ເຈົ້າຂອງຟາມໝູ ຍອມຮັບເປັນຕົ້ນເຫດ ປາຢູ່ນ້ຳງາຕາຍ ຈຳນວນຫຼາຍ

ໄຊຍາ
2024.01.29
ເຈົ້າຂອງຟາມໝູ ຍອມຮັບເປັນຕົ້ນເຫດ ປາຢູ່ນ້ຳງາຕາຍ ຈຳນວນຫຼາຍ ຊາວບ້ານກຳລັງເກັບປາຕາຍ ຈຳນວນຫຼາຍ ຈາກນ້ຳງາ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ.
Courtesy Photo

ວັນທີ 26 ມົກກະຣາ 2024 ພາກສ່ວນທີ່ກ່ຽວຂ້ອງ ເຮັດບົດບັນທຶກກັບເຈົ້າຂອງຟາມໝູຄົນຈີນ ພ້ອມຈະຕິດຕາມໃຫ້ເຈົ້າຂອງຟາມໝູຄົນຈີນ ຊົດເຊີຍຄ່າເສັຍຫາຍ ແລະຫາແນວພັນປາດັ້ງເດີມ ປ່ອຍຄືນສູ່ທັມມະຊາຕ ພາຍຫລັງເມື່ອວັນທີ 23-25 ມົກກະຣາ ຜ່ານມາ ເກີດມີປາຕາຍຈຳນວນຫຼາຍ ຢູ່ນໍ້າງາ ຈຸດວັງສງວນ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ ປະມານ 230 ກິໂລກະຣາມ.

ກໍຣະນີດັ່ງກ່າວ ເຈົ້າຂອງຟາມໜູຄົນຈີນ ຍອມຮັບຜິດ ທີ່ຟາມໝູປ່ອຍນໍ້າເປື້ອນລົງ ສູ່ຫ້ວຍນໍ້າທັມມະຊາຕແບບບໍ່ໄດ້ເຈຕະນາ ພ້ອມຊີ້ແຈງວ່າມີຄົນລັກປ່ອຍນໍ້າເປື້ອນ ອອກຈາກອ່າງບໍາບັດ ແລະ ຈະຮັບຜິດຊອບຊົດເຊີຍ ຄ່າເສັຍຫາຍທັງໝົດ ທີ່ເກີດຂຶ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມົກກະຣານີ້ວ່າ:

“ບົດບັນທຶກຢູ່ພາກສນາມເປັນແນວນັ້ນເນາະ. ຂັ້ນຕອນການແກ້ໄຂ ຍັງຢູ່ຂັ້ນຕອນຄົ້ນຄ້ວາ ຕື່ມຊິປ່ອຍກັບເທົ່າໃດແທ້ຫັ້ນນ່າ. ຕ້ອງໄດ້ປ່ອຍຄືນຫັ້ນແຫຼະ ບໍຣິສັດຕ້ອງຮັບຜິດຊອບ ຖືວ່າບໍຣິສັດໃຫ້ຂໍ້ມູນວ່າ ຈະຮັບຜິດຊອບແລ້ວເນາະ. ພວກອ້າຍເຮັດບົດບັນທຶກ ມັນເປັນທໍ່ນໍ້າເນາະ ແລ້ວມັນຢູ່ເຂດນອກ ຂອງຟາມ. ແລ້ວໂຕຝາອັດທໍ່ມັນລະອອກຫັ້ນນ່າ ທາງບໍຣິສັດກໍບໍ່ໄດ້ຕັ້ງໃຈວ່າຊິປ່ອຍນໍ້າເປື້ອນ ອອກມາດອກ. ມັນກໍສຸດວິໄສ ເຂົາກໍຍອມຮັບນີ້ນ່າ ຍັງຢູ່ຂັ້ນຕອນການແກ້ໄຂສື່ໆ. ຍັງບໍ່ທັນແກ້ໄຂເນາະ ຍັງກຳລັງສຶກສາເກັບກໍາຂໍ້ມູນ ແລ້ວຈຶ່ງແກ້ໄຂ.”

ປະຊາຊົນຫຼາຍຄົນ ຢູ່ເຂດບ້ານວັງໄຮ ຕ້ອງການໃຫ້ພາກສ່ວນກ່ຽວຂ້ອງ ມີເອກະສານທີ່ເປັນລາຍລັກອັກສອນ ລົງລາຍເຊັນລະອຽດວ່າ ເຈົ້າຂອງຟາມໝູຈີນ ຈະຫາແນວພັນປາດັ້ງເດີມ ມາປ່ອຍຄືນສູ່ທັມມະຊາຕມື້ໃດ, ເດືອນໃດ ແລະ ເປັນປາຊະນິດໃດ ພ້ອມທັງຕ້ອງການໃຫ້ພາກສ່ວນທີກ່ຽວຂ້ອງ ຄິດໄລ່ຜົລເສັຍຫາຍ ເປັນສັດນໍ້າປະເພດປູ, ຫອຍ, ສັດໂຕນ້ອຍ ນໍາດ້ວຍ ເນື່ອງຈາກສິ່ງທີ່ມີຊີວິດຢູ່ ໃນນໍ້າບໍ່ແມ່ນແຕ່ປາແຕ່ມີ ຫອຍ, ປູ ແລະ ສັດນໍ້າຊະນິດອື່ນໆນໍາ.

ດັ່ງຊາວບ້ານ ວັງໄຮກ່າວໃນມື້ດຽວກັນວ່າ:

“ຖືວ່າເຂດວັງສງວນນີ້ເນາະ ຖືວ່າເປັນແຫຼ່ງເພາະພັນ ຂອງປູປາ ນາໜຽວຫັ້ນ ຖືວ່ານຶ່ງກໍໄວ້ຊົມສອງມາກໍໄວ້ເປັນພໍ່ພັນ ຖືວ່າມັນແຜ່ອອກຖືວ່າ ອອກເຂດອື່ນ, ຖືວ່າອອກນອກເຂດຫວງຫ້າມ. ເຂົາກໍເອົານຳມາເປັນອາຫານຢູ່ວັງສງວນນີ້ ໄວ້ຊົມໄວ້ເບິ່ງ ໄວ້ບ່ອນແຜ່ພັນ ຂອງລູກປາ ສື່ໆ ຄືວ່າໂຕປູໂຕຫອຍນີ້ຂອງເກັບກຳບໍ່ໄດ້ຖືວ່າຢູ່ໃນພື້ນນໍ້າຫັ້ນ ເປັນໂຕສັດນ້ອຍເນາະ. ເອົາສັດເອົາສິ່ງຖືວ່າທັມມະຊາຕ ແບບເກົ່ານີ້ມາບູຣະນະໃຫ້ມັນຄືທັມມະຊາຕອັນເກົ່າ. ເຂດນີ້ຖືວ່າທີ່ວ່າພໍພຽງແຕ່ເກັບກຳຂໍ້ມູນ ຖືວ່າບັນທຶກລາຍເຊັນ ຖືວ່າເດືອນນັ້ນເຂົາເຈົ້າຊິໄປ ຊິມາ ບູຣະນະໃຫ້ເຈົ້າຄືນປານັ້ນປານີ້ ກໍບໍ່ເຫັນມີໂຕລັກອັກສອນເລີຍນີ້.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນກ່າວຄືກັນ ກັບປະຊາຊົນບ້ານວັງໄຮວ່າ ເບື້ອງຕົ້ນພາກສ່ວນທີ່ກ່ຽວຂ້ອງໄດ້ລົງເກັບກຳຂໍ້ມູນ ເທົ່ານັ້ນຍັງບໍ່ທັນລົງແກ້ໄຂບັນຫາ ຜົລກະທົບສິ່ງແວດລ້ອມເທື່ອ.

ດັ່ງຍານາງ ກ່າວໃນມື້ດຽວກັນວ່າ:

“ເຂົາເຈົ້າຍັງບໍ່ທັນແກ້ໄຂຕີ້ ຫາກໍລົງເກັບກໍາຂໍ້ມູນເກັບກໍາຂໍ້ມູນ ກັບສ້າງບົດບັນທຶກ ທາງເພິ່ນກໍຮັບຜິດຊອບຫັ້ນນ່າເນາະ. ຟາມໝູເພິ່ນກໍຮັບຜິດຊອບໝົດຫັ້ນນ່າ ແຕ່ເຮົາຍັງບໍ່ທັນຮູ້ຈຳນວນໂຕເລຂ ເພິ່ນເພິ່ນຈະທົດແທນເທົ່າໃດແທ້ ຫັ້ນນ່າ.”

ປະຊາຊົນ ບ້ານເມືອງງາ ເມືອງວຽງໄຊ ເຊິ່ງເປັນອີກນຶ່ງບ້ານ ທີ່ຫ້ວຍນໍ້າທັມມະຊາຕ ໄດ້ຮັບຜົລກະທົບຈາກຟາມໝູຈີນ ກໍໄດ້ກ່າວວ່າຄວາມຕ້ອງການຫຼັກ ຂອງປະຊາຊົນ ກໍຄືຢາກໃຫ້ເຈົ້າຂອງຟາມໝູຈີນ ຊົດເຊີຍຄ່າເສັຍຫາຍ ທັງໝົດ.

ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນວ່າ:

“ພໍໃຈຫັ້ນນ່າເນາະ ເຮົາກໍເບື້ອງປະຊາຊົນເຮົາ ກໍເຮັດຫຍັງບໍ່ໄດ້ເນາະ ກໍຖືວ່າອີງໃສ່ຕາມພາກຣັຖເນາະ ເປັນຜູ້ແກ້ໄຂຫັ້ນນ່າ. ກໍແລ້ວແຕ່ຂອງພາກຣັຖ ແຕ່ສຳຄັນກໍທາງບໍຣິສັດຫັ້ນ. ກໍເປັນຜູ້ທົດແທນຜົລເສັຍຫາຍເນາະ ຂອງບ້ານຫັ້ນ.”

ສະພາບຂອງນໍ້າ ແລະປະຣິມານສັດນໍ້າ ເຂດວັງສງວນ ບ້ານວັງໄຮ ຈະສາມາດກັບມາຢູ່ໃນສະພາບປົກກະຕິໄດ້ ຄືເກົ່າໃນມື້ໃດນັ້ນເຈົ້າໜ້າທີ່ທີກ່ຽວຂ້ອງແຂວງຫົວພັນໄດ້ກ່າວຕື່ມວ່າ

“ໂຕນີ້ຍັງຄາດບໍ່ໄດ້ເນາະວ່າ ນໍ້າມັນໃຊ້ແຕ່ວ່າປົກກະຕິ ນໍ້າປະຊາຊົນກໍຍັງໃຊ້ຢູ່ ໃຊ້ຫົດຜັກຫົດຫຍ້ານີ້ເນາະ ແຕ່ວ່າເຣື່ອງວ່າສັກນໍ້າ ສັດປ່າ ນີ້ ກ່ວາຊິຟື້ນຄືນມາກໍເປັນປະມານ 2-3 ປີພຸ້ນແຫຼະ ເພາະວ່າມັນເປັນຫ້ວຍນ້ອຍເນາະ. ນໍ້ານ້ອຍມັນມັນເອີ້ຍ ປາມັນນ້ອຍນ່າກ່ວາຊິຟື້ນຟູ ມັນກໍຄືຊິ 2-3 ປີໂຕນີ້ນໍ້າມັນຫ້ວຍນ້ອຍເນາະ ມັນໄຫຼໄຫຼລົງຫັ້ນນ່າຄັນຖ້າເຮົາມອບໃຫ້ບໍຣິສັດ ຕັດບໍ່ໃຫ້ບໍຣິສັດປ່ອຍ ແລ້ວກໍສ່ວນທີ່ໄຫຼລົງຕາມຫຼັງ ກໍສາມາດໃຊ້ໄດ້ມັນບໍ່ມີສານເຄມີນ່າ ມັນເປັນນໍ້າເປື້ອນຈາກຟາມໝູ່ສື່ໆ ນໍ້າຂີ້ໝູນີ້ນ່າ ນໍ້າມູນໝູນີ້ນ່າ.

ນອກຈາກເຣື່ອງທີ່ຟາມໝູຈີນ ຈະຕ້ອງຮັບຜິດຊອບຊົດເຊີຍ ແນວພັນປາ ແລະຄຸ້ມຄອງປົກປັກຮັກສາສັດນໍ້າ ຂອງບ້ານທີ່ກ່ຽວຂ້ອງແລ້ວ, ທາງພາກສ່ວນທີ່ກ່ຽວຂ້ອງ ຍັງໄດ້ຫ້າມບໍ່ໃຫ້ຟາມໝູ ປ່ອຍນໍ້າເປື້ອນອອກສູ່ແຫຼ່ງນໍ້າທັມມະຊາຕອີກ ແລະໃຫ້ປັບປຸງ ອ່າງບໍາບັດນໍ້າເປື້ອນຄືນ ໃຫ້ໄດ້ຕາມາຕຖານຫາກເກີດມີອີກຄັ້ງຕໍ່ໄປ ຈະມີການສັ່ງໂຈະ ການດຳເນີນກິຈການ ພ້ອມໃຫ້ເຈົ້າຂອງຟາມໝູ ຊົດເຊີຍຄ່າແຮງງານ ປະຊາຊົນທີ່ເກັບປາຕາຍຂຶ້ນມາໄລ່ ເປັນເງິນ 15,000 ກີບຕໍ່ກິໂລ. ອີງຕາມເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫົວພັນ ຣາຍງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.