ຊາວບ້ານທ່າສະໂນ ໄດ້ຮັບຜົນກະທົບ ຈາກໂຮງງານ ຣີໄຊເຄິລ ຂອງຈີນ

0:00 / 0:00

ໃນໄລຍະ 2-3 ມື້ ຜ່ານມານີ້ ໂຮງງານຣີໄຊເຄິລ ຂອງບໍຣິສັດຈີນ ແຫ່ງນຶ່ງ ຢູ່ເຂດບ້ານ ທ່າສະໂນ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ເກີດມີຄວັນພິດ ເປັນໝອກໜາ ລອຍອອກມາຈາກໂຮງງານ ເຊິ່ງມີກິ່ນເໝັນຂີວ ຢ່າງແຮງ ເຮັດໃຫ້ຊາວບ້ານໃກ້ຄຽງ ໄດ້ຮັບຜົລກະທົບ, ເດືອດຮ້ອນດ້ານສິ່ງແວດລ້ອມ ແລະດ້ານສຸຂພາບ ພາກັນຫາຍໃຈລໍາບາກ ຂະນະທີ່ຫຼາຍຄົນ ຕ້ອງໃສ່ຜ້າອັດປາກອັດດັງ ເກືອບຈະຊ່ວຍບໍ່ໄດ້ ເຊິ່ງບັນຫາດັ່ງກ່າວນີ້ ຊາວບ້ານຫຼາຍຄົນ ກໍຢາກໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລົງກວດກາ ແລະຫາທາງແກ້ໄຂ ເພື່ອບໍ່ໃຫ້ກະທົບຕໍ່ຊາວບ້ານ, ດັ່ງຊາວບ້ານ ຢູ່ບ້ານທ່າສະໂນ ນະຄອນໄກສອນພົມວິຫານ ທ່ານນຶ່ງ ກ່າວຜ່ານຄລິບວິດິໂອ ທີ່ທ່ານແຊລ ລົງສື່ອ໋ອນລາຍນ໌ ວ່າ:

“ໂຮງງານບ້ານທ່າສະໂນເດີ້ ໂຮງງານຕົ້ມຢາງເດີ້ ຈູດຢາງ ຍາມແລງນີ້ ຄວັນໝົດທີບໝົດແດນນີ້ ເປັນໝອກຂົວນົວຢູ່ ເຈົ້າເມືອງ ເຈົ້າແຂວງເອີ່ຍ ມາເບິ່ງແດ່ເດີ້ນີ້ ຂີວກະພໍຂີວນີ້ນ່າ ຍາມເຊົ້າກໍເປັນໝອກຂົວນົວ ຍາມແລງ ເປັນໝອກຂົວນົວແດ່ນີ້ ໂອ້ຍ ຈູດກໍຈູດໂພດ ຈົນຫຼຽວບໍ່ເຫັນໂຮງງານ ບໍ່ຈັກກິ່ນເໝັນ ບໍ່ຈັກກິ່ນຫຍັງ ລະບົບຫາຍໃຈນີ້ແລ້ວ ມັນອັນຕະລາຍແຮງນີ້ນ່າ.”

ຂະນະທີ່ ຊາວບ້ານອີກທ່ານນຶ່ງ ກໍກ່າວວ່າ ບັນຫາຄວັນພິດ ຈາກໂຮງງານດັ່ງກ່າວນີ້ ຊາວບ້ານໃກ້ຄຽງ ໄດ້ຮັບຜົລກະທົບ ດ້ານສຸຂພາບຢ່າງແຮງ ກໍຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງກວດກາ ແລະຫາວິທີແກ້ໄຂໃຫ້ໄດ້ ຍ້ອນວ່າ ຊາວບ້ານຫາຍໃຈບໍ່ອອກ:

“ເອີ່ມັນກໍໄດ້ຮັບຜົລກະທົບຫັ້ນແລ້ວ ເພາະວ່າ ມັນຄວັນເປັນພິດເນາະ ອາກາດເປັນພິດນີ້ ມັນກໍມີຜົນຂ້າງຄຽງຕໍ່ຊີວິດຂອງບຸກຄົນ ແຖວຢູ່ໃກ້ຄຽງຫັ້ນແລ້ວ ຜແນກທີ່ກ່ຽວຂ້ອງ ເປັນຕົ້ນວ່າ ສິ່ງແວດລ້ອມພຸ້ນແຫຼະເນາະ ໃຫ້ເພິ່ນລົງໄປແກ້ໄຂ ມີວິທີການແກ້ໄຂແນວໃດ ໃນເມື່ອມັນເກີດແນວນີ້.”

ຊາວບ້ານອີກທ່ານນຶ່ງ ກໍກ່າວວ່າ ທາງໂຮງງານດັ່ງກ່າວ ຄວນຈະເຮັດເຕົາ ຫຼືບ່ອນເກັບຄວນໃຫ້ດີກວ່ານີ້ ໂດຍບໍ່ໃຫ້ຄວັນ ລອຍອອກມາຫຼາຍ ທໍາລາຍສິ່ງແວດລ້ອມ ຫຼືທໍາລາຍສຸຂພາບປະຊາຊົນ ເພາະຖ້າຄົນຖືກຄວັນທຸກມື້ ກໍຈະເຮັດໃຫ້ເກີດຄວາມກັນວົນໃຈເຊັ່ນກັນ ແລະຖ້າຄວັນເຂົ້າໄປສະສົມໃນປອດ ກໍຈະສົ່ງຜົນເສັຍຕໍ່ສຸຂພາບ:

“ຮ່ວຍເຈິະຄວັນຫຼາຍໆ ມັນຫາຍໃຈບໍ່ຢາກອອກໃດ໋ ຕາເດ້ມັນບໍ່ໄດ້ອັດ ມັນກໍແສບຕາຄືເກົ່າ ແຕ່ຖ້າມັນຖືກທຸກມື້ໆ ກໍມີຄວາມກັງວົນຄືກັນ ແລ້ວໂຕນີ້ ເພາະວ່າມັນຊິຫາຍໃຈຍາກເນາະ ມີແຕ່ເພິ່ນກໍເຮັດບ່ອນເກັບຄວັນ ບໍ່ໃຫ້ມັນອອກຫຼາຍຫັ້ນນ່າ.”

ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນນະຄອນໄກສອນພົມວິຫານ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້ເຖິງບັນຫາດັ່ງກ່າວແລ້ວ ເຊິ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ ກໍາລັງລົງໄປກວດກາຢູ່:

“ຢູ່ບ້ານທ່າສະໂນນ່າ ໂອ້ຮູ້ແລ້ວ ຮູ້ແລ້ວ ເພິ່ນກໍາລັງແຕ່ງວິຊາການ ລົງໄປກວດກາເບິ່ງຄັກແນ່ເນາະ ຈັ່ງຮູ້ຣາຍລະອຽດ ແລ້ວກໍມາເຮັດບົດຣາຍງານ ໃຫ້ເຈົ້ານະຄອນເນາະ ຈະມີຂັ້ນຕອນຫັ້ນແຫຼະ.”

ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແນ່ງ ກໍກ່າວວ່າ ໂຮງງານດັ່ງກ່າວນີ້ ເປັນໂຮງງານຣີໄຊເຄິລ ສິ່ງເສດເຫຼືອພາສຕິກ ແລ້ວນໍາມາເຮັດເປັນຢາງ ເຊິ່ງເປັນຂອງຄົນຈີນ ກໍ່ສ້າງຈັດຕັ້ງມາ ບໍ່ຫຼຸດ 5 ປີ.

ຫຼ້າສຸດ ໃນວັນທີ 13 ມິນາ ນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍກໍາລັງລົງກວດກາ ຫາສາເຫດຢູ່ ຖ້າຫາກພົບວ່າ ທາງໂຮງງານຜິດ ທາງເຈົ້າໜ້າທີ່ ກໍຕ້ອງໃຫ້ທາງໂຮງງານແກ້ໄຂ:

“ເຣື່ອງໂຮງງານຈີນ ໂຕນັ້ນ ກໍເປັນການ ຣີໄຊເຄິລ ສິ່ງເສດເຫຼືອ ພວກພາສຕິກ ແລ້ວມາເຮັດເປັນເມັດຢາງ ດຽວນີ້ຍັງຢູ່ໃນໄລຍະ ທີ່ເຈົ້າໜ້າທີ່ ເຂົາເຈົ້າລົງເກັບກໍາຂໍ້ມູນ ແລະກວດກາ ແລ້ວເຣື່ອງບັນຫາ ເຮົາຍັງບໍ່ທັນໄດ້ຢາກກະຣັນຕີ ວ່າເປັນເກີດຈາກອິຫຍັງແດ່ເນາະ ກໍຕ້ອງກວດເບິ່ງກ່ອນວ່າ ມັນແມ່ນຈາກ ຈຸດໃດ ຈຸດໃດ ແລ້ວແກ້ຕາມສິ່ງທີ່ມັນເກີດຂຶ້ນ.”

ສໍາລັບກິ່ນ ແລະຄວັນ ຈາກໂຮງງານ ຣີໄຊເຄິລຂອງຈີນນີ້ ຕັ້ງຢູ່ຫ່າງຈາກເຂດໂຕເມືອງ ຫຼາຍກິໂລແມັດຢູ່ ຄວັນພິດດັ່ງກ່າວ ຍັງບໍ່ໄດ້ລອຍໄປທົ່ວທຸກຫຼັງຄາເຮືອນ ໃນເຂດບ້ານທ່າສະໂນ ສ່ວນໃຫຍ່ ຊາວບ້ານທີ່ອາສັຍໃກ້ຄຽງກັບໂຮງງານດັ່ງກ່າວ ຈະໄດ້ຮັບຜົລກະທົບ ແລະເຈົ້າໜ້າທີ່ ກໍຍັງບໍ່ຮູ້ຣາຍລະອຽດ ວ່າມີຈັກຫຼັງຄາເຮືອນ ທີ່ໄດ້ຮັບຜົລກະທົບ.

ຢ່າງໃດກໍຕາມ ບໍ່ແມ່ນແຕ່ສະເພາະ ໂຮງງານຣີໄຊເຄິລຂອງຈີນ ຢູ່ບ້ານທ່າສະໂນ ນີ້ ທີ່ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ແລະສຸຂພາບຕໍ່ຊາວບ້ານ ກໍມີຫຼາຍໂຮງງານຕ່າງໆ ໃນຫຼາຍແຂວງ ໄດ້ສ້າງຜົລກະທົບໃຫ້ຊາວບ້ານເຊັ່ນກັນ.

ເປັນຕົ້ນ ກ່ອນໜ້ານີ້ ໃນໄລຍະເດືອນມິຖຸນາ ປີ 2022 ໃນແຂວງສວັນນະເຂດ ກໍມີໂຮງງານແຮ່ເຫຼັກ ປ່ອຍນໍ້າເສັຍ ຈາກການລ້າງແຮ່ເຫຼັກລົງນໍ້າ ຢູ່ໃນນໍ້າເຊນ້ອຍ ເຂດບ້ານນາເຕີ ເມືອງວິລະບູຣີ ເຮັດໃຫ້ຊາວບ້ານທີ່ຫາປາໃນລໍາເຊດັ່ງກ່າວ ຕ້ອງໄດ້ຢຸດເຊົາຫາປາ ເນື່ອງຈາກຢ້ານອັນຕລາຍ ເພາະສະພາບນໍ້າເປັນສີແດງເຂັ້ມ.

ນອກຈາກນີ້ ຍັງມີໂຮງງານປຸງແຕ່ງຢາງພາຣາ ຂອງນັກລົງທຶນວຽດນາມ ແລະໂຮງງານຫຼອມໂລຫະຂອງນັກລົງທຶນຈີນ ຕັ້ງຢູ່ເຂດບ້ານພຣະບາດໂພນສັນ ເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ກໍໄດ້ປ່ອຍນໍ້າເສັຍ ພາຍໃນໂຮງງານລົງສູ່ຫ້ວຍ ເຮັດໃຫ້ນໍ້າເນົ່າເໝັນຮຸນແຮງ ແລະຢູ່ບ້ານນາຜາສຸກ ແລະບ້ານບໍ່ເຫຼັກ ຫຼັກ 36 ທີ່ມີເຮືອນໃກ້ທົ່ງນາ ແລະບ້ານຈັດສັນ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ປະຊາຊົນຈໍານວນ 11 ຄອບຄົວ ກໍໄດ້ຮັບຜົລກະທົບ ຈາກໂຮງງານຕົ້ມນໍ້າມັນເຄື່ອງເກົ່າ ສົ່ງກິ່ນເໝັນຂີວຢ່າງຮຸນແຮງ ທີ່ທາງໂຮງງານລັກຕົ້ມໃນຕອນກາງຄືນ ເຮັດໃຫ້ນອນບໍ່ໄດ້.