ຫາດຊາຍຟອງ ໂຄສະນາຜົນຮ້າຍ ຈາກການຄ້າມະນຸດ

ພອນ ພູມ​ມີ​ທອນ
2024.12.12
ຫາດຊາຍຟອງ ໂຄສະນາຜົນຮ້າຍ ຈາກການຄ້າມະນຸດ ເຈົ້າໜ້າທີ່ ຕ້ານການຄ້າມະນຸດ ບັນລະຍາຍ ບອກເຕືອນ ເຖິງຜົນຮ້າຍ ຈາກການຄ້າມະນຸດ
Credit photos: facebook fan page ປະຊາຮ່ວມໃຈ ຕ້ານໄພຄ້າມະນຸດ

ການໂຄສະນາ ວ່າດ້ວຍຜົນຮ້າຍ ຂອງການແຕ່ງດອງ ລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ, ໂດຍສະເພາະຄົນຈີນ ຍັງບໍ່ທົ່ວເຖິງ ໃນຫຼາຍບ້ານ ເຮັດໃຫ້ແມ່ຍິງ ອາຍຸ 22 ປີ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກນາຍໜ້າລາວ ມາໂຄສະນາ ໃຫ້ແຕ່ງດອງ ກັບຜູ້ຊາຍຈີນ ໂດຍສະເໜີເງິນຄ່າດອງ ຈຳນວນຫຼາຍລ້ານກີບ. ແຕ່ພໍໄປຮອດປະເທດຈີນ ພັດໄດ້ຄ່າດອງ ຕ່ຳກວ່າທີ່ນາຍໜ້າ ໄດ້ສະເໜີໄວ້, ຈຶ່ງຫາວິທີ ກັບມາປະເທດ ແລ້ວແຈ້ງຄວາມ ຈັບນາຍໜ້າຄົນລາວ ເພື່ອດຳເນີນຄະດີ ຕາມກົດໝາຍ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ທັນວາ ນີ້ວ່າ:

“ນາຍໜ້າແຫຼະ ເອົາໄປແລ້ວ, ໄປກໍບໍ່ໄດ້ເງິນ ບໍ່ໄດ້ຄຳ. ໃຫ້, ແຕ່ວ່າ ບໍ່ໄດ້ໃຫ້ຫຼາຍ ແລ້ວບາດຄົນຜູ້ໄດ້ແທ້  ມັນໄດ້ໜ້ອຍ ເຂົາກັບຄືນມາ ເຂົາຕົວະພໍ່ແມ່ເຈັບ ບໍ່ສະບາຍ, ແລ້ວເຂົາມາ. ເລື້ອງດຽວ, ແຕ່ດົນແຫຼະ ເຮົາກໍແກ້ໄດ້ ເຮົາກໍໄດ້ຈັບໃສ່ຄຸກລະ.”

ເມື່ອສັບປະດາ ທີ່ຜ່ານມານີ້ ກອງເລຂາ ຄະນະກຳມະການ ຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ໄດ້ໂຄສະນາຜົນຮ້າຍ ຂອງການຄ້າມະນຸດ ຢູ່ທຸກເມືອງ ໃນນະຄອນຫຼວງວຽງຈັນ ລວມເຖິງ ຢູ່ເມືອງຫາດຊາຍຟອງ ເລັ່ງໃສ່ດຳລັດ ວ່າດ້ວຍການແຕ່ງດອງ ລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ສະບັບເລກທີ 184/ລບ ລວມເຖິງກົດໝາຍ ກ່ຽວກັບການໄປ ອອກແຮງງານຕ່າງແດນ ແບບປອດໄພ ຕ້ອງປະກອບເອກກະສານ ໃຫ້ຖືກຕ້ອງ ແລະ ຕ້ອງສຶກສາຂໍ້ມູນ ໃຫ້ລະອຽດ ເພື່ອບໍ່ຕົກເປັນເຫຍື່ອ ການຄ້າມະນຸດ ເໝືອນທີ່ຜ່ານມາ. ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍ ເມືອງຂ້ອຍນີ້, ເມືອງຫາດຊາຍຟອງ ມັນຈະໄປໄທນີ້ ອອກແຮງງານ ໄປເຮັດວຽກ ແລ້ວບໍ່ໄດ້ເງິນ ມັນກໍຄ້າມະນຸດແຫຼະເນາະ. ເຮັດວຽກກໍ 2-3 ປີ, ມາ ເງິນແຮງງານບໍ່ໄດ້. ມາແລ້ວ ມາຕົວເປົ່າ ບໍ່ໄດ້ຫຍັງ, ຫັ້ນນ່າ. ແລ້ວກໍໄປບໍ່ຖືກແດ່ ກໍຊິຟ້ອງ ກໍຟ້ອງບໍ່ໄດ້, ເຈົ້າໄປບໍ່ຖືກ. ມັກມີ ຢູ່ເມືອງຫາດຊາຍຟອງ ເຮົາ.”

ການໂຄສະນາຜົນຮ້າຍ ຂອງການຄ້າມະນຸດ ເທື່ອນີ້ ເຮັດໃຫ້ຊາວໜຸ່ມ ແມ່ຍິງ ຈຳນວນ 60 ບ້ານ ທົ່ວເມືອງຫາດຊາຍຟອງ ແລະ ຫຼາຍພາກສ່ວນ ໄດ້ເຂົ້າຮ່ວມ ເພື່ອຮູ້ກົດໝາຍ, ຜົນກະທົບ, ວິທີປ້ອງກັນ ແລະ ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ເພື່ອນຳໄປເຜີຍແຜ່ ໃຫ້ຄົນພາຍໃນບ້ານ ແລະ ຄົນຮອບຕົວ ຮັບຮູ້ຕື່ມ.

ຊາວໜຸ່ມ ເມືອງຫາດຊາຍຟອງ ທ່ານໜຶ່ງ ທີ່ເຂົ້າຮ່ວມຮັບຟັງ ການໂຄສະນາຜົນຮ້າຍ ຈາກການຄ້າມະນຸດ ໃນເທື່ອດັ່ງກ່າວນີ້ ໄດ້ກ່າວ ໃນມື້ດຽວກັນນີ້ວ່າ:

“ເວົ້າເລື່ອງລະບຽບ ຂອງຄ້າມະນຸດ ມີ 3-4 ອັນນີ້ແຫຼະ, ປຶ້ມຫົວຂຽວ ກັບ ຫົວແດງ ກັບໂປສເຕີ້ 2 ອັນ. ໄປຮຽນມາແລ້ວ ໄປອັນນ່າ ໄປເຜີຍແຜ່ ທາງດ້ານ ອັນນ່າ ໂທລະໂຄ່ງ.”

ໃນຮອບ 1 ປີ ທີ່ຜ່ານມາ ສູນໃຫ້ຄຳປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍ ສາມາດຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ການໃຊ້ຄວາມຮຸນແຮງ ແລະ ການຂົ່ມຂືນ ທຳຊຳເລົາ ໄດ້ທັງໝົດ 110 ຄົນ. ສ່ວນຫຼາຍ ເປັນເຫຍື່ອທີ່ຖືກຄົນຈີນ ຕົວະໄປແຕ່ງດອງ ຢູ່ຈີນ ແລ້ວຂາຍຕໍ່ ໃຫ້ຜູ້ຊາຍຈີນ ຜູ້ອື່ນ ລວມທັງບັງຄັບ ໃຫ້ຂາຍບໍລິການທາງເພດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.