ຄົນລາວ ຕົກເປັນເຫຍື່ອ ຄ້າມະນຸສ ຢູ່ສາມຫຼ່ຽມຄຳ

ອຸ່ນແກ້ວ
2022.03.23
ຄົນລາວ ຕົກເປັນເຫຍື່ອ ຄ້າມະນຸສ ຢູ່ສາມຫຼ່ຽມຄຳ ຕໍ່ໜ້າກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ເດືອນເມສາ ປີ 2015
RFA

ເຈົ້າ​ໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມຜູ້ທີ່ເຮັດວຽກຕ້ານການຄ້າມະນຸສ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ: [ກໍລະນີ້ຄົນງານລາວ ທີ່ໄປເຮັດວຽກ ແລະ ຖືກກັກຂັງຢູ່ໃນເຂດພິເສດສາມຫຼ່ຽມຄຳ ນັ້ນ] ເປັນການຄ້າມະນຸສ.”

ການປະ​ຕິບັດຣະບຽບກົດໝາຍ ຢູ່ປະເທດລາວ ບໍ່ເຄັ່ງຄັດ ສະນັ້ນ ນາຍທຶນຈຶ່ງ ສວຍໃຊ້ຊ່ອງວ່າງນີ້ ເພື່ອດຳເນີນການກັກໂຕຄົນງານລາວ ບໍ່ໃຫ້ກັບບ້ານ ໃນຂະນະທີ່ເຈົ້າໜ້າທີ່ ທາງການລາວ ກໍບໍ່ສາມາດເຮັດຫຍັງໄດ້ເຕັມທີ່.

ເຈົ້າ​ໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມລາວ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ເຖິງວ່າ ຣະບຽບຫຼັກການມີ ແຕ່ການຈັດຕັ້ງປະຕິບັດບໍ່ໄດ້ໜັກແໜ້ນ ສະນັ້ນແຫຼະ ມັນຈຶ່ງເປັນຊ່ອງວ່າງໃຫ້ນາຍທຶນຜູ້ທີ່ຈະໃຊ້ໂອກາດ ເພື່ອທີ່ຈະໃຫ້ເກີດຊ່ອງວ່າງ ໃນການດຳເນີນສິ່ງທີ່ມັນບໍ່ຖືກຕ້ອງ ໃຫ້ມັນຖືກຕ້ອງກໍມີ ກໍລະນີຢູ່ສາມຫຼ່ຽມຄຳທີ່ມັນເປັນຂ່າມາຫັ້ນ.”

ນັກ​ທຸຣະກິຈຕ່າງປະເທດ ໝາຍເຖິງຜູ້ທີ່ຢູ່ບໍຣິຫານເຂດເສກິພິເສດ ສາມຫຼ່ຽມຄຳ ເຂົ້າຫາເຈົ້າແຂວງ ເຈົ້າເມືອງ ສະນັ້ນ ຈຶ່ງເຮັດໃຫ້ບັນຫາດັ່ງກ່າວ ບໍ່ໄດ້ຮັບການແກ້ໄຂ.

ເຈົ້າ​ໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນີ້ ກ່າວຕື່ມອີກວ່າ

ຄືຈີນຫຼື ວຽດຈັ່ງຊີ້ ເຂົາຮູ້ພຶດຕິກຳຂອງເຈົ້າໜ້າທີ່ລາວ ເຂົາເຂົ້າຫາເຈົ້າເມືອງ ເຂົາເຂົ້າຫາເຈົ້າແຂວງ ເຂົາເຂົ້າຫາຣັມົນຣີໄດ້ ການດຳເນີນການທີ່ຈະບໍ່ຖືກ 100 ເປີເຊັນ ແຕ່ສາມາດເຮັດໃຫ້ມັນຖືກຕ້ອງ 100 ເປີເຊັນ ອັນນີ້ຄືປະສົບການຢູ່ລາວ ຍ້ອນວ່າ ບໍ່ມີຣະບຽບໃດທີ່ຊັດເຈນ.”

ທ່ານ ກ່າວ​ຕື່ມວ່າ: ການຈັດຕັ້ງເອງ ເຂົາເຈົ້າກະບໍ່ໄດ້ເຂັ້ມແຂງ ນຶ່ງເຂົາບໍ່ເຂັ້ມແຂວງ ສອງມາ ສື່ກາງຕ່າງໆ ກໍບໍ່ໄດ້ມີສ່ວນຊ່ອຍຫຍັງໃນເຣື່ອງນີ້ຖ້າການຈັດຕັ້ງບໍ່ດຳເນີນການ ແລະ ສື່ບໍ່ໄດ້ຊ່ອຍຫຍັງມັນກະບໍ່ມີລັງທີ່ເຮັດໃຫ້ຂບວນການມັນຄືບຄານໄປໄວ. ທາງການລາວ ໃຫ້ສິດນັກລົງທຶນເກີນໄປຫຼາຍກວ່າຄົນລາວ ຈົນວ່າ ເຈົ້າໜ້າທີ່ທາງການລາວ ບໍ່ສາມາດໄປກວດກາໄດ້.

ປະ​ຊາຊົນລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ແຕ່ບັດນີ້ລະໃຫ້ສິດເຂົາ ເອົາໄປມາ ໝາຍຄວາມວ່າ ມັນເປັນບ້ານຂອງເຂົາເລີຍລະ ເຮົາບໍ່ມີສິດໄປກ່ຽວຂ້ອງ ອັນນີ້ແຫຼະຈຸດອ່ອນຂອງເຮົາ ທຳມະດາລະ ຕ່າງປະເທດຢູ່ບ້ານ ເຮົາມັນຕ້ອງຢູ່ພາຍໃຕ້ກົດໝາຍຂອງລາວເຮົາລະເບາະ ລາວລະມີສິດກວດກະລະເບາະ ອັນນີ້ລະບໍ່ມີສິດ ເຂົາເຮັດຫຍັງກະໄດ້ຕາໃຈຂອງເຂົາ ໝາຍຄວາມວ່າ ໃຫ້ສິດເຂົາເໜືອກວ່າຄົນລາວ.”

ບັນ​ຫາດັ່ງກ່າວ ມັນເປັນຈຸດອ່ອນຂອງທາງການລາວເອງ.

ປະ​ຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

ໝາຍຄວາມວ່າ ເຈົ້າໃຫ້ສິດອຳນາດເຂົາເໜືອ ກວ່າຄົນລາວ ເໜືອຣັບານລາວ ຣັບານລາວ ກະບໍ່ມີສິດເຂົ້າໄປກວດກາ ລະກະຄົນລາວເຮົາເຂົາໄປເຮັດ ກະສຸດແລ້ວແຕ່ເຂົາ ອັນນີ້ລະມັນຜິດລະເຣື່ອງຈຸດອ່ອນຂອງຄົນລາວເຮົາ.”

ນາຍ​ຈ້າງທີ່ເປັນຄົນຈີນ ຈະເນີ ໃຫ້ເງິນເດືອນສູງ ແກ່ຜູ້ທີ່ມັກເຂົ້າໄປເຮັດວຽກ ຢູ່ເຂດເສກິພິເສດ ແລະ ນາຍຈ້າງຈີນຈະຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃຫ້, ແຕ່ເວລາໄປຮອດແລ້ວ ຈະບໍ່ເປັນແນວນັ້ນ.

ນາຍ​ຈ້າງຈີນ ຈະຄິດໄລ່ຄ່ໃຊ້ຈ່າຍໝົດທຸກຢ່າງ ຈົນເຮັດໃຫ້ຄົນລາວ ທີ່ໄປເຮັດວຽກນັ້ນຕົກເປັນໜີ້ ແລະ ບໍ່ສາມາດຍົກເລີກສັນຍາໄດ້.

ນາຍ​ຈ້າງຈີນຈະບໍ່ອະນຸຍາດໃຫ້ກັບບ້ານໄດ້ ຖ້າບໍ່ມີເງິນມາຈ່າຍໜີ້ ຊຶ່ງບັນຫາດັ່ງກ່າວ ກໍເຮັດໃຫ້ຄົນງາລາວຫຼາຍຄົນຕ້ອງພາກັນລັກໜີ ແລະ ບາງຄົນກໍໃຫ້ຄອບຄົວເອົາເງິນມາໃຊ້ໜີ້ນາຍຈ້າງຈີນ ຈຶ່ງສາມາດກັບບ້ານໄດ້ ໃນຂະນະທີ່ຄົນງານລາຫຼາຍຄົນ ກໍຍັງບໍ່ສາມາດກັບບ້ານໄດ້.

ຄົນ​ງານຄົນນຶ່ງ ຜູ້ທີ່ສາມາດໜີອອກຈາກເຂດເສກິພິເສດສາມຫຼ່ຽມຄຳ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີວ່າ.

ນັກ​ຂ່າວ: ທຳອິດນີ້ ເຮົາເຂົ້າໄປເຮັດວຽກຈັ່ງໃດນີ້?

ຄົນ​ງານລາວ:

ເຂົາບອກວ່າ ຈະມີບໍຣິສັດ ທີ່ຢູ່ຊັງຈ້ຽງຫັ້ນນ່າ ຄຸ້ມຄອງ ທີ່ຈິງໂຕເຮົາກໍຮູ້ຢູ່ແລ້ວວ່າ ຢູ່ທາງໃນຫັ້ນມັນລຳບາກຊ່ຳໃດ. ແຕ່ວ່າ ຕອນແລກກໍຄືຕິດຕໍ່ກັນຢູ່ຊັງຈຽງ ລະເຂົາກະຮັບປະກັນມາວ່າ ເອີຖ້າສົມມຸດວ່າ ມີບັນຫາອີ່ຫຍັງຫັ້ນນ່າ ເຂົາຈະດຶງກັບໃຫ້ ເຮົາກະເລີຍໝັ້ນໃຈ.

ລະບາດນີ້ ເຮົາໄປແລ້ວປະມານອາທິດແລກ ເຮົາແຊັດຫາໃຜບໍ່ໄດ້ເລີຍ ແຈ້ງຫາກະຄືວ່າ ບໍຣິສັດທີ່ຢູ່ຊັງຈຽງນີ້ ຖືວ່າ ແຊັດຫາໄດ້ແຕ່ຜູ້ດຽວ ແລະ ເຮົາກະບອກວ່າ ໃຫ້ຢູ່.”

ນັກ​ຂ່າວ: ທຳອິດເຂົາໄດ້ເວົ້າກັບເຈົ້າບໍ່ວ່າ ທຸກຢ່າງ ແມ່ນຄ່າໃຊ້ຈ່າຍ ບໍຣິສັດ ຮັບຜິດຊອບໝົດ?

ຄົນ​ງານລາວ: ຂະເຈົ້າເປັນຄົນເວົ້າວ່າ ຟີໝົດທຸກຢ່າງ ເຮົາກະຖາມຢ້ຳອີກເທື່ອນຶ່ງວ່າ ແມ່ນເຮົາບໍ່ໄດ້ເຮັດວຽກໃຊ້ໜີ້ແມ່ນບໍ່, ຂະເຈົ້າກະວ່າບໍ່ ທຸກຢ່າງຄື ບໍຣິສັດອອກໃຫ້ເອງຟີໝົດ.”

ນັກ​ຂ່າວ: ຕອນໃດ ທີ່ໄປມັກນີ້?

ຄົນ​ງານລາວ:

ປະມານເດືອນ 2 ນີ້ລະອ້າຍ. ວັນທີ 10 ນີ້ລະ ໄປມັກລະ ລະວັນທີ 16 ເດືອນທາງໄປ.”

ນັກ​ຂ່າວ: ໄດ້ລົມກັນບໍ່ວ່າ ເງິນເດືອນທໍ່ໃດ? ການເຮັດວຽກຈັກໂມງຫາຈັກໂມງ? ໄດ້ລົງລາຍລະອຽດກັນບໍ່?

ຄົນ​ງານລາວ:

ກະຄືມີແຕ່ລົມກັນທາງວອດແອບ ບໍ່ໄດ້ລົງລາຍລະອຽດຫຍັງເລີຍ ມີແຕ່ລົມກັນທາງວອດແອບລະກະໂທລົມແດ່. ເບື້ອງຕົ້ນເຂົາເວົ້າວ່າ ເຮັດວຽກນີ້ ໄດ້ 12 ຊົ່ວໂມງ ເງິນເດືອນ 4,000 ຢວນ ເທົ່າກັບ 4 ລ້ານປາຍກີບ.”

ນັກ​ຂ່າວ: ຄ່າໃຊ້ຈ່າຍນີ້ ເຂົາບອກບໍ່ວ່າ ມັນມີຄ່າໃຊ້ຈ່າຍຫຍັງແດ່ ໃນເວລາທີ່ໄປຮອດລະ?

ຄົນ​ງານລາວ:

ທຸກຢ່າງເລີຍອ້າຍ ຕັ້ງແຕ່ຄ່ານ້ຳຄ່າໄຟ ເຂົາໄລ່ໝົດເລີຍ ທີ່ເປັນຂອງເຂົາ ເຂົາໄລ່ໝົດເລີຍ ເຮົາກິເຂົ້າ ເຂົາກະເອົາ ເຮົາໃຊ້ຫຍັງເຂົາກະເອົານຳ.”

ນັກ​ຂ່າວ: ຕົກເປັນມື້ນຶ່ງເທົ່າໃດ ຄ່າໃຊ້ຈ່າຍ?

ຄົນ​ງານລາວ:

ໂຕນີ້ ເຮົາໄດ້ຂໍລາລະອຽດໄປນຳ ຜູ້ທີ່ເກັບເງິນນຳເຮົາແລ້ວ ຄ້າຍໆ ແບບລາວ ເວົ້າອອກມາຊື່ໆ ຫັ້ນນ່າ. ແຕ່ວ່າ ເຮົາຂໍລາຍລະອຽດເອີ ຄ່ານີ້ທໍ່ໃດ ເປັນບິນຫັ້ນນ່າ ເປັນລາຍລັກອັກສອນຫັ້ນນ່າ ເຂົາກະບໍ່ເຮັດໃຫ້ເຮົາ.”

ນັກ​ຂ່າວ: ສັນຍົງສັນຍາ ແຮງງານທີ່ ເຮົາໄດ້ເຊັນກັບເຂົາເດ້?

ຄົນ​ງານລາວ:

ແມ່ນມັນຄາດເຄື່ອນ ຈາກທີ່ຕົກລົງກັນໄວ້ກ່ອນທີ່ເຮົາຈະໄປ ມັນຄາດເຄື່ອນຫຼາຍ ມັນຕ່າງກັນແບບຄືພິກມືເລີຍອ້າຍ ລະນາທີນັ້ນຄືປະຕິເສດບໍ່ໄດ້. ປະຕິເສດຄືຈ່າຍເງິນຢ່າງດຽວ.”

ນັກ​ຂ່າວ: ໃນສ່ວນຂອງເຈົ້າຕົກເປັນໜີ້ທໍ່ໃດ?

ຄົນ​ງານລາວ:

“15,000 ຢວນ. ທຸກຄົນໄປ ຈະເປັນໜີ້ໝົດເລີຍ. ໄປຄາຊິໂນ ແມ່ນເປັນໜີ້ເລີຍ.”

ນັກ​ຂ່າວ: ເຮັດໄດ້ດົນປານໃດ?

ຄົນ​ງານລາວ:

ຂອງເຮົາຫັ້ນ ແມ່ນ 2 ອາທິດ. ຄວາມຮູ້ສຶກວ່າ ເຮົາຖືກຕົວະລະ. ບໍ່ໄດ້ລະ ນອນກະບໍ່ໄດ້ນອນລະ. ເຂົາລົມນຳເຮົາເນ 12 ຊົ່ວໂມງເຮັດວຽກ ແຕ່ທີ່ໄລ່ໆ ນີ້ ມັນບໍ່ແມ່ນ ມັນກາຍ 12 ຊົ່ວໂມງ ມັນ 14-15 ຊົ່ວໂມງ. ລະມັນຍາກບ່ອນໄປໃສກະບໍ່ໄດ້ ເຮັດຫຍັງແບບຊີວິດຂອງຕົວເອງບໍ່ມີເລີຍ. ຄືຖືກຄວບຄຸມໂດຍເຂົາເຈົ້າເລີຍຫັ້ນນ່າ.”

ນັກ​ຂ່າວ: ເປັນຫຍັງເຂົາເຈົ້າຈັ່ງຄ່ອຍເຮັດຈັ່ງຊີ້ກັບເຮົາ ໄດ້ຖາມເຂົາເຈົ້າບໍ່?

ຄົນ​ງານລາວ:

ບໍ່ໄດ້ຖາມ ເພາະຕອນນັ້ນ ໂຕ້ຖຽງອີ່ຫຍັງກະບໍ່ກ້າ ຖິ່ນເຂົາເຈົ້າ ບໍ່ສາມາດຕໍ່ລອງເຂົາເຈົ້າໄດ້.”

ນັກ​ຂ່າວ: ຫ້ອງນຶ່ງ ຢູ່ບ່ອນພັກ ມີນໍກັນຈັກຄົນ?

ຄົນ​ງານລາວ:

ຫ້ອງນຶ່ງ 8 ຄົນ ບາງຫ້ອງກະ 9 ຄົນ ບາງຫ້ອງກະ 10 ຄົນ.”

ນັກ​ຂ່າວ: ມີຄົນລາວພັກນຳກັນຫຼາຍປານໃດ ເທົ່າທີ່ເຮົາຮູ້? 

ຄົນ​ງານລາວ:

ສ່ວນຫຼາຍມີແຕ່ຄົນລາວ 80 ເປີເຊັນ ມີແຕ່ຄົນລາວ.”

ນັກ​ຂ່າວ: ມີຫຼາຍບໍ່ ນັບເປັນໂຕເລກໄດ້ບໍ່?

ຄົນ​ງານລາວ:

“200-300 ຄົນນີ້ແຫຼະ.”

ນັກ​ຂ່າວ: ຢູ່ຈັ່ງໃດຊັ້ນນະ?

ຄົນ​ງານລາວ:

ເພິ່ນວ່າ ດິ້ນຣົນເລີຍນະ. ດິ້ນຣົນສິດຊີວິດເລີຍ. ດິ້ນຣົນເລີຍ ສົມມຸດວ່າໄປວຽກ ບາງຄົນຕ້ອງຕື່ນແຕ່ 7 ໂມງ ຫຼືວ່າ 8 ໂມງ. ທັງໆທີ່ເວລານອນນີ້ກະ 1-2 ໂມງລະ. 7-8 ໂມງຕື່ນ ເພາະວ່າ ຫ້ອງນ້ຳມີຫ້ອງດຽວ ເຮົາກະຕ້ອງຣຽມຕົວຈັດເວລາໃຫ້ດີເນາະ. ໄປໃຫ້ຮອດບ່ອນເຮັດວຽກຫັ້ນ 10 ໂມງ ເປະເປະເລີຍ. ກາຍນຶ່ງນາທີ ລະແມ່ນເຂົາຈະຫັກ 100 ຢວນ, ເທື່ອທີ 2 ລະແມ່ນ 200 ຢວນ ເທື່ອທີ 3 ລະແມ່ນຖືກໄລ່ອອກ ລະກະຈະໄດ້ໃຊ້ໜີຫັ້ນນ່າ.”

ນັກ​ຂ່າວ: ເຈົ້າໄດ້ຕິດຕໍ່ຫາໜ່ວຍງານທີ່ກ່ຽວຂ້ອງບໍ່?

ຄົນ​ງານລາວ:

ຕິດຕໍ່ ໜ່ວສະເພາະກິຈ ທັງຢູ່ໃນ ລະກະຢູ່ນອກເລີຍ ຕິດຕໍ່ທຸກຢ່າງທີ່ເຮົາສາມາດຕິດຕໍ່ໄດ້ ໃນເວລານັ້ນ ທັງກົມແຮງງານອີ່ຫຍັງເຂົາກະວ່າ ແຕ່ກົມແຮງງານ ເຂົາເຈົ້າບອກວ່າ ບໍ່ສາມາດຊ່ອຍໄດ້ ເພາະວ່າ ມັນຕິດສັນຍາເນາະ ແຕ່ເຮົາ ໂຊກດີທີ່ວ່າເຮົາລອດມາໄດ້.”

ນັກ​ຂ່າວ: ຢູ່ໃນຫັ້ນວຽກທີ່ເຈົ້າເຮັດແມ່ນຫຍັງ?

ຄົນ​ງາລາວ:

ເປັນການປອມໂຕ ປອມເຟສ ປອມລາຍ ປອມທຸກຢ່າງ. ເຮົາຈະເອົາໂຕລະຄອນ ເອົາຮູບຈາກຄົນອື່ນທີ່ວ່າ ຢູ່ໃນອິນສະຕາແກຼມນະ ແລະ ກະມາສ້າງໂຕລະຄອນ ປັ້ນໂຕລະຄອນ ຢູ່ໃນເຟສ ຢູ່ໃນລາຍ ຈັ່ງຊີ້ນະ. ລະກະແຊັດຫາຄົນໄທຍ ສ່ວຫຼາຍແມ່ນຄົນໄທ.”

ນັກ​ຂ່າວ: ແຊັດວ່າ ຈັ່ງໃດລະ?

ຄົນ​ງານລາວ:

ກະຄ້າຍໆ ແບບຊູ້ສາວ ລົມເຣື່ອງຊູ້ສາວແລ້ວລະກະ ຊັກຊວນມາລົງທຶນໃນບິດຄອຍຈັ່ງຊີ້ນ່າ ແຕ່ ພໍເຂົາເຈົ້າລົງທຶນລະກະຖອນຍາກ ຖອນບໍ່ໄດ້ ບາງຄົນກະເປັນ ແສ, ສອງແສນ.”

ນັກ​ຂ່າວ: ຈັກຄົນລະ ທີ່ສາມາດຕິດຕໍ່ໄດ້?

ຄົນ​ງານລາວ:

ຂອງເຮົາບໍ່ໄດ້ ແຕ່ວ່າ ອັນເທົ່າທີ່ເຫັນລະແມ່ນຫຼາຍຢູ່ ຫຼາຍເຕີບຢູ່ ມື້ນຶ່ງລວມໆ ຢູ່ປະມານ 4-5 ລ້ານບາດ. ເຂົາຈະສ້າງແອບຂຶ້ນມາຄ້າຍໆ ໄອຄິວອອຊັ້ນນະ ແຕ່ວ່າ ໂຕນັ້ນ ເຂົາຈະຄວບຄຸມເອງເລີຍ.”      

ເຈົ້າ​ໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ຍັງບໍ່ທັນມີມາການ ຊ່ວຍເຫຼືອຄົນງານລາວທີ່ຕິດຄ້າງ ແລະ ຖືກກັກຂັງໜ່ວງໜ່ຽວ ຢູ່ໃນເຂດເສກິຈ ພິເສດສາມຫຼ່ຽມຄຳ.

ເອ​ເຊັຽເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ກ່ຽວກັບມາການຊ່ວຍເຫຼືອຄົນງານລາວ, ແຕ່ ເຈົ້າໜ້າທີ່ຜູ້ຮັບໂທລະສັບ ປະຕິເສດທີ່ຈະໃຫ້ຄຳເຫັນກ່ຽວກັບເຣື່ອງນີ້ ໂດຍເວົ້າພຽງແຕ່ວ່າ ໃຫ້ເຮັດໃບເນີມາ. 

ນອກ​ຈາກນີ້ ຍັງມີຄົນໄທຍຈຳນວນນຶ່ງ ທີ່ເຂົ້າມາເຮັດວຽກຢູ່ເຂດເສກິພິເສດສາມຫຼ່ຽມຄຳ ແລະ ກໍຕົກຢູ່ໃນຊາຕາກຳແບບຄົນງານລາວ.

ໃນ​ວັນທີ 10 ມີນາ ທີ່ຜ່ານມາ, ສະຖານເອອັກຂ້າຣາທູດໄທຍ ປະຈຳລາວ ໄດ້ອອກແຈ້ງເຕືອນ ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ ທາງສະຖານທູດ ໄດ້ຮັບລາຍງານວ່າ ມີຂະບວນການຕົວະຍົວະຄົນໄທຍ ແລະ ຊາວຕ່າງຊາດ ໃຫ້ເຂົ້າໄປເຮັດວຽກໃນພື້ນທີ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງ ບໍ່ແກ້ວ, ປະເທດລາວ ໂດຍການຮັບສະໝັກທາງສື່ອອນລາຍ ຫຼື ໄດ້ຮັບການຊັກຊວນຈາກນາຍໜ້າທີ່ເປັນຄົນໄທຍ ໂດຍອ້າງວ່າມີລາຍຮັບ ແລະ ຄ່າຕອບແທນສູງ.

ທີ່​ຜ່ານມາ ມີຄົນໄທຍ ຖືກຕົວະມາເຮັດວຽກຢູ່ເຂດພິເສດສາມຫຼ່ຽມຄຳ 24 ຄົນ ແລະ ໄດ້ຖືກທາການໄທຍຊ່ວຍເຫຼືອ ກັບຄືນປະເທດແລ້ວ ໃນວັນທີ10-17 ມີນາ ທີ່ຜ່ານມາ.

ນອກ​ຈານີ້ ໃນວັນທີ 21 ກຸມພາ ທີ່ຜ່ານມາ, ຫົວໜ້າຄະນະຄຸ້ມຄອງ ເຂດເສກິພິເສດ ແຂວງບໍ່ແກ້ວ ໄດ້ອອກແຈ້ງການ ເຖິງອຳນວຍການບໍຣິສັດ, ນັກທຸຣະກິດ, ຜູ້ປະກອບການ ແລະ ຜູ້ອອກແຮງງານພາຍໃນເຂດເສກິພິເສດ ສາມຫຼ່ຽມຄຳ ກ່ຽວກັບການຄຸ້ມຄອງແຮງານ ແລະ ນຳໃຊ້ແຮງງານ ໃນເຂດເສກິພິເສດສາຫຼ່ຽມຄຳ.

ແຈ້ງ​ການ ຫົວໜ້າຄະນະຄຸ້ມຄອງ ເຂດເສກິພິເສດ ແຂວງບໍ່ແກ້ວ ໄດ້ລະບຸ ຕອນນຶ່ງວ່າ: ທຸກຫົວໜ່ວຍນຳໃຊ້ແຮງງານ, ຜູ້ອອກແຮງງານຫາກມີເຈນາຫຼົບຫຼີກ ຫຼື ສ້າງຄວາມຫຍຸ້ງຍາກໃນການ ເຮັດສັນຍາຄຸ້ມຄອງ ແລະ ນຳໃຊ້ແຮງງານ ເຊັນສັນຍາແຮງງານທີ່ບໍ່ຖືກຕ້ອງ ຕາມຣະບຽບການ ຫຼືໃຊ້ແຮງງານທີ່ບໍ່ມີສັນຍາແຮງງານ ແລະ ຣະບຽບຄຸ້ມຄອງແຮງງານທີ່ຢູ່ໃນເຂດ  ​ເສກິພິເສດ ສາມຫຼ່ຽມຄຳຢ່າງເຂັ້ມງວດ ແລະ ຜູ້ນຳໃຊ້ແຮງງານຈະເປັນຜູ້ຮັບຜິດຊອບທັງໝົດ ຕໍ່ຄ່າເສັຽຫາຍທີ່ເກີດຂຶ້ນໃນກໍລະນີ ທີ່ມີການຂັດແຍ່ງກັນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.