ອັງກິດ ເຕືອນພົນລະເມືອງຕົນ ໃນການດື່ມເຫຼົ້າ ເມື່ອໄປທ່ຽວວັງວຽງ
2024.12.11
ໃນວັນທີ 29 ພະຈິກ 2024 ທີ່ຜ່ານມານີ້, ເວັບໄຊ້ທ໌ ຂອງລັດຖະບານອັງກິດ ໄດ້ອອກແຈ້ງເຕືອນ ການໄປທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ, ໂດຍສະເພາະ ກ່ຽວກັບການດື່ມເຫຼົ້າ ໃຫ້ລະມັດລະວັງ ເຫຼົ້າຍີ່ຫໍ້ Tiger Vodka ແລະ Tiger Whisky ນັບແຕ່ເກີດເຫດການ ນັກທ່ອງທ່ຽວຕ່າງປະເທດ 6 ຄົນ ເສຍຊີວິດ.
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ສະຖານທູດອັງກິດ ປະຈໍາລາວ ເພື່ອສອບຖາມ ຂໍ້ມູນດັ່ງກ່າວ, ແຕ່ບໍ່ສາມາດຕິດຕໍ່ໄດ້, ແຕ່ໄດ້ຕິດຕໍ່ໄປຍັງ ສະຖານທູດອັງກິດ ປະຈໍາປະເທດໄທ, ໂດຍເຈົ້າໜ້າທີ່ ທີ່ຂໍບໍ່ປະສົງອອກຊື່ ແລະ ສຽງ ທ່ານໜຶ່ງ ກໍຢືນຢັນວ່າ ແມ່ນເລື້ອງແທ້ ທີ່ລັດຖະບານອັງກິດ ແຈ້ງເຕືອນດັ່ງກ່າວ, ແຕ່ກໍຂໍສະຫງວນ ທີ່ຈະໃຫ້ຄໍາເຫັນອື່ນໆ ນອກເໜືອຈາກແຈ້ງການນີ້.
ກ່ຽວກັບເລື່ອງດັ່ງກ່າວນີ້, ຊາວບ້ານ ໃນເມືອງວັງວຽງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ພາຍຫຼັງທີ່ເກີດເຫດການ ທີ່ນັກທ່ອງທ່ຽວຕ່າງປະເທດ ດື່ມເຫຼົ້າເສຍຊີວິດ ເຮັດໃຫ້ເຈົ້າໜ້າທີ່ ມີການເຂັ້ມງວດຂຶ້ນ, ໂດຍສະເພາະ ການແຈ້ງເຕືອນ ໃນເລື່ອງຄວາມປອດໄພ ຫ້າມຈໍາໜ່າຍ ແລະ ດື່ມເຫຼົ້າ ຍີ່ຫໍ້ Tiger Vodka ແລະ Tiger Whisky. ສ່ວນເຫຼົ້າຍີ່ຫໍ້ໃດ ທີ່ມີ ອຢ ຮັບຮອງ ກໍຍັງສາມາດຂາຍ ແລະ ດື່ມໄດ້ປົກກະຕິ. ດັ່ງທ່ານກ່າວ ໃນວັນທີ 10 ທັນວາ ນີ້ວ່າ:
“ໂອ້, ແມ່ນແລ້ວ ທາງເມືອງເຮົາ ຄວບຄຸມຢ່າງເຄັ່ງຄັດແດ່ ຊ່ວງນີ້ນ່າ, ບໍ່ໃຫ້ມີບັນຫາຫຍັງເກີດຂຶ້ນແດ່. ດຽວນີ້, ກະເວົ້າເລື່ອງຄວາມປອດໄພ ຂອງໄທເຮົາ ກໍເຂັ້ມງວດຂຶ້ນເນາະ. ປັບປຸງ, ບໍ່ໃຫ້ນໍາອັນບໍ່ມີຄຸນນະພາບ ເຂົ້າມາ. ຄັນໂຕໃດມັນມີ ອຢ ເພິ່ນກໍໃຫ້ບໍລິໂພກ ປົກກະຕິ.”
ຂະນະທີ່ ນັກທ່ອງທ່ຽວຊາວໄທ ທ່ານໜຶ່ງ ສະແດງຄວາມເຫັນວ່າ ຄັນຖ້າໄປທ່ຽວວັງວຽງ ອີກ, ຈະຕ້ອງໄດ້ລະມັດລະວັງ ຫຼາຍຂຶ້ນ, ໂດຍສະເພາະ ພວກເຫຼົ້າເຖື່ອນ ແລະ ເຫຼົ້າປອມ ເນື່ອງຈາກຜູ້ປະກອບການ ບາງຄົນ ອາດນໍາມາຂາຍ ເພື່ອຫວັງຢາກໄດ້ກໍາໄລ, ແຕ່ບໍ່ໄດ້ນຶກເຖິງຄົນດື່ມວ່າ ຈະເປັນອັນຕະລາຍແນວໃດ.
ທ່ານກ່າວວ່າ: “ຄວາມເຫັນຂ້ອຍເນາະ ກໍຄືມັນກໍລະມັດລະວັງ. ບາງທີເຫຼົ້າ ມັນອາດຈະມີການປອມແປງ ພວກທີ່ແບບວ່າ ຢາກຄ້າກຳໄລ ຈາກສິນຄເາ ມັນກໍມີຫຼາຍຢູ່ແລ້ວ ທີ່ລາວ.”
ຂະນະດຽວກັນ ພະນັກງານ ຢູ່ໂຮງແຮມແຫ່ງໜຶ່ງ ໃນເມືອງວັງວຽງ ກ່າວວ່າ ປັດຈຸບັນນີ້, ນັກທ່ອງທ່ຽວຈາກຢຸໂຣບ ຫຼື ອາເມຣິກາ ໃນເມືອງວັງວຽງ ໃນໄລຍະນີ້ ກໍຫຼຸດລົງ ພໍສົມຄວນ ແລະ ສ່ວນໃຫຍ່ ຈະເປັນນັກທ່ອງທ່ຽວເກົາຫຼີໃຕ້ ແລະ ຈີນ, ເຊິ່ງທ່ານຄິດວ່າ ນັກທ່ອງທ່ຽວຫຼາຍຄົນ ມີການລະມັດລະວັງ ຫຼາຍຂຶ້ນ ໃນການດື່ມເຫຼົ້າຕ່າງໆ ເພາະຢ້ານສານປົນເປື້ອນ.
“ໄປກິນໄປດື່ມທາງໃດ ກໍຕ້ອງໄດ້ລະວັງຫັ້ນແຫຼະ, ບໍ່ຮູ້ວ່າ ຈັກຈະປົນເປື້ອນອີ່ຫຍັງມາແດ່. ຊ່ວງນີ້, ແມ່ນເກົາຫຼີ, ຈີນ ຫຼາຍ, ຄົນຢຸໂຣບ ຈະບໍ່ຫຼາຍປານໃດ. ສ່ວນຫຼາຍຊ່ວງນີ້, ເປັນໄຮຊີ່ຊັ້ນແດ່ ກຣຸບທົວ ຈະລົງ, ຫັ້ນນ່າ. ຂອງພວກຢຸໂຣບ ກໍມີຢູ່, ແຕ່ວ່າ ບໍ່ໄດ້ຫຼາຍປານໃດ.”
ພ້ອມດຽວກັນນີ້, ພະນັກງານເຮືອນພັກ ໃນເມືອງວັງວຽງ ອີກທ່ານໜຶ່ງ ກໍກ່າວວ່າ ໄລຍະນີ້ ນັກທ່ອງທ່ຽວຢຸໂຣບ ຖືວ່າຫຼຸດລົງ ປະມານເຄິ່ງໜຶ່ງ ຈາກທີ່ເຄີຍເຂົ້າມາຫຼາຍ ກ່ອນເກີດເຫດການ ນັກທ່ອງທ່ຽວເສຍຊີວິດ.
“ຢຸໂຣບ ມີຢູ່, ແຕ່ບໍ່ຫຼາຍ. ແມ່ນໆໆ, ໜ້ອຍລົງໜ້ອຍໜຶ່ງ. ເອີ, ດຽວນີ້ນ່າ, ໜ້ອຍ 40-50% ຢາກລົງ ບໍ່ຫຼາຍ.”
ກ່ອນໜ້ານີ້, ເມື່ອວັນທີ 3 ທັນວາ 2024 ທີ່ຜ່ານມາ ພະແນກສາທາລະນະສຸກ ແຂວງວຽງຈັນ ແລະ ຫ້ອງການສາທາລະນະສຸກ ເມືອງວັງວຽງ ໄດ້ອອກແຈ້ງການ ຫ້າມຂາຍ ຫຼືຈໍາໜ່າຍ ແລະ ກິນດື່ມເຫຼົ້າ ຍີ່ຫໍ້ Vodka tiger ແລະ Tiger whisky ຢ່າງເດັດຂາດ ຍ້ອນກວດພົບສານປົນເປື້ອນ ທີ່ມີຄວາມສ່ຽງ ຕໍ່ສຸຂະພາບ ອາດເຮັດໃຫ້ພິການ ຫຼື ເສຍຊີວິດໄດ້, ອີງຕາມການແຈ້ງການ ຂອງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ລົງວັນທີ 28 ພະຈິກ 2024.
ແລະ ທາງການລາວ ກໍໄດ້ມີຄໍາສັ່ງ ປິດໂຮງງານ ທີ່ຜະລິດເຫຼົ້າ ຍີ່ຫໍ້ Vodka tiger ແລະ Tiger whisky ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄປແລ້ວ, ແຕ່ບໍ່ທັນມີ ລາຍງານຄວາມຄືບໜ້າເພີ່ມຕື່ມ ກ່ຽວກັບການສືບສວນສອບສວນ ແລະ ການກວດກາ ກໍລະນີທີ່ເກີດຂຶ້ນ.