ຫຼວງພຣະບາງ, ຄຳມ່ວນ ເພີ່ມມາຕການ ປ້ອງກັນ
2021.10.12

ສະຖານະການ ການຣະບາດ ເຊື້ອໂຄວິດ-19 ໃນລາວ ຫຼ້າສຸດ ນະຄອນຫຼວງວຽງຈັນ ຍັງມີການຣະບາດໃນຊຸມຊົນ ຢ່າງໜັກໜ່ວງ ຊຶ່ງມີຜູ້ຕິດເຊື້ອ ຫຼາຍກວ່າໝູ່ ເຖິງວ່າຈະຢູ ໃນໄລຍະການ ໃຊ້ມາຕການ ລ໊ອກດາວ. ຖ້າຫາກ ຍັງມີຜູ້ຕິດເຊື້ອ ໃນຊຸມຊົນ ເພີ່ມຂື້ນ ຢ່າງຕໍ່ເນື່ອງ ນະຄອນຫຼວງວຽງຈັນ ຕຽມພິຈາຣະນາ ເງື່ອນໄຂ ໃຫ້ຕຽມ ປີ່ນປົວ ຢູ່ກັບເຮືອນ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ນັກຂ່າວ ເອເຊັຽເສຣີ ໃນວັນທີ 12 ຕຸລາ.
“ມັນແບບ ລັກສະນະວ່າປີ່ນປົວຫາຍ 100 ເນາະບາດຕິດເພີ່ມ 400-500 ບາດນີ້ນ່າ ມັນສະສົມມັນຊິ ບໍ່ມີຕຽງນອນ ໂຕນກັນຫຼາຍ ເປົ້າໝາຍເພິ່ນ ຕໍ່ໜ້າ ຖ້າຫາກມັນຫຼາຍ ເກີນໄປ ແລະ ຜູ້ທີ່ມີ ເງື່ອນໄຂ ປີ່ນປົວຢູ່ເຮືອນ ໄດ້ຈະໃຫ້ໄປ ປີ່ນປົວຢູ່ເຮືອນ ນັ້ນກ່ອນມີ ໜ່ວຍ ສະເພາະກິຈ ຕິດຕາມຊ່ອຍເຫຼືອ ເພິ່ນກໍຈະມາເບິ່ງ ສະຖານທີ່ ທີ່ບໍ່ແຜ່ເຊື້ອ ໄດ້ຕື່ມ ໄດ້ບໍ່ກັກ ບໍຣິເວັນໄດ້ບໍ່ ໜ່ວຍສະເພາະກິຈ ຕ້ອງມາເບິ່ງ ອີກບາດນຶ່ງ.”
ຕໍ່ກັບ ການປີ່ນປົວ ຢູ່ເຮືອນ ຊາວບ້ານ ໄດ້ໃຫ້ຄຳເຫັນວ່າ ເຖິງແມ່ນວ່າ ຊາວບ້ານຫຼາຍຄົນ ບໍ່ເຫັນດີແຕ່ສ່ວນໂຕ ຖືວ່າເປັນເຣື່ອງດີ ຊຶ່ງສາມາດ ແຍກຫ້ອງກັນ ຢູ່ໄດ້ ແລະ ໃຫ້ຄອບຄົວ ສົ່ງເຂົ້າ ສົ່ງນໍ້າໄດ້ດີ ກວ່າ ນອນໂຮງໝໍ ສນາມທີ່ ແອອັດ.
“ຖ້າເຮົາຕິດແລ້ວ ເຮົາຢູ່ເຮືອນເຮົາ ຫ້ອງໃຜ ຫ້ອງມັນແລ້ວ ກໍຄົນທີ່ບໍ່ຕິດ ດູແລກໍໂອເຄ ພູມຕ້ານທານເຈົ້າດີ ແຂງແຮງ ກໍຄືບໍ່ຕ້ອງຢ້ານ ກັບຄົນທີ່ ເຂົາເຈົ້າເປັນແຮງ ພະຍາດ ສ່ວນໂຕແມ່ນຫຍັງ ກໍແຍກເອົາກຸ່ມຫັ້ນໄປ ຫັ້ນນ່າ.”
ວັນທີ 12 ຕຸລາ ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 387 ຄົນ, ຮວມ 7 ເມືອງ ກວມເອົາ 113 ບ້ານ. ໃນນີ້ ເມືອງໄຊເສດຖາ ຕິດເຊື້ອຫຼາຍກວ່າໝູ່ 132 ຄົນ, ໃນຈຳນວນ 20 ບ້ານ ແລະ ມີ ສະຖານຄຸມຂັງ ຮວມ 99 ຄົນ. ນອກຈາກນີ້ ຍັງມີ ເມືອງຈັນທະບູຣີ 24 ຄົນ, ກວມ 12 ບ້ານ, ເມືອງ ສີໂຄດຕະບອງ 33 ຄົນ, ກວມເອົາ 21 ບ້ານ, ເມືອງສີສັດຕະນາກ 27 ຄົນ, ກວມເອົາ 10 ບ້ານ, ເມືອງ ນາຊາຍທອງ 42 ຄົນ, ກວມເອົາ 7 ບ້ານ , ເມືອງໄຊທານີ 80 ຄົນ, ກວມເອົາ 29 ບ້ານ. ສະຖານທີ່ຈຳກັດ ບໍຣິເວັນ 33 ຄົນ ແລະ ເມືອງຫາດຊາຍຟອງ 40 ຄົນ, ກວມເອົາ 14 ບ້ານ.
ແຂວງ ຫຼວງພຣະບາງ ແມ່ນນຶ່ງໃນແຂວງ ທີ່ມີການປະເຊີນ ກັບການຣະບາດ ໃນຊຸມຊົນ ເພີ່ມຂື້ນຢ່າງ ໜ້າເປັນຫ່ວງ. ກ່ອນໜ້ານັ້ນ ທາງການໄດ້ ປະກາດມາຕການ ລ໊ອກດາວ ແຕ່ກໍຍັງມີ ຜູ້ຕິດເຊື້ອ ໃນຊຸມຊົນເພີ່ມຂື້ນ. ຫຼ້າສຸດ ຫ້ອງວ່າການ ປົກຄອງ ແຂວງ ຫຼວງພຣະບາງ ໄດ້ອອກແຈ້້ງການ ເພີ່ມຕື່ມ ເມື່ອວັນທີ 11 ຕຸລາ ຜ່ານມາ ເພີ່ມ ມາຕການ ລ໊ອກດາວ ໄປອີກ 14 ວັນ, ຖ້າພາຍໃນ 14 ວັນ ການຣະບາດ ຜ່ອນລົງ ກໍຈະມີການ ຜ່ອນຜັນ. ເຈົ້າໜ້າທີ່ີ ທີ່ກ່ຽວຂ້ອງ ໃນແຂວງ ຫຼວງພຣະບາງ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ເມື່ອວັນທີ 12 ຕຸລາ ວ່າ ທາງການ ຈະປິດໝົດ ຍົກເວັ້ນ ຮ້ານຂາຍ ເຄື່ອງກິນ ຈຳນວນນຶ່ງ.
“ມັນຫຼາຍຫັ້ນນ່າ ບ້ານລະຄົນ ສອງຄົນ ມັນກະແຈກ ກະຈາຍໄປ ຫຼາຍບ້ານ ແລ້ວ ຊິບໍ່ໃຫ້ອອກ ແທ້ໆ ແລ້ວ ຟູດແພນດ້າ ມີຫຍັງ ມິຫຍັງ ເພິ່ນໃຫ້ ປິດໝົດ ເພິ່ນບໍ່ໃຫ້ສົ່ງ ແລ້ວແຕ່ວ່າ ຂາຍເຄື່ອງກິນ ເຄື່ອງແຫ້ງ ເພິ່ນຍັງນັ້ນຢູ່ ຖ້າວ່າເບິ່ງ ເຮັດໄປຕື່ມໄດ້ 14 ມື້ ຄັນວ່າມັນ ບໍ່ຣະບາດຫຼາຍ ແລ້ວກໍເພິ່ນຈະຜ່ອນຜັນລົງ.”
ສຳລັບ ແຈ້ງການ ສະບັບບນີ້ ແມ່ນຫ້າມ ປະຊາຊົນ ອອກຈາກເຮືອນ ໂດຍບໍ່ຈຳເປັນ, ຫ້າມຊຸມແຊວເດັດຂາດ, ໃຫ້ໂຈະ ການສັ່ງ ອາຫານ ຟູດແພນດ້າ (Foodpanda) ຊົ່ວຄາວ ໃຫ້ປິດ ກິຈການ ຊົ່ວຄາວ ເປັນຕົ້ນ ຊຸບເປີມາຣ໌ເກັດ (Supermarket), ມິນິມາຣ໌ດ (Minimart), ຮ້ານປີ້ງ ແລະ ຈຸ່ມຕ່າງໆ ຕາມແຄມທາງ. ຫ້າມຣົດ ສັນຈອນໄປ-ມາ ຕັ້ງແຕ່ 5 ໂມງແລງ - 5 ໂມງເຊົ້າ, ສ່ວນຕລາດສົດ ຍັງອະນຸຍາດ ໃຫ້ເປີດ ຂາຍສະເພາະ ອາຫານ ການກິນ ເທົ່ານັ້ນ.
ຕໍ່ກັບແຈ້ງການ ລ໊ອກດາວ ເພີ່ມຕື່ມ ຊາວບ້ານ ໃນແຂວງຫຼວງພຣະບາງ ກ່າວວ່າ ມາຕການ ເພີ່ມຕື່ມນີ້ຈະ ເຂັ້ມງວດ ເຣື່ອງການ ເຂົ້າ-ອອກ ບ້ານ ແລະ ເວລາ ໃນການ ສັນຈອນ ໂດຍສະເພາະ ໃນນະຄອນຫຼວງພຣະບາງ.
“ມື້ວານນີ້ເນາະ ເພິ່ນໄດ້ລົງ ມາຕການ ເຂັ້ມງວດ ຕື່ມນ້ອຍນຶ່ງ ມາປ່ຽນເວລາ ການອອກ 5 ໂມງເຊົ້າ ແຕ່ລະຄອບຄົວ ຫັ້ນອອກຕລາດ ບໍ່ເກີນຜູ້ນຶ່ງເນາະ ແຈ້ງການເພີ່ມຕື່ມ ແນ່ນອນວ່າ ກະທົບຢູ່ ບາງຄອບຄົວ ອັນບໍ່ມີແທ້ໆ ຄົນຫາເຊົ້າ ກິນຄໍ່າຫັ້ນ ແຫຼະ.”
ສະເພາະ ວັນທີ 12 ຕຸລາ ແຂວງ ຫຼວງພຣະບາງ ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 52 ຄົນ. ໃນນີ້ມີນະຄອນຫຼວງພຣະບາງ 33 ກໍຣະນີ, ເມຶອງນໍ້າບາກ 12 ກໍຣະນີ ແລະ ເມຶອງງອຍ 7 ກໍຣະນີ. ປັຈຈຸບັນແຂວງຫຼວງພຣະບາງ ມີຜູ້ຕິດເຊື້ອສະສົມ 1,234 ຄົນ. ປີ່ນປົວເຊົາ 227 ຄົນ, ກຳລັງປີ່ນປົວ 1,007 ຄົນ ຍັງບໍ່ມີ ຣາຍງານ ຜູ້ເສັຽຊີວິດ.
ແຂວງຄຳມ່ວນ ສະຖານະການ ການຣະບາດ ຍັງມີຜູ້ຕິດເຊື້ອ ໃນຊຸມຊົນ ແລະ ຍັງມີຄວາມສ່ຽງ ທີ່ຈະແຜ່ ຣະບາດ ໄປສູ່ຊຸມຊົນ ຕາມຈຸດຕ່າງໆ ໂດຍສະເພາະ ແມ່ນເທສບານ ເມືອງທ່າແຂກ. ດັ່ງນັ້ນ ທາງການແຂວງຄຳມ່ວນ ໄດ້ອອກແຈ້ງການ ສືບຕໍ່ປິດການ ເຂົ້າ-ອອກ ແຂວງຄຳມ່ວນ ເປັນເວລາ 14 ວັນ. ນັບແຕ່ ວັນທີ 12-25 ຕຸລາ 2021 ນີ້. ໂດຍຫ້າມ ບຸກຄົນ, ນິຕິບຸກຄົນ ຈາກແຂວງອື່ນ ທີ່ມີການຕິດ ເຊື້ອຢູ່ຊຸມຊົນ ເດີນທາງເຂົ້າ ມາແຂວງຄຳມ່ວນ ເດັດຂາດ. ຖ້າມີ ຄວາມຈຳເປັນ ຕ້ອງໄດ້ຮັບ ອະນຸຍາດ ຈາກພາກສ່ວນ ກ່ຽວຂ້ອງ. ເຈົ້າໜ້າທີ່ ທີ່ກ່ຽວຂອ້ງ ໃນແຂວງຄຳມ່ວນ ໄດ້ກ່າວວ່າ:
“ຍັງມີ ຊຸມຊົນຢູ່ ເຮົາເຮັດໄດ້ແລ້ວ ເຮົາໄປປ່ອຍປຸບ ບາດດຽແລ້ວ ມັນ ອັນຕຣາຽ ເຮົາຕ້ອງ ຄ່ອຍຍານເທື່ອ ລະນ້ອຍ ທີ່ລະນ້ອຍ ໄປ ຄັນຕາມຮອດ 14 ມື້ ກໍປະເມີນຄືນ ອີກສົມມຸດວ່າ ມີກິຈກັມ ອັນໃດທີ່ຈຳເປັນ ຫຼື ສຳຄັນ ກໍຕ້ອງ ໄດ້ມີໜັງສື ຈາກກົມກອງ ນັ້ນແລ້ວ ກໍມາມີບັດ ສັກຢາຄົບ.”
ກ່ຽວກັບແຈ້ງການ ເພີ່ມຕື່ມຂອງ ແຂວງຄຳມ່ວນ ຊາວບ້ານ ໃນແຂວງ ໄດ້ໃຫ້ຄຳເຫັນວ່າ ປັຈຈຸບັນຍັງສືບຕໍ່ ປິດບ້ານ ປິດເມືອງ ແລະ ການໃຊ້ຊີວິດ ຂອງຊາວ ບ້ານກໍຍັງ ຫຍຸ້ງຍາກ ໃນການທຳມາ ຫາກິນ.
“ດຽວນີ້ ນ່າບ້ານ ຕໍ່ບ້ານ ກໍຍັງລ໊ອກ ຫຍຸ້ງຍາກ ຢູ່ດອກ ມັນເຣື່ອງການໄປມາ ແຫຼະເນາະ ແຕ່ວ່າເຂົ້າໃນຫັ້ນນ່າ ປ້ອງກັນໂຕເອງ ກໍໃສ່ຜ້າອັດປາກ ເນາະ ແລະ ກໍເຈວລ້າງມື ແລະກໍບໍ່ໃຫ້ມີ ການຊຸມແຊວ.”
ວັນທີ 12 ຕຸລາ ຜ່ານມາ ແຂວງຄຳມ່ວນ ກວດພົບຜູ້ຕິດ ເຊື້ອໃໝ່ 7 ຄົນ, ທັງໝົດນີ້ ແມ່ນຕິດ ໃນຊຸມຊົນ ຊຶ່ງໃນນີ້ ມີຕິດເຊື້ອ ຢູ່ໃນຄ້າຍ ຄຸມຂັງຄຳຂີ້ໄກ່ 6 ຄົນ ເປັນພະນັກງານ ປກສ 3 ຄົນ, ນັກໂທດຫຼືຜູ້ຕ້ອງຂັງ 3 ຄົນ ແລະ ບ້ານສຸກສວັນ 1 ຄົນ. ປັຈຈຸບັນ ທົ່ວ ແຂວງຄຳມ່ວນ 24 ບ້ານ ຖືກກຳນົດໃຫ້ເປັນບ້ານແດງ, ກວມເອົາ 3 ເມືອງ, ເມືອງທ່າແຂກ 22 ບ້ານ, ເມືອງເຊບັ້ງໄຟ 1 ບ້ານ ແລະ ເມືອງຄຸນຄຳ 1 ບ້ານ. ສ່ວນຜູ້ ຕິດເຊື້ອສະສົມ ທັງໝົດ 2,625 ຄົນ ປິ່ນປົວເຊົາ 2,001 ຄົນ, ກຳລັງປິ່ນປົວ 623 ຄົນ ເສັຽຊີວິດສະສົມ 1 ຄົນ. ອີງຕາມ ຄນະສະເພາະກິຈ ແຂວງຄຳມ່ວນຣາຍງານ.
ຄນະສະເພາະກິຈ ຄວບຄຸມເຊື້ອ ໂຄວິດໄ-19 ຂັ້ນສູນກາງ ໄດ້ຣາຍງານ ເມື່ອວັນທີ 12 ຕຸລາ ໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 542 ຄົນ ໃນນີ້ ຕິດເຊື້ອ ໃນຊຸມຊົນ 533 ຄົນ ແລະ ນໍາເຂົ້າ 9 ຄົນ. ຈາກຜົລຂອງ ການກວດຫາເຊື້ອ ທັງໝົດ 5,240 ໂຕຢ່າງ.
ປັຈຈຸບັນ ທົ່ວປະເທດ ມີຜູ້ໄດ້ຮັບການ ກວດຫາເຊື້ອ ໂຄວິດ-19 ທັງໝົດ 641,839 ຄົນ, ພົບຜູ້ຕິດເຊື້ອສະສົມ 29,398 ຄົນ, ປີ່ນປົວເຊົາ 22,107 ຄົນ, ກຳລັງປີ່ນປົວ 7,258 ຄົນ, ເສັຽຊີວິດສະສົມ 33 ຄົນ. ມາຮອດວັນທີ 11 ຕຸລາ ມີຜູ້ໄດ້ຮັບການ ວັກຊີນເຂັມທີ 1 ຈຳນວນ 3,059,850 ຄົນ ແລະ ເຂັມທີ 2 ຈຳນວນ 2,230,033 ຄົນ.