ລົດຂົນສົ່ງສານເຄມີ ໃຫ້ບໍລິສັດຂຸດຄົ້ນແຮ່ຫາຍາກ ເກີດອຸບັດຕິເຫດ

ພອນ ພູມມີທອນ
2024.04.04
ລົດຂົນສົ່ງສານເຄມີ ໃຫ້ບໍລິສັດຂຸດຄົ້ນແຮ່ຫາຍາກ ເກີດອຸບັດຕິເຫດ ລົດຂົນສົ່ງສານເຄມີ ໃຫ້ບໍລິສັດຂຸດຄົ້ນແຮ່ຫາຍາກ ເກີດອຸບັດຕິເຫດ, ແຂວງຫຼວງພຣະບາງ ວັນທີ 3 ເມສາ 2024.
ຂໍຂອບໃຈຮູບພາບຈາກເພຈ ຂະແໜງຂົນສົ່ງແຂວງຫຼວງພຣະບາງ

ເວລາປະມານ 15.30 ໂມງ ໃນວັນທີ 3 ເມສາ 2024 ທີ່ຜ່ານມາ ເກີດເຫດ ສານເຄມີ Sulfuric Acid ຂອງບໍລິສັດຄົນລາວ ທີ່ກໍາລັງຈະຖືກຂົນຈາກເມືອງ ປາກແບງ ແຂວງອຸດົມໄຊ ໄປໃຫ້ລູກຄ້າ ຄື ບໍລິສັດຂຸດຄົ້ນສໍາຫລວດ ແຮ່ຫາຍາກ ຂອງນັກລົງທຶນຈີນ ຢູ່ ບ້ານປຸ່ງ ເມືອງຜາໄຊ ແຂວງຊຽງຂວາງ ເກີດອຸບັດຕິເຫດ ເສຍຫລັກປີ້ນ ຢູ່ຂົວບ້ານພູຊ້າງຄໍາ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ເຮັດໃຫ້ ສານເຄມີ ໄຫລລົງຫ້ວຍນ້ອຍ ແປະໜ້າປ້ໍານ້ໍາມັນພູສີ (ຄົນທ້ອງຖິ່ນຮ້ອງວ່າ ປ້ໍານ້ໍາມັນພູຊ້າງ) ແລ້ວເກີດປາຫລາກຫລາຍຊະນິດ ຟູນ້ໍາຕາຍ.

ນາຍບ້ານແຕ່ລະບ້ານ ທີ່ຢູ່ຕິດລຽບຕາມສາຍນ້ໍາຄານ ປະກາດ ໃສ່ໂທລະໂຄ່ງ ຂອງບ້ານ ພາຍຫລັງເກີດເຫດວ່າ ຫ້າມປະຊາຊົນເກັບປາ ຫ້າມລົງນ້ໍາ ແລະ ເອົານ້ໍາມາຊົມໃຊ້ເດັດຂາດ. ຕາມຄວາມເວົ້າ ຂອງຜູ້ເຫັນເຫດການ ໃນວັນນັ້ນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນນີ້ ວັນທີ 4 ເມສາ 2024 ວ່າ

ໂອ້ ຕາຍລະຫວ້າ ມັນໄຫລລົງຫ້ວຍ ແລ້ວໄຫລລົງສູ່ນ້ໍາຄານ ນ້ໍາຂອງ ອ້າຍກໍເຫັນລົດປີ້ນນ່າ ອ້າຍເລີກການໄປ ກໍເຫັນເລີຍ ແຖວພູຊ້າງຄໍານີ້ແຫລະ ໜ້າປ້ໍານ້ໍາມັນ, ໂອ້ ທຸກ ປະເພດເລີຍ ປາປາກ ປາແກງ ປາປາກ ປາລົດ ປາມາງ ອີ່ຫຍັງ ກໍຕາຍໝົດແຫລະ ວ່າແຕ່ ຢູ່ໃນຫ້ວຍ ມັນຕາຍໝົດນ່າ ມັນເຄມີເດ້ ທັງນ້ອຍ ທັງໃຫຍ່ ພໍມັນຕາຍແລ້ວ ຢູ່ທາງການ ເຂົາເຈົ້າກໍບໍ່ໃຫ້ຄົນເກັບກິນເດ້ ປະກາດລົງ ທົ່ວນະຄອນຫລວງພຣະບາງ ໃນແຂວງຫລວງພຣະບາງ ມັນຄວາມຈໍາເປັນເດ້ເນາະ ລົດປີ້ນ ມັນກໍໄຫລລົງຮ່ອງ ຢູ່ທີ່ຕ່ໍາ  ລົງໄປຫາແມ່ນ້ໍາ ມັນກໍ ເຂົາເຈົ້າບໍ່ໄດ້ເຮັດເອົາເດ້ ເຂົາເຈົ້າວ່າ Sulfuric Acid ນ່າ ໂຕນີ້ ກໍໄປຍືນເບິ່ງ ເຂົາເຈົ້າກໍ ລົດດັບເພິງມາ ເຂົາຊິເອົາໄປເຮັດກັ່ນຄໍາ ກັ່ນຫຍັງນ່າ.

ສ່ວນ ຊາວບ້ານ ຈາກບ້ານຫາດຮ່ຽນ ນາງນຶ່ງ ກ່າວວ່າ ລົດຂົນສົ່ງເຄມີກັ່ນຄໍາ ໄດ້ມາປີ້ນຢູ່ ບ້ານພູຊ້າງຄໍາ ຕໍ່ໜ້າສາມແຍກ ປ້ໍານ້ໍາມັນພູຊ້າງຄໍາ ແລ້ວໄຫລລົງສູ່ນໍ້າຫ້ວຍ ທີ່ປ່ອງໃສ່ສາຍນ້ໍາຄານ ແຕ່ມື້ວານ (3ເມສາ 2024) ເຮັດໃຫ້ ພໍ່ແມ່ຜູ້ປົກຄອງ ແຈ້ງລູກ-ຫລານ ບໍ່ໃຫ້ລົງໄປຫລີ້ນນ້ໍາທັນທີ ໂດຍທີ່ແຈ້ງການ ຫ້າມລົງນ້ໍາ ຍັງບໍ່ທັນຖືກເຜີຍແຜ່ເຖິງປະຊາຊົນເທື່ອ ຂະນະທີ່ຊາວບ້ານ ຈໍານວນນຶ່ງ ກໍໄດ້ໄປເກັບປາ ທີ່ຟູນ້ໍາຕາຍ ມາກິນແລ້ວ ຍ້ອນ ຍັງບໍ່ທັນຮັບຮູ້ ແຈ້ງການຫ້າມເກັບປາເທື່ອ.

ລົດປີ້ນ ມັນຕົກລົງຫ້ວຍນ້ອຍຫັ້ນ ແລ້ວຫ້ວຍນ້ອຍ ມັນໄຫລປ່ອງໃສ່ນ້ໍາຄານເດ້ເນາະ ມັນມີຂົວ ຂົວເຂົາເຈົ້າ ມັນຖົ່ມທໍ່ແລ້ວ ປ່ອຍນ້ໍາຜ່ານທາງຫັ້ນເດ້ ທໍ່ຫັ້ນນ່າ ທໍ່ນຶ່ງ ມັນທໍ່ນ້ໍາປະປາ ທໍ່ໃຫຍ່ໆຫັ້ນນ່າ ທໍ່ເຫລັກ ແມ່ນທໍ່ນ້ໍາປະປາ ແຕ່ວ່າ ມັນບໍ່ຊືມເຂົ້າຕີ້ ບໍ່ຊືມເຂົ້າດອກ ເພາະວ່າ ທໍ່ນ້ໍາປະປາ ເຮົາຢູ່ເທິງພີ້ເດ້, ແຈ້ງການບໍ່ທັນອອກ ພໍ່ແມ່ເຮົາຫັ້ນ ພໍ່ແມ່ເຮົາກໍແຈ້ງລູກ ແຈ້ງຫລານແລ້ວເດ້ ເພາະວ່າ ຍາມຮ້ອນນີ້ເນາະ ເຂົາເຈົ້າຈະລົງນ້ໍາເດ້, ຕອນທໍາອິດຫັ້ນ ເຂົາເຈົ້າ ຈະບໍ່ທັນ ບໍ່ທັນສັງເກດເດ້ ເຫັນຟູຂຶ້ນແລ້ວ ໄປເອົາມາກິນ ຕອນທໍາອິດຫັ້ນເດ້ ດຽວນີ້ ບໍ່ກິນແລ້ວ ເມື່ອວານນີ້ເນາະ ປາຕາຍ ຟູສີຂາວຂຶ້ນເລີຍ ມັນແມ່ນນ້ໍາກົດເດ້ ເຂົາເຈົ້າເອົາໄປກັ່ນຄໍາເນາະ. 

ລັດວິສາຫະກິດ ນ້ໍາປະປາ ແຂວງຫລວງພຣະບາງ ກໍໄດ້ແຈ້ງເຖິງທຸກຄົນ ຜ່ານເຟສບຸກເພຈ ຂອງຕົນວ່າ ເຫດການ ມີລົດຂົນສົ່ງສານເຄມີກັ່ນຄໍາ ມາປີ້ນຢູ່ບ້ານພູຊ້າງຄໍາ ນັ້ນແມ່ນ ຢູ່ທາງເບື້ອງລຸ່ມ ແລະ ຫ່າງໄກຈາກຫົວງານຂອງໂຮງງານຜະລິດນ້ໍາປະປາ ພູຊ້າງຄໍາ ໂຮງຜະລິດນ້ໍາຄານ ແລະ ບໍ່ມີຜົນກະທົບ ຕໍ່ການຜະລິດນ້ໍາປະປາ ແຕ່ຢ່າງໃດ. 

ສ່ວນປະຊາຊົນ ຈາກບ້ານພູຊ້າງຄໍາ ນາງນຶ່ງ ກ່າວວ່າ ພາຍຫັລງເຫັນຄຣິປວີດີໂອ ໃນເຟສບຸກ ທີ່ລົດຂົນສົ່ງສານເຄມີ ຮົ່ວອອກແລ້ວ ໄຫລລົງຫ້ວຍນ້ອຍນ້ໍາ ແລ້ວເກີດເປັນອາຍ, ຫລັງຈາກນັ້ນ ຕອນແລງ ທາງນາຍບ້ານ ກໍປະກາດໃສ່ໂທລະໂຄ່ງ ຫ້າມເກັບປາຂຶ້ນມາກິນ ຍ້ອນ ມີສານເຄມີ ໄຫລລົງມາສູ່ສາຍນ້ໍາຄານ ແລະ ເຫດການນີ້ ເປັນເຫດການ ທໍາອິດ ຕັ້ງແຕ່ໂຕເອງເກີດມາ ຈົນອາຍຸຮອດ 35 ປີ ບໍ່ເຄີຍພົບເຫັນ. 

ເປັນອັນ ອາຍຂຶ້ນມາ ຄືກັນຄ້າຍໆ ເຮົາຈູດຂີ້ເຫຍື້ອນີ້ແຫລະ ຫລັງຈາກນັ້ນ ແລງມາ ກໍໄດ້ຍິນເພິ່ນປະກາດ ຫ້າມເອົາປາຂຶ້ນມາກິນຫັ້ນນ່າ ເພາະວ່າ ມັນສານເຄມີ ໄດ້ໄຫລລົງມາທາງ ນ້ໍາຄານຂອງພວກເຮົາ ສ່ວນຫລາຍ ບໍ່ຄ່ອຍເຫັນ ມັນຊິປີ້ນຢູ່ຕາມແຖມນອກເມືອງເຮົາຫັ້ນນ່າ ສ່ວນຫລາຍຢູ່ໄກເນາະ ເຮົາກໍບໍ່ສູ້ໄດ້ເຫັນ ແຕ່ອັນນີ້ ຢູ່ໃນເມືອງ ຫາກໍເຫັນເທື່ອທໍາອິດ. 

ຫລ້າສຸດ ມື້ນີ້ວັນທີ 4 ເມສາ 2024 ຫ້ອງວ່າການ ນະຄອນຫລວງພຣະບາງ ແຈ້ງການ ເລກທີ 072/ຫວນ.ຫບ ຫ້າມບໍ່ໃຫ້ລົງນ້ໍາຄານ, ນ້ໍາຂອງ ແລະ ນໍາປາຕາຍທີ່ຢູ່ນ້ໍາຄານ, ນ້ໍາຂອງ ມາປະກອບອາຫານ ຫລື ໄປຂາຍ ຢ່າງເດັດຂາດ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫລວງພຣະບາງ ທ່ານນຶ່ງ ກ່າວວ່າ: 

ໄດ້ແມ່ນແຈ້ງການ ຂອງຫ້ອງວ່າການອອກໄປ ໂຕນີ້ ເອ ເພາະວ່າ ປາມັນຕາຍ ບໍ່ຮູ້ສາເຫດ ບາງເທື່ອ ສານເຄມີໂຕນັ້ນ ມັນໄຫລລົງນ້ໍາແລ້ວ ມັນເຮັດໃຫ້ປາຕາຍຫັ້ນນ່າ. ເຮົາຕ້ອງໄດ້ຫ້າມກ່ອນ ມັນຊິບໍ່ ໄດ້ດີຕໍ່ສຸຂພາບແຫລະ ເພາະວ່າ ມັນເປັນສານເຄມີ ທີ່ໄຫລລົງນ້ໍາເດ້.

ໃນມື້ດຽວກັນນີ້ (4 ເມສາ 2024) ພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ຂັ້ນນະຄອນຫລວງພຣະບາງ ກໍຂີ່ເຮືອລຽບຕາມສາຍນ້ໍາຄານ ເພື່ອລົງໄປເກັບໂຕຢ່າງນ້ໍາ ເພື່ອກວດສານເຄມີ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫລວງພຣະບາງ ນາງນຶ່ງ ກ່າວວ່າ:  

ໄປ ໄປດຽວນີ້ ເຂົາເຈົ້າກໍາລັງໄປກວດຢູ່ ກໍາລັງກວດຢູ່ ຕອນນີ້ ນີ້ແຫລະ ກໍາລັງນັ່ງເຮືອກວດຢູ່ ຕອນນີ້. 

ກ່ຽວກັບເລື້ອງນີ້ ບໍລິສັດຂອງຄົນລາວ ເຊິ່ງເປັນບໍລິສັດຕົ້ນທາງ ຈັດຈໍາໜ່າຍ ສານເຄມີ Sulfuric Acid ໃຫ້ແກ່ບໍລິສັດຂຸດຄົ້ນສໍາຫລວດແຮ່ຫາຍາກ ຂອງນັກລົງທຶນຈີນນັ້ນ ບໍ່ໄດ້ມີສ່ວນຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນທັງໝົດ ແຕ່ ບໍລິສັດຂົນສົ່ງ ແລະລູກຄ້າກໍຄື ບໍລິສັດຂຸດຄົ້ນສໍາຫລວດແຮ່ຫາຍາກ ຂອງຈີນ ຕ້ອງຮ່ວມມືກັນ ຮັບຜິດຊອບຕາມສັນຍາ ທີ່ລະບຸໄວ້ ແລະຄາດວ່າ ໄດ້ມີການແກ້ໄຂ ບັນຫາລົດປີ້ນດັ່ງກ່າວແລ້ວ ຕັ້ງແຕ່ມື້ວານ ມີແຕ່ມື້ນີ້ຕອນນີ້ ຕອນເຊົ້າ ທາງພາກສ່ວນທີ່ກ່ຽວຂ້ອງ ລົງໄປເກັບກໍາຂໍ້ມູນ ກ່ຽວກັບຜົນກະທົບຕໍ່ເຫດການຄັ້ງນີ້.

ດັ່ງ ພນັກງານ ຂອງບໍລິສັດຕົ້ນທາງ ທີ່ຈັດຈໍາໜ່າຍສານເຄມີ ທ່ານນຶ່ງ ກ່າວວ່າ:

ແມ່ນ ເປັນໂຮງງານຂອງພວກຂ້ອຍ ແຕ່ວ່າ ຫລັງຈາກທີ່ສິນຄ້າ ອອກຈາກໂຮງງານໄປແລ້ວ ໂຮງງານຈະບໍ່ມີຄວາມຮັບຜິດຊອບ ຕໍ່ອຸບັດຕິເຫດຄັ້ງນີ້ ຈະເປັນບໍລິສັດຂົນສົ່ງເນາະ ຈໍາໜ່ຍສິນຄ້າໃຫ້ ເຮົາກໍມີສັນຍາ ລະບຸລະອຽດແລ້ວ ຫາກວ່າເກີດອຸບັດຕິເຫດ ຢູ່ຈຸດໃດ ຈະແມ່ນລູກຄ້າ ກັບບໍລິສັດ ຈົນສົ່ງເປັນຮັບຜິດຊອບ ທັງໝົດ 100% ເຮົາແມ່ນ ເປັນໂຮງງານເຈົ້າ ເຮົາແມ່ນຕົ້ນທາງ ເປັນບ່ອນໂຮງງານ ທີ່ຈໍາໜ່າຍ Sulfuric Acid ແຕ່ປັດຈຸບັນ ເຂົາເຈົ້າກໍແກ້ໄຂກັນ ເປັນທີ່ຮຽບຮ້ອຍແລ້ວ ລົດກໍແກ້ໄຂ ແຕ່ມື້ວານນີ້ ຕອນຄໍ່າ ມື້ວານ ກ່ອນ 12 ໂມງກາງຄືນ ກໍຖືວ່າວຽກງານ ກໍສຳເລັດຮຽບຮ້ອຍແລ້ວ ມີແຕ່ຕອນເຊົ້ານີ້ ເກັບກຳຂໍ້ມູນ ກ່ຽວກັບ ຜົນກະທົບຕໍ່ປະຊາຊົນ.”

ທ່ານກ່າວຕື່ມວ່າ ສານເຄມີ Sulfuric Acid ນີ້ ມີຄວາມຮຸນແຮງ ໃນຊ່ວງທໍາອິດ ແຕ່ຄວາມຮຸນແຮງຂອງມັນ ຈະຫລຸດລົງ ຕາມການເຈື່ອຈາງຂອງນ້ໍາ, ນອກນັ້ນ ກ່ອນທີ່ຈະມີການເຄື່ອນຍ້າຍ ສານເຄມີ Sulfuric Acid ນີ້ ທາງບໍລິສັດຕົ້ນທາງ ໄດ້ມີການກວດສອບແລ້ວວ່າ ບໍລິສັດປາຍທາງ ກໍຄື ບໍລິສັດຂຸດຄົ້ນສໍາຫລວດແຮ່ຫາຍາກ ຂອງນັກລົງທຶນຈີນ ມີໃບອານຸຍາດ ຈາກທາງການລາວ ເພື່ອນໍາໃຊ້ສານເຄມີ Sulfuric Acid ນີ້ໄດ້.

ດັ່ງ ພະນັກງານ ຂອງບໍລິສັດຕົ້ນທາງ ທີ່ຈັດຈໍາໜ່າຍສານເຄມີ ທ່ານດຽວກັບຂ້າງເທິງ ກ່າວວ່າ:

ມັນກໍຈະເຈື່ອຈາງໄປເລີຍ ຄວາມໝາຍຄື ມັນຈະເຈືອຈາງ ມັນຈະຮຸນແຮງເລີຍ ໃນຊ່ວງທໍາອິດ ຫລັງຈາກນັ້ນ ມັນຈະເຈືອຈາງໄປເລີຍ ມັນຈະ ເປີເຊັນຂອງມັນ ຈະລຸດລົງ ຫລຸດລົງ ຕາມການເຈືອຈາງຂອງນ້ໍາ ກ່ອນທາງເຮົາ ທໍາການເຄື່ອນຍ້າຍແມ່ນ ທາງກະຊວງອຸດສາຫະກໍາ ແລະການຄ້າ ເຂົາເຈົ້າອອກໃບອະນຸຍາດ ໃຫ້ແລ້ວກໍກວດສອບຄັກແນ່ ແລ້ວກໍປາຍທາງນໍາໃຊ້ກົດ Sulfuric Acid ແທ້ບໍ່ ເພາະວ່າ ເຮົາໄດ້ຈໍາໜ່າຍໃຫ້ບໍລິສັດ ທີ່ສາມາດນໍາໃຊ້ໄດ້ ບໍ່ແມ່ນຈໍາໜ່າຍທົ່ວໄປ ເຮົາຈໍາໜ່າຍໃຫ້ບໍລິສັດ ທີ່ເຂົາເຈົ້າທໍາການປຸງແຕ່ງແຮ່ທາດເທົ່ານັ້ນ.

ນອກຈາກນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ບໍລິສັດ ກວາງຈຽນຊິນ ແສງສະຫວ່າງ ພັດທະນາແຮ່ຫາຍາກ ຈໍາກັດ ເຊິ່ງເປັນຂອງນັກລົງທຶນຈີນ ທີ່ຂຸດຄົ້ນ ສໍາຫລວດແຮ່ຫາຍາກ ຢູ່ບ້ານປຸ່ງ ເມືອງຜາໄຊ ແຂວງຊຽງຂວາງ ແລະ ຕິດຕໍ່ໄປຍັງເຈົ້າໜ້າທີ່ລັດ ຂອງແຂວງຊຽງຂວາງ ແຕ່ກໍບໍ່ສາມາດຕິດຕໍ່ໄດ້, ມີພຽງແຕ່ວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ຍັງຍັ້ງຍືນວ່າ ບໍລິສັດ ກວາງຈຽນຊິນ ແສງສະຫວ່າງ ພັດທະນາແຮ່ຫາຍາກ ຍັງມີເຄື່ອນໄຫວ ຂຸດຄົ້ນສໍາຫລວດແຮ່ຫາຍາກແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.