ສາທາຣະນະສຸຂ ສັ່ງຫ້າມ ອາຫານເສີມ

ສຸພັດຕາ
2019.03.27
F-vitamin ທາງການເຕືອນຣະວັງ ໄວຕາມິນ ລົດຄວາມອ້ວນ ຫຼືອາຫານເສີມຕ່າງໆ ທີ່ບໍ່ໄດ້ຜ່ານການຮັບປະກັນຈາກກົມ ອຢ ອາຈເປັນອັນຕະຣາຍ ຕໍ່ສຸຂພາບ
Public Domain

ກົມອາຫານແລະຢາ ກະຊວງສາທາຣະນະສຸຂ ອອກແຈ້ງການ ຫ້າມຂາຍອາຫານເສີມ 133 ຢ່າງ, ຍ້ອນອາຫານເສີມ ຈໍາພວກດັ່ງກ່າວນັ້ນ ບໍ່ຜ່ານການລົງທະບຽນ ຈາກກົມອາຫານ ແລະຢາ, ຫາກເຈົ້າໜ້າທີ່ກວດພົບ ກໍຈະຍຶດ ແລ້ວນໍາໄປທໍາລາຍຖິ້ມ, ທັງຍັງຖືກປັບໃໝ ແລະ ລົງໂທດ ຕາມກົດໝາຍນໍາອີກ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງວຽງຈັນ ທ່ານນຶ່ງ ກ່າວໃນວັນທີ່ 26 ມີນາ ນີ້:

“ຫ້າມນໍາເຂົ້າເລີຍຕິ, ໂຕນີ້ຍັງບໍ່ທັນໄດ້ຂຶ້ນທະບຽນ ອ.ຢ ຢູ່ລາວເທື່ອ ມີຜູ້ລັກລອບເອົາເຂົ້າມາເອງ ມັນຕ້ອງເອົາ ຜ່ານທະບຽນ ອ.ຢ ມີວິຈັຍ ຄຸນນະພາບຄັກແນ່ ມັນຈິ່ງສາມາດເອົາເຂົ້າມາໄດ້ ໂຕໃດທີ່ມີຜົນຂ້າງຄຽງ ຫຼືຜົນສະທ້ອນ ອັນບໍ່ດີຕໍ່ສຸຂພາບ ກໍບໍ່ໃຫ້ ເອົາເຂົ້າ.”

ພ້ອມກັນນັ້ນ ທ່ານຍັງກ່າວເຕືອນປະຊາຊົນອີກວ່າ, ຢ່າຫລົງເຊື່ອ ຄໍາໂຄສະນາຫຼາຍ, ບາງເທື່ອ ການໂຄສະນານັ້ນເກີນຄວາມເປັນຈິງ, ອວດ ສັພຄຸນອາຫານເສີມ ອ້າງວ່າ ກິນແລ້ວດີ, ກິນແລ້ວງາມ ແລະ ຣາຄາຖືກອີກ. ກົມອາຫານ ແລະຢາ ທີ່ອອກໜັງສື ແຈ້ງການ ເມື່ອວັນທີ່ 6 ກຸມພາ 2019 ນີ້ໄດ້ສັ່ງຫ້າມຊື້ຂາຍ ແລະ ກິນອາຫານເສີມທັງໝົດ 133 ຢ່າງທີ່ປະກອບດ້ວຍ ອາຫານເສີມ ອວດອ້າງສັພຄຸນ ຫຼຸດນໍ້າໜັກ ຈໍານວນ 86 ຢ່າງ, ອາຫານເສີມສະມັດຕະພາບ ທາງເພດ, ອາຫານເສີມໜ້າເອິກແມ່ຍິງ 21 ຢ່າງ ແລະອາຫານເສີມ ເຮັດໃຫ້ຜິວງາມ 26 ຢ່າງ, ຍ້ອນມີສານ ເປັນອັນຕະລາຍຕໍ່ສຸຂພາບແລະ ບໍ່ຜ່ານການລົງທະບຽນ ຈາກກົມອາຫານ ແລະ ຢາ.

ເຈົ້າໜ້າທີ່ສາທາຣະນະສຸຂແຂວງວຽງຈັນ ໄດ້ຮັບແຈ້ງໃນວັນທີ 26 ມິນາ ນີ້ວ່າຢູ່ເມືອງກາສີມີຜູ້ກິນອາຫານເສີມ 1 ຄົນ ແລ້ວມີອາການແພ້ ເປັນຕຸ່ມແດງຂຶ້ນຕາມໂຕ, ມີອາການວິນຫົວ, ຮາກ ຜູ້ກ່ຽວສົງສັຍວ່າ ຍ້ອນກິນອາຫານເສີມ, ປັດຈຸບັນທາງ ເຈົ້າໜ້າທີ່ ກໍາລັງກວດສອບ ວ່າແມ່ນແພ້ອາຫານເສີມ ຫຼືແພ້ແນວອື່ນ:

“ດຽວນີ້ຈະຂຶ້ນໄປສອບສວນກັນຢູ່ ກໍຣະນີນຶ່ງນະ, ແລ້ວກໍຫັນໃຈຝຶດ ວ່າຮ້າຍແຮງບໍ, ກໍສົມຄວນຢູ່, ກໍບໍ່ເຖິງຂັ້ນໂຄມ່າດອກ ບາງເທື່ອມັນກໍ ເກີດຈາກ ໂຕອາຫານເສີມ ບາງເທື່ອ ກໍອາດຈະເປັນຍ້ອນອັນອື່ນຫັ້ນນ່າ.”  

ຜ່ານມາ ມີຜູ້ລັກລອບນໍາອາຫານ ເສີມເຂົ້າມາໃນລາວຫຼາຍ, ຊຶ່ງນໍາມາຈາກປະເທດໄທ, ວຽດນາມ ແລະຈີນ ຫາກປະຊາຊົນກິນເຂົ້າໄປ ຈະເປັນອັນຕະລາຍ ຕໍ່ສຸຂພາບໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.