ພາຍຫຼັງທີ່ທາງການລາວ ໄດ້ຮັບວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ຈໍານວນ 100,620 ໂດສ ຈາກອົງການອະນາມັຍ ໂລກ ທາງການລາວ ກໍມີແຜນຈະສັກໃຫ້ 3 ກຸ່ມ ເປົ້າໝາຍຄື: 1-/ ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, 2-/ ຜູ້ມີໂຣຄປະຈໍາໂຕ ແລະ 3-/ ພະນັກງານແພດ ແລະໝໍ ແລະ ພະນັກງານດ່ານໜ້າ ທີ່ພາດໂອກາດ ໃນການສັກວັກຊິນປ້ອງກັນ ໂຄວິດ-19 ໃນຄັັ້ງທີ່ ຜ່ານມາ, ແຕ່ມາຮອດປັດຈຸບັນ ວັກຊິນຍີ່ຫໍ້ ດັ່ງກ່າວ ໄດ້ໝົດກ່ອນກໍານົດ ເຮັດໃຫ້ຫຼາຍຄົນ ທີ່ຢູ່ໃນກຸ່ມເປົ້າໝາຍ ທີ່ໄດ້ລົງທະບຽນໄວ້ກ່ອນໜ້ານີ້ ຍັງບໍ່ໄດ້ສັກເທື່ອ ເພາະມີຄົນໃຊ້ ເສັ້ນສາຍສວຍໂອກາດ ເພື່ອຈະໄດ້ສັກວັກຊິນ ຍີ່ຫໍ້ນີ້ ແລະ ມີເຈົ້າໜ້າທີ່ບາງຄົນ ອາຈກັກຕຸນວັກຊິນ ໄວ້ໃຫ້ ຍາດພີ່ນ້ອງຂອງຕົນ ໄດ້ສັກກ່ອນ ເຮັດໃຫ້ວັກຊິນ ໝົດໄວກ່ອນກໍານົດ, ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນ ວັນທີ 23 ມິຖຸນາ ນີ້ວ່າ:
“ຕາມທີ່ຂ້ອຍເຫັນເຂົາເຈົ້າເວົ້າ ມີທ່ານໝໍບາງຄົນ ກະນັດລູກເຕົ້າອິຫຍັງຫັ້ນນ່າ ໃຫ້ມາສັກຫັ້ນນ່າ ບາງຄົນກະໃຊ້ຄົນຮູ້ຈັກອິຫຍັງຫັ້ນ ອັນນີ້ ມັນກໍແມ່ນປະກົດການນຶ່ງ ຫຍໍ້ທໍ້ທີ່ວ່າ ບາງຄົນກໍບໍ່ມີເສັ້ນ ບໍ່ມີສາຍ ມີແຕ່ໄປເຮັດເອກກະສານ ລຽນຄິວແອອັດຢູ່ຫັ້ນ ເສັຽ ໂອກາດ ເສັຽເວລາໄປເຮັດວຽກເຮັດງານ.”
ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ຫຼາຍຄົນກໍຕື່ນໂຕກັນຫຼາຍ ແລະ ມີຄວາມຕ້ອງການຈະສັກວັກຊິນ ປ້ອງກັນໂຄວິດ-19 ຊຶ່ງແນ່ ນອນວ່າຕ້ອງມີບາງຄົນໃຊ້ເສັ້ນສາຍ ເພື່ອຂໍໂອກາດ ໃຫ້ຍາດພີ່ນ້ອງ ແລະ ຄອບຄົວຕົນເອງ ໄດ້ສັກວັກຊິນຍີ່ຫໍ້ໄຟເຊີ້ກ່ອນ ຈຶ່ງ ເປັນສາເຫດນຶ່ງ ທີ່ເຮັດວັກຊິນຍີ່ຫໍ້ນີ້ໝົດໄວ ກ່ອນກໍານົດ:
“ເຂົາກະຢ້ານກະມີ ຕື່ນໂຕນໍາກັນ ຢາກສັກບາດນີ້ ກະແບບລັກສນະ ຄົນມັນຮູ້ຈັກກັນ ສົມມຸດວ່ານິ ຄືເອື້ອຍມາຫາ ຢາກໃຫ້ນ້ອງຊ່ອຍ ດຽວນີ້ເອື້ອຍມີປ້າ ລະກະມີລຸງເບາະ ແລ້ວຈະວ່າ ຈັ່ງໃດກັບເອື້ອຍ ນ້ອງຂີນເອື້ອຍໄດ້ບໍ່ ລະບາດນີ້.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ຮັບໜ້າທີ່ສັກວັກຊິນ ປ້ອງກັນໂຄວິດ-19 ຢູ່ເມືອງໄຊທານີ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ນັ້ນມີຈໍານວນຈໍາກັດ ບໍ່ໄດ້ມີຫຼາຍ ແນ່ນອນວ່າຈະຕ້ອງໝົດໄວຢູ່ແລ້ວ ເພາະແຕ່ລະຈຸດ ບໍຣິການ ປະຊາຊົນພາກັນຫຼັ່ງໄຫຼມາ ລົງທະບຽນ ກັນຈໍານວນຫຼາຍ ເພື່ອຮັບການສັກວັກຊິນ ເບື້ອງຕົ້ນ ຢູ່ໂຮງໝໍ ເມືອງໄຊທານີ ກໍ ຢຸດໃຫ້ບໍຣິການສັກ ເຂັມທີ່ 1 ແລ້ວ, ແຕ່ບໍຣິການ ສັກໃຫ້ແຕ່ ເຂັມທີ່ 2 ເທົ່ານັ້ນ:
“ແມ່ນລະ ເຂັມທີ່1 ມັນບໍ່ພຽງພໍ ອັນຄືກັບເມືອງໄຊທານີ ມັນຫຼາຍ ຈໍານວນປະຊາກອນມັນຫຼາຍ ແລະ ກໍບ້ານຫຼາຍ ລະບາດນີ້ ເຮົາກະໄດ້ ປະຊາສັມພັນເຂົາ ໃຫ້ສຸຂສຶກສາເຂົາວ່າ ເຂັມທີ່ 1 ບໍ່ທັນໄດ້ມາ ເຮົາລະສັກແຕ່ ເຂັມທີ່ 2.”
ເຈົ້າໜ້າທີ່ ສັກວັກຊິນ ປ້ອງກັນໂຄວິດ-19 ອີກທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ຫຼາຍຈຸດບໍຣິການ ກໍໝົດໄປແລ້ວ ຍ້ອນວ່າມີຄົນ ຕື່ນໂຕພາກັນມາລົງທະບຽນຫຼາຍ ເພື່ອຢາກສັກວັກຊິນ ຍີ່ຫໍ້ດັ່ງກ່າວ ເພາະເວລາ ເດີນທາງໄປໃສມາໃສ ຈະບໍ່ໄດ້ຫຍຸ້ງຍາກ ຈຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ວັກຊິນ ປ້ອງກັນໂຄວິດ-19 ຈໍານວນດັ່ງກ່າວ ໝົດໄວກ່ອນ ກໍານົດ:
“ໄຟເຊີ້ ມັນຈໍາກັດ ໃຫ້ບໍ່ພຽງພໍເດ້ ບາງຄົນຕື່ນໂຕເດ້ ໄປໃສເຂົາເຈົ້າກວດ ບໍ່ໃຫ້ໄປເດ້ເນາະ ຊັ້ນແຫຼະມັນມາໝົດ ນາຍບ້ານກະເອົາ ສະຖິຕິ ບ້ານບໍ່ໄດ້ນ່າ ສ່ວນຫຼາຍນ່າ ແນະນໍາວ່າ ໂອ່ຍມາໃໝ່ຢູ່ ຊິໄດ້ສັກທຸກຄົນດອກ ຟັງນາຍບ້ານເດີ້ ກະວ່າຈັ່ງຊັ້ນແຫຼະເນາະ.”
ຂນະທີ່ ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ເພີ່ມອີກ 9 ຄົນ ເຊິ່ງກວດພົບ ຢູ່ນະຄອນຫຼວງວຽງຈັນ 6 ຄົນ, ແຂວງຈໍາປາສັກ 2 ຄົນ ແລະ ສວັນນະເຂດ 1 ຄົນ ຈາກ ຜົນການກວດ ວິເຄາະຫາເຊື້ອທັງໝົດ 1,294 ຕົວຢ່າງ ຂອງມື້ວັນທີ 22 ມິຖຸນາ 2021 ນີ້ ສົ່ງຜົລໃຫ້ ປະເທດລາວ ມີຜູ້ຕິດເຊື້ອສະສົມ 2,076 ຄົນ, ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 23 ມິຖຸນາ ນີ້ວ່າ:
“ພວກເຮົາໄດ້ກວດວິເຄາະທັງໝົດ ແມ່ນ 1,294 ຄົນ ຢູ່ໃນນັ້ນ ໄດ້ກວດພົບ ການຕິດເຊື້ອໃໝ່ ທັງໝົດແມ່ນ 9 ຄົນ ຢູ່ໃນຫັ້ນ ຈາກ ນະຄອນຫຼວງວຽງຈັນ 6 ຄົນ, ຈໍາປາສັກ 2 ຄົນ ແລະ ສວັນນະເຂດ 1 ຄົນ.”
ທ່ານກ່າວຕື່ມວ່າ ສໍາລັບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ ຢູ່ນະຄອນຫຼວງວຽງຈັນ 6 ຄົນນັ້ນ ແມ່ນກໍຣະນີຕິດເຊື້ອ ໃນຊຸມຊົນ ຈາກ ການສັມຜັດໃກ້ຊິດກັບ ຜູ້ຕິດເຊື້ອເກົ່າ, ສ່ວນແຂວງ ສວັນນະເຂດ 1 ຄົນ ແລະ ຈໍາປາສັກ 2 ຄົນ ແມ່ນກວດພົບ ຈາກຄົນງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ຊຶ່ງຖືວ່າເປັນກໍຣະນີ ນໍາເຂົ້າ ສໍາລັບ ສວັນນະເຂດ ແລະ ຈໍາປາສັກ.
ນອກຈາກນີ້ ກະຊວງສາທາຣະນະສຸຂ ກໍໄດ້ແຈ້ງເຕືອນປະຊາຊົນວ່າ ການສັກວັກຊິນປ້ອງກັນໂຄວິດ-19 ທີ່ປອດພັຍ ແລະ ໄດ້ ປະສິດທິຜົລ ຈະຕ້ອງສັກຢູ່ຈຸດບໍຣິການເທົ່ານັ້ນ ແລະ ບໍ່ໄດ້ເສັຽຄ່າ ບໍຣິການ ຜູ້ທີ່ເກັບເງິນ ແລະ ຜູ້ທີ່ເຫັນດີຈ່າຍເງິນໃຫ້ ຖືວ່າມີ ຄວາມຜິດ ຖ້າບຸກຄົນໃດແອບອ້າງ ຫຼືໂຄສະນາວ່າ ສາມາດຈັດສັນ ແລະ ໃຫ້ບໍຣິການສັກວັກຊິນປ້ອງກັນ ໂຄວິດ-19 ໄດ້ຂໍໃຫ້ ແຈ້ງທາງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ກວດສອບທັນທີ.
ຫຼ້າສຸດນີ້ ໃນວັນທີ 22 ເດືອນມິຖຸນາ 2021 ສະຫະຣັຖ ອາເມຣິກາ ກໍໄດ້ໃຫ້ການຊ່ອຍເຫຼືອ ຣັຖບານລາວ ເພື່ອຕອບໂຕ້ ແລະ ປ້ອງກັນການແຜ່ຣະບາດ ຂອງໂຄວິດ-19 ນໍາດ້ວຍ ໂດຍມີນໍ້າຢາສໍາລັບໃຊ້ ຢູ່ຫ້ອງທົດລອງ ແລະ ບັນດາອຸປກອນເພື່ອກວດຫາ ເຊື້ອໂຄວິດ-19 ຈໍານວນ 200 ກ໋ອງ ມູລຄ່າ 7,100 ໂດລາສະຫະຣັຖ ແລະມີພິທີມອບຮັບ ຢູ່ສນາມບິນສາກົລວັດໄຕ ນະຄອ ນຫຼວງວຽງຈັນ.
ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 23 ມິຖຸນາ 2021 ນີ້ ຣາຍງານວ່າ ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 286,664 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 2,076 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 1,960 ຄົນ ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 113 ຄົນ.
ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນ ເຂັມທີ່ 1 ຈໍານວນ 798,257 ຄົນ ແລະ ເຂັມທີ່ 2 ຈໍານວນ 407,370 ຄົນ.