ແພດລາວ ບາງຄົນ ຍັງບໍ່ຢຶດໝັ້ນ ຈາຣິຍາທັມ

ໄຊຍາ
2024.02.20
ແພດລາວ ບາງຄົນ ຍັງບໍ່ຢຶດໝັ້ນ ຈາຣິຍາທັມ ປະຊາຊົນກຳລັງນັ່ງລໍຖ້າບໍຣິການສຸຂພາບ ທີ່ໂຮງໝໍແຫ່ງນຶ່ງໃນນະຄອນຫຼວງວຽງຈັນ. ເດືອນກຸມພາ ປີິ 2023
Credit photos: ນັກຂ່າວພົລເມືອງ

ປັດຈຸບັນຍັງມີບຸກຄະລາກອນແພດໝໍຈໍານວນໜຶ່ງຖືເບົາວິຊາສະເພາະຂາດຈັນຍາບັນອີກທັງບາງຄົນຍັງເອື່ອຍອີງໃສ່ກັນແລະຫວັງຜົນປະໂຫຍດເປັນຕົ້ນດຳເນີນການປີ່ນປົວຍາດຕິພີ່ນ້ອງຂອງໂຕເອັງກ່ອນແລະປະໃຫ້ຄົນເຈັບທີ່ມາຮອດໂຮງໝໍກ່ອນຫຼືມີອາການຮຸນແຮງຫຼາຍຕ້ອງໄດ້ລໍຖ້າເຮັດໃຫ້ຄົນເຈັບບາງຄົນມີອາການຮຸນແຮງຫຼາຍຂື້ນແລະເຖີງຂັ້ນເສັຍຊີວິດ. ດັ່ງທ່ານໝໍກ່າວຕໍ່ວິທຍຸເອເຊັຍເສຣີໃນວັນທີ 19 ກຸມພາ 2024 ນີ້ວ່າ.

 “ ແນ່ນອນຢູ່ແລ້ວເພາະວ່າຂະເຈົ້າມັນເປັນວຽກທາງຣັຖແດ່ເນາະແລ້ວກໍແບບວ່າໂຮງໝໍຫັ້ນມັນມີຈຳກັດເນາະແບບວ່າຄົນມັນຫຼາຍຫັ້ນນ່າມັນຫຼາຍລະຊອກສ່ວນເປັນເຈັບຫຼາຍລະຄົນມັນຫຼາຍແລ້ວພາກສ່ວນທີ່ວ່າມັນເຈັບຫຼາຍໝໍຫັ້ນບໍ່ສາມາດບໍຣິຫານຄົນເຈັບຫຼາຍລະໝໍບໍ່ສາມາດບໍຣິຫານຄົນເຈັບນັ້ນໄດ້ຫັ້ນນ່າແບບວ່າຄົນມັນຫຼາຍເກີນໄປແລ້ວແບບວ່າຂະເຈົ້າຈະອັນມີບາງເທື່ອຂະເຈົ້າກໍຊິເລືອກແບບວ່າເປັນພີ່ນ້ອງກັນບໍ່ພີ່ນ້ອງມາແລ້ວກໍໄປເບີ່ງພີ່ນ້ອງກ່ອນຫັ້ນນ່າ.”

 ໂຮງໝໍຊຸມຊົນ ແລະ ໂຮງໝໍເມືອງຫຼາຍແຫ່ງທົ່ວປະເທດຍັງປະສົບບັນຫາຂາດແຄນບຸກຄະລາກອນທາງການແພດທີ່ມີຄວາມຮູ້ສະເພາະດ້ານກ່ຽວກັບການປີ່ນປົວແລະບົ່ງມະຕິພະຍາດໃຫ້ແກ່ພໍ່ແມ່ປະຊາຊົນຢ່າງຖືກຕ້ອງພໍເທົ່າໃດອີກທັງການປີ່ນປົວຫຼາຍເທື່ອພັດເຮັດໃຫ້ອາການຂອງຄົນເຈັບໄດ້ຮັບຜົນຂ້າງຄຽງແລະມີອາການຮຸນແຮງຫຼາຍກ່ວາເກົ່າ. ດັ່ງທ່ານໝໍໄດ້ກ່າວຕື່ມວ່າ.

 “ ການສີດຢາໃຊ້ຢາຕໍ່ກັບຄົນເຈັບຄົນໄຂ້ຫັ້ນນ່າເຮົາຕ້ອງໃຊ້ໃນປະຣິມານທີ່ເໝາະສົມບໍ່ແມ່ນວ່າເຈັບແນວນີ້ຂະເຈົ້າເວົ້າແນວນີ້ແລ້ວເຮົາຄິດວ່າເອີໜ້າຊິເປັນແນວນີ້ນ່າເຮົາໃຊ້ຢາແບບນີ້ໆ ເອີບາງເທື່ອມັນບໍ່ເໝາະສົມກັບພະຍາດທີ່ອັນຄົນ ໆ ນັ້ນເປັນຫັ້ນນ່າແລ້ວມັນຈະມີຜົນກະທົບຕໍ່ສຸຂພາບຂອງຄົນນັ້ນ”

  ທ່ານກ່າວຢໍ້າຕື່ມວ່າພະນັກງານ-ຣັຖກອນທີ່ເຮັດວຽກດ້າການບໍຣິການທາງການແພດຈໍານວນໜຶ່ງກໍເວົ້າກົງກັນວ່າເນື່ອງຈາກປັດຈຸບັນແພດໝໍທີ່ໃຫ້ການບໍຣິການໃຫ້ແກ່ປະຊາຊົນຢູ່ຫຼາຍບ້ານແລະຫຼາຍເມືອງໃນແຂວງຕ່າງ ໆ ທົ່ວປະເທດຍັງບໍ່ທັນພຽງພໍພວກເຂົາເຈົ້າຈຶ່ງຈຳ ເປັນຕ້ອງໄດ້ເຮັດວຽກໜັກບໍ່ສອດຄ່ອງກັບຄ່າຕອບແທນທີ່ໄດ້ຮັບທ່າມກາງບັນຫາເສຖກິຈ-ການເງິນເຊີ່ງເປັນປັດໃຈສຳຄັນທີ່ສົ່ງຜົນສະທ້ອນຕໍ່ການປະຕິບັດໜ້າທີ່ຂອງແພດໝໍ.

 ຜ່ານມາເກີດຫາງສຽງຈົ່ມວ່າຈາກປະຊາຊົນເປັນຈໍານວນຫຼາຍກ່ຽວກັບເຣື່ອງທີ່ແພດໝໍເວົ້າບໍ່ມ່ວນແລະໃຫ້ການບໍຣິການບໍ່ທັນດີເຊີ່ງສ່ວນໜຶ່ງແມ່ນເປັນຍ້ອນພວກຂະເຈົ້າຖືເບົາວິຊາສະເພາະແລະຈັນຍາບັນແພດໝໍແລະອີກສ່ວນໜຶ່ງເປັນຍ້ອນຄົນເຈັບແລະຍາດຕິພີ່ນ້ອງຂອງຄົນເຈັບບໍ່ທັນປະຕິບັດຕາມຄໍາແນະນໍາຂອງແພດໝໍ. ດັ່ງເຈົ້າໜ້າທີ່ເຮັດວຽກດ້ານສາທາຣະນະສຸຂຝ່າຍບໍຣິຫານທີ່ຂໍສະຫງວນສື່ແລະສຽງໄດ້ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນວ່າ.

ອ່ານ “ກ່ຽວກັບເຣື່ອງເວົ້າບໍ່ມ່ວນບໍ່ ເວົ້າບໍ່ມ່ວນ ແພດໝໍບາງຄົນກໍເວົ້າປາກເຈັບຫັ້ນນ່າບາດບາງເທື່ອຍັງບໍ່ທັນໄດ້ຫຍິບເຂົາກໍເວົ້າໃຫ້ຂ້ອຍວ່າເປັນຫຍັງເຈົ້າຈຶ່ງບໍ່ເບີ່ງແຍງໃຫ້ຂ້ອຍຫັ້ນນ່າສົມມຸດຂະເຈົ້າກີນເຫຼົ້າເນາະດື່ມສຸຣາມາໂຮງໝໍສົມມຸດວ່າເປັນອຸປັດຕິເຫດມາທີ່ເຮົາເວົ້າຄືບໍ່ຟັງໃຫ້ບາງທີ່ນ່າເຮົາສິສັກຢາບາງຄົນກໍບໍ່ໃຫ້ສັກຫັ້ນນ່າສົມມຸດວ່າແນວນັ້ນ”

 ວັນທີ 10 ພຶສຈິກາ 2023 ຜ່ານມາ ຍານາງຂັນກາບ ໄຊຍະກຸມມານ ສະມາຊິກສະພາແຫ່ງຊາຕ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ວ່າຍັງມີແພດໝໍຈຳນວນໜຶ່ງບໍຣິການບໍ່ເປັນໄປຕາມຈັນຍາບັນແພດຈົນເຮັດໃຫ້ພໍ່ແມ່ປະຊາຊົນຈຳນວນໜຶ່ງບໍ່ຢາກໄປຮັບການປີ່ນປົວຢູ່ໂຮງໝໍຍາມເຈັບເປັນ.

 ກ່ຽວກັບເຣື່ອງນີ້ວິທຍຸເອເຊັຍເສຣີໄດ້ຕິດໄປຍັງປະຊາຊົນທີ່ເຄີຍເຂົ້າບໍຣິການຢູ່ໂຮງໝໍຂອງຣັຖຫຼາຍຄົນໃນຫຼາຍເມືອງແລະຫຼາຍແຂວງທົ່ວປະເທດເພື່ອສອບຖາມຄວາມເພີ່ງພໍໃຈແລະເຣື່ອງທີ່ຢາກໃຫ້ປັບປຸງແກ້ໄຂແຕ່ສ່ວນຫຼາຍບໍ່ສະດວກໃຫ້ສຳພາດຍ້ອນກັງວົນຜົນກະທົບຕໍ່ການເຂົ້າຮັບການບໍຣິການ.

 ນອກຈາກບັນຫາດ້ານການບໍຣິການແລ້ວເຄື່ອງມືທາງການແພດຍັງບໍ່ມີຄວາມພ້ອມແລະບໍ່ທັນສອດຄ່ອງກັບຍຸກປັດຈຸບັນ ສ່ວນຢາທີ່ໃຊ້ປີ່ນປົວອາການພື້ນຖານຂອງປະຊາຊົນຍັງສະໜອງຄວາມຕ້ອງການບໍ່ໄດ້ຢ່າງພຽງພໍເນື່ອງຈາກທາງການລາວແລະພາກສ່ວນທີ່ກ່ຽວຂ້ອງຍັງບໍ່ທັນສາມາດຈັດສັນງົບປະມານສຳລັບນໍາໃຊ້ໃນສ່ວນນີ້ໄດ້ຢ່າງເໝາະສົມເທື່ອ. ດັ່ງແພດການຢາທ່ານໄດ້ກ່າວວ່າ.

“ໂຕນີ້ບໍ່ບໍ່ຈັກສິວ່າຄືກັນມັນມີຫຼາຍແບບຫຼາຍຫຼາຍຢ່າງທີ່ວ່າສ່ວນໜຶ່ງກໍເກົ່າແລ້ວແລະພາກສ່ວນໜຶ່ງກໍໄດ້ຮັບການອັບເດດເວລານີ້ຂາດເຂີນແນ່ຢາບາງຢາກາຂື້ນກັບງົບປະມານຂອງຣັຖບໍ່ບໍ່ພຽງພໍຢາປະສົມກັນແມ່ນຢາປີ່ນປົວກ່ຽວກັບພະຍາດທົ່ວໄປໂດຍສະເພາະໃນເມືອງກາຂາດເຂດນອກກໍຂາດເນາະ”

 ທ່ານກ່າວຕື່ມວ່າມາຮອດປັດຈຸບັນຍັງມີຊາວລາວຈໍານວນໜຶ່ງທີ່ອາໃສຢູ່ເຂດຫ່າງໄກສອກຫຼີກບໍ່ສາມາດເຂົ້າເຖີງການບໍຣິການດ້ານສາທາຣະນະສຸກຈາກທາງການໄດ້ພໍເທົ່າໃດໂດຍສະເພາະຄອບຄົວທຸກຍາກ. ເຖີງແມ່ນວ່າໂຮງໝໍຫຼາຍແຫ່ງຈະເຄີຍໄດ້ຮັບເງິນທືນສະ

ໜັບສະໜູນຈາກອົງກອນສາກົນແຕ່ເມື່ອສີ້ນສຸດໂຄງການແລ້ວກໍບໍ່ໄດ້ຮັບການຊ່ອຍເຫຼືອຕື່ມຍ້ອນທາງການລາວເອັງກໍບໍ່ທັນມີງົບປະມານເຮັດໃຫ້ປະຊາຊົນໃນພື້ນທີ່ປະສົບບັນຫາການເຂົ້າເຖີງການແພດ.

 ໃນວັນທີ 16 ກຸມພາ 2024 ຜ່ານມາ ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກຣັຖມົນຕຣີກ່າວໃນກອງປະຊຸມສຣຸບການຈັດຕັ້ງປະຕິບັດວຽກງານສາທາຣະນະສຸຂປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ນີ້ວ່າພະນັກງານສະມາຊິກພັກໃນຂແນງສາທາຣະນະສຸຂຈຳນວນໜຶ່ງຍັງບໍ່ທັນປະຕິບັດຕາມແນວທາງຂອງພັກ, ຣະບຽບກົດໝາຍຂອງຣັຖຢ່າງເລິກເຊີ່ງແລະການປະຕິບັດງານດ້ານການກວດກາຂອງຂັ້ນລຸ່ມຍັງບໍ່ທັນເປັນປົກກະຕິເທົ່າທີ່ຄວນ.

 ອີກທັງການພັທນາບຸກຄະລາກອນດ້ານສາທາຣະນະສຸຂຍັງບໍ່ທັນມີຄຸນນະພາບ, ການປັບປຸງ ແລະ ການຈັດວາງຕຳແໜ່ງງານຍັງບໍ່ທັນເປັນລະບົບບາງກໍຣະນີຕິດພັນກັບຜົນປະໂຫຍດ, ວຽກງານດ້ານບໍຣິການຍັງບໍ່ທັນມີປະສິດທິພາບຍ້ອນພະນັກງານສະມາຊິກພັກສ່ວນຫຼາຍແມ່ນມັກເວົ້າວຽກບໍຣິຫານ, ຖືເບົາວິຊາສະເພາະແລະຈັນຍາບັນແພດໝໍເຮັດໃຫ້ເກີດຫາງສຽງຈົ່ມວ່າຂອງປະຊາຊົນຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.