ຂ.ຊຽງຂວາງ ສືບສວນຄລີນິກ ຈີນ

ຈໍາປາທອງ
2017.07.24
f-clinic ຕົວຢ່າງ ຄລີນິກຂອງໝໍຈີນ ໃນແຂວງພາກເໜືອຂອງ ສປປ ລາວ
RFA/VD

ຄນະກັມການສະເພາະກິຈ ແຂວງຊຽງຂວາງ ຍັງສືບສວນສອບສວນ ເຈົ້າຂອງຄລີນິກ ຈີນແຫ່ງນຶ່ງ ທີ່ລັກທຳແທ້ງ ເຮັດໃຫ້ແມ່ຍິງຄົນນຶ່ງ ເສັຽຊີວິດຍ້ອນ ເມື່ອເດືອນ ພຶສພາ ທີ່ຜ່ານມາ ແລະ ທາງຄລີນິກ ໄດ້ໃຫ້ຄ່າຫົວແລ້ວ 170 ລ້ານກີບ ແລະ ຖືກສັ່ງໃຫ້ປິດ ຄລີນິກ ຂອງ ຕ່າງປະເທສ ໄປແລ້ວ. ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຊຽງຂວາງ ເວົ້າໃນວັນທີ 21 ກໍຣະກະດາ ນີ້ວ່າ:

"ມີການເວົ້າວ່າ ດຳເນິນຄະດີຕໍ່ໄປຢູ່ວ່າຊັ້ນ ເປັນເຣຶ່ອງເປັນລາວອັນໃດ ທີ່ວ່າຈະຮັບຫລືບໍ່ຮັບ ຍັງສືບສວນຢູ່ ແຕ່ວ່າທາງເຈົ້າໜ້າທີ່ ເພິ່ນດອກ ໂຕນີ້ຈະບໍ່ກ່ຽວກັບ ຝ່າຍແພດເຮົາ ເທົ່າໃດແຫລະ".

ທ່ານເວົ້າວ່າ ສິ່ງທີ່ຄລີນິກຈີນກະທຳນັ້ນ ເປັນການຂັດກັບກົດໝາຍລາວ ຢ່າງຮຸນແຮງ ດັ່ງນັ້ນຈຶ່ງຍັງມີການ ສືບສວນສອບສວນ ແລະດຳເນີນ ຄະດີ ຈົນເຖິງທີ່ສຸດ ເພື່ອບໍ່ໃຫ້ ກໍຣະນີດັ່ງກ່າວ ເກີດຂຶ້ນອີກ ແລະວ່າ ເຣຶ່ອງນີ້ຍັງບໍ່ຈົບ ລົງງ່າຍໆ.

ທ່ານກ່າວຕື່ມອີກວ່າ ປັດຈຸບັນຢູ່ແຂວງຊຽງຂວາງ ມີຄລີນິກ ຂອງຄົນຕ່າງປະເທສ 4 ແຫ່ງ ຮວມທັງຄລີນິກ ທີ່ກຳລັງຖືກສືບສວນ ສອບສວນ ຢູ່ນີ້ນັ້ນ ຖືກສັ່ງໃຫ້ເຊົາ ບໍຣິການໝົດແລ້ວ ແຕ່ເຈົ້າຂອງຄລີນິກ ຍັງບໍ່ໄດ້ກັບຄືນ ປະເທສຈີນ ຍ້ອນພວກເຂົາເຈົ້າ ຍັງມີທຸຣະກິດ ການຄ້າອື່ນ ທີ່ຈະຕ້ອງ ໄດ້ກໍາກັບ.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບບັນຫາທີ່ວ່ານີ້ RFA ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ຂອງຄນະກັມການ ສອບສວນເຣຶ່ອງນີ້ ແຕ່ທ່ານ ບໍ່ສາມາດ ທີ່ຈະເວົ້າຫຍັງຫລາຍໄດ້ ມີພຽງແຕ່ວ່າ ກຳລັງປະຕິບັດງານ ກັນຢ່າງຂຸ້ນຂ້ຽວຢູ່ ເພື່ອທີ່ຈະສົ່ງ ສຳນວນຄະດີ ນີ້ເຂົ້າສູ່ ຂະບວນການຍຸຕິທັມ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.