ໃນລະຫວ່າງ ກາງເດືອນຕຸລານີ້ ສະຫະຣັຖອາເມຣິກາ ຊ່ອຍວັກຊິນໄຟເຊີ້ຣ໌ (Pfizer) ປ້ອງກັນ ໂຄວິດ-19 ຕື່ມອີກ 201,600 ໂດສ ແກ່ ສປປ ລາວ ເພື່ອສັກໃຫ້ເດັກນ້ອຍ ອາຍຸແຕ່ 5 ປີ ຫາ 11 ປີ.
ທີ່ຜ່ານມາ ກະຊວງ ສາທາຣະນະສຸຂ ຂອງລາວ ກໍໄດ້ເຣີ່ມສັກວັກຊິນ ປ້ອງກັນ ໂຄວິດ-19 ຍີ່ຫໍ້ໄຟເຊີ້ຣ໌ໃຫ້ເດັກນ້ອຍ ນັກຮຽນກຸ່ມດັ່ງກ່າວ ໂດຍມີພິທີເປີດສັກ ຢູ່ໂຮງຮຽນ ວິຣະຖາວອນ ໃນນະຄອນຫລວງວຽງຈັນ ເມື່ອວັນທີ 28 ກັນຍາທີ່ຜ່ານມາ. ເດັກ ນ້ອຍທີ່ໄດ້ສັກວັກຊິນ ເຂັມທີ 1 ແລ້ວ ຈະໄດ້ສັກເຂັມກະຕຸ້ນຕື່ມ ໃນອີກປະມານ 2 ເດືອນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສທາຣະນະສຸຂ ໃນນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສີຣີ ໃນມື້ວັນທີ 14 ຕຸລານີ້:
" ດຽວນີ້ເພິ່ນກໍເຣີ່ມແລ້ວເນາະ ເພິ່ນຈະລົງໂຮງຮຽນ ນະຄອນຫລວງ ເປັນຫລັກເລີຍເນາະ ເປັນຢາຂອງໄຟເຊີ້ຣ໌ ນ່າ. ເວົ້າເຣື່ອງຄວາມເຂົ້າໃຈນີ້ ເຮົາກໍເຮັດໂຄສະນາຕລອດ ຄືເຮົາລົງເຟສ ລົງຫຍັງຫັ້ນນ່າ ເພິ່ນກໍນ່າຈະເຂົ້າໃຈແລ້ວລະ ສົມມຸດວ່າຍັງບໍ່ໄດ້ສັກຈັກເທື່ອເນາະ ເຮົາກໍຈະສັກແລ້ວຈະຕໍ່ໄປ 2 ເຂັມຕາມໄລຍະຫ່ງຂອງຢາ ນ່າຈະ 2 ເດືອນ. "
ອີງຕາມການຣາຍງານ ຂອງກະຊວງ ສາທາຣະນະສຸຂ ໃນມື້ວັນທີ 13 ຕຸລານີ້, ຣັຖບານລາວ ໄດ້ຮັບວັກຊິນປ້ອງກັນ ໂຄວິດ-19 ຍີ່ຫໍ້ໄຟເຊີ້ຣ໌ ສໍາລັບສັກໃຫ້ເດັກ ນ້ອຍອາຍຸ 5 ຫາ 11 ປີຈໍານວນ 201,600 ໂດສ ຈາກຣັຖບານ ສະຫະຣັຖອາເມຣິກາ ໂດຍຜ່ານໂຄງການ ໂຄແວັກ (COVAX Facility). ວັກຊິນນີ້ ຈະຊ່ວຍຮັບປະ ກັນຄວາມປອດພັຍ ຂອງເດັກນ້ອຍລາວ ເພື່ອໃຫ້ພວກເຂົາເຈົ້າ ສາມາດສືບຕໍ່ ການຮຽນໄດ້ຢ່າງຕໍ່ເນື່ອງ.
ວັກຊິນໄຟເຊີ້ຣ໌ ທີ່ສະຫະຣັຖອາເມຣິກາ ຊ່ອຍເຫລືອຄັ້ງນີ້ ທາງການລາວ ຈະສົ່ງໄປແຕ່ລະແຂວງ ໃຫ້ເທົ່າທຽມກັນ ຕາມຈໍານວນເດັກນ້ອຍ ໃນແຕ່ລະແຂວງ ຊຶ່ງທີ່ຜ່ານມາດົນເຕີບແລ້ວ ກໍໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍອາຍຸ 6 ຫາ 11 ປີ ແລະເດັກນ້ອຍອາຍຸ 12 ປີຂຶ້ນໄປ ເປັນວັກຊິນຍີ່ຫໍ້ ຊີໂນຟາຣ໌໌ມ (Sinopharm) ຂອງຈີນ.
ດັ່ງເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າG
" ໄຟເຊີ້ຣ໌ ສໍາລັບເດັກນ້ອຍ ຝາມັນຈະເປັນສີສົ້ມ ເພິ່ນກໍແຈກໃຫ້ ທຸກແຂວງເລີຍ ແບ່ງທໍ່ກັນໝົດ ໂຕໃດປະຊາກອນຫລາຍ ເພິ່ນກໍໃຫ້ຫລາຍ ໜ້ອຍເພິ່ນກະໃຫ້ໜ້ອຍຊີ້ນ່າ. ຢູ່ລາວ ສ່ວນຫລາຍ ເພິ່ນສັກຊີໂນຟາຣ໌ມ ໃຫ້ເດັກນ້ອຍ ເພິ່ນສັກດົນແລ້ວ. "
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ສັກວັກຊິນປ້ອງກັນ ໂຄວິດ-19 ຢູ່ແຂວງຈໍາປາສັກທ່ານນຶ່ງ ກໍເວົ້າໃນມື້ມື້ວັນທີ 14 ຕຸລານີ້ວ່າ ຢູ່ແຂວງນີ້ ກໍໄດ້ສັກວັກຊິນ ໃຫ້ເດັກ ນ້ອຍອາຍຸ 6 ຫາ 11 ປີ ຢູ່ຕາມໂຮງຮຽນ, ຕາມບ້ານ ມາຕັ້ງແຕ່ເດືອນກຸມພາ ຫາ ເດືອນມິນາ ພຸ້ນແລ້ວ ເປັນຍີ່ຫໍ້ຊີໂນຟາຣ໌ມ ໂດຍສະເພາະ ໃນະຄອນປາກເຊ.
" 6-11 ປີ, ເຣີ່ມສັກແລ້ວ, ດົນແລ້ວແຕ່ເດືອນ 2 ເດືອນ 3 ຊີໂນຟາຣ໌ມ ລົງຕາມໂຮງຮຽນ ລົງຕາມບ້ານ ເປີດເປັນຮອບໆ ຜູ້ປົກຄອງ ບາງຄົນກໍມອບໃຫ້ຄຣູ ບາງຄົນ ພໍ່ແມ່ກໍພາມາ. "
ຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຂວງນີ້ທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນແຂວງສວັນນະເຂດ ຍັງບໍ່ທັນໄດ້ເຣີ່ມສັກ ວັກຊິນໄຟເຊີ້ຣ໌ ນີ້ໃຫ້ເດັກນ້ອຍອາຍຸ 5 ຫາ 11 ປີເທື່ອ, ມີແຕ່ໄດ້ສັກໃຫ້ເດັກນ້ອຍ ອາຍຸ 12 ປີຂຶ້ນໄປ, ແຕ່ກໍເຫັນວ່າ ທາງຜແນກ ສາທາຣະນະສຸຂແຂວງ ກໍໄດ້ຕຣຽມອົບຮົມ ໃຫ້ເຈົ້າໜ້າທີ່ແພດ-ໝໍ ເພື່ອສັກວັກຊິນນີ້ ໃຫ້ເດັກນ້ອຍ ໃນອາທິດໜ້າ.
" ຍັງ. ສວັນນະເຂດ ເຮົາກໍາລັງຈະອົບຮົມ ໃນອາທິດໜ້ານີ້ລະ ເອົາພວກເມືອງຂຶ້ນມາອົບຮົມ ວິທີການເກັບວັນຊິນວິທີການ ໃຫ້ວັກຊິນສໍາລັບເດັກ ກະແມ່ນລົງໂຮງຮຽນ ກັບລົງບ້ານ ຢູ່ເມືອງກະຄືກັນ. "
ເຣື່ອງການສັກວັກຊິນ ໃຫ້ເດັກນ້ອຍໃນເກນ ອາຍຸທີ່ວ່ານັ້ນ ຜູ້ປົກຄອງເດັກນ້ອຍ ນັກຮຽນຄົນນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຜູ້ປົກຄອງສ່ວນໃຫຍ່ ກໍເຂົ້າໃຈເຣື່ອງພູມຄຸ້ມກັນ, ໃຫ້ລູກຫລານສັກແລ້ວ ແຕ່ກໍຍັງລະວັງຢູ່.
" ກະບໍ່ເປັນຫຍັງ ເຫັນຫລານສັກມາກໍໂອເຄ ອາຍຸ 8 ປີ ຜູ້ປົກຄອງຮັບຮູ້ ເດັກນ້ອຍຄົນໃດ ສຸຂພາບບໍ່ແຂງແຮງ ເພິ່ນກໍບໍ່ສັກໃຫ້ ຜູ້ປົກຄອງບໍ່ພ້ອມ ວ່າລູກເຮົາບໍ່ສະບາຍຫລືວ່າ ມີພະຍາດແຊກຊ້ອນ ອີ່ຫຍັງເຂົາກໍບໍ່ໃຫ້ໄປສັກ. "
ຜູ້ປົກຄອງ ນັກຮຽນອີກຄົນນຶ່ງ ກໍເວົ້າວ່າ ລູກສາວຂອງຕົນອາຍຸ 13 ປີເປັນນັກຮຽນ ກໍໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ແລ້ວ, ບໍ່ມີອາການຫຍັງ, ທາງໂຮງຮຽນ ໃຫ້ເດັກນ້ອຍ ສັກໝົດທຸກຄົນ.
" ຮູ້ວ່າເປັນວັກຊິນ ປ້ອງກັນໂຄວິດ ລູກສາວຂ້ອຍ 13 ປີແລ້ວເດີ. ຮຽບຮ້ອຍໝົດແລ້ວ ໂຮງຮຽນເຂົາເຈົ້າໃຫ້ສັກທຸກຄົນ ກະບໍ່ໄດ້ເປັນຫຍັງ, ເພິ່ນກໍມີແຕ່ບອກວ່າຮັບເຂັມ 1 ແລ້ວເຂັມ 2 ເນາະ ແລ້ວກະເຂັມ 3 ເປັນກະຕຸ້ນ ມີແຕ່ເທົ່ານັ້ນ. "
ໃນເດືອນທັນວາປີກາຍ ຢູ່ແຂວງຜົ້ງສາລີ ກໍໄດ້ທົດລອງ ສັກວັກຊິນປ້ອງກັນ ໂຄວິດ-19 ຍີ່ຫໍ່ຊິໂນຟາຣ໌ມຂອງຈີນ ໃຫ້ເດັກນ້ອຍອາຍຸ 3 ປີຂຶ້ນໄປ ຢູ່ 3 ເມືອງຄືເມືອງຍອດອູ, ເມືອງບຸນເໜືອ ແລະເມືອງບຸນໃຕ້.
ອີງຕາມຄໍາເວົ້າຂອງ ດຣ. ບຸນສາລີ ຈິດດາພອນ ຫົວໜ້າຜແນກ ສາທາຣະນະສຸຂ ແຂວງຜົ້ງສາລີ ຕໍ່ວິທຍຸ ກະຈາຍສຽງ ແຫ່ງຊາຕ ໃນມື້ວັນທີ 17 ກຸມພາທີ່ຜ່ານມາ, ຢູ່ເມືອງຍອດອູ ແມ່ນສັກໃຫ້ເດັກນ້ອຍ ອາຍຸ 3 ປີຂຶ້ນໄປ ທີ່ເປັນກຸ່ມເປົ້າໝາຍ ຈໍານວນ 5,770 ຄົນ.
ສ່ວນຢູ່ເມືອງບຸນເໜືອ ມີກຸ່ມເປົ້າໝາຍ 3,874 ຄົນ ແລະເມືອງບຸນໃຕ້ 4,149 ຄົນ ແມ່ນໄດ້ສັກໃຫ້ເດັກນ້ອຍອາຍຸ 5 ປີຂຶ້ນໄປ.
ການສັກວັກຊິນ ທີ່ຜ່ານມາ ມີຜົນຂ້າງຄຽງເລັກນ້ອຍ, ບໍ່ໄດ້ເປັນອັນຕຣາຍ ຮ້າຍແຮງ ແລະກໍບໍ່ແຕກຕ່າງຈາກການ ສັກວັນຊິນ ປ້ອງກັນໂຄວິດ-19 ໃຫ້ຜູ້ໃຫຍ່. ສ່ວນເດັກ ນ້ອຍຢູ່ເມືອງອື່ນໆ ພາຍໃນແຂວງນີ້ ຍັງບໍ່ທັນສັກໃຫ້ເທື່ອ ຍ້ອນວັກຊິນມີຈໍາກັດ.
ສະຫະຣັຖອາເມຣິກາ ເປັນປະເທດນຶ່ງ ທີ່ຊ່ອຍເຫລືອ ດ້ານວັກຊິນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ຫລາຍ ຄືໃນມື້ວັນທີ 2 ມິຖຸນາ 2021 ໄດ້ຊ່ອຍວັກຊິນ ຍີ່ຫໍ້ໄຟເຊີີ້ຣ໌ 100,620 ໂດສ, ວັນທີ 19 ກໍຣະກະດາ ຂອງປີດຽວກັນນັ້ນ ໄດ້ຊ່ອຍວັກຊິນ ຍີ່ຫໍ້ ຈອຫ໌ນສັນ ແອນ ຈອຫ໌ນສັນ (Johnson & Johnson) 1,008,000 ໂດສ, ວັນທີ 2 ມົກກະຣາ 2022 ໄດ້ຊ່ອຍ ວັກຊິນ ຍີ່ຫໍ້ໄຟເຊີ້ຣ໌ 799,110 ໂດສ ແລະໃນມື້ວັນທີ 24 ຂອງເດືອນດຽວກັນນີ້ ກໍໄດ້ຊ່ອຍວັກຊິນ ຍີ່ຫໍ້ໄຟເຊີ້ຣ໌ ຕື່ມ 899,730 ໂດສ, ແລະເມື່ອບໍ່ດົນມານີ້ ຣັຖບານ ສະຫະຣັຖອາເມຣິກາ ກໍໄດ້ຊ່ອຍວັກຊິນ ຍີ່ຫໍ້ໄຟເຊີ້ຣ໌ ເພື່ອສັກໃຫ້ເດັກນ້ອຍ ຕື່ມອີກຈໍານວນ 201,600 ໂດສ. ມາເຖິງປັດຈຸບັນ ສະຫະຣັຖອາເມຣິກາ ຊ່ອຍວັກຊິນ ປ້ອງກັນໂຄວິດ-19 ໃຫ້ແກ່ປະເທດລາວ ຫລາຍກວ່າ 2.9 ລ້ານໂດສແລ້ວ.