ສປປ ລາວ ຍັງມີຜູ້ຕິດເຊື້ອ ເອັຈໄອວີ ສະສົມສູງ

ຈຳປາທອງ
2022.12.07
ສປປ ລາວ ຍັງມີຜູ້ຕິດເຊື້ອ ເອັຈໄອວີ ສະສົມສູງ ສ່ວນນຶ່ງຂອງຊາວບ້ານ ໃນ ແຂວງຈໍາປາສັກ ພາກັນຮັບຟັງ ການເຜີຍແຜ່ ການປ້ອງກັນ ເຊື້ອ ເອັຈໄອວີ ໃນຊຸມຊົນ.
ນັກຂ່າວ ພົລເມືອງ

ສະມາຄົມເຄືອຂ່າຍຜູ້ຕິດເຊື້ອ ເອັຈໄອວີ/ເອດສ໌ (HIV/AIDS) ຫຼື Association of People Living with HIV/AIDS (APLPlusLaos) ເວົ້າວ່າ 32 ປີມານີ້ ຫລື ນັບແຕ່ປີ 1990 ຮອດປັດຈຸບັນ ປີ 2022 ປະເທດລາວ ມີຜູ້ຕິດເຊື້ອ ເອັຈໄອວີ (HIV) ສະສົມທັງໝົດ 17,730 ຄົນ ຊຶ່ງໃນຈໍານວນນັ້ນ ເປັນຜູ້ຊາຍ 66% ຫລື 11,701 ຄົນ ແລະ 30 ປີ ຫລືນັບແຕ່ປີ 1992 ຮອດປີ 2022 ນີ້ ມີຜູ້ເປັນເອດສ໌ສະສົມທັງໝົດ 6,357 ຄົນ.

ສາເຫດທີ່ເຮັດໃຫ້ ຈໍານວນເພດຊາຍຕິດເຊື້ອ ເອັຈໄອວີ (HIV) ຫລາຍກວ່າເພດຍິງນັ້ນ ກໍຍ້ອນວ່າ ພາກສ່ວນທີ່ກ່ຽວຂ້ອງ ທັງພາກຣັຖ ແລະອົງການຈັດຕັ້ງສາກົນ ມີກິຈກໍາໂຄສະນາ ແລະກວດເລືອດເຄື່ອນທີ່ ແບບປິດລັບ ໃຫ້ກຸ່ມຄົນ ຫລາກຫລາຍທາງເພດ ເພີ່ມຂຶ້ນ ແລະອີກຢ່າງນຶ່ງ ກຸ່ມຄົນຫລາກຫລາຍທາງເພດ ກໍບໍ່ມັກປ້ອງກັນໂຕເອງຢ່າງຖືກວິທີ ແລະບໍ່ຍອມຮັບວ່າ ໂຕເອງຄືກຸ່ມສ່ຽງ ທີ່ຈະແພ່ເຊື້ອ ເອັຈໄອວີ (HIV) ໄປໃສ່ຜູ້ອື່ນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 7 ທັນວານີ້.

ເພິ່ນເຮັດການຄົ້ນຄວ້າ ໃນກຸ່ມຂອງຜູ້ຊາຍຫລາຍຂຶ້ນ ມັນກໍພໍ້ຫລາຍ ເພາະວ່າແຕ່ກ່ອນ ເຮົາບໍ່ເຮັດຂອງເຣື່ອງກະເທີຍເດ້ ເຂົາບໍ່ໄດ້ຂໍ້ມູບໍ໋ ຫລືວ່າໄດ້ຂໍ້ມູນຜິດບໍ໋ ເຮົາບໍ່ມີກິຈກັມກັບເຂົາບໍ໋ ບໍ່ລົງຮອດກຸ່ມເປົ້າໝາຍບໍ໋ ບາງຄົນເຂົາປ້ອງກັນແຕ່ເທື່ອທໍາອິດ ແລ້ວຕໍ່ມາລຶ້ງກັນໄປລຶ້ງກັນມາ ບໍ່ໄດ້ ປ້ອງກັນກໍມີ ບາງທີເຂົາສ່ຽງມາກ່ອນ ເຂົາກໍບໍ່ຍອມຮັບ ເຂົາເຈົ້າຢ້ານໝູ່ຢ້ານຄູ່ເຂົາເຈົ້າຮູ້ຈັກ ຄືວ່າເປັນກຸ່ມທີ່ເຈົາໜ້າທີ່ ເຂົ້າເຖິງຍາກຈັ່ງຊີ້ນ່າ ອັນນີ້ຄືເປັນບັນຫາທີ່ສໍາຄັນ.

ທ່ານກ່າວຕໍ່ໄປວ່າ ໃນປີ 2022 ນີ້ ປະຊາຊົນລາວ ທີ່ຕ້ອງການປິ່ນປົວ ດ້ວຍຢາ ARV ຊຶ່ງເປັນຢາປິ່ນປົວ ອາການຕິດເຊື້ອ ເອັຈໄອວີ (HIV) ແລະຜູ້ເປັນເອດສ໌ ມີຈໍານວນເພີ່ມຂຶ້ນ ຊຶ່ງປັດຈຸບັນ ມີຜູ້ເຊື້ອ ເອັຈໄອວີ (HIV) ກິນຢາ ARV ຜ່ານການລົງທະບຽນຂອງຣັຖ ທັງໝົດ 8,864 ຄົນ. ປະຊາຊົນທີ່ຕິດເຊື້ອ ເອັຈໄອວີ (HIV) ແລະເປັນເອດ ທີ່ເຫລືອອີກ 15,223 ຄົນ ບໍ່ໄດ້ກິນຢາ ARV ນັ້ນ ກໍຍ້ອນວ່າ ຈໍານວນນຶ່ງໄປຊື້ຢາກິນເອງ ຍ້ອນອາຍ ທີ່ຈະຕ້ອງເປີດເຜີຍຕົວຕົນ ໃຫ້ຄົນອື່ນຮູ້. ຈໍານວນນຶ່ງບໍ່ຍອມກິນຢາ ARV ເພາະຄິດວ່າ ໂຕເອງອາການບໍ່ໜັກ ແລະຈໍານວນນຶ່ງເສັຍຊີວິຕໄປ.

ດັ່ງທີ່ທ່ານກ່າວວ່າ:

ມາລົງທະບຽນນໍາພວກເຮົາ ເກັບກໍາແຕ່ຈໍານວນ ທີ່ເຂົາເຈົ້າຮູ້ວ່າ ເຂົາເຈົ້າຕິດເຊື້ອ ເອັຈໄອວີ (HIV) ແລ້ວເຂົາເຈົ້າຫັ້ນ ມາຢາກກິນຢາຢາກປິ່ນປົວ ຄັນເຈົ້າຮູວ່າເຈົ້າຕິດແລ້ວເຈົ້າບໍ່ຍອມຮັບ ເຈົ້າບໍ່ຍອມປິ່ນປົວຫລືວ່າເຈົ້າໜີໄປເລີຍຈັ່ງຊີ້ນ່າ ບາງຄົນກໍເສັຽຊີວິຕ ບາງຄົນກໍບໍ່ທັນຍອມມາຮັບຢາ ARV ເນື່ອງຈາກວ່າບໍ່ມີອາການ ກໍບໍ່ຍອມຮັບວ່າໂຕເອງນ່າຕິດເຊື້ອເທື່ອ. ພວກທີ່ວ່າເພິ່ນບໍ່ຍອມກິນຢາ ເພິ່ນໄປຊື້ຢາມາກິນເອງ ຢູ່ໄທຍບໍ່ ເຮົາກໍບໍ່ມີຣາຍງານແຫລະ ເພາະວ່າເພິ່ນບໍ່ໄດ້ກິນຢາ ARV ນໍາເຮົາ.

ແຂວງທີ່ມີຜູ້ຕິດເຊື້ອ HIV ຫລາຍທີ່ສຸດ ແມ່ນນະຄອນຫລວງວຽງຈັນ, ແຂວງຫລວງ ພຣະບາງ, ສວັນນະເຂດ ແລະແຂວງຈໍາປາສັກ ຊຶ່ງສ່ວນຫລາຍ ກໍແມ່ນກໍາມະກອນ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ເຮັດວຽກກ່ຽວກັບ ການຍຸຕິເຊື້ອ ເອັຈໄອວີ/ເອດສ໌ (HIV/AIDS) ໃນລາວ ກໍກ່າວໃນມື້ດຽວກັນນີ້ ເຖິງການຕິດເຊື້ອ HIV ນັ້ນວ່າ ເປັນເຣື່ອງທີ່ໜ້າເປັນຫ່ວງ ຍ້ອນໃນຈໍານວນທີ່ວ່ານັ້ນ ຍັງມີຊີວິຕ ຢູ່ຫລາຍເຖິງ 10,000 ປາຍຄົນ ແລະຜູ້ຕິດເຊື້ອ HIV ທີ່ຍັງມີຊີວິຕຢູ່ນັ້ນ ກໍບໍ່ຕ້ອງການເຂົ້າຮັບຢາ ARV ຍ້ອນຍອມຮັບສະພາບໂຕເອງບໍ່ໄດ້ ອັນອາຈແພ່ເຊື້ອ HIV ນີ້ໄປສູ່ຜູ້ອື່ນ ຫລືອາຈເສັຍຊີວິຕໄປໄດ້.

ບາງຄົນ ຄືບໍ່ຮູ້ວ່າໂຕເອງຕິດເຊື້ອຫັ້ນນ່າ ເຮົາເປັນຫ່ວງວ່າ ເຂົາຈະແພ່ເຊື້ອໃຫ້ຜູ້ອື່ນ ແລ້ວການເຂົ້າມາເຖິງການບໍຣິການ ຫລືການປິ່ນປົວນີ້ກໍບາງຄົນ ກໍຍັງບໍ່ກ້າທີ່ຈະມາກວດ ເພາະວ່າຢ້ານຮັບສະພາບໂຕເອງ ບໍ່ໄດ້ເນາະ.

ນັກອາສາສມັກ ຂອງໂຄງການຄວບຄຸມ ການລະບາດຂອງພະຍາດ, ເຊື່ອມສານວຽກງານຕ້ານເອດສ໌ ໃນກຸ່ມປະຊາກອນສ່ຽງ ຢູ່ລາວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 7 ທັນ ວານີ້ວ່າ ຜູ້ຕິດເຊື້ອ HIV ມີຄວາມສ່ຽງ ຕໍ່ການທີ່ຈະແພ່ເຊື້ອ ໄປສູ່ຜູ້ອື່ນແບບບໍ່ຮູ້ຕົວ ຊຶ່ງສ່ວນໃຫຍ່ ກໍແມ່ນກຸ່ມຄົນ ຫລາກຫລາຍທາງເພດ ທີ່ມີເພດສໍາພັນ ແບບຖືເບົາ ເຣື່ອງການປ້ອງກັນໂຕເອງ.

ຖາມວ່າມັນສ່ຽງ ບໍ່ກໍນັບວ່າມັນເປັນຄວາມສ່ຽງ ແຕ່ວ່າເປັນຄວາມສ່ຽງ ທີ່ຫລາຍຄົນ ທີ່ອາຈມອງຂ້າມ ແລ້ວກໍຖືເບົາຫລາຍກວ່າ ເຂົາເຈົ້າມີແຟນບໍ່ ບາງຄົນກໍຕິດມາແລ້ວບໍ່ຮູ້ໂຕ ກໍບໍ່ເຄີຍກວດເລີຍ ມີທ່າແຮງທີ່ສູງຫລາຍ ບາງຄົນກໍແບບບໍ່ມັກໃສ່ຖົງຢາ ອະນາໄມ ແລ້ວບໍ່ມີອາຣົມກໍເຮັດໃຫ້ ອົງຄະຊາດບໍ່ແຂງໂຕບໍ່.

ຜູ້ຕິດເຊື້ອ HIV/AIDS ໃນປະເທດລາວ ຈໍານວນນຶ່ງ ຈະໄດ້ຮັບຢາປິ່ນປົວ ARV ເນື່ອງຈາກຣັຖບານລາວ ແລະອົງການຈັດຕັ້ງສາກົນ ຕຣຽມໃຫ້ບໍຣິການທົ່ວປະເທດແລ້ວ ແລະຜູ້ຕິດເຊື້ອ HIV/AIDS ຈະໄດ້ກວດເລືອດແບບເຄື່ອນທີ່ ແລະປິດລັບ ແຕ່ກໍຂຶ້ນຢູ່ກັບຜູ້ຕິດເຊື້ອນັ້ນວ່າ ຕ້ອງການກວດ ແລະຮັບການປິ່ນປົວຫລືບໍ່ ແລະຈໍານວນນຶ່ງ ບໍ່ຮັບການປິ່ນປົວ ຫລືບໍ່ກິນຢາ ARV ຢ່າງຕໍ່ເນື່ອງ ຍ້ອນພວກເຂົາເຈົ້າໄປເຮັດວຽກຢູ່ຕ່າງປະເທດ.

ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຈໍາປາສັກ ກ່າວວ່າ:

ການເຂົ້າເຖິງຢານີ້ ກໍແມ່ນ ເຂົາກໍເຂົ້າ ແຕ່ວ່າເຂົ້າໄປແລ້ວ ເຂົາຈະຍ້າຍໄປພຸ້ນໄປພີ້ ບັນຫາຂອງຊພຊ ຊາຍມີເພດສັມພັນກັບຊາຍ ຄືໄປໄທຍສ່ວນໃຫຍ່ຫັ້ນນ່າ ເຮັດໃຫ້ການກິນຢ່ມັນບໍ່ຕໍ່ເນື່ອງ ການພົວພັນປະສານງານມັນກໍຢາກຍາກເດ້ ຄົນໄປຢູ່ບ່ອນອື່ນເດ້. ຈໍານວນນຶ່ງກໍບໍ່ຢາກໃຫ້ຮູ້ປານໃດ ບໍ່ຢາກມາຮັບຢາຕາມນັດນ່າ ພວກເຮົາກໍມີນະໂຍບາຍໃຫ້ຢາ 2 ເດືອນ 3 ເດືອນ ທຽບໃສ່ແຕ່ກ່ອນມັນກໍເທື່ອລະເດືອນ ເຮົາກໍມີນະໂຍບາຍຫລາຍ ວຽກງານໂຄສະນາເຮົາກໍບໍ່ມີຫລາຍປານໃດ.

ວຽກງານຕ້ານເອດ ແລະພະຍາດຕິດຕໍ່ທາງເພດສັມພັນ ໃນປະເທດລາວ ມີຄວາມກ້າວໜ້າໄປເທື່ອລະກ້າວ ກ່ອນຈະບັນລຸເປົ້າໝາຍ ປິ່ນປົວຕາມແຜນໃນປີ 2025 ແລະເຮັດໃຫ້ການແພ່ຣະບາດ ຂອງເຊື້ອ HIV ຍຸຕິ ແລະບັນລຸເປົ້າໝາຍ ການພັທນາແບບຍືນຍົງຫລື SDG ໃນປີ 2030, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກະຊວງ ສາທາຣະນະສຸຂ ແລະກະຊວງ ສາທາຣະນະສຸຂ ກໍຣາຍງານວ່າ ປັດຈຸບັນ ຈຸດບໍຣິການແຈກຢາຍຢາ ARV ມີຢູ່ເກືອບທຸກແຂວງ ໃນທົ່ວປະເທດແລ້ວ ຍັງເຫລືອແຕ່ 2 ແຂວງ ຄືແຂວງຜົ້ງສາລີ ແລະແຂວງໄຊສົມບູນ ຊຶ່ງ 2 ແຂວງນີ້ ທາງກະຊວງ ສາທາຣະນະສຸຂ ກໍາລັງຕຣຽມຂຶ້ນແຜນ ເພື່ອໃຫ້ມີຈຸດບໍຣິການຢາ ດັ່ງກ່າວ ໃນປີ 2023 ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.