ເດັກນ້ອຍລາວສ່ວນໃຫຍ່ ຍັງຖືກ ປ່ອຍປະ

ໄມຊູລີ
2018.11.07
F-Kids ເດັກນ້ອຍລາວ ໃນເຂດຊົນນະບົດ
RFA/SS

ເຖິງແມ່ນວ່າ ໄດ້ມີຄວາມຄືບໜ້າ ມາແດ່ກໍຕາມ, ແຕ່ວ່າເດັກນ້ອຍລາວ ຍັງຖືກປະລະ ບໍ່ຖືກເບິ່ງແຍງ ດີເທົ່າທີ່ຄວນ. ເດັກນ້ອຍອາຍຸ ຕໍ່າກວ່າ 18 ປີ 70%  ສ່ວນຮ້ອຍ ແມ່ນຖືກປະລະ ຫລື ບໍ່ຖືກເອົາໃຈໃສ່ ໃນດ້ານກິນອາຫານ, ການຮັກສາສຸຂພາບ, ການສຶກສາ ແລະບ່ອນຢູ່ອາໃສ. ດັ່ງເຈົ້າໜ້າທີ່ ສູນຄົ້ນຄວ້າ ນະໂຍບາຍ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ເອເຊັຍເສຣີ ໃນມື້ວານນີ້ວ່າ:

"ປະລະ ໝາຍຄວາມວ່າ ຄວາມຂາດເຂີນນີ້ແຫຼະ ຄວາມຍາກຈົນຂອງເດັກຫັ້ນນ່າ ແຕ່ວ່າເຮົາເບິ່ງຫຼາຍມິຕິເນາະ ແທນທີ່ຈະເປັນ ດ້ານ ລາຍໄດ້ ແຕ່ວ່າ ເຮົາເບິ່ງທາງດ້ານ ສາທາຣະນະສຸຂ ເບິ່ງທາງດ້ານນ້ຳສະອາດ ເບິ່ງທາງດ້ານໂພຊນາການ ຫລືວ່າ ຄວາມຮຸນແຮງ ຂອງເດັກນ້ອຍ ບໍ່ເຖິງມາຕການອັນໃດອັນນຶ່ງ ກໍຖືວ່າ ຂາດເຂີນ."

ຕາມບົດຣາຍງານຂອງອົງການ UNICEF ທີ່ອອກເຜີຍແຜ່ ເມື່ອວັນທີ່ 2 ພຶສຈິກາ ທີ່ຜ່ານມາ, ເດັກນ້ອຍລາວອາຍຸແຕ່ເກິດໃໝ່ ເຖິງ 4 ປີ ຈຳນວນນຶ່ງ ໃນສາມ ຖືກປະລະໃນທຸກດ້ານ. ເດັກນ້ອຍ ອາຍຸແຕ່ 5 ເຖິງ 10 ປີ ມີອັດຕຣາ ຖືກປະລະທີ່ສູງ ໂດຍສະເພາະທາງດ້ານ ສຸຂາພິບານ ແລະທີ່ຢູ່ອາໃສ. ສ່ວນເດັກນ້ອຍ ອາຍຸແຕ່ 11 ເຖິງ 17 ປີ 41 ສ່ວນຮ້ອຍ ບໍ່ໄດ້ເຂົ້າໂຮງຮຽນຫຼືບໍ່ໄດ້ຮຽນ ໃນລະດັບຕາມ ອາຍຸ ຂອງພວກເຂົາ.

ບົດຣາຍງານ ສະບັບດັ່ງກ່າວ ຍັງໄດ້ ເນັ້ນໜັກເຖິງ ຈຳນວນເດັກນ້ອຍລາວ ຣະຫວ່າງ 0 ແລະ 4 ປີ ເຖິງ ນຶ່ງສ່ວນສາມ ຍັງຕໍ່າເຕັ້ຽ ຜິດປົກກະຕິ. ເດັກນ້ອຍເຕັ້ຽເຫລົ່ານີ້ ຖືກປະລະ ໃນທຸກດ້ານເປັນຕົ້ນ ດ້ານອາຫານ ແລະ ການຮັກສາສຸຂພາບ.

ແຂວງ ທີ່ມີອັດຕຣາ ເດັກນ້ອຍຖືກປະລະ ສູງກວ່າໝູ່ ແມ່ນແຂວງທີ່ທຸກຍາກ ເຊັ່ນ ແຂວງສາລະວັນ, ເຊກອງ ແລະ ໄຊສົມບູນ. ອັດຕຣາ ຕໍ່າສຸດແມ່ນຢູ່ໃນນະຄອນຫຼວງວຽງຈັນ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດລາວ ກ່າວວ່າ:

“ສປປ ລາວ ໄດ້ ຮັບຮອງເອົາ ສົນທິສັນຍາ ວ່າດ້ວຍ ສິດທິເດັກ ແລະ ມີພັນທະ ຕ້ອງບັນລຸ ບັນດາເປົ້າໝາຍ ພັທນາແບບຍືນຍົງ ພາຍໃນ ປີ 2030 ແປວ່າ ຣັຖບານ ຈະເອົາໃຈໃສ່ ສຶກສາ ແລະ ເບິ່ງແຍງເດັກນ້ອຍ ໃຫ້ດີຂຶ້ນ ໃຫ້ໄດ້ຕາມເປົ້າໝາຍ ການພັທນາແບບຍືນຍົງ.”

ສ່ວນທ່ານ ອົກຕາວຽນ ບີໂວນ (Octavian Bivol), ຜູ້ຕາງໜ້າງອົງການຢູນິເຊັບ (UNICEF) ປະຈໍາ ສປປ ລາວ ກ່າວວ່າ:

“ການລົງທຶນເອົາໃຈໃສ່ ເບິ່ງແຍງເດັກນ້ອຍ ໃນມື້ນີ້ ຈະເປັນຜົນດີສຳລັບ ການພັທນາມະນຸດ ແລະປະເທດຊາດ ໃນອະນາຄົດ.”

ທ່ານ Bivol ກ່າວອີກວ່າ ການນັບຖືສິດທິ ຂອງເດັກນ້ອຍ ແລະການຈັດງົບປະມານ ເພື່ອຊ່ວຍເຫຼືອ ເດັກເຫຼົ່ານີ້ ເປັນກຸນແຈ ທີ່ສຳຄັນ ສຳຣັບການພັທນາ ເສຖກິດ ແລະສັງຄົມຂອງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.