ສໍາພາດພິເສດ ສສ ໄທ ກ່ຽວກັບຊາວລາວ 19 ຄົນ ເຫຍື່ອຄ້າມະນຸດ ໃນມຽນມາ

ສຸພັດຕາ
2025.01.10
ສໍາພາດພິເສດ ສສ ໄທ ກ່ຽວກັບຊາວລາວ 19 ຄົນ ເຫຍື່ອຄ້າມະນຸດ ໃນມຽນມາ ທ່ານ ກັນນະວີ ສືບແສງ, ສະມາຊິກ ສະພາຜູ້ແທນຣາສດອນ ແບບບັນຊີລາຍຊື່ “ພັກເປັນທັມ” ປະຈຳປະເທດໄທ. ວັນທີ 09 ເດືອນມັງກອນ 2025
RFA

ທ່ານ ກັນນະວີ ສືບແສງ, ສະມາຊິກ ສະພາຜູ້ແທນຣາສດອນ ແບບບັນຊີລາຍຊື່ "ພັກເປັນທັມ" ປະຈໍາປະເທດໄທ ໄດ້ໃຫ້ສໍາພາດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ເດືອນມັງກອນ 2025 ທີ່ຜ່ານມາວ່າ ປັດຈຸບັນ ມີພົນລະເມືອງລາວ ຈໍານວນ 19 ຄົນ ຍັງລໍຖ້າ ການຊ່ອຍເຫຼືອ ຈາກທາງການໄທ ຫຼັງຈາກທີ່ຕົກເປັນເຫຍື່ອ ຖືກບັງຄັບ ເຮັດວຽກສະແກມເມີ້ ໃຫ້ບໍລິສັດຈີນ ຢູ່ລັດກະຫຼ່ຽງ, ເມືອງເມຍວະດີ ປະເທດມຽນມາ. ດັ່ງທ່ານ ກັນນະວີ ກ່າວວ່າ:

“ສໍາລັບໂຕຂ້ອຍ, ຍັງບໍ່ມີ ການປະສານໂດຍກົງ ຈາກສະຖານທູດລາວ ປະຈໍາປະເທດໄທ, ແຕ່ວ່າ ມີການປະສານ ຜ່ານທາງພາກປະຊາສັງຄົມ, ເຊິ່ງເຂົາເຈົ້າ ເປັນມູນນິທິ ໃນການຊ່ອຍເຫຼືອຄົນ, ຊ່ອຍເຫຼືອເຫຍື່ອການຄ້າມະນຸດ. ປັດຈຸບັນ, ທີ່ສາມາດພິສູດໄດ້ວ່າ ຊື່ອີ່ຫຍັງ, ມີຮູບຖ່າຍ ແລະ ພ້ອມເລກພາສປອດ ມີທັງໝົດ 19 ຄົນ ແລ້ວກໍ່ມີພິກັດແຫຼະ ກໍຄື ພື້ນທີ່ພາຍໃຕ້ ຂອງກອງກໍາລັງ ຊົນເຜົ່າຕິດອາວຸດ ແລະ DKBA.”

ຂະບວນການຄ້າມະນຸດ ຂ້າມຊາດ ກຸ່ມອາດຊະຍາກໍາ ທາງໄຊເບີ້ ຂອງນັກທຸລະກິດຈີນ ຜິດກົດໝາຍ ຢູ່ປະເທດມຽນມາ ໃຊ້ຊ່ອງຫວ່າງ ທາງການເມືອງ ການປົກຄອງ ຂອງປະເທດມຽນມາ ແລະ ຊ່ອງຫວ່າງ ຟຣີວີຊ້າ ຂອງປະເທດໄທ ເພື່ອຕົວະຍົວະ ພົນລະເມືອງລາວ ມາບັງຄັບ ເຮັດວຽກສະແກມເມີ້. ດັ່ງທ່ານ ກັນນະວີ ກ່າວຕື່ມວ່າ:

“ເຂົາເລີຍ ຕັດສິນໃຈວ່າ ຈະໄປຕັ້ງ ຢູ່ໃນພື້ນທີ່ ພາຍໃຕ້ການຄວບຄຸມ ຂອງກຸ່ມກອງກໍາລັງ ຊົນເຜົ່າຕ່າງໆ ເພາະວ່າ ທະຫານມຽນມາ ເອງ, ກໍບໍ່ສາມາດ ເຂົ້າຮອດໄດ້. ເຂົາເຈົ້າຊິມີ ການສູ້ຮົບກັນຢູ່, ໂດຍໃຊ້ຊ່ອງຫວ່າງຕ່າງໆ ຢ່າງເຊັ່ນ ຟຣີວີຊ້າ ຂອງປະເທດໄທ ນໍາພາຄົນມາຢູ່ ໃນປະເທດໄທ ຕົວະຍົວະວ່າ ຈະພາໄປເຮັດວຽກ ທີ່ປະເທດໄທ ແລ້ວກໍພໍມາເຖິງ ປະເທດໄທ ແລ້ວ, ກໍໄປບໍລິເວນຊາຍແດນ ພາຂ້າມໄປຝັ່ງນັ້ນ ມັນງ່າຍ ຍ້ອນມີ ຟຣີວີຊ້າ ແລ້ວບໍ່ມີກົນໄກຕິດຕາມ ແລະ ປ້ອງກັນ, ເຊິ່ງພີ່ນ້ອງຊາວລາວ 19 ຄົນ ກໍເປັນແນວນີ້.”

ຂະບວນການຄ້າມະນຸດ ຂ້າມຊາດ ກຸ່ມອາດຊະຍາກໍາ ທາງໄຊເບີ້ ດັ່ງກ່າວນີ້ ໃຊ້ປະເທດໄທ ເປັນທາງຜ່ານ ຕົວະຍົວະພົນລະເມືອງລາວ 19 ຄົນນີ້ ໄປບັງຄັບ ເຮັດວຽກສະແກມເມີ້ ແລະ ໄທ-ລາວ ກໍເປັນບ້ານພີ່-ເມືອງນ້ອງ ຈຶ່ງຕ້ອງໃຫ້ການຊ່ອຍເຫຼືອ ເຊິ່ງກັນ ແລະ ກັນ. ດັ່ງທ່ານກ່າວອີກວ່າ:

“ປະເທດໄທ ກ່ຽວຂ້ອງ ບໍ່ສາມາດຫຼີກລ້ຽງໄດ້ ເປັນປະເທດທາງຜ່ານ ຂອງຂະບວນການຄ້າມະນຸດ ກັບຂະບວນການນໍາພາ. ຖ້າບໍ່ຊ່ອຍເຫຼືອ ປະເທດໄທ ກໍຈະເສຍຊື່ສຽງ ມັນຈະກະທົບ ກ່ຽວກັບການຄ້າ, ການລົງທຶນ, ການທ່ອງທ່ຽວ ແລ້ວກໍກະທົບກັບ ຄວາມສໍາພັນ ປະເທດຕ່າງໆ ຢ່າງພີ່ນ້ອງຊາວລາວ ກັບໄທ ກໍຄືພີ່ນ້ອງກັນ. ຖ້າບໍ່ຊ່ອຍ ພີ່ນ້ອງຊາວລາວ ແລ້ວຈະຊ່ອຍໃຜ? ເຂົາເຈົ້າກໍຖືກຕົວະຍົວະ.”

ຂໍ້ມູນຈາກເຄືອຂ່າຍ ພາກປະຊາສັງຄົມ ເພື່ອຊ່ອຍເຫຼືອ ເຫຍື່ອຄ້າມະນຸດ ຂອງປະເທດໄທ ລະບຸວ່າ ມີພົນລະເມືອງ ຈາກທົ່ວທຸກມຸມໂລກ ຈໍານວນທັງໝົດ 6,000 ປາຍຄົນ ໃນ 20 ປະເທດ ເຮັດວຽກສະແກມເມີ້ ຢູ່ປະເທດມຽນມາ ທີ່ບໍ່ສາມາດ ລະບຸຕົວຕົນ ແລະ ບ່ອນຢູ່ໄດ້.

ຂະນະທີ່ປັດຈຸບັນ, ພົນລະເມືອງລາວ 19 ຄົນນີ້ ຍັງຖືກບັງຄັບ ໃຫ້ເຮັດວຽກ ເກີນ 8 ຊົ່ວໂມງ ຕໍ່ມື້ ແລະ ບໍ່ໄດ້ຮັບເງິນເດືອນ. ດັ່ງທ່ານກ່າວວ່າ:

“ການເຮັດວຽກ ກາຍຊົ່ວໂມງ ມີແນ່ນອນ. ທຸກຄົນ ກາຍເປັນເຫຍື່ອ ຄ້າມະນຸດ ຖືກຕົວະໃຫ້ເຮັດວຽກ ຄອລເຊັນເຕີ້ ໝາຍເຖິງວ່າ ເດືອນນີ້ ຄືຕ້ອງເຮັດໃຫ້ໄດ້ 100 ຄົນ ສົມມຸດວ່າ ເດືອນໜຶ່ງ ເຈົ້າເຮັດວຽກບໍ່ໄດ້ 100 ຄົນ, ເຂົາຊິບັງຄັບ ໃຫ້ເຮັດຫຼາຍຂຶ້ນເລື້ອຍໆ. ຖ້າບໍ່ເຮັດໃຫ້ຕາມເປົ້າໝາຍ ກໍຈະຖືກສັ່ງວ່າ ໃຫ້ເຮັດວຽກ ໃຫ້ໜັກຂຶ້ນ ໃຫ້ໄດ້ຕາມເປົ້າໝາຍ. ຫາກເຮັດບໍ່ໄດ້ອີ່ຫຼີ, ສຸດທ້າຍ ກະຖືກລົງໂທດ ແລະ ທາຮຸນ.”

ທ່ານ ກັນນະວີ ຈຶ່ງສະເໜີວ່າ ລັດຖະບານໄທ ຕ້ອງປະສານ ໄປຍັງຫຼາຍຝ່າຍ ທີ່ກ່ຽວຂ້ອງ ລວມເຖິງ ລັດຖະບານຈີນ ເພື່ອຮ່ວມມືກັນ ຊ່ອຍເຫຼືອເຫຍື່ອຄ້າມະນຸດ ຢູ່ປະເທດມຽນມາ. ທຸກຄົນ, ໃນມຸມມອງ ດ້ານມະນຸດສະທໍາ (Humanitarian aid) ຫຼັງຈາກ ມີກໍລະນີສຶກສາ ທີ່ລັດຖະບານຈີນ ສາມາດຊ່ອຍເຫຼືອ ທ່ານ ຫວັງ ຊິງ (Wang Xing), ນັກສະແດງ ຊາວຈີນ ອາຍຸ 31 ປີ ອອກຈາກສູນສະແກມເມີ້ ທີ່ລັດກະຫຼ່ຽງ ເມືອງເມຍວະດີ ປະເທດມຽນມາ ພາຍຫຼັງໄດ້ຖືກຕົວະ ໄປມຽນມາ ໃນວັນທີ 3 ມັງກອນ ແລ້ວຖືກຊ່ອຍເຫຼືອໄດ້ ໃນວັນທີ 7 ມັງກອນ 2025.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.