ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ກວດພົບເຄື່ອງສໍາອາງ, ອາຫານເສີມ ແລະ ຢາປົວພະຍາດ ໂດຍ ບໍ່ມີໃບ ອຢ ປະກາດຂາຍຢູ່ຕາມ ສື່ສັງຄົມອອນລາຍ.
ໜ່ວຍງານສາທະລະນະສຸກ ໄດ້ເຕືອນປະຊາຊົນ ໃຫ້ກວດກາເບິ່ງສິນຄ້າທີ່ໂຄສະນາເກີນຄວາມຈິງ ເພື່ອໃຫ້ແນ່ໃຈວ່າ ສິນຄ້າດັ່ງກ່າວ ມີກາ ອຢ ແລະ ເລກຈົດແຈ້ງຈາກກົມອາຫານ ແລະ ຢາ, ແລະ ຖ້າປະຊາຊົນບໍ່ແນ່ໃຈ ໃຫ້ກວດສອບຊື່ຜະລິດຕະພັນໄດ້ໃນເວບໄຊ້ ຂອງກົມອາຫານ ແລະ ຢາ.
ເຈົ້າໜ້າທີ່ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ນາງໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ມີນາ 2024 ວ່າ:
" ຄັນຍັງບໍ່ເຫັນ ສະແດງວ່າ ບໍ່ຂຶ້ນທະບຽນແຫຼະເຈົ້າ ຄັນວ່າ ຂຶ້ນທະບຽນມັນຈະມີເລກ ອຢ ເລກຈົດແຈ້ງຂອງທາງກົມອາຫານ ແລະ ຢາ ເຈົ້າ ອີກທາງໜຶ່ງ ກໍເຂົ້າໄປເບິ່ງໃນເວບໄຊ້ ຂອງກົມອາຫານ ແລະ ຢາ ກໍໄດ້ເຈົ້າ ຈະມີບອກວ່າ ຜະລິດຕະພັນໄດ໋ ໄດ້ຂຶ້ນທະບຽນແລ້ວ ຫຼື ຍັງບໍ່ໄດ້ຂຶ້ນເຈົ້າ. "
ນາງ ກ່າວຕື່ມວ່າ ປັດຈຸບັນ ກົມອາຫານ ແລະ ຢາ ກໍໄດ້ມີການກວດເບິ່ງສິນຄ້າທີ່ມີການໂຄສະນາ ແລະ ຂາຍຢູ່ຕາມຊ່ອງທາງອອນລາຍ ຢູ່ ແລະ ຖ້າກວດພົບສິນຄ້າໃດບໍ່ມີໃບອະນຸຍາດ ກໍຈະແຈ້ງໃຫ້ປະຊາຊົນໄດ້ຮັບຊາບຕື່ມ ເຖິງຢ່າງໃດກໍຕາມ ຖ້າຜູ້ໃຊ້ມີສົງໄສກ່ຽວກັບສິນຄ້າ ກໍໃຫ້ເຮັດໜັງສື່ແຈ້ງການມາຍັງກົມອາຫານ ແລະ ຢາ ເພື່ອດໍາເນີນການກວດສອບຕື່ມ.
ປັດຈຸບັນ ມີການຂາຍເຄື່ອງສໍາອາງ, ອາຫານເສີມ ແລະ ຢາປົວພະຍາດ ທາງອອນລາຍ ແທນການຂາຍຢູ່ຕາມທ້ອງຕລາດ ນັ້ນ ເຮັດໃຫ້ພາກສ່ວນກ່ຽວຂ້ອງບໍ່ໄດ້ລົງກວດກາ ຕາມຕລາດຫຼາຍປານໃດ ນອກຈາກຈະໄດ້ຮັບແຈ້ງການຈາກກົມອາຫານ ແລະ ຢາ ວ່າ ມີສິນຄ້າບໍ່ໄດ້ຂຶ້ນທະບຽນ.
ນອກຈາກນີ້ ສິ່ງທີ່ທ້າທາຍ ກໍຄື ບາງກໍລະນີ ບຸກຄົນທີ່ຢູ່ເບື້ອງຫຼັງຂອງການໂຄສະນາ ແລະ ການຊື້ຂາຍ ຢູ່ຕ່າງປະເທດ ສະນັ້ນ ເຈົ້າໜ້າທີ່ຈຶ່ງບໍ່ສາມາດເຂົ້າເຖິງຕົ້ນກໍາເນີນ ຂອງການໂຄສະນາດັ່ງກ່າວໄດ້.
ເຈົ້າໜ້າທີ່ ຫ້ອງການອາຫານ ແລະ ຢາ ນາງ ໜຶ່ງ ຢູ່ແຂວງພາກເໜືອ ໄດ້ກ່າວວ່າ:
"ບໍ່ໄດ້ລົງກວດເນາະ ຜ່ານມາ ຖ້າມີແຈ້ງການຈາກກົມອາຫານ ແລະ ຢາ ເຮົາຈຶ່ງຄ່ອຍກວດ ຖ້າຕົວໃດມີສົ່ງໄສມີຫຍັງຫັ້ນຊິນ່າ ຜ່ານມາເຮົາໄປກວດກໍບໍ່ໄດ້ພົບດອກ ສ່ວນຫຼາຍພວກຜູ້ຊົມໃຊ້ ກໍສັ່ງຊື້ທາງອອນລາຍຫຼາຍກວ່າ ທີ່ຂະເຈົ້າຈະມາຂາຍຕາມຮ້ານ ບໍ່ມີດອກ ເພາະວ່າ ເຂົາເຈົ້າກໍບໍ່ມີຂໍ້ມູນຂ່າວສານ ຄືກັນ ອອນລາຍເຮົາຕະຕາມຂະເຈົ້າບໍ່ໄດ້ ເພາະວ່າ ຂະເຈົ້າຂາຍ ມີຫຼາຍບ່ອນ ຜ່ານມາກໍຄືບໍ່ເຫັນຂະເຈົ້າອັນນັ້ນ ໄດ້ຍັງວ່າ ແມ່ນໃຜຊິເປັນຜູ້ຮັບຜິດຊອບ ຖາມທາງກົມໄປ ຂະເຈົ້າກະວ່າ ຂະເຈົ້າຍັງບໍ່ສາມາດກວດໄດ້. "
ທ່ານ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ໄດ້ກ່າວໜັງສືພິມລາວພັດທະນາ ວ່າ ໃນປັດຈຸບັນ ມີຜູ້ບໍລິໂພກທີ່ຫຼົງເຊື່ອໂຄສະນາສິນຄ້າເກີນຄວາມເປັນຈິງ ເປັນຕົ້ນອາຫານເສີມ ແລະ ຢາປົວພະຍາດ ທີ່ຈະອວດອ້າງສັບພະຄຸນຕ່າງໆ ເກີນຈິງ ເປັນຕົ້ນ ກິນແລ້ວຜິວຂາວ ກິນແລ້ວຫາຍຈາກພະຍາດໄດ້ ຫຼື ໂຄສະນາວ່າ ເປັນສິນຄ້ານໍາເຂົ້າຈາກຕ່າງປະເທດ ແລະ ທີ່ຜ່ານມາ ນັ້ນບໍ່ຄ່ອຍເຫັນການກວດກາໃນຊ່ອງທາງອອນລາຍ ຫຼາຍປານໃດ ຍ້ອນ ປັດຈຸບັນ ຍັງເປັນການໂຄສະນາເກີນຈິງຢູ່ເລື້ອຍໆ.
ຫຼາຍຄົນກໍຫຼົງເຊື່ອ ການໂຄສະນາເກີນຄວາມຈິງ ແຕ່ຊື້ມາໃຊ້ ແລ້ວ ກໍຄືເກົ່າ. ຊາວບ້ານ ຢູ່ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ທ່ານໜຶ່ງ ໄດ້ກ່າວວ່າ:
“ກໍຫຼາຍແຫຼະ ຄົນຫຼົງເຊື່ອເນາະ ຫຼົງເຊື່ອກໍແມ່ນໂຄສະນາຫັ້ນແຫຼະ ຄືວ່າ ເປັນຕາແຊບເດ້ ເປັນຕາດີກໍຊື້ມາໃຊ້ ໃຊ້ແລ້ວ ກໍຄືເກົ່າ ທໍາມະດາມັນກໍມີໂຄສະນາ ອາດຈະວ່າ ມາແຕ່ອາເມຣິກາ ພຸ້ນແຫຼະ ບໍ່ມີໄດ໋ ເມືອງລາວເຮົາບໍ່ໄດ້ກວດມີແຕ່ໃຜຍິງແອດ ກໍຍິງໄປ ໃຜຢາກຊື້ກໍຊື້ໄປ.”
ນອກຈາກສິນຄ້າໂຄສະນາເກີນຈິງແລ້ວ ທີ່ຜ່ານມາ ຍັງມີສິນຄ້າປອມ ບໍ່ມີໃບອະນຸຍາດຂອງກົມອາຫານ ແລະ ຢາ ທີ່ວາງຂາຍຢູ່ຕລາດ.
ແມ່ຄ້າຂາຍເຄື່ອງ ຢູ່ນະຄອນຫລວງວຽງຈັນ ນາງ ໜຶ່ງ ໄດ້ກ່າວວ່າ:
"ຫຼາຍເລີຍດຽວນີ້ນ່າ ທຸກບ່ອນ ເຂົາເຈົ້າກອບປີ້ກັນໄດ້ ມັນມີໂຮງງານຜະລິດຫຼາຍຊິນ່າເນາະ ມັນແບບກອບປີ້ໄປເລື້ອຍໆ ບໍ່ມີ ອຢ ຍັງບໍ່ພໍ້ເດ້ ເລກທີ່ຈົດແຈ້ງຍັງບໍ່ມີ ບາງແບຼນເນາະ ຂະເຈົ້າຮັບຜະລິດອອກມາເນາະ ສະຕິກເກີດ ຂ້ອຍກໍອອກແບບເອງ ກ່ອງຂ້ອຍກໍຊີ້ມາເອງ ບາງຄົນຫັ້ນນ່າ ອັດມາຊື່ໆ ແລ້ວມາຕິດສະຕິກເກີເອົາແລ້ວຂາຍ. "
ເຄື່ອງສໍາອາງ ອາຫານເສີມ ແລະ ປາປົວພະຍາດ ມີຜົລຂ້າງຄຽງ ຕໍ່ຜູ້ໃຊ້. ແມ່ຄ້າຂາຍເສື້ອຜ້າຢູ່ນະຄອນຫລວງວຽງຈັນ ນາງ ໜຶ່ງ ໄດ້ກ່າວວ່າ:
“ສ່ວນຫຼາຍຈະເປັນອາຫານເສີມ ເຄື່ອງສໍາອາງ ເປັນບາງສິນຄ້າເນາະ ລູກຄ້າໃຊ້ ເປັນເຄື່ອງສໍາອາງລູກຄ້າຫັ້ນໃຊ້ແລ້ວເກີດອາການແພ້ ມີອາຫານແພ້ອິຫຍັງຕ່າງໆ ຫັ້ນນ່າ. ຂະເຈົ້າກໍຕ້ອງລົງກວດ ເປັນແບຼນອື່ນ ເຫັນອັນອື່ນເປັນຄຼີມທາຜິວ ຄຼີມທາໜ້າ.”
ໃນເດືອນທັນວາ 2023 ທີ່ຜ່ານມາ, ກົມອາຫານ ແລະ ຢາ ໄດ້ອອກແຈ້ງການໃຫ້ປະຊາຊົນຊາບວ່າ ຜະລິດຕະພັນອາຫານເສີມ ແລະ ນົມ 11 ຍີ່ຫໍ້ ຄື OVISURE GOLD, Digo sure, Zextra Sure, Via Sure, Canxi Hevisure gold, GluOats, Gluzextra Gold, HIUP COMPLETE, Sica sure canxi wemee, Pro up ແລະ Hevifood Body fit ຊຶ່ງປັນພາສາຕ່າງປະເທດ ນັ້ນ ເປັນຜະລິດຕະພັນທີ່ໂຄສະນາເກີນຈິງ ແລະ ບໍ່ໄດ້ຂຶ້ນທະບຽນ, ບໍ່ໄດ້ຮັບອະນຸຍາດນໍາເຂົ້າ, ແລະ ບໍ່ໄດ້ຮັບອະນຸຍາດໂຄສະນາ ຈາກກົມອາຫານ ແລະ ຢາ.
ກົດໝາຍອາຍາ ມາດຕາທີ 306 ວ່າດ້ວຍການໂຄສະນາເກີນຄວາມເປັນຈິງ ທີ່ໄດ້ລະບຸວ່າ ຫາກພົບບຸກຄົນໃດໂຄສະນາສິນຄ້າ ຫຼື ບໍລິການເກີນຄວາມເປັນຈິງ ຫຼື ບໍ່ຖືກຕ້ອງໂດຍເຈດຕະນາ ຈະຖືກນໍາມາສຶກສາອົບຮົມ ຫຼື ປັບໃໝ ຕັ້ງແຕ່ 5 ລ້ານ ກີບ ຫາ 10 ລ້ານກິີບ ຫຼື ຈໍາຄຸກ 3 ເດືອນ ຫາ 3 ປີ.
