ອີງຕາມການຣາຍງານ ຂອງພົລຈັຕວາ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສ ແຂວງ ຫລວງນໍ້າທາ ໃນວັນທີ 10 ພຶສຈິກາ 2022 ວ່າໃນໄລຍະ 1 ປີຜ່ານມານີ້ຕຳຣວດ ແຂວງຫລວງນໍ້າທາໄດ້ຂຶ້ນບັນຊີ ເປົ້າໝາຽຜູ້ຄ້າຂາຍ ທີ່ມີທັງຣາຍໃຫຍ່ ແລະ ຣາຍຫຍ່ອຍ ແລະ ຜູ້ເສພຢາເສພຕິດ ໃນທົ່ວແຂວງ 8,000 ປາຍຄົນ ຊຶ່ງໃນນີ້ມີຜູ້ເສພຢາເສພຕິດ ເຖິງ 6,000 ປາຍຄົນ ຫລື ປະມານ 4.21% ຂອງຈໍານວນ ພົລເມືອງໃນທົ່ວ ແຂວງຫລວງນໍ້າທາ.
ນອກຈາກນີ້ ແຂວງຫລວງນໍ້າທາ ຍັງພົບບັນຫາ ເຣື່ອງສູນບຳບັດ ຜູ້ຕິດຢາເສພຕິດ ແບບຖາວອນ ຍ້ອນວ່າທາງແຂວງ ຂາດງົບປະມານ ຊຶ່ງປັດຈຸບັນມີຄວາມຫຍຸ້ງຍາກຫລາຍ ເພາະສະຖານທີ່ ບຳບັດຜູ້ຕິດຢາເສພຕິດຊົ່ວຄາວ ເຕັມເກືອບທຸກບ່ອນ ເນື່ອງຈາກຜູ້ຕິດຢາ ມີຈຳນວນຫລາຍເກີນໄປ.
ທີ່ຜ່ານມາ ທາງການແຂວງ ໄດ້ນຳໃຊ້ສະຖານທີ່ຄຸມຂັງ ເປັນບ່ອນບຳບັດ ຜູ້ຕິດຢາເສພຕິດ ແຕ່ກໍບໍ່ພຽງພໍແລ້ວຕ້ອງໃຊ້ອາຄານ ທີ່ຫວ່າງທີ່ໄດ້ຈາກການ ຂໍຄວາມຮ່ວມມື ຂອງບັນດາຜູ້ປະກອບການ ນັກທຸຣະກິຈທັງພາຍໃນ ແລະຕ່າງປະເທດ ເພື່ອຂໍໃຫ້ມີສະຖານທີ່ ເປັນຈຸດບຳບັດຊົ່ວຄາວ ແລະຜູ້ຕິດຢາເສພຕິດ ບາງຄົນມີພະຍາດແຊກຊ້ອນ ບໍ່ສາມາດເຂົ້າບຳບັດ ຮ່ວມກັບບຸກຄົນອື່ນໄດ້ ແມ່ນຕ້ອງໄດ້ມອບໃຫ້ ຄອບຄົວຄໍ້າປະກັນວ່າ ຈະບໍ່ລົບໜີ ແລະເຈົ້າໜ້າທີ່ ຈຶ່ງອະນຸຍາດໃຫ້ນຳໂຕ ຜູ້ຕິດຢາເສພຕິດ ທີ່ມີພະຍາດແຊກຊ້ອນໄປປີ່ນປົວເອງ ໂດຍຈະມີເຈົ້າໜ້າທີ່ຕຳຣວດ ທີ່ກ່ຽວຂ້ອງໄດ້ຕິດຕາມຢູ່ຕລອດ.
ດັ່ງເຈົ້າໜ້າທີ່ ຕຳຣວດໃນ ແຂວງຫລວງນໍ້າທາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕຳແໜ່ງກ່າວ ໃນວັນທີ 23 ພຶສຈິການີ້ວ່າ:
" ຂ້ອນຂ້າງຍາກຫັ້ນແຫລະ ເພາະວ່ມັນກໍມີຫລາຍຄົນເດ ເນາະບ່ອນບໍາບັດ ມັນກາເຕັມໝົດ ກາມີແຜນຢູ່ແຕ່ວ່າມັນເວົ້າເຣື່ອງ ງົບປະມານມັນກາບໍ່ມີເນາະ ດຽວນີ້ຫັ້ນເອົາບ່ອນຂັງຫັ້ນເລີຍ ເປັນບ່ອນຮັກສາເປັນຈຸດບຳບັດ ໃສ່ຜູ້ທີ່ວ່າຕິດໜ້ອຍຕິດຫລາຍຫັ້ນ ມັນຮ້າຍແຮງບາງເທື່ອ ມີຄວາມຈຳເປັນແດ່ ເພິ່ນກໍມີການໃຫ້ຍາ ດພີ່ນ້ອງ ຄໍ້າປະກັນ ແລ້ວກໍໄປປີ່ນປົວເນາະ. "
ນອກຈາກນີ້ ຕຳຣວດແຂວງຫລວງນໍ້າທາ ຍັງໄດ້ທຳລາຍ ແລະສະສາງຄະດີຢາເສພຕິດໄດ້ 159 ຄະດີກັກໂຕຜູ້ຖືກກ່າວຫາໄດ້ 215 ຄົນ, ໃນນັ້ນມີແມ່ຍິງ 21 ຄົນ, ຄົນຕ່າງປະເທດ 2 ຄົນ, ຢຶດຢາບ້າໄດ້ຈຳນວນ 149,900 ປາຍເມັດ, ຍຶດຝິ່ນໄດ້ 43.7 ກິໂລກຣາມ, ຍຶດເຮໂຣອິນໄດ້ 700 ກິໂລກຣາມ, ຍຶດຢາໄອຊ໌ໄດ້ 1.38 ກິໂລກຣາມ, ທຳລາຍສວນຝິ່ນໄດ້ 100 ປາຍເຮັກຕ້າຣ໌, ແລະຂອງກາງອື່ນໆ ອີກຈຳນວນນຶ່ງ.
ສ່ວນໃຫຍ່ແລ້ວ ຢາບ້າດັ່ງກ່າວເຈົ້າໜ້າທີ່ ຈະຈັບໄດ້ຢູ່ດ່ານລະຫວ່າງແຂວງບໍ່ແກ້ວ ຫາແຂວງຫລວງນໍ້າທາທີ່ເຊື່ອງໄວ້ ໃນຣົຖໃຫຍ່ ຫລື ຣົຖບັນທຸກ. ຈາກການສອບສວນ ຜູ້ຖືກກ່າວຫາ ສ່ວນຫລາຍມີຈຸດໝາຽປາຍທາງ ຈະສົ່ງຢາເສພຕິດໄປແຂວງອື່ນ ພາຍໃນປະເທດລາວ.
ດັ່ງເຈົ້າໜ້າທີ່ ຕຳຣວດທ່ານດຽວກັນນີ້ ກ່າວຕື່ມວ່າ:
ສ່ວນໃຫຍ່ ແມ່ນຂົນສົ່ງ ມາຈາກປະເທດເພື່ອນບ້ານ ເຮົາເນາະ ມາທາງແຂວງບໍ່ແກ້ວ ມາທາງຊາຍແດນຜ່ານຫລວງນໍ້າທາ ໄປແຂວງອື່ນ ເປັນການຂົນສົ່ງ ໃສ່ຣົຖນ່າ ເປັນການຊຸກເຊື່ອງໃສ່ໃນຣົຖ ເປັນຣົຖໃຫຍ່.
ກ່ຽວກັບບັນຫາ ຢາເສພຕິດດັ່ງກ່າວນີ້ ຊາວບ້ານໃນແຂວງຫລວງນໍ້າທາ ທ່ານນຶ່ງກ່າວວ່າ ພາຍໃນແຂວງຫລວງນໍ້າທາ ກໍຍັງມີຜູ້ລັກລອບ, ຜູ້ລັກເສພຢູ່ ບໍ່ແຕກຕ່າງຈາກແຂວງອື່ນ ໂດຍສະເພາະກຸ່ມ ຊາວໜຸ່ມທີ່ມັກໄປຊຸມແຊວກັນ ໃນຍາມຄໍ່າຄືນ ຊຶ່ງລາວເອງກໍມີຄວາມເປັນຫ່ວງ ລູກຫລານ ຢ້ານເຂົ້າໄປພົວພັນ ກັບຢາເສພຕິດ ແລ້ວເຮັດໃຫ້ເສັຽຄົນ.
" ກາຫາກມີດຽວນີ້ນ້າ ກາເປັນຫ່ວງເປັນໄຍ ໄວຣຸ້ນເຂົາມັກໄປຫລິ້ນກາງຄໍ່າ ກາງຄືນນ່າ ເວົ້າເຣື່ອງຢາເສພຕິດ ສັນຈອນໄປໆ ມາໆ ຕາມຖນົນຫລວງ ຫ່ວງເຣື່ອງລູກໃຜ ລູກມັນຫັ້ນແຫລະ. "
ພ້ອມດຽວກັນນີ້ ຊາວບ້ານໃນແຂວງອຸດົມໄຊ ອີກທ່ານນຶ່ງກ່າວວ່າ ແຂວງອຸດົມໄຊ ກໍເປັນແຂວງນຶ່ງ ທີ່ຕິດກັບແຂວງຫລວງນໍ້າ ທາກໍມີຜູ້ເສພຢາເສພຕິດ ຫລາຍເຊັ່ນກັນ ແຕ່ເຈົ້າໜ້າທີ່ ລົງມາກວດກາ ຢ່າງເຂັ້ມງວດ ກ່ຽວກັບເຣື່ອງດັ່ງກ່າວນີ້ຢູ່. ຫາກພົບເຫັນ ກໍຈັບໄປຄຸມຂັງ ຫລື ບໍາບັດທັນທີ ໂດຍຜູ້ເສພຢາເສພຕິດນີ້ ມີຕັ້ງແຕ່ຊາວໜຸ່ມ ໄປຫາຜູ້ໃຫຍ່ ທີ່ມີຄອບຄົວ ຊຶ່ງເປັນເຣື່ອງທີ່ໜ້າເປັນຫ່ວງ ໃນສັງຄົມລາວ.
" ມັນຈະມີຫລາຍ ຜູ້ທີ່ເສພຫັ້ນນ່າ ກຸ່ມໄວຣຸ່ນກາມີ ບາງຄົນທີ່ມີຄອບຄົວ ເຈົ້າໜ້າທີ່ ທີ່ນີ້ເຂົາກາລົງມາສືບສວນ ຖ້າວ່າຍັງຕິດຕາມ ຍັງເຫັນຍັງ ພົບເຈົ້າໜ້າທີ່ກໍຈະດຳເນີນການ ໄປກັກຂັງໄວ້ຫັ້ນແຫລະ ເຣື່ອງຢາເສພຕິດອັນນີ້. "
ຊາວບ້ານ ໃນແຂວງບໍ່ແກ້ວ ອີກທ່ານນຶ່ງກ່າວວ່າ ສຳລັບເຣື່ອງຢາເສພຕິດ ໃນແຂວງບໍ່ແກ້ວນີ້ ມີທັງຜູ້ລັກລອບ ແລະຜູ້ເສພຢາເສພຕິດ ເຊັ່ນກັນ ແຕ່ສຳລັບແຂວງບໍ່ແກ້ວ ຈະໄດ້ຍິນຂ່າວຫລາຍກ່ວາໝູ່ ໃນລາວທີ່ເຈົ້າໜ້າທີ່ ມັກຈະຍຶດຢາບ້າໄດ້ ຕລອດເນື່ອງຈາກມີຊາຍແດນ ທີ່ຕິດກັບປະເທດພະມ້າ ແລະໄທຍຊຶ່ງເດີນທາງໄປ ໄດ້ຫລາຍເສັ້ນທາງ ແລະສ່ວນຫລາຍຢາເສພຕິດ ທີ່ຜູ້ລັກລອບນຳເຂົ້າມາ ຈາກພະມ້າ, ພວກລັກລອບນັ້ນ ຮູ້ເສັ້ນທາງນຳເຂົ້າ ເປັນຢ່າງດີ ລັກເຂົ້າມາເລື້ອຍໆ .
" ມັນກາມີການລັກລອບຫັ້ນນ່າ ສ່ວນຫລາຍມັນມາແຕ່ພະມ້າ ບໍ່ວ່າໄທຍບໍ່ວ່າລາວບໍ່ວ່າ ປະເທດຫຍັງແຫລະມັນຫາກມີກຸ່ມ ນຶ່ງທີ່ວ່າເຄີຍລັກລອບເຈົ້າໜ້າທີ່ ຈະເຂັ້ມງວດເທົ່າໃດມັນ ກາຫາກມີຢູ່ຫັ້ນນ່າ. "
ແຂວງຫລວງນໍ້າທາ ເປັນແຂວງນຶ່ງທີ່ມີຊາຍແດນ ຕິດກັບປະເທດພະມ້າ ເຊັ່ນກັນ ແລະສາມາດໄປຍັງແຂວງອື່ນໆ ໃນລາວ ໄດ້ຫລາຍເສັ້ນທາງ ທີ່ຜູ້ລັກລອບຈະຫາວິທີ ຂົນຢາເສພຕິດ ຜ່ານເຂົ້າມາໃນແຂວງຫລວງນໍ້າທາ ບໍ່ແຕກຕ່າງຈາກ ແຂວງບໍ່ແກ້ວ.
ສ່ວນການແກ້ໄຂບັນຫາ ຜູ້ຕິດຢາໃນແຂວງຫລວງນໍ້າທາ ບໍ່ໃຫ້ເພີ່ມຫລາຍກ່ວານີ້ ເຈົ້າໜ້າທີ່ຕຳຣວດ ໃນແຂວງຫລວງນໍ້າທາ ກໍໄດ້ໃຫ້ຕຳຣວດທຸກພາກສ່ວນ ທີ່ກ່ຽວຂ້ອງ ພາຍໃນແຂວງ ໃຫ້ເອົາໃຈໃສ່ ໂດຍລົງເຄື່ອນໄຫວ ເຜີຍແຜ່ລະບຽບກົດໝາຽ ແລະຜົລຮ້າຍຂອງຢາເສພຕິດ ໃນຫລາຍຮູບແບບ ເປັນຕົ້ນການລົງໂຄສະນາ ຕາມໂຮງຮຽນ, ຊຸມຊົນຕ່າງໆ ແລະ ໂຄສະນາ ຜ່ານສື່ສັງຄົມອ໋ອນລາຍນ໌. ຕິດປ້າຍໂຄສະນາເພື່ອປຸກລະດົມ ໃຫ້ປະຊາຊົນທຸກຄົນ ບໍ່ໄປຫຍຸ້ງກ່ຽວ ພົວພັນກັບຢາເສພຕິດ ແລະໃຫ້ກວດກາ ເຂັ້ມງວດໃນດ່ານຕ່າງໆ ແລະ ຕາມຊາຍແດນ ເພື່ອບໍ່ໃຫ້ມີການລັກລອບ ຂົນຢາເສພຕິດ ເຂົ້າມາໃນພື້ນທີ່ແຂວງຫລວງນໍ້າທາໄດ້.
