ມີແມ່ຍິງລາວ 18 ຄົນ ຖ້າການຊ່ອຍເຫຼືອ, ພາຍຫຼັງແຕ່ງດອງ ແລ້ວໄປຢູ່ຈີນ ກັບຜົວຈີນ
2025.01.16

ມາຮອດປັດຈຸບັນ, ຍັງມີເດັກຍິງ ແມ່ຍິງລາວ ອາຍຸຕ່ຳກວ່າ 18 ປີ ແລະ ກາຍ 18 ປີ ທີ່ສາມາດ ລະບຸຕົວຕົນໄດ້ ປະມານ 18 ຄົນ ທີ່ຍັງຕິດຄ້າງ ຢູ່ປະເທດຈີນ ແລະ ລໍຖ້າການຊ່ວຍເຫຼືອ ຈາກທາງການລາວ ນໍາພາກັບປະເທດລາວ ພາຍຫຼັງ ພວກເຂົາເຈົ້າ ແຕ່ງດອງກັບຜົວຈີນ ແລ້ວຖືກກັກຂັງ, ຖືກບັງຄັບ ໃຫ້ມີເພດສໍາພັນ ກັບຜົວຄົນຈີນ, ຖືກຍຶດພາສປອດ ແລະ ຖືກທໍາຮ້າຍຮ່າງກາຍ ນໍາດ້ວຍ, ຕາມຄວາມເວົ້າຂອງນາງ ດີ, ສະຫງວນນາມສະກຸນ ຜູ້ທີ່ຕໍ່ຕ້ານ ການຄ້າມະນຸດ ແລະ ຜູ້ເຄີຍແຕ່ງດອງ ກັບຄົນຈີນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ມັງກອນ ນີ້ວ່າ:
“ຢາກໄປຫຍັງ ເພິ່ນພາໄປໝົດ, ແຕ່ວ່າ ເພິ່ນອາດຈະບໍ່ປ່ອຍເຈົ້າ ໄປຄົນດຽວ, ເພິ່ນຢ້ານເຈົ້າລັກໜີ, ຍຶດພາສປອດໄວ້ ຫຼືວ່າ ຂັງໄວ້ ຫຼືວ່າ ບໍ່ໃຫ້ອອກໄປໃສ ຫຼືວ່າ ເວລາຜິດກັນ ມີການໃຊ້ກໍາລັງ, ມີການບັງຄັບ ມີເພດສໍາພັນ ກັບຂ້ອຍນີ້. ເຈົ້າບໍ່ຍອມນີ້ນ່າ ແລ້ວເຈົ້າມາກຸມ ນອນນໍາຂ້ອຍ, ຊີ້ນ່າ.”
ນາງດີ ກ່າວຕື່ມວ່າ ນາຍໜ້າ ທີ່ຊອກຫາແມ່ຍິງລາວ ໄປເປັນເມຍຄົນຈີນ ມີ 2 ສັນຊາດ ຄື ສັນຊາດລາວ ແລະ ສັນຊາດຈີນ, ນາຍໜ້າສ່ວນຫຼາຍ ມາຈາກຄົນໃກ້ໂຕ ຂອງແມ່ຍິງລາວ ເປັນຕົ້ນ ໝູ່, ນ້າບ່າວ, ນ້າສາວ, ເອື້ອຍຮັກ, ອ້າຍຮັກ ທີ່ໄປພໍ້ກັນ ຕາມສະຖານທີ່ຊຸມແຊວ ແລະ ມ່ວນຊື່ນ, ນັກທຸລະກິດຈີນ ເຂົ້າມາລົງທຶນ ໃນປະເທດລາວ ກໍໄດ້ຮູ້ຈັກຄົນລາວ ຈຶ່ງຕິດຕໍ່ພົວພັນໄປ ເພື່ອຫາແມ່ຍິງລາວ ໃຫ້ຜູ້ຊາຍຈີນ.
ສ່ວນຄົນຈີນ ທີ່ຢາກໄດ້ ແມ່ຍິງລາວ ເປັນເມຍນັ້ນ, ໄດ້ສະເໜີ ໃຫ້ຄ່າດອງ ໃຫ້ແມ່ຍິງລາວ ລວມເຖິງຄ່າດໍາເນີນການຕ່າງໆ ແກ່ນາຍໜ້າ ປະມານ 150,000 ເຖິງ 200,000 ຢວນ, ແຕ່ຂະນະທີ່ ຄວາມເປັນຈິງ ຄ່າເດີນທາງ ແລະ ຄ່າແລ່ນວີຊ້າທ່ອງທ່ຽວ ໃຫ້ແມ່ຍິງລາວ ເພື່ອໄປຈີນນັ້ນ, ມີລາຄາພຽງແຕ່ ປະມານ 16,000 ຢວນເທົ່ານັ້ນ. ສໍາລັບຄ່າດອງ ທີ່ແມ່ຍິງລາວ ໜຶ່ງຄົນ ໄດ້ພຽງແຕ່ 30,000 ເຖິງ 50,000 ຢວນ. ສ່ວນທີ່ເຫຼືອ ປະມານ 1 ແສນປາຍຢວນ ໄດ້ຕົກເປັນຂອງນາຍໜ້າ ທັງໝົດ ແລະ ເມື່ອນາຍໜ້າ ໄດ້ເງິນດັ່ງກ່າວ ກໍໄດ້ຂາດການຕິດຕໍ່ໄປ. ດັ່ງນາງ ດີ ກ່າວວ່າ:
“ຢາກກັບ, ແຕ່ວ່າ ບໍ່ມີພາສປອດ ເພາະວ່າ ຜົວນີ້ ຍຶດພາສປອດ ໄວ້ ຍ້ອນວ່າ ເຂົາສິເອົາເງິນນໍາໃຜ ໃນເມື່ອນາຍໜ້າ ເຂົາກໍຕິດຕໍ່ບໍ່ໄດ້. ກໍລະນີຕໍ່ມາ ຄື ເຈົ້າຕ້ອງມີລູກ ໃຫ້ຂ້ອຍກ່ອນ ແລ້ວຂ້ອຍຈັ່ງຊິໃຫ້ເຈົ້າກັບ. ແລ້ວໃນກໍລະນີອີກ ຜູ້ຍິງນີ້, ບໍ່ສາມາດມີລູກໄດ້ ເຈົ້າຕ້ອງຢູ່ ເພາະວ່າ ເຂົາບໍ່ໄດ້ລູກ, ແຕ່ເຂົາກໍໄດ້ສໍາພັດ ເນື້ອໂຕເຈົ້າ. ຄົນເຮົາ ເສຍເງິນໄປແລ້ວ ມັນຕ້ອງຢາກໄດ້ບາງຢ່າງ ກັບຄືນມາ ເປັນການແລກປ່ຽນ.”
ເດັກຍິງ, ແມ່ຍິງລາວ ເມື່ອໄປຮອດຈີນແລ້ວ ບໍ່ສາມາດ ສື່ສານພາສາຈີນ ໄດ້ ຈຶ່ງເຮັດໃຫ້ ການໃຊ້ຊີວິດ ລະຫວ່າງຜົວຈີນ ແລະ ແມ່ຍິງລາວ ເກີດອຸປະສັກ ຈຶ່ງເປັນອີກສາເຫດໜຶ່ງ ທີ່ເຮັດໃຫ້ ເດັກຍິງ ແລະແມ່ຍິງລາວ ຢາກກັບປະເທດລາວ. ດັ່ງນາງ ດີ ກ່າວວ່າ:
“ການສື່ສານ, ເລື່ອງການໃຊ້ຊີວິດ ມັນຂ້ອນຂ້າງຕ່າງກັນ. ໄປແລ້ວ ໃຊ້ອິນເຕີເນັດບ້ານເນາະ ຫຼິ້ນໂທລະສັບ, ວຽກເຮືອນ ວຽກຊານ ກໍບໍ່ຄ່ອຍເກັ່ງ. ມັກກິນເຫຼົ້າ, ກິນເບຍ, ສູບພອດ ທາງຝ່າຍພໍ່ປູ່ ແມ່ຍ່ານີ້, ກໍອາດຈະບໍ່ມັກ. ສົມມຸດໄປພໍ້ ຄົນທີ່ວ່າ ເຮັດຮົ້ວ-ເຮັດສວນ ອາກາດໜາວ ເຂົາກໍບໍ່ມັກ ອາບນໍ້າເນາະ, 3-4 ມື້ ອາບເທື່ອໜຶ່ງ. ທາງຝ່າຍຜົວບໍ່ດີ, ຂີ້ຖີ່, ຢາກຂໍເງິນ ສົ່ງເງິນກັບບ້ານ ເດືອນລະ 1 ຫາ 2 ລ້ານກີບ ບໍ່ໃຫ້, ບໍ່ຢາກຢູ່, ຢາກກັບບ້ານ.”
ນາງ ດີ ຍັງໄດ້ເຕືອນ ເຖິງເດັກຍິງ, ແມ່ຍິງລາວ ວ່າ ໃຫ້ເຮັດຂໍ້ບັງຄັບ ນໍານາຍໜ້າ ຜູ້ທີ່ມາຊອກຫາເມຍລາວ ໃຫ້ຄົນຈີນ ໃຫ້ເປັນລາຍລັກອັກສອນ ຜ່ານກາຈໍ້າ ຂັ້ນບ້ານ, ເມືອງ ແລະ ແຂວງ ຄັກແນ່. ຫາກຈໍາເປັນ ຕ້ອງແຕ່ງດອງ ກັບຜົວຈີນ ເພື່ອເຮັດໃຫ້ມີຫຼັກຖານ ສໍາລັບເຈົ້າໜ້າທີ່ ສາມາດຕິດຕາມໂຕໄດ້, ຄັນເກີດກໍລະນີ ຮ້າຍແຮງຂຶ້ນມາ. ດັ່ງນາງ ດີ ກ່າວວ່າ:
“ໜຶ່ງ, ເຈົ້າຍິນດີ ທີ່ຈະດູແລ ຫຼືວ່າ ຕິດຕາມ ຊີວິດການເປັນຢູ່ ຂອງລູກສາວ ຂອງຂ້ອຍ ຈົນຕະຫຼອດ. ຂໍ້ສອງ ຄື ເວລາມີບັນຫາຫຍັງນີ້ນ່າ ໃຫ້ຕິດຕໍ່ໄດ້ຕະຫຼອດ. ລະສາມ, ໃຫ້ໄປເບິ່ງເຮືອນ ເບິ່ງຊານ ຂອງນາຍໜ້າຫັ້ນ, ຊື່, ປະຫວັດ ດີໆ, ໃຫ້ມີລາຍລັກອັກສອນ ຕ້ອງມີເຊັນບ້ານ, ເຊັນເມືອງ, ຕ້ອງມີກາຈໍ້າຢ່າງດີ. ແລ້ວກໍພະຍາຍາມ ຢ່າສູ່ໃຫ້ວີຊ້າຫັ້ນ ຂາດ. ຖ້າເຮົາເຮັດ ຕາມຂັ້ນຕອນ ເຮົາຜ່ານໜ້າ ຜ່ານຕາ ທາງກົດໝາຍ, ມັນຈະປອດໄພ. ແນະນໍາ ລາວ ກັບລາວ ເອົາກັນດີກວ່າ, ແຕ່ບໍ່ໄດ້ວ່າ ບໍ່ໃຫ້ຈີນ ເອົາກັບລາວ, ແຕ່ວ່າ ພາສາ ມັນເວົ້າກັນບໍ່ເຂົ້າໃຈ.”
ເຖິງຢ່າງໃດກໍຕາມ, ເພື່ອບໍ່ໃຫ້ ພົນລະເມືອງລາວ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການການຄ້າມະນຸດ ທາງການລາວ ກໍໄດ້ລົນນະລົງ ຢ່າງຕໍ່ເນື່ອງວ່າ ແມ່ຍິງລາວ ຜູ້ໃດ ຈະແຕ່ງດອງ ກັບຄົນຕ່າງປະເທດ ຕ້ອງໄດ້ປະກອບ ເອກະສານ ໃຫ້ຄົບຖ້ວນ ແລະ ຖືກຕ້ອງກ່ອນ ຕັ້ງແຕ່ຂັ້ນບ້ານ, ຂັ້ນກົງສຸນ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງຊາດ ແລະ ອີກຫຼາຍພາກສ່ວນ ຕາມດໍາລັດ ເລກທີ 184/ນຍ ລົງວັນທີ 10 ມີນາ 2021. ໂດຍເອກະສານ ການຂໍແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ ແບ່ງເປັນ ພົນລະເມືອງລາວ ປະກອບດ້ວຍ:
1 ຄຳຮ້ອງຂໍແຕ່ງດອງ; 2 ໃບຢັ້ງຢືນສະຖານະພາບ ຂອງບຸກຄົນ; 3 ຊີວະປະຫວັດຫຍໍ້; 4 ບົດບັນທຶກ ການສູ່ຂໍ; 5 ໃບແຈ້ງໂທດ; 6 ໃບຢັ້ງຢືນສຸຂະພາບ; 7 ໃບຢັ້ງຢືນການເກີດ; 8 ສຳເນົາສຳມະໂນຄົວ ຫຼື ສຳເນົາ ບັດປະຈຳຕົວ; 9 ໃບຢັ້ງຢືນເຫັນດີ ຈາກການຈັດຕັ້ງ ທີ່ຜູ້ກ່ຽວສັງກັດ (ລັດຖະກອນ ສຳລັບພະນັກງານ); 10 ຮູບຂະໜາດ 3 X 4 ຊັງຕີແມັດ.
ສ່ວນຄົນຕ່າງປະເທດ ປະກອບດ້ວຍ:
1 ຄຳຮ້ອງຂໍແຕ່ງງານ; 2 ຊີວະປະຫຍັດຫຍໍ້; 3 ໃບຢັ້ງຢືນທີ່ຢູ່; 4 ໃບຢັ້ງຢືນສະຖານະພາບ ຂອງບຸກຄົນ; 5 ໃບຢັ້ງຢືນຖານະເສດຖະກິດ; 6 ໃບແຈ້ງໂທດ; 7 ໃບຢັ້ງຢືນສຸຂະພາບ; 8 ສຳເນົາໜັງສືຜ່ານແດນ; 9 ຮູບຂະໜາດ 3 X 4 ຊັງຕີແມັດ; 10 ຄຳເຫັນ ຂອງສະຖານເອກອັກຄະລັດຖະທູດ; 11 ໃບຮັບປະກັນ ໃຫ້ຄູ່ສົມລົດ, ຄົນລາວ ກັບ ຄົນຕ່າງປະເທດ ຕາມຈຸດປະສົງ ຂອງຜູ້ກ່ຽວ ໃນກໍລະນີ ທີ່ມີການຢ່າຮ້າງ.