ຊາວເມືອງຫົງສາເປັນຫ່ວງ ສຸຂພາບ

ສິດນີ
2017.02.21
F-hongsa ໂຄງການ ໂຮງໄຟຟ້າ ຫົງສາລິກໄນ ເມືອງຫົງສາ ແຂວງ ໄຊຍະບູຣີ
Citizen journalist

ປະຊາຊົນເມືອງຫົງສາ ຜູ້ທີ່ຢູ່ໃກ້ ໂຮງໄຟຟ້າຖ່ານຫີນ ເປັນຫ່ວງນໍາ ສຸຂພາບ ຂອງພວກຂະເຈົ້າ, ປະຊາຊົນ ທ່ານນຶ່ງເວົ້າວ່າ ປັດຈຸບັນ ຊາວບ້ານ ສ່ວນໃຫຍ່ ຍັງບໍ່ໄດ້ກວດ ສຸຂພາບ ຈາກໂຄງການ ໄຟຟ້າ ຖ່ານຫີນ ນັ້ນເທື່ອ ເຮັດໃຫ້ທຸກຄົນ ກັງວົນນໍາ ຜົລກະທົບ ຈາກ ໂຄງການນີ້ ພວກຂະເຈົ້າ ຕ້ອງການຢາກໃຫ້ ທາງໂຄງການ ອອກມາກວດ ສຸຂພາບ ຂອງພວກຂະເຈົ້າ ຕາມທີ່ໄດ້ ສັນຍາໄວ້. ດັ່ງ ຊາວບ້ານໜອງຫຼວງ ທ່ານນັ້ນ ເວົ້າວ່າ:

"ເຂົາເວົ້າເຣື້ອງ ປະເພດສານພິດ ຢູ່ໃນປະຊາຊົນ ໃຫ້ຣະມັດຣະວັງເດີ ເຂົາວ່ານະ ແລ້ວ ຜົລສຸດທ້າຍນີ້ ແຜນຂອງເຂົາ ມາກວດຢູ່ແຕ່ລະປີ ມາກວດຫລື ຫົກເດືອນ ມາກວດ ຜົລສຸດທ້າຍ ບໍ່ມີກວດ ຈັກບາດ ເຣື້ອງເປັນ ແນວນັ້ນໃດ ໂຮງງານ ໄຟຟ້ານີ້".

ປະຊາຊົນທ່ານນີ້ ກ່າວຕື່ມວ່າ ໃນລະຍະທຳອິດ ທີ່ຈະມີການ ເປີດໃຊ້ ໂຮງງານໄຟຟ້ານີ້ ທາງບໍຣິສັດ ກໍໄດ້ເຂົ້າມາ ລົມກັບ ຊາວບ້ານຢູ່ ແຕ່ພໍຫລັງຈາກ ເປີດໂຮງໄຟຟ້າ ແລ້ວ ບໍ່ໄດ້ມາ ພົວພັນກັບ ຊາວບ້ານເລີຍ, ໃນປັດຈຸບັນ ມີແຕ່ ສາທາຣະນະສຸຂ ຈາກ ເມືອງຫົງສາ ເທົ່ານັ້ນ ລົງມາກວດ ສຸຂພາບ ຂອງປະຊາຊົນ ຫົກເດືອນ ຕໍ່ຄັ້ງ ແຕ່ໃນປີນີ້ ຍັງບໍ່ໄດ້ ລົງມາເທື່ອ:

"ເອີແຕ່ເມືອງນີ້ ປັກກະຕິນີ້ ເຂົາເຄີຍມາ ແຕ່ລະຫົກເດືອນ ເຂົາມາ ແຕ່ວ່າຫົກເດືອນ ເຂົ້າມາແຕ່ລະເມືອງ ຫັ້ນນະ ເດືອນກ່ອນ ພຸ້ນເຂົາວ່າ ຊີ່ກວດຢູ່ ເມືອງດຽວນີ້ ແລ້ວຄົນຢູ່ເມືອງ ແລ້ວເຂົາ ຈະມາຄິດກວດ ຢູ່ບ້ານ ແລ້ວບໍ່ໄດ້ ກວດເລີຍ ເຂົາບໍ່ໄດ້ ມາຄືນເລີຍ".

ວິທຍຸເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງ ຫ້ອງການ ສາທາຣະນະສຸກ ທີ່ເມືອງຫົງສາ ກ່ຽວກັບເຣື້ອງນີ້ ແຕ່ບໍ່ໄດ້ ຄຳຕອບຢ່າງໃດ. ໂຮງງານ ໄຟຟ້າຫົງສາ ໄດ້ເປີດຜລິດ ໄຟຟ້າ ຢ່າງເປັນທາງການ ໃນປິ 2015 ໂດຍການ ຮ່ວມລົງທືນ ຣະຫວ່າງ ບໍຣິສັດ ຣາຊບູຣີ ແລະ ບໍຣິສັດ ບ້ານປູ ຂອງໄທ ຮ່ວມກັບ ຣັຖບານລາວ ເພື່ອສົ່ງໄຟຟ້າ ໄປຂາຍໃຫ້ໄທ ຊຶ່ງຫຼາຍ ປະເທດ ຂະເຈົ້າກໍເຊົາເຮັດ ໂຮງໄຟຟ້າ ຖ່ານຫີນ ແລ້ວ ຍ້ອນມັນສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.