກັບຫຼາຍ ເງື່ອນໄຂ ເນາະ ຄືຕົວຢ່າງວ່າ ການເຂົ້າເຖິງໂຄງລ່າງພື້ນຖານ ສາທາລະນູປະໂພກ ມັນກໍ່ຍັງບໍ່ທັນທົ່ວເຖິງປານໃດ  ເພາະສະນັ້ນມັນກໍ່ໄປກ່ຽວຂ້ອງ ກັບການຜະຫຼິດນັ້ນອີກ.”

ທ່ານກ່າວຕື່ມວ່າ ປັດຈັຍດ້ານພື້ນຖານໂຄງຮ່າງ ຂອງປະເທດລາວ ທີ່ບໍ່ສະດວກສະບາຍ ເປັນບັນຫາຫຼັກ ໃນການເຂົ້າໄປຊ່ອຍເຫຼືອ ເດັກນ້ອຍນັກຮຽນ ໃນເຂດຫ່າງໄກ ເປັນຕົ້ນຍັງຂາດຖນົນ ຫົນທາງ.

ເຈົ້າໜ້າທີ່ຫ້ອງການສຶກສາ ແລະກິລາ ເມືອງໃໝ່ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ກ່ອນ ວ່າ ໂຮງຮຽນໃນເມືອງໃໝ່ ແຂວງຜົ້ງສາລີ ມີທັງໝົດ 95 ແຫ່ງ ໃນນັ້ນ 45 ແຫ່ງ ຍັງບໍ່ທັນໄດ້ ຮັບການຊ່ອຍເຫຼືອ ຍ້ອນວ່າ ເປັນພື້ນທີ່ຫ່າງໄກ ແລະສະພາບ ເສັ້ນທາງບໍ່ດີ. ດັ່ງທີ່ທ່ານກ່າວວ່າ:

“ມີລະຫວາ, ບໍ່ ບໍ່ຄົບ ແມ່ນແຫຼະ ແບບອັນນັ້ນ ເສັ້ນທາງ ທາງຍາກແລ້ວກໍ່ຢູ່ຫ່າງ ຈາກຕົວເມືອງ 100 ປາຍກິໂລແມັດແລ້ວ ກະເຂົາເລີຍ ບໍ່ຮັບ ທັງໝົດນີ້ 95 ໂຮງຮຽນເນາະ ແລ້ວກໍ່ເຂົ້າແລ້ວ 50 ແຫ່ງ.”

ເມື່ອປີກາຍ ເດັກນ້ອຍນັກຮຽນ 1 ແສນ 4 ສິບ 5 ພັນ ປາຍຄົນ ທັງໝົດ 30 ເມືອງ ທົ່ວປະເທດ ໄດ້ຮັບການຊ່ອຍເຫຼືອ ຈາກໂຄງການ ອາຫານກາງເວັນ ຈາກອົງການອາຫານໂລກ ຊື່ງເຮັດໃຫ້ ຄຸນນະພາບຊີວິດ ຂອງເດັກນ້ອຍເຫຼົ່ານັ້ນດີຂຶ້ນ. ດັ່ງເຈົ້າໜ້າທີ່ ອົງການອາຫານ ໂລກ ປະຈຳ ສປປລາວ ກ່າວຕື່ມວ່າ:

“ຖ້າທຽບໃສ່ປີຜ່ານໆມາ ຕົວເລກທີ່ເພີ່ນໄດ້ໃຫ້ການຊ່ວຍເຫຼືອ ຫຼາຍເຕີບ ກໍ່ເພີ້ມຂຶ້ນຢູ່ ຄັນທຽບໃສ່ປີກາຍ ປີກ່ອນ ເຮົາເບິ່ງຈາກມູນຄ່າ ລວມດອກ ຈຳນວນທີ່ພວກເຮົາຊ່ວຍ ໃນປີຜ່ານມາ ນັກຮຽນມັນ ຮອດແສນກວ່າຄົນ ແລ້ວເນາະ ຄຸນນະພາບສິ່ງທີ່ເຮັດໄປກໍ່ຄື ຕົວຢ່າງວ່າ ຊ່ວຍໂຮງຮຽນໃນປີກ່ອນໆ ມັນກໍ່ມີຫຼາຍຢ່າງປ່ຽນແປງ ໃນທາງທີ່ບວກ ໃນທາງທີ່ດີຂຶ້ນ.”

ອົງການອາຫານໂລກ ຈະຊ່ອຍເຫຼືອໂຄງການອາຫານກາງເວັນ ແຕ່ປີ 2017 ເຖິງປີ 2020 ແລະມີເປົ້າໝາຍຈະຊ່ອຍເຫຼືອ ເດັກນ້ອຍ ນັກຮຽນໃນ 7 ແຂວງ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫົວພັນ, ຊຽງຂວາງ, ເຊກອງ ແລະ ແຂວງອັດຕະປື ໂດຍຈະມອບ ເຂົ້າສານ 460 ຕັນ ແລະພັນພືດຕ່າງໆ ຮວມມູນຄ່າກວ່າ 85 ລ້ານໂດລາ ສະຫະຣັຖ.

ອົງການອາຫານໂລກປະຈຳລາວ ມີແຜນຈະໃຫ້ອາຫານແກ່ນັກຮຽນ ໃນເຂດຫ່າງໄກສອກຫຼີກໃນລາວ ຈົນຮອດປີ 2020 ເທົ່ານັ້ນ. ສ່ວນ ຣັຖບານລາວ ຍັງບໍ່ຍອມຮັບເອົາການແຈກ ອາຫານກາງເວັນ ເປັນໂຄງການຂອງຕົນເທື່ອ ເພາະຂາດງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.