ສັ່ງຫ້າມຂາຍເຫຼົ້າໂວດກາ ໄທເກີ, ໄທເກີ ວິສະກີ ທົ່ວເມືອງວັງວຽງ
2024.12.06
ຫ້ອງການສາທາລະນະສຸກ ເມືອງວັງວຽງ ແຂວງວຽງຈັນ ໄດ້ອອກແຈ້ງການ ໃນມື້ວັນທີ 3 ທັນວາ 2024 ໃຫ້ຢຸດຂາຍ ແລະກິນດື່ມເຫຼົ້າ ໂວດກາ ໄທເກີ ແລະ ໄທເກີ ວິສະກີ ຢູ່ພາຍໃນເມືອງວັງວຽງ ຢ່າງເດັດຂາດ ຍ້ອນກວດພົບສານປົນເປື້ອນ ທີ່ມີຄວາມສ່ຽງ ຕໍ່ສຸຂະພາບຮ່າງກາຍ ພາໃຫ້ເກີດພິການ ຫຼືເສຍຊີວິດໄດ້ ຕາມທີ່ກົມອາຫານ ແລະຢາ ກະຊວງສາທາລະນະສຸກ ໄດ້ແຈ້ງການ ໃນມື້ວັນທີ 28 ພະຈິກ 2024.
ເຈົ້າໜ້າທີ່ສາທາລະນະສຸກ ແຂວງວຽງຈັນ ທ່ານນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ທັນວາ ນີ້ວ່າ ທາງກົມອາຫານ ແລະຢາ ກະຊວງສາທາລະນະສຸກ ໄດ້ກວດພົບສານ ທີ່ປົນໃນເຫຼົ້າ ຍີ່ຫໍ້ ໂວດກາ ໄທເກີ ແລະ ໄທເກີ ວິສະກີ ທີ່ເມື່ອດື່ມແລ້ວ ຈະເປັນອັນຕະລາຍເຖິງຊີວິດ, ເຫຼົ້າສອງຊະນິດນີ້ ຜະລິດຢູ່ໂຮງ ງານທີ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ແຕ່ທ່ານບໍ່ຮູ້ລາຍລະອຽດຄັກແນ່ ດັ່ງທີ່ທ່ທ່ານກ່າວວ່າ:
“ໂຕທີ່ເຫຼົ້າໂວດການີ້ ມັນໄດ້ກວດ ໄດ້ຜົນວິໄຈອອກມາແລ້ວ ແລ້ວບາດນີ້ມັນມີສານປົນເປື້ອນ ມັນໄດ້ປິດ ໄດ້ຫຍັງແລ້ວນີ້ແຫຼະ ຢູ່ນາຊາຍທອງ ຂື້ນກັບນະຄອນຫຼວງວຽງຈັນ ໂຕນີ້ເອື້ອຍກໍບໍ່ຮູ້ລາຍລະອຽດ ທາງຕໍາຫຼວດ ທາງຫຍັງເພີ່ນ ທາງກອງກວດກາລົງ ເພີ່ນຈະລົງເອົາໂຕນີ້ນໍ.”
ທ່ານກ່າວຕື່ມວ່າ ຢູ່ແຂວງວຽງຈັນ ບໍ່ມີໂຮງງານຜະລິດເຫຼົ້າທີ່ວ່ານັ້ນ; ການຜະລິດເຫຼົ້າຕາມທ້ອງຖິ່ນທົ່ວໄປ ແມ່ນຊາວບ້ານຜະລິດກັນກິນເອງ ແລະວ່າ ທາງການຍັງບໍ່ມີການກວດກາຄຸນນະພາບເຫຼົ້າ ຕາມທ້ອງຖິ່ນ ຍ້ອນບໍ່ມີງົບປະ
ມານ.
“ໄທເຮົາຈະບໍ່ໄດ້ສຸ່ມ ເພາະຄ່າວິໄຈມັນແພງເດ ໄທເຮົາຈະບໍ່ມີງົບປະມານໄປກວດ ໄປວິໄຈອີ່ຫຍັງ ເພາະວ່າໄທເຮົາບໍ່ມີເຄື່ອງມື ພາກລົງສະໜາມ ຕ້ອງໄດ້ເອົາເຂົ້າໄປຫ້ອງແລັບ ສູນວິໄຈແຫ່ງຊາດ ໂຕນີ້ມັນຂື້ນຢູ່ກັບກະຊວງ ເພາະໄທເຮົາຍັງບໍ່ໄດ້ລົງກວດ.”
ໃນຂະນະດຽວກັນ ປະຊາຊົນຜູ້ນຶ່ງ ກໍເວົ້າວ່າ ຢູ່ລາວ ມີການຜະລິດເຫຼົ້າຕາມທ້ອງຖິ່ນຕ່າງໆ ຫຼາຍເກີນໄປ ແຕ່ທີ່ຜ່ານມາ ກໍຍັງບໍ່ເຫັນມີພິດໄພເທື່ອ, ການຕົ້ມເຫຼົ້າ ຕ້ອງໃຫ້ມີຄຸນນະພາບ, ເຮັດແບບເປັນກຸ່ມ ມີການຈັດຕັ້ງ ໃຫ້ມີການຂື້ນທະບຽບ.
“ຢາກໃຫ້ເຮັດແບບມີກຸ່ມເບາະ ຫຼືວ່າການຈັດຕັ້ງຢູ່ໃນບ້ານ ໃຫ້ໄດ້ຂື້ນທະບຽນ ໂຕຢ່າງ ບ້ານ ກ. ມີຈັກຄອບຄົວຕົ້ມເຫຼົ້າ ການຕົ້ມເຫຼົ້າມັນຈະຕ້ອງມີຄຸນນະພາບ ສ່ວນປະສົມຂອງເຫຼົ້າມັນຈະຕ້ອງມີຫຍັງແດ່ ກໍລະນີຫາກວ່າ ຜູ້ບໍລິໂພກຊື້ໄປກິນຫັ້ນນະ ແລ້ວຫາກກໍລະນີ ຫາກເສຍຊີວິດນີ້ ຜູ້ທີ່ວ່າຜະລິດເຫຼົ້ານີ້ ຕ້ອງມີຄວາມຮັບຜິດຊອບ ແລ້ວກະດໍາເນີນຄະດີຕາມກົດໝາຍຫັ້ນນະ.”
ພ້ອມດຽວກັນນັ້ນ ຜູ້ປະກອບການ ຢູ່ເມືອງວັງວຽງ ຜູ້ນຶ່ງ ກໍເວົ້າວ່າ ທ່ານເອງກໍຮູ້ແຈ້ງການດັ່ງກ່າວແລ້ວ ແຕ່ໄລຍະທີ່ຜ່ານມາ ບໍ່ເຄີຍເຫັນທາງການ ໄປກວດ ກາ ຄຸນນະພາບເຫຼົ້າ ຢ່າງຈິງຈັງ, ຖ້າມີການກວດກາ ຈະເປັນເລື່ອງດີ ທັງຕໍ່ພວກນັກທ່ອງທ່ຽວ, ນັກທ່ອງທ່ຽວຕ່າງປະເທດ ມັກກິນ.
“ທີ່ຜ່ານມາ ປົກກະຕິ ເຮົາກະບໍ່ເຫັນ ບໍ່ເຫັນເພີ່ນເຂົ້າກວດ ອັນຄົນທ້ອງຖິ່ນເພີ່ນຕົ້ມກັນເອງ ເປັນເຫຼົ້າຂາວ ເຫຼົ້າທໍາມະດາ ເຫຼົ້າຂາວ ຄັນກວດກໍໜ້າຈະດີຕໍ່ນັກທ່ອງທ່ຽວແດ່ຫັ້ນແຫຼະນໍ ມີແຕ່ພວກຕ່າງປະເທດເຂົາມັກກິນເຫຼົ້າແບບນີ້ຫັ້ນນະ ຊິເປັນຝະຣັ່ງ ເປັນອັນໃດ ເພາະວ່າມີຂ່າວແບບນີ້ ນັກທ່ອງທ່ຽວເຂົາກໍຫາກຢ້ານຫັ້ນນະນໍ.”
ເມື່ອກ່ອນໜ້ານີ້ ວັນທີ 28 ພະຈິກ 2024 ກະຊວງສາທາລະນະສຸກ ໄດ້ອອກແຈ້ງການ ສັ່ງປິດໂຮງງານແຫ່ງນຶ່ງ ຢູ່ເມືຶອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ຜະລິດເຫຼົ້າ ຍີ່ຫໍ້ ໂວດກາ ໄທເກີ ແລະ ໄທເກີ ວິສະກີ ໄປຈົນກວ່າວ່າ ຈະມີ ການປັບປຸງການຜະລິດ ໃຫ້ໄດ້ມາດຕະຖານ ແລະຄຸນນະພາບ ຍ້ອນກວດພົບວ່າ ມີສານ ເມທານອນ ໃນຂັ້ນຕອນການຜະລິດເຫຼົ້າ ແຕ່ບໍ່ໄດ້ເກີດຈາກການ ປະສົມສານເມທານອນ ລົງໃນເຫຼົ້າ.
ສ່ວນກໍລະນີ ທີ່ມີການຈັບພະນັກງານເຮືອນພັກ ນານາ ແບັກແພັກເກີ ຕື່ມອີກ 3 ຄົນ ຄືຜູ້ຊາຍອິນເດຍ 2 ຄົນ, ຜູ້ນຶ່ງ ອາຍຸ 24 ປີ ແລະອີກຜູ້ນຶ່ງ ອາຍຸ 30 ປີ ແລະແມ່ຍິງຟີລິບປິນອີກ 1 ຄົນ ອາຍຸ 35 ປີນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ຮູ້ເລື່ອງນໍາ ແລະເວົ້າວ່າ ເປັນເລື່ອງຂອງເຈົ້າໜ້າທີ່ຕໍາຫຼວດ ທີ່ຈະດໍາເນີນຕາມຂັ້ນຕອນຂອງກົດໝາຍ.
ນອກຈາກຊາວຕ່າງປະເທດ 3 ຄົນທີ່ວ່ານີ້ແລ້ວ ເມື່ອກ່ອນໜ້ານັ້ນ ກໍໄດ້ຈັບຊາວຫວຽດນາມ 8 ຄົນ ຊຶ່ງທັງໝົດ ຖືກສົງໄສວ່າ ມີສ່ວນກ່ຽວຂ້ອງກັບການເສຍຊີວິດ ແລະການເຈັບປ່ວຍ ຂອງພວກນັກທ່ອງທ່ຽວຕ່າງປະເທດ ທີ່ດື່ມເຫຼົ້າ ປົນທາດເບື່ອ, ອີງຕາມການລາຍງານຂອງ ສໍານັກຂ່າວ ABC News ວັນທີ 1 ທັນວາ 2024.