ພະນັກງານພັກ-ຣັຖ ງົດເວັ້ນ ສລອງປີໃໝ່ສາກົລ

ຈຳປາທອງ
2021.12.23
ພະນັກງານພັກ-ຣັຖ ງົດເວັ້ນ ສລອງປີໃໝ່ສາກົລ ຕຣຽມການສລອງ ວັນຄຣິສມາສ ແລະບຸນປີໃໝ່ສາກົລ, ເດືອນທັນວາ 2018.
ນັກຂ່າວ ພົລເມືອງ

ການຈັດງານສລອງບຸນຄຣິສມາສ ແລະບຸນປີໃໝ່ສາກົລ 2022 ຢູ່ປະເທດລາວປີນີ້ ຈະຕ້ອງຢູ່ພາຍໃຕ້ມາຕການຄວບຄຸມ ການແພ່ຣະບາດຂອງເຊື້ອ ໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນບໍ່ໃຫ້ເຕົ້າໂຮມກັນ ສລອງເກີນ 50 ຄົນ, ຫ້າມບໍ່ໃຫ້ເຊີນແຂກຕ່າງເມືອງ, ຕ່າງແຂວງ ມາຮ່ວມງານ ແລະເຈົ້າໜ້າທີ່ພາຍໃນເມືອງ ຈະບໍ່ໄດ້ເຂົ້າຮ່ວມງານນໍາຄືດັ່ງທີ່ຜ່ານມາ ດັ່ງຊາວຄຣິສຕຽນລາວ ຢູ່ແຂວງຫລວງພຣະບາງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 22 ທັນວານີ້ວ່າ:

ຫລັກໆກໍຈະເປັນທີ 25 ນີ້ນໍ ກໍານົດຈໍານວນຄົນຮ່ວມບໍ່ໃຫ້ເກີນ 50 ຄົນລົງມາ ຄວາມຈິງແລ້ວເພິ່ນກໍບໍ່ໃຫ້ເຊີນຫັ້ນແຫລ/ະ ບໍ່ໃຫ້ເຊີນຂັ້ນເທິງແລ້ວກໍບໍ່ໃຫ້ເຊີນຜູ້ອື່ນ ມີແຕ່ສະເພາະຄຣິສຕະຈັກຫັ້ນນະ ທີ່ຜ່ານມາເຮົາຈັດຢູ່ຄຣິສຕະຈັກ ຍັງມີຂັ້ນເທິງຮ່ວມຢູ່ ກະມີຕໍາຣວດກຸ່ມບໍ ຫລືວ່າທາງຫ້ອງການພາຍໃນ”

ແຕ່ບາງແຂວງຂອງລາວ ໄດ້ອອກແຈ້ງການຫ້າມບໍ່ໃຫ້ພະນັກງານພັກ-ຣັຖ ຈັດງານອວຍພອນປີ  ໃໝ່ສາກົນ ຍ້ອນການຣະບາດຂອງໂຄວິດ-19 ໃນລາວຍັງຮຸນແຮງ ແລະມີຄວາມສ່ຽງສູງ ທີ່ຈະ ຣະບາດໜັກຂຶ້ນຕື່ມ.

ແຂວງສາຣະວັນ ເປັນແຂວງທໍາອິດທີ່ອອກແຈ້ງການ ຫ້າມບໍ່ໃຫ້ພະນັກງານພັກ-ຣັຖ ທຸກສໍານັກງານ-ອົງການ ຈັດງານອວຍພອນປີໃໝ່ ແລະງານລ້ຽງສັງສັນທຸກກໍຣະນີ ເພື່ອເປັນແບບຢ່າງໃຫ້ປະຊາຊົນ ແລະທີ່ສໍາຄັນ ເພື່ອຫລຸດຜ່ອນການຣະບາດຂອງໂຄວິດ-19 ໃນໄລຍະບຸນປີໃໝ່ສາກົລນີ້ ດັ່ງເຈົ້າໜ້າທີ່ແຂວງສາຣະວັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສີໃນມື້ວັນທີ 23 ທັນວານີ້ວ່າ:

ຫ້າມຈັດງານນີ້ ພວກເຮົາກະບໍ່ໄດ້ຂຽນວ່າຫ້າມຈັດງານ ແຕ່ວ່າສໍານັກງານ ທຸກອົງການ ຫ້າມຈັດງານລ້ຽງ ງານອວຍພອນ ຫ້າມພະນັກງານໃນຂົງເຂດການຕ່າງໆນີ້ນ່າ ໂດຍສະເພາະແມ່ນໃນເຂດເທສບານແຂວງ ກໍຄືໃນເມືອງສາຣະວັນຈັ່ງຊີ້ ມີການພົວພັນຄົນອິຫຍັງໄປ-ມາ ເພາະຖ້າມັນມີການຣະບາດ ມັນຄືເວົ້າຫັ້ນແຫລະ.

ທ່ານກ່າວຕື່ມວ່າ ສ່ວນການສລອງບຸນຂອງປະຊາຊົນ ແລະຜູ້ປະກອບການຕ່າງໆຢູ່ພາຍໃນແຂວງສາຣະວັນ ກໍຍັງຈັດງານບຸນປີໃໝ່ສາກົລໄດ້ຕາມປົກຕິ ແຕ່ຈະຕ້ອງບໍ່ໄປຊຸມແຊວກັນຫລາຍຄົນ, ໃຫ້ກິນຢູ່ເຮືອນໃຜເຮືອນລາວ, ບໍ່ໃຫ້ເດີນທາງໄປມາທາງໃດ.

ຊາວບ້ານໃນແຂວງສາຣະວັນ ເຫັນວ່າ ການຫ້າມຊາວບ້ານຈັດງານສລອງບຸນແລະອອກໄປ ຊຸມແຊວກັນຫລາຍຄົນ ກໍເປັນມາຕການທີ່ດີ ແຕ່ໃນສະພາບຕົວຈິງ ກໍຂ້ອນຂ້າງຫ້າມກັນໄດ້ຍາກ ເພາະຊາວບ້ານ ກໍຕ້ອງການສລອງບຸນປີໃໝ່ສາກົລກັບຄອບຄົວ ແລະຍາດພີ່ນ້ອງຂອງພວກເຂົາ ເຈົ້າ ດັ່ງຊາວບ້ານຜູ້ນຶ່ງ ເວົ້າວ່າ:

ແຈ້ງການເພິ່ນມາບອກວ່າ ບໍ່ໃຫ້ຊຸມແຊວກັນວ່າຊັ້ນປີໃໝ່ ຈັກແຫລ໋ວ ຮອດມື້ກະບໍ່ຮູ້ຄືກັນ ທາງລາວກະຕິດຫລາຍກັນຫັ້ນນ່າ ເດືອດຮ້ອນກັນໄປໝົດ ຣະວັງໃຜະວັງມັນຫັ້ນແຫລ໋ວ ກະເຮັດຈັ່ງໃດມັນກະຈໍາເປັນແຫລະ ສັກວັກຊິນກະບໍ່ຢູ່ແລ້ວເນາະ.

ປະຊາຊົນຢູ່ແຂວງສາຣະວັນ ອີກຜູ້ນຶ່ງກໍເວົ້າວ່າ ການຫ້າມຈັດງານສລອງບຸນປີໃໝ່ສາກົລ, ຕາມຮ້ານອາຫານກໍບໍ່ໃຫ້ຂາຍເຄື່ອງດື່ມເປັນເບັຍ ເປັນເຫລົ້າ ແຕ່ຊາວບ້ານກໍພາກັນກິນດື່ມຢູ່ເຮືອນໄຜເຮືອນລາວຄືເກົ່າ.

ອັນເຂົາໃຫ້ປິດຫັ້ນນ່າ ບໍ່ໃຫ້ຈັດງານເລີຍ ຮ້ານອາຫານກະສິເປີດຢູ່ ແຕ່ວ່າບໍ່ໃຫ້ມີເຫລົ້າມີເບັຽອີ່ຫຍັງຫັ້ນນ່າ ເຂົາກະກິນເຮືອນໄຜເຮືອນມັນກະໄດ້ຢູ່.

ພ້ອມດຽວກັນນັ້ນ ທາງການນະຄອນຫລວງວຽງຈັນ ກໍໄດ້ຂໍຄວາມຮ່ວມມືຈາກປະຊາຊົນທັງລາວ ແລະຊາວຕ່າງປະເທດ ບໍ່ໃຫ້ມີການຊຸມແຊວກັນໃນວົງກວ້າງ ເກີນ 50 ຄົນໃນໄລຍະບຸນປີໃໝ່ສາກົລນີ້ ເພື່ອປ້ອງກັນການຣະບາດຂອງໂຄວິດ-19. ຫາກໂຮງຈັກໂຮງງານໃດ ຕ້ອງການສລອງບຸນປີໃໝ່ສາກົລໂດຍມີຄົນຮ່ວມງານເກີນ 50 ຄົນ ຈະຕ້ອງແຈ້ງຂໍອະນຸຍາດຈາກຄະນະສະເພາະກິດ ປ້ອງກັນໂຄວິດ-19 ນະຄອນຫລວງວຽງຈັນກ່ອນ. ສ່ວນຮ້ານອາຫານຕ່າງໆ ຈະຕ້ອງໄດ້ຮັບອະນຸຍາດຈາກຜແນກຖແລງຂ່າວ, ວັທນະທັມແລະທ່ອງທ່ຽວນະຄອນຫລວງວຽງຈັນກ່ອນ ຈຶ່ງຈະເປີດໃຫ້ບໍຣິການໄດ້. ຫາກກວດພົບເຫັນວ່າ ຮ້ານອາຫານຮ້ານກິນດື່ມ ລະເມີດຄໍາສັ່ງ ກໍຈະຖືກດໍາເນີນຄະດີຕາມກົດໝາຍ. ດັ່ງເຈົ້າໜ້າທີ່ຫ້ອງວ່າການນະ ຄອນຫລວງວຽງຈັນທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 23 ທັນວານີ້ວ່າ:

ໂຕນີ້ລະແມ່ນວ່າ ເພິ່ນບໍ່ຢາກໃຫ້ເຮັດຫັ້ນແຫລະເນາະ ແຕ່ວ່າສົມມຸດວ່າ ສິຈັດເປັນງານໃຫຍ່ບໍ່ສິນ່າ ແຂກ 100 ປາຍຄົນຕ້ອງເຮັດໜັງສືສເນີມາຫາຄະນະສະເພາະກິດ ນະຄອນຫລວງ ຢູ່ໃນແຈ້ງການແມ່ນເພິ່ນຣະບຸບໍ່ໃຫ້ກາຍ 50 ຄົນຖ້າວ່າມີງານອິຫຍັງຕ່າງໝຫັ້ນນ່າ.

ແລະກອງບັນຊາການປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ແລະກະຊວງປ້ອງກັນຄວາມສງົບ ກໍໄດ້ອອກແຈ້ງການໃຫ້ເພີ່ມທະວີການຮັກສາຄວາມສງົບ-ປອດພັຍ, ຄວາມເປັນຣະບຽບຮຽບຮ້ອຍຂອງສັງຄົມ ໃນງານສໍາຄັນຕ່າງໆຂອງພັກ-ຂອງຊາດ, ງານບຸນປີໃໝ່ສາກົລ,​ປີໃໝ່ຈີນ ປີ   ໃໝ່ວຽດນາມ 2021-2022 ນີ້. ໃຫ້ປະຊາຊົນທຸກຄົນ ແລະທຸກສໍານັກງານ, ອົງການ ຕ້ອງປະຕິບັດຄໍາສັ່ງຂອງສູນກາງ ແລະທ້ອງຖິ່ນໃນການປ້ອງກັນການແຜ່ຣະບາດຂອງໂຄວິດ-19 ຢ່າງເຂັ້ມງວດ, ມີສະຕິລະວັງຕົວສູງ ປົກປັກຮັກສາຊັພສົມບັດຂອງຕົນເອງໃຫ້ດີ,​ເອົາໃຈໃສ່ກວດກາສະຖານທີ່ ເຮຶອນຊານ ເຄຫະສະຖານ ບ່ອນຢູ່ອາສັຍເພື່ອຮັບປະກັນ ບໍ່ໃຫ້ເກີດອັກຄີພັຍຕ່າງໆ ຈາກການຈູດທູບ-ທຽນບູຊາຕາມປະເພນີ ຮວມເຖິງການປຸ້ນຈີ້-ຊິງຊັບ-ລັກຊັບ ກໍ່ອາສຍາກັມແລະອື່ນໆຂອງກຸ່ມຄົນບໍ່ດີ. ເວົ້າເຖິງການຊ່ອຍເຫລືອດ້ານວັກຊິນປ້ອງກັນໂຄວິດ-19 ຂອງຕ່າງປະເທດໃຫ້ແກ່ຣັຖບານລາວ ກໍມີອີກ 4 ປະເທດ ຄື Netherland, ກະເຣັກ, ຝຣັ່ງເສດ ແລະຍີ່ປຸ່ນ ທີ່ພວມສົ່ງມາຊ່ອຍລາວຕື່ມອີກ ທັງໝົດ 1,274,400 ໂດສ ຜ່ານໂຄງການ Covax Facilities ຊຶ່ງກ່ອນໜ້ານີ້ບໍ່ດົນ ກໍມີສະຫະຣັຖອາເມຣິກາ, ມາເລເຊັຽ, ສະວີເດັນ ແລະ ຟິນແລັນ ໄດ້ມອບໃຫ້ຣັຖບານລາວແລ້ວ 1 ລ້ານປາຍໂດສ. ການຣະບາດຂອງໂຄວິດ-19 ຢູ່ລາວ ຈາກຜົລຂອງການກວດຫາຜູ້ຕິດເຊື້ອຈໍານວນ 5,953 ຄົນໃນທົ່ວປະເທດໃນມື້ວັນທີ 22 ທັນວາ, ໃນມື້ວັນທີ 23 ທັນວານີ້ ມີຜູ້ຕິດເຊື້ອລາຍໃໝ່ 1,471 ຄົນ ແລະເສັຍຊີວິດ 11 ຄົນ ດັ່ງ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸກ ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນໃນມື້ວັນທີ 23 ທັນວານີ້ວ່າ:

ທົ່ວປະເທດແມ່ນໄດ້ເກັບໂຕຢ່າງ ເພື່ອກວດຊອກຫາເຊື້ອໂຄວິດ-19 ທັງໝົດ 5,953 ໂຕຢ່າງ ແລະພົບເຊື້ອທັງໝົດ 1,471 ຄົນ.

ມາຮອດມື້ນີ້ ສປປລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 103,336 ຄົນ, ເສັຍຊີວິດ 299 ຄົນ ແລະຢູ່ໃນຣະຫວ່າງການປິ່ນປົວ 10 ພັນປາຍຄົນ. ສ່ວນການສັກວັກຊິນປ້ອງກັນໂຄວິດ-19 ມາຮອດມື້ວັນທີ 21 ທັນວານີ້ ມີຜູ້ໄດ້ສັກເຂັມທີ 1 ແລ້ວ 4,416,684 ຄົນ ກວມເອົາ 60.19%, ໄດ້ສັກເຂັມທີ 2 ແລ້ວ 3,377,027 ຄົນ ກວມເອົາ 46.02%. ສ່ວນເຂັມທີ 3 ເລີ່ມມີການສັກໄປຫລາຍແລ້ວ ແຕ່ຍັງບໍ່ມີຣາຍງານຈາກຄະນະສະເພາະກິດປ້ອງກັນໂຄວິດ-19 ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.