ສືບເນື່ອງໃນພິທີສເລີມສລອງ ວັນສາກົນຕ້ານຢາເສພຕິດ ຄົບຮອບ 35 ປີໃນວັນທີ 26 ມິຖຸນາ 2022 ທີ່ຜ່ານມາ ຕຳຣວດແຂວງວຽງຈັນ ກໍໄດ້ຈູດທຳລາຍຢາເສບຕິດ ທັງໝົດ 416,907 ເມັດ ຢາໄອສ໌ 21 ກິໂລກຣາມ ແລະ ເຮໂຣອິນ 0.5 ກິໂລາກຣາມ ຊຶ່ງເປັນຄະດີສານຕັດສິນ ຮຽບຮ້ອຍແລ້ວເຈົ້າໜ້າທີ່ ຈຶ່ງນຳຢາເສບຕິດດັ່ງກ່າວ ໄປຈູດທຳລາຍສ່ວນໃຫຍ່ ຢາເສບຕິດດັ່ງກ່າວນີ້ ກໍໄດ້ມາຈາກຜູ້ຄ້າລັກລອບ ຂົນສົ່ງຢູ່ພາຍໃນແຂວງວຽງຈັນ. ເຈົ້າໜ້າທີ່ຕຳຣວດ ແຂວງວຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງໄດ້ກ່າວ ໃນວັນທີ 04 ກໍຣະກະດານີ້ວ່າ:
"ປີນຶ່ງເນາະສເລີມສລອງ ເພິ່ນກໍເຮັດປະຈຳ ປະຕິບັດຄຳຕັດສິນແລ້ວຫັ້ນນ່າ ເຂົາເຈົ້າມາຈາກພາກສ່ວນຄ້າຂາຍຫັ້ນແຫຼະ ແລ້ວເຂົາເຈົ້າຖືກສານຕັດສິນ ແລ້ວຮຽບຮ້ອຍແລ້ວດຳເນີນ ຄະດີແລ້ວເຂົາແມ່ນເອົາມາທຳລາຍຫັ້ນ. "
ອີງຕາມການຣາຍງານຂອງ ພັນໂທ ຄຳຟອງ ວົງດາລາແສນ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຣາຍງານໃນວັນທີ 1 ກໍຣະກະດາ 2022 ວ່າໄລຍະ 1 ປີຜ່ານມານັບແຕ່ປີ 2021-2022 ແຂວງວຽງຈັນ ຢຶດຢາເສບຕິດໄດ້ທັງໝົດ 3,942,241 ເມັດ, ຢາໄອສ໌ປະມານ 605 ກິໂລກຣາມ, ເຮໂຣອິນ 1,2 ກິໂລາກຣາມ ກັນຊາອັດແທ່ງ 14 ກິໂລາກຣາມ ຢາຝີ່ນ ປະມານ 181 ກິໂລກຣາມ ໃນນີ້ມ້າງຄະດີໄດ້ 417 ເຣື່ອງຊຶ່ງໄດ້ທຳລາຍໄປແລ້ວ ໃນຈຳນວນດັ່ງກ່າວ ໃນວັນທີ 01 ກໍຣະກະດາ ທີ່ຜ່ານມານີ້.
ຂະນະທີ່ເຈົ້າໜ້າທີ່ ຕຳຣວດແຂວງວຽງຈັນ ອີກທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່າວວ່າຢາເສບຕິດ ດັ່ງກ່າວນີ້ມີຈຳນວນເພີ່ມຂຶ້ນ ກ່ວາແຕ່ກ່ອນແຕ່ວ່າ ທາງການກໍມີແຜນການ ປາບປາມ ແລະ ປ້ອງກັນ ຢາເສບຕິດກັນຢູ່ຕາມວາຣະແຫ່ງຊາຕ ທີ່ເຈົ້າໜ້າທີ່ຕ້ອງຮ່ວມມື ຊ່ອຍກັນກວດກາຕິດຕາມຢ່າງເຄັ່ງຂັດຂຶ້ນ.
"ຈຳນວນຫຼາຍຄະດີຫຼຸດລົງ ແຕ່ວ່າເວົ້າເຣື່ອງຂອງກາງພັດເພີ່ມຂຶ້ນ ເພິ່ນກາມີແຜນວາລະແຫ່ງຊາຕເດ້ແກ້ໄຂບັນຫາ ຢາເສບຕິດເພິ່ນກໍເຮັດທົ່ວປະເທດນີ້ເນາະ ສຳລັບແຂວງເຮົານັ້ນກາເຮັດເປັນປົກກະຕິ ໃນການກວດ ກາຕິດຕາມພວກທີ່ເຮົາສຶກສາ ອົບຮົມໄປແລ້ວນັ້ນ ໂຮງຮຽນພວກເຮົາ ກໍລົງໂຄສະນາຜົລຮ້າຍຢາເສບຕິດອື່ນໆ ເຂົ້ານຳກັນ. "
ກ່ຽວກັບເຣື່ອງດັ່ງກ່າວນີ້ ຄົນລາວໃນແຂວງວຽງຈັນ ທ່ານນຶ່ງກໍໄດ້ກ່າວໃນມື້ດຽວກັນນີ້ວ່າ ຢາເສບຕິດໃນປັດຈຸບັນນີ້ກໍຍັງມີຫຼາຍ ຊຶ່ງວັຍໜຸ່ມແຖວບ້ານຕົນເອງນີ້ ກໍຍັງມີຜູ້ຕິດຢາເສບຕິດ ຈຳນວນນຶ່ງສ່ວນນຶ່ງເຈົ້າໜ້າ ທີ່ຕຳຣວດກໍບໍ່ໄດ້ລົງໂຄສະນາ ຕໍ່ເນື່ອງນຳດ້ວຍ ແລະເມື່ອມີລູກຫຼານຕິດຢາເສບຕິດ ທາງຄອບຄົວ ກໍຕ້ອງໄດ້ເສັຽເງິນ ເຂົ້າບໍາບັດ ແລະຫຼາຍຄອບຄົວ ກໍບໍ່ໄດ້ມີເງິນທີ່ຈະສົ່ງລູກຫຼານ ທີ່ຕິດຢາເຂົ້າສູນບຳບັດ ເພາະກັບອອກມາກໍກັບໄປຕິດຢາ ຄືເກົ່າ.
ດັ່ງປະຊາຊົນ ໃນແຂວງວຽງຈັນກ່າວວ່າ:
"ສ່ວນຫຼາຍ ກໍພວກວັຍລຸ້ນພວກຊາວໜຸ່ມນີ້ແຫຼະ ຊື້ເສບຫັ້ນແຫຼະ ຢູ່ບ້ານນີ້ຫຼາຍຄົນຕິດຢານ່າ ໄປບຳບັດໄປຫຍັງ ກາໄປໄປ-ມາກາຄືເກົ່າ ມັນອອກບໍ່ຢາກໄດ້ນ່າເຂົາເຈົ້າເລີຍ ວ່າບໍ່ຢາກເອົາໄປເອົາໄປກາເສັຽເງິນເດ້ເນາະ ຜູ້ໃດຕິດຄອບຄົວນັ້ນ ກໍບໍ່ມີການພັທນາຫັ້ນແຫຼະ ເພິ່ນກາບໍ່ລົງຕໍ່ເນື່ອງເນາະ ມີແຕ່ບ້ານນີ້ແຫຼະໂຄສະນາ. "
ພ້ອມດຽວກັນນີ້ ປະຊາຊົນໃນນະຄອນຫຼວງວຽງຈັນ ກ່າວວ່າສຳລັບເຣື່ອງຢາເສບຕິດ ແລະຄ້າຂາຍແມ່ນວ່າ ຈະຖືກຕິດຄຸກ ຫຼືເຂົ້າການບຳບັດ ກໍກັບມາເສບ ຫຼືລັກລອບຄ້າຂາຍຄືເກົ່າ.
"ມັນກາມີຢູ່ໂຕສ່ວນໃຫຍ່ ທີ່ສຸດແມ່ນພວກວັຍຣຸ້ນ ຊາວໜຸ່ມມັນບໍ່ໝົດໄປດຽວນີ້ລະ ແມ່ນພວກທີ່ເຄີຍເສບຢາມາແລ້ວ ພວກນັ້ນຫັ້ນຫຼືວ່າມັນໄປປົວແປງ ມາແລ້ວລະມັນທົນບໍ່ໄດ້ ມັນກາຫຼອຍຄືນຄືເກົ່າ. "
ໃນວັນທີ 29 ມິຖຸນາ 2022 ພັນໂທ ພົມມີ ແສນຈົງຮັກ ຫົວໜ້າຜແນກຕຳຣວດ ເມືອງຈັນທະບູຣີ ໃນນະຄອນຫຼວງວຽງຈັນ ຣາຍງານວ່າໄດ້ບຸກຈັບ ຜູ້ຄ້າຂາຍຢາເສບຕິດຣາຍໃຫຍ່ ໄດ້ພ້ອມຢາເສບຕິດເກືອບ 598,690 ເມັດ ໂດຍ ໄດ້ຂຍາຍຜົລຈາກ ທ້າວ ວິລະພົນ ຊຶ່ງເປັນຜູ້ຕ້ອງຫາ ຄ້າຢາເສບຕິດ ທີ່ຖືກຈັບໄດ້ຢູ່ບ້ານຊຽງຍືນ ເມືອງຈັນທະບູຣີ ໃນວັນທີ 10 ມິຖຸນາ 2022 ທີ່ຜ່ານມາຈາກນັ້ນ ໄດ້ນຳມາໃຫ້ຈັບຜູ້ຕ້ອງຫາຄ້າ-ຂາຍ ຢາເສບຕິດໄດ້ອີກ 2 ຄົນ ວັນທີ 28 ມິຖຸນາ 2022 ຄື ທ້າວ ສຸກມີໄຊ ອາຍຸ 36 ປີ ແລະ ນາງນິດອາຍຸ 32 ປີ ຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ຊຶ່ງທັງສອງເປັນຜົວເມັຽກັນ ຢູ່ຮ້ານຄາຣາໂອເກະ ແຫ່ງນຶ່ງໃນເຂດ ບ້ານ ນາໄຊ ເມືອງໄຊເສດຖາ.
ໃນການຂຍາຍຜົລເພີ່ມຕື່ມ ສາມາດຈັບໄດ້ອີກ 1 ຄົນຢູ່ບ້ານຊຳເກດ ໂດຍເປັນຊາວວຽດນາມ ຊື່ຈ່ຽວຊາງເລືອງ ອາຍຸ 36 ປີ ມີຢາເສບຕິດ ໄວ້ຄອບຄອງທັງໝົດ 598,690 ເມັດ, ເຄື່ອງປໍ້າຢາບ້າ 1 ເຄື່ອງ, ຢາໄອສ໌ 2 ຖັງ, ສານເສບຕິດສີແດງ ຖັງໃຫຍ່, ສານເສບຕິດສີສົ້ມ 1 ຖັງ ຊຶ່ງທັງໝົດໄດ້ເຣີ່ມຂາຍຢາບ້າແຕ່ ປີ 2021 ມາຮອດປັດຈຸບັນ ຕຳຣວດນຳໂຕໄປດຳເນີນຄະດີ ຕາມກົດໝາຽທັງໝົດ.
ອີງຕາມການຣາຍງານ ຂອງ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງປ້ອງກັນ ຄວາມສງົບໃນວັນທີ 21 ມິຖຸນາ ໄດ້ຣາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວາຣະແຫ່ງ ຊາຕວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ວ່າ.
ນັບແຕ່ເດືອນກໍຣະກະດາ 2021 ຮອດວັນທີ 24 ພຶສພາ 2022 ສາມາດແກ້ໄຂມ້າງ ຄະດີຢາເສບຕິດໃນຂອບເຂດ ທົ່ວປະເທດໄດ້ທັງໝົດ 4,094 ເຣື່ອງຈັບຜູ້ຕ້ອງຫາໄດ້ 5,818 ຄົນ. ໄດ້ຂຶ້ນບັນຊີເປົ້າໝາຽຂົນສົ່ງ-ຄ້າຂາຍ ຢາເສບຕິດຣາຍຫຍ່ອຍ, ຣາຍກາງ ແລະ ຣາຍໃຫຍ່ໃນທົ່ວປະເທດ ໄດ້ຫຼາຍເປົ້າໝາຽ. ຍັງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສຳຣວດແລະທຳລາຍຝິ່ນ 569 ເຮັກຕ້າຣ໌ ທຳລາຍສວນກັນຊາ 4,2 ເຮັກຕ້າຣ໌ ແລະ ສົ່ງບົດບັນທຶກຢຸດເຊົາການປູກຝິ່ນ 12,859 ຄອບຄົວ ແລະໄດ້ທຳລາຍສານເຄມີ ທີ່ຢຶດໄດ້ຢູ່ແຂວງບໍ່ແກ້ວ ແຂວງຫຼວງນໍ້າທາ ແລະ ແຂວງຫຼວງພຣະບາງ ໄດ້ທັງໝົດ 169 ຕັນ.
