ອະຫິວາໝູອະຟຣິກາ ຍັງຣະບາດ ຢູ່ລາວ

ພູວົງສ໌
2019.08.01
F-Pork ຊີ້ນໝູ ທີ່ ຈໍາໜ່າຍໃນຕລາດແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ
RFA/TS

ມາເຖິງປະຈຸບັນ ຄືທ້າຍເດືອນກໍຣະກະດາ ນີ້, ສະພາບການຣະບາດ ຂອງ ພຍາດອະຫິວາໝູອະຟຣິກາ ໃນລາວ ຍັງບໍ່ມີທ່າທີວ່າ ຈະຫຼຸດລົງ ແລະ ພວມແຜ່ຣະບາດໄປສູ່ ຫຼາຍແຂວງ ເກືອບທົ່ວປະເທສແລ້ວ.

ອີງຕາມການສັງເກດຂອງຊາວບ້ານໃນຫຼາຍພື້ນທີ່, ທີ່ໄດ້ເຜີຍແຜ່ຂໍ້ມູນຜ່ານສື່ສັງຄົມອອນລາຍ ໃນແຕ່ລະມື້ແລ້ວແມ່ນວ່າ ຍັງພົບເຫັນມີໝູ ຂອງຊາວບ້ານ ທີ່ລ້ຽງຕາມບ້ານເຮືອນລົ້ມຕາຍ ແບບບໍ່ມີສາເຫຕ ເກືອບທຸກມື້.

ຫຼ້າສຸດນີ້, ອີງຕາມຂໍ້ມູນຈາກກະຊວງກະສິກັມ ແລະ ປ່າໄມ້ຂອງລາວ, ທີ່ໄດ້ຮວບຮວມສະຖິຕິການຣະບາດ ແລະ ການຕາຍຂອງໝູ, ຈົນ ມາຮອດວັນທີ 17 ກໍຣະກະດາ 2019 ແລ້ວ, ສາມາດເຫັນການຣະບາດ ແລະ ໄດ້ຢັ້ງຢືນຢ່າງເປັນທາງການ ຢູ່ໃນ 8 ແຂວງຄື:

ສວັນນະເຂດ, ສາຣະວັນ, ຫົວພັນ, ຜົ້ງສາລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ຫຼວງພຣະບາງ ແລະ ບໍຣິຄຳໄຊ, ເຊິ່ງສາມາດບັນທຶກ ໄດ້ອີກວ່າ ມີການຣະບາດໃນ 12 ເມືອງ, 23 ບ້ານ ແລະ ມີໝູຕາຍທັງໝົດ 9,281 ໂຕ.

ຢ່າງໃດກໍຕາມ, ຈາກການຕິດຕາມກວດກາ ແລະ ຊອກຫາຂໍ້ມູນຢ່າງຄັກແນ່ແລ້ວ, ທາງການລາວກໍຍັງບໍ່ສາມາດຮູ້ໄດ້ວ່າ ສາເຫຕທີ່ເຮັດ ໃຫ້ມີການແຜ່ຣະບາດ ຂອງເຊື້ອພຍາດດັ່ງກ່າວ ແມ່ນມາຈາກອັນໃດກັນແທ້, ແຕ່ທາງການພຽງແຕ່ໄດ້ຄຶດ ແລະ ກໍສົງໃສ ຈົນສັນນິຖານວ່າ ອາຈມາຈາກການລັກລອບ ນຳເອົາຊີ້ນໝູ ຫຼືຜລິຕພັນໝູທີ່ຕິດເຊື້ອ ຈາກປະເທສເພື່ອນບ້ານໃກ້ຄຽງ ເປັນຕົ້ນກໍແມ່ນຫວຽດນາມ ແລະ ຈີນ ທີ່ເປັນປະເທສຕົ້ນທາງ ຂອງການຣະບາດພຍາດນີ້.

ດັ່ງທ່ານ ບຸນຂວາງ ຄຳບຸນເຮືອງ, ຮອງຣັຖມົນຕຣີກະຊວງກະສິກັມ ແລະ ປ່າໄມ້ ເຄີຍໃຫ້ສັມພາດແກ່ສື່ມວນຊົນທ້ອງຖິ່ນ ເມື່ອ ເດືອນ ກໍຣະກະດາວ່າ:

“ສາເຫຕນີ້ກະມາຈາກເຊື້ອໄວຣັສ, ແຕ່ວ່າມັນຊິຄືກັນກັບໂຕສາຣະວັນຫັ້ນແຫຼະເນາະ ຕ້ອງມີເອົາມາແຕ່ບ່ອນໃດບ່ອນນຶ່ງ ທີ່ມີເຊື້ອຫັ້ນແລ້ວ. ມັນບໍ່ໄດ້ມາເອງຄືໄຂ້ຫວັດນົກດອກ, ແນວນົກມັນບິນມາຕາມນົກຍຸງນົກຍາງ ນົກອີ່ຫຍັງຫັ້ນນ່າ. ອັນນີ້ຕ້ອງມີ ຜູ້ເອົາໝູຈາກບ່ອນອື່ນ ຫຼືວ່າ ເອົາຊີ້ນໝູຈາກບ່ອນອື່ນ ລະມາບໍຣິໂພຄນີ້. ອັນນີ້ຄືຕຸ້ມລານ ຂພຈ ບໍ່ຢາກເວົ້າດອກວ່າ ມາລະກະມາຈາກເພື່ອນບ້ານ ທີ່ໃກ້ຄຽງຫັ້ນແຫຼະ ກະຊີ້ນໝູເພິ່ນຖືກເນາະ. ແຊ່ແຂງມາລະກະກິນ ລະພວກມີໝູລະຕ້ອງຕິດເກືອບວ່າ 80-90%.”

ຕໍ່ບັນຫາດັ່ງກ່າວ, ທາງການກໍໄດ້ປະກາດໃຫ້ຫຼາຍເຂດ ເປັນຈຸດເຝົ້າຣະວັງ ແລະ ເຕືອນພັຍສູງສຸດ ຫຼືຂັ້ນສີແດງ ເພື່ອສະກັດກັ້ນ ແລະ ຈຳກັດການແຜ່ຣະບາດ ຂອງພຍາດ, ແຕ່ໃນໂຕຈິງ ກໍຍັງບໍ່ສາມາດຄວບຄຸມໄດ້ເທື່ອ. ເມື່ອເປັນແນວນັ້ນ, ອຳນາດ ການປົກຄອງທ້ອງຖິ່ນ, ຈຶ່ງໄດ້ອອກມາຕການ ລົງໂຄສະນາ ເພື່ອໃຫ້ຄວາມຮູ້ແກ່ປະຊາຊົນ ຕາມບ້ານ ແລະ ຕາມສະຖານທີ່ຕ່າງໆ ເປັນແຕ່ລະໄລຍະ ເພື່ອບໍ່ໃຫ້ ມີການນຳຊີ້ນໝູ ຈາກໝູທີ່ສົງໃສວ່າອາຈຕິດເຊື້ອ ໄປບໍຣິໂພຄ ຫຼື ແບ່ງປັນກັນ ຈົນກະຈາຍ ເຊື້ອ ໄປສູ່ບ້ານອື່ນ.

ດັ່ງເຈົ້າໜ້າທີ່ຂແນງລ້ຽງສັດ ປະຈຳນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 31 ກໍຣະກະດາວ່າ:

“ເອີ່ໂຕນີ້ເຮົາກະໄດ້ວ່າ ກະຕ້ອງໄດ້ເວົ້າເຣື້ອງທີ່ວ່າ ໝູໂຕນັ້ນ, ກ່ອນຊາວບ້ານຊິເຄີຍຂ້າກິນເບາະ ຕົ້ມກິນເບາະ ຊິຄົວກິນ ໝູຣາສ ເນາະ ກະໃຫ້ເບິ່ງໂຕໃດສຸຂພາບ ແຂງແຮງຫັ້ນແຫຼະ ເພາະວ່າໃຫ້ເບິ່ງຕາມສະຖານະການ ມັນກ່ອນ ບໍ່ແມ່ນວ່າ ມັນເຫງົາ ມາລະໄປຂ້າລະຄົວ ຢາຍກັນກິນໂລດ. ຈັກໜ່ອຍມັນຊິມີພຍາດຕ່າງໆ ຕາມມາທາງຫຼັງຫັ້ນ ພວກທ່ານກະອາຈບໍ່ຮູ້ ກະວ່າຊັ້ນແຫຼະ, ບອກຂະເຈົ້າ. ຕ້ອງໄດ້ເບິ່ງ ເພື່ອຄວາມເປັນຣະບຽບຮຽບຮ້ອຍ ຫຼືວ່າຄວາມປ້ອງກັນຕົນເອງ. ກະວ່າຊັ້ນແຫຼະໄປ໋.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມອີກວ່າ ໃນເຂດທີ່ມີການພົບການຣະບາດ ແມ່ນຈະສັ່ງຫ້າມປະຊາຊົນລ້ຽງໝູ ໃນເຂດດັ່ງກ່າວ 6 ເດືອນ ຫາ 1 ປີ ເພື່ອໃຫ້ພຍາດສລາຍໂຕໄປໝົດກ່ອນ ຫຼືຈົນກວ່າຈະມີຄຳສັ່ງໃໝ່ ຈາກ ພາກສ່ວນກ່ຽວຂ້ອງ. ເຫຕການ ດັ່ງກ່າວ, ສະເພາະ ໃນເຂດ ນະຄອນຫຼວງວຽງຈັນ, ໄດ້ເຮັດໃຫ້ປະຊາຊົນ ຈຳນວນຫຼາຍ ພາກັນຣະມັດຣະວັງ ການບໍຣິໂພຄຊີ້ນໝູ ຫຼາຍຂຶ້ນ ແລະ ບາງຄອບຄົວ ກໍຈົນເຖິງຂັ້ນງົດໄປເລີຍ ຫຼື ຫັນໄປບໍຣິໂພຄແນວອື່ນແທນ ຈົນເຮັດໃຫ້ຍອດການຂາຍໝູ ຂອງກຸ່ມ ພໍ່ຄ້າ-ແມ່ຄ້າຂາຍໝູ ຕົກລົງໄປເຄິ່ງ 1.

ເຖິງວ່າຢູ່ຫຼາຍພື້ນທີ່ ຈະມີການຣະບາດ ແລະ ປະຊາຊົນໃນຫຼາຍພື້ນທີ່ຈະຣະມັດຣະວັງກໍຕາມ, ໃນແຂວງສວັນນະເຂດ ການບໍຣິໂພຄຊີ້ນໝູ ກໍຍັງຖືວ່າເປັນປົກກະຕິ ແລະ ໝູທີ່ນຳມາຂາຍ ແມ່ນໝູທີ່ລ້ຽງຕາມມາຕຖານ ເປັນຕົ້ນແມ່ນໝູສາຍພັນແລນເຫຼດ, ແຣັສຟາຍ ແລະ ດູຣ໋ອກ ທີ່ໄດ້ຮັບການກວດກາ ຢັ້ງຢືນຄວາມປອດພັຍ ຈາກພາກສ່ວນກ່ຽວຂ້ອງ ໃນແຕ່ລະມື້. ດັ່ງພໍ່ຄ້າຂາຍໝູ ໃນແຂວງສວັນນະເຂດທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 31 ກໍຣະກະດາວ່າ:

“ປົກກະຕິ, ມັນບໍ່ທັນມາຮອດບ້ານເຮົາເດ ກະຄືຍັງບໍ່ທັນອັນນັ້ນໄດ໋ ຍັງ OK ຢູ່ ປົກກະຕິນ່າ, ຍັງປົກກະຕິໝົດທຸກຢ່າງ ມັນກະຍັງບໍ່ທັນ ມີຫຍັງດອກ. ບາດນີ້ສັດສາວາສິ່ງ ແຖວບ້ານເຮົາ ມັນກະຍັງບໍ່ໄດ້ຕາຍເດ ຄັນແນວວ່າປຽບທຽບໃສ່ ເປັດໃສ່ໄກ່ ມັນກະຕາຍປົກກະຕິ ຂອງມັນຢູ່ແລ້ວ ປີລະເທື່ອ, ຕາຍເລັກໆນ້ອຍໆ. ເວົ້າເຣື້ອງໝູຍັງບໍ່ທັນມີບັນຫາຫຍັງ ຢູ່ບ້ານເຮົາ ຍັງ OK ຄືເກົ່າໝົດທຸກສິ່ງທຸກຢ່າງ. ຟາມໃຫຍ່ໆຢູ່ບ້ານເຮົາມັນກະຍັງບໍ່ໄດ້ຕາຍ ບໍ່ໄດ້ຫຍັງເດ ໝູຟາມບ້ານເຮົາມັນກະບໍ່ໄດ້ຕາຍ ບໍ່ໄດ້ເປັນຫຍັງ.”

ເຊັ່ນດຽວກັນກັບແມ່ຄ້າຂາຍໝູ ທີ່ແຂວງຫຼວງພຣະບາງ ກໍໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ການຂາຍໝູ ໃນເຂດ ເມືອງມໍຣະດົກໂລກ ກໍຍັງປົກກະຕິ ແລະ ພາກສ່ວນກ່ຽວຂ້ອງ ກໍເອົາໃຈໃສ່ໃນການກວດກາ ຊີ້ນໝູ ທີ່ເອົາມາວາງ ຈຳໜ່າຍຕາມຕລາດ ຕ່າງໆ.

“ອັນຢູ່ພີ້ໄດ້ຂາຍຫວາ ມັນບໍ່ເປັນຫຍັງເດ ຢູ່ຫຼວງພຣະບາງ. ຄ້າຂາຍປົກກະຕິ ມັນຈະບໍ່ມີຫຍັງຣະບາດຫຍັງເທື່ອ ຢູ່ຫຼວງພຣະບາງ, ກະ ທັມມະດາກະຄືປົກກະຕິ ຂາຍປົກກະຕິເຈົ້າ. ຢູ່ຕລາດເພິ່ນກະມາກວດເດ. ເພິ່ນບອກວ່າເພິ່ນກະມາກວດ ແຕ່ລະມື້ເອົາແບບໝູບ້ານເຮົາ ແທ້ບໍ່, ຈັ່ງຊີ້. ດຽວນີ້ເພິ່ນບໍ່ໃຫ້ເອົາເຂົ້າມາເດ ໝູບ້ານອື່ນນ່າ.”

ທັງໝົດທີ່ໄດ້ກ່າວໄປນັ້ນ ແມ່ນສະຖານະການຫຼ້າສຸດ ກ່ຽວກັບການແຜ່ຣະບາດ ຂອງພຍາດອະຫິວາໝູອະຟຣິກາ ຣະບາດໃນລາວທີ່ໄດ້ ຣະບາດໄປໃນຫຼາຍແຂວງແລ້ວ ແລະ ຍັງບໍ່ມີທ່າທີວ່າ ຈະຢຸດຢັ້ງໄດ້ເມື່ອໃດ. ຫຼາຍຝ່າຍ, ໂດຍສະເພາະພວກ ພໍ່ຄ້າ-ແມ່ຄ້າ ແລະ ປະຊາຊົນທີ່ລ້ຽງໝູ ເພື່ອເປັນອາຊີພເສີມ, ຕ່າງກໍຫວັງວ່າ ພາກສ່ວນກ່ຽວຂ້ອງ ຈະແກ້ໄຂບັນຫານີ້ຢ່າງເລັ່ງດ່ວນ, ເຮັດໃຫ້ການບໍຣິໂພຄ ຊີ້ນໝູ ແລະ ການລ້ຽງໝູ ກັບເຂົ້າມາສູ່ສະພາວະປົກກະຕິໂດຍໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.