ຍິງລາວ 3 ຄົນ ເຫື່ອຄ້າມະນຸດ ຮ້ານບັນເທີງຈີນ ຖືກສົ່ງກັບພູມລຳເນົາ
2024.04.11

ນາງນ້ໍາຕານ ອາຍຸ 17 ປີ, ນາງນົກ ອາຍຸ 19 ປີ ແລະ ນາງຝ້າຍ ອາຍຸ 13 ປີ ແມ່ຍິງລາວ ຈາກນະຄອນຫລວງວຽງຈັນ ທັງໝົດເປັນນາມສົມມຸດ ທີ່ເຄີຍຕົກເປັນເຫຍື່ອຄ້າມະນຸດ ຢູ່ຮ້ານບັນເທີງ ຄາຣາໂອະເກະ KTV ຂອງຈີນ ທີ່ເມືອງລາ, ລັດສານ, ປະເທດພະມ້າ ຫລັງຈາກ ຖືກຊ່ອຍກັບຄືນມາລາວ ໄດ້ເຂົ້າສູ່ຂະບວນການບໍາບັດ ຟື້ນຟູທາງດ້ານແນວຄຶດຈິດໃຈ ແລະ ຝືກອົບຮົມທັກສະ ດ້ານອາຊີບໃຫ້ພວກເຂົາເຈົ້າ ຢູ່ສູນກາງສະຫະພັນແມ່ຍິງ ແລະ ສະຫະພັນແມ່ຍິງ ແຂວງບໍ່ແກ້ວ ເປັນເວລາ 57 ວັນ. ໃນປັດຈຸບັນ ໄດ້ຖືກສົ່ງກັບພູມລໍາເນົາ ຂອງໃຜຂອງລາວ ແລະ ໄດ້ຢູ່ໃນການເບິ່ງແຍງ ຂອງພໍ່ແມ່ແລ້ວ.
ດັ່ງນາງນ້ໍາຕານ ກ່າວຄວາມຮູ້ສຶກ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສາ ພາຍຫລັງຮອດເຮືອນວ່າ :
“ຢູ່ເຮືອນນໍາອີ່ແມ່ແລ້ວ ຢູ່ເຮືອນ ກັບຮອດເຮືອນແລ້ວເດ້ ອີ່ແມ່ໄປຮັບເອົາ ເພິ່ນກໍຖ້າໄປຮັບ ແຕ່ເຊົ້າ ນ້ອງກໍດີໃຈຫັ້ນແຫລະ. ອີ່ແມ່ ກໍວ່າ ກັບມາຫາອີ່ແມ່ ອີ່ແມ່ຊິສູ່ຂວັນ ຜູກແຂນໃຫ້,ໂຄດດີໃຈພຸ້ນນ່າ ເອື້ອຍ ບໍ່ກັບ (ໄປແຂວງບໍ່ແກ້ວ ແລະ ພະມ້າ) ເຮົານ່າ. ໃຜ ກໍບໍ່ກັບໄປເຮັດແລ້ວເດ້, ເປັນບົດຮຽນຄັ້ງນຶ່ງໃນຊີວິດ ເຂົາເຈົ້າຊ່ວຍມາ ເຂົາເຈົ້າກໍວ່າ ຢ່າສູ່ໄປອີກ ສູນເພິ່ນກໍແນະນໍາມາວ່າ ຄັນຢາກເຮັດວຽກ ເອົາໄປຢູ່ຫັ້ນ ເພິ່ນກໍກວດສຸຂພາບ ແລ້ວກໍເຮັດຝືກອົບຮົມ ວິຊາຊີບ ສອນທຸກຢ່າງນໍາ ຢູ່ຫັ້ນນ່າ ເພິ່ນກໍສອນພວກນ້ອງ ເຮັດກິນ ເສີມສວຍ ແລ້ວກໍຕັດຫຍິບແນ່ ເພິ່ນກໍສອນຫລາຍຢ່າງ ໃນສູນຫັ້ນນ່າ ເພິ່ນສອນມາລະຍາດ ສອນ ກ່ຽວກັບການຄ້າມະນຸດ ບໍ່ໃຫ້ຕົກເປັນເຫຍື່ອ ມີຫຍັງອີກຫັ້ນແຫລະ ເພິ່ນສອນ.”
ນາງຝ້າຍ ນຶ່ງໃນຈໍານວນຜູ້ເຄາະຮ້າຍ ກໍກ່າວຄືກັນວ່າ ໂຕເອງດີໃຈແຮງ ທີ່ໄດ້ກັບມາຢູ່ນໍາພໍ່ແມ່ ຕ້ອນຮັບບຸນປີໃໝ່ລາວ ໂດຍທີ່ສູນກາງສະຫະພັນແມ່ຍິງ ໄດ້ປ່ອຍທຸກຄົນທີ່ຕົກເປັນຜູ້ເຄາະຮ້າຍ ຈາກຄ້າມະນຸດ ກັບບ້ານໝົດເລີຍ, ແລະ ຕອນຢູ່ນໍາສູນ ທາງເຈົ້າໝ້າທີ່ ກໍຝຶກອົບຮົມ ໃຫ້ມີທັກສະ ການປຸງແຕ່ງອາຫານ, ການປູກຜັກສວນຄົວ, ການເສີມສວຍ,ແລະ ການຕັດຫຍິບ ເພື່ອໃຫ້ ບໍ່ເຫງົາ ແລະ ມີອາຊີບ ຫລັງຈາກອອກຈາກສູນ.
ມາຮອດມື້ນີ້ ໂຕນາງຝ້າຍເອງ ກໍເລືອກຈະໄປຮຽນປຸງແຕ່ງອາຫານຕື່ມ ຍ້ອນສູນ ມີທຶນໃຫ້ຮຽນເພີ່ມ ແລະ ຕັ້ງໃຈຈະບໍ່ກັບໄປເຮັດວຽກ ຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ແລະປະເທດພະມ້າ ອີກແລ້ວ ຍ້ອນເຂັດຫລາບແລ້ວ. ດັ່ງ ນາງກ່າວວ່າ:
“ດີໃຈແຮງ ອີ່ພໍ່ອີ່ແມ່ ເພິ່ນກໍດີໃຈ ຄືກັນ ທີ່ລູກມາຮອດບ້ານ ເພາະວ່າ ກໍຊ່ວງສົງການແດ່ນີ້ແຫລະ ເຂົາເຈົ້າກໍປ່ອຍອອກໝົດທຸກຄົນ ບໍ່ໄປ (ພະມ້າ ແລະ ແຂວງບໍ່ແກ້ວ) ແລ້ວ ນ້ອງຫລາບແລ້ວ ອັນຢູ່ ທາງສູນເຂົາເຈົ້າໃຫ້ເພິ່ນກໍໃຫ້ ເຮັດສວນຜັກ ແລ້ວກໍໃຫ້ເຮັດກິດກັມ ເພິ່ນໃຫ້ເຮັດກິດກັມແບບທີ່ບໍ່ເຫງົາ.”
ຂະນະດຽວກັນນັ້ນ ຜູ້ເປັນແມ່ຂອງນາງຝ້າຍ ກໍກ່າວເຖິງຂັ້ນຕອນ ການໄປຮັບລູກສາວກັບບ້ານວ່າ ທາງສູນກາງສະຫະພັນແມ່ຍິງ ແຈ້ງໃຫ້ທາງພໍ່ແມ່ ພ້ອມທັງນາຍບ້ານ ໄປຮັບລູກສາວນໍາກັນ ທີ່ ຫ້ອງວ່າການປົກຄອງເມືອງ ແລະ ພາຍຫລັງທີ່ເຫັນລູກສາວ ໂຕເອງກໍດີໃຈ ຈົນນ້ໍາຕາອອກ ຍ້ອນລູກສາວ ຍັງສຸຂພາບແຂງແຮງ, ອີກທັງໂຕເອງ ຈະສະໜັບສະໜູນ ໃຫ້ລູກສາວຮຽນປຸງແຕ່ງອາຫານ ແລະ ປູກຝັງລ້ຽງສັດ ຢູ່ບ້ານ ພ້ອມສະກັດກັ້ນ ບໍ່ໃຫ້ລູກສາວໄປເຮັດວຽກຕ່າງປະເທດ ແລະ ແຂວງບໍ່ແກ້ວຕື່ມ ເພື່ອປ້ອງກັນການຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດຊ້ໍາ. ດັ່ງ ນາງກ່າວວ່າ:
“ໄປຮັບເອົາກັບພໍ່ເພິ່ນ ເພິ່ນໃຫ້ໄປເທິງພໍ່ເທິງແມ່ ເອົາມາສົ່ງຢູ່ປົກຄອງເມືອງເຮົານີ້ແຫລະ ເພາະວ່າໄປ ກໍໄດ້ໄປກັບນາຍບ້ານ ກັບ ສະຫະພັນແມ່ຍິງເພິ່ນ, ຕອນນາງນ້ໍາຕານອັນນັ້ນ ກໍຕຸ້ຍແດ່ນໍ້ ເພິ່ນກໍ ເພິ່ນມາຢູ່ສູນ (ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ) ນີ້ ເພິ່ນກໍຢາກຈະຫລຸດຮຸ່ນ ກໍບໍ່ຜອມ ບໍ່ຕຸ້ຍຫັ້ນນ່າ ກໍພໍດີງາມ ແຂງແຮງ ເພາະວ່າເພິ່ນມາຢູ່ສູນ ເພິ່ນເປັນຫຍັງ ໄປກວດເລືອດເນາະ ຄັນວ່າເປັນຫຍັງ ເພິ່ນກໍສັ່ງຢາ ເພິ່ນກໍເບິ່ງດີຢູ່, ກໍດີໃຈແຫລະ ຄວາມດີໃຈ ນ້ໍາຕາກໍຢາກອອກພຸ້ນແຫລະ, ບອກເພິ່ນແລ້ວ ບໍ່ໄປໃສ ຫາເຮັດໄຮ່ ເຮັດນາ ຢູ່ນໍາບ້ານເຮົານີ້ແຫລະ ເພາະວ່າ ເພິ່ນສະເໜີ ມົ່ງຢູ່ສູນຫັ້ນ ເພິ່ນຊິໄປຮຽນປຸງແຕ່ງ ເພິ່ນຢາກຮຽນປຸງແຕ່ງ ເພິ່ນກໍເລີຍຊິສະໜັບສໜູນ ຊິເອົາໄປຮຽນ ກໍຫາກຟັງເພິ່ນນີ້ແຫລະ, ບໍ່ເອົາ (ໄປເຮັດວຽກຢູ່ໄທຍ)ແລ້ວ ຢ້ານມັນ ຄົນຕົວະໄປຫລາຍຮູບແບບຄື ເພິ່ນເວົ້າຫັ້ນແຫລະ ກໍຢ້ານວ່າໄປ ຄືວ່າ ຖືກຜູ້ໃຈດີ ກໍໃຈດີເນາະ ນາຍຈ້າງກໍໄດ້ ຖືກຜູ້ບໍ່ໃຈດີ ກໍຄືເຫັນຫັ້ນແຫລະ.”
ຢູ່ສູນກາງສະຫະພັນແມ່ຍິງລາວ ມີເດັກຍິງ ແລະ ແມ່ຍິງ ທີ່ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ຢູ່ປະເທດພະມ້າ ທັງໝົດ 4 ຄົນ ໃນນັ້ນປະກອບມີ ນາງຝ້າຍ,ນາງນ້ໍາຕານ, ນາງນົກ ແລະ ອີກຜູ້ນຶ່ງ ທີ່ເຈົ້າໜ້າທີ່ພະມ້າ ແລະ ລາວ ຊ່ວຍມາໄດ້ຕັ້ງແຕ່ເດືອນ ມັງກອນ 2024 ທີ່ຜ່ານມາ (ຜູ້ນີ້ RFA ບໍ່ເຄີຍໄດ້ລາຍງານ) ເຊິ່ງການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ພາກສ່ວນທີ່ກ່ຽວຂ້ອງ ຈະຊ່ວຍໄດ້ ພາຍຫລັງ ໄດ້ຮັບການແຈ້ງ ຄວາມຮ້ອງຂໍ ຄວາມຊ່ວຍເຫລືອ. ດັ່ງ ເຈົ້າໜ້າທີ່ ສູນກາງສະຫະພັນແມ່ຍິງ ນາງນຶ່ງກ່າວວ່າ:
“ກໍເປັນແຕ່ລະໄລຍະເນາະ ບາງຊ່ວງ ກໍມີຕິດຕໍ່ເຂົ້າມາຢູ່ ແລ້ວເຮົາກໍໄດ້ຊ່ວຍມາແລ້ວ ຈາກທີ່ໄດ້ຮັບແຈ້ງມາ ເຮົາກໍໄດ້ຊ່ວຍມາຫລາຍຄົນແລ້ວ.”
ເຖິງຢ່າງໃດກໍຕາມ ນາງຝ້າຍ ແລະ ນາງນ້ໍາຕານ ບໍ່ສະໜັບສະໜູນໃຫ້ແມ່ຍິງລາວ ແລະ ເດັກຍິງລາວ ໄປສະມັກເຮັດວຽກເປັນສາວ ຄາຣາໂອະເກະ ເຄທີວີ (KTV) ຢູ່ເຂດເສດຖະກິດ ພິເສດ ສາມຫລ່ຽມຄໍາ ແລະ ພະມ້າ ເນື່ອງຈາກ ຈະຖືກຮຽກຄ່າໄຖ່ ຖືກບັງຄັບ ໃຫ້ເຮັດວຽກ ບໍຣິການທາງເພດ ແລະ ສ່ຽງທີ່ຂາຍຕໍ່ໃຫ້ຮ້ານອື່ນ ລວມເຖິງ ຖືກບັງຄັບໃຫ້ກິນເຂົ້າວັນລະ 1 ຄາບຕໍ່ມື້. ດັ່ງ ນາງນ້ໍາຕານ ກ່າວວ່າ:
“ໝູ່ນ້ອງກໍຕິດຕໍ່ຖາມ ນ້ອງຫລາຍຢູ່ເດ້ ເຂົາເຫັນນ້ອງຂຶ້ນໄປບໍ່ແກ້ວຫັ້ນນ່າ ເຂົາກໍຕິດຕໍ່ຫານ້ອງຫລາຍ ນ້ອງກໍວ່າ ເອ ມັນບໍ່ຄ່ອຍດີປານໃດ ນ້ອງກໍວ່າ ນ້ອງຊິກັບແລ້ວ ນ້ອງກໍບອກເຂົາຕະຫລອດ ບໍ່ຕ້ອງຢາກຂຶ້ນມາ ຄັນບໍ່ຮູ້ຈັກດີນ່າ ນ້ອງຢູ່ບໍ່ແກ້ວ ວ່າຊິຂຶ້ນໄປພະມ້າ ເຂົາເຈົ້າຕິດຕໍ່ຫາຫລາຍໆ ເຂົາເຈົ້າຢາກຂຶ້ນໄປ.”
ກ່ອນທີ່ພວກນາງ ຈະຖືກປ່ອຍໂຕ ຈາກກາຊີໂນຈີນ ໃນພະມ້າ ນາງນ້ໍາຕານ ນາງນົກ ແລະ ນາງຝ້າຍ ໄດ້ປະສານມາຍັງ ວິທຍຸ ເອເຊັຍເສຣີ ວ່າ ຫົວໜ້າຈີນ ຈາກຮ້ານບັນເທິງຈີນ ເມືອງລາ ລັດສານ ປະເທດພະມ້າ ໄດ້ຈີກສັນຍາເຮັດວຽກ ແລະ ຍອມປ່ອຍໂຕ ພວກເຂົາເຈົ້າ ພາຍຫລັງໄດ້ຮັບການກົດດັນ ຈາກທາງພະມ້າ ແລະ ລາວ.
ໃນສັນຍານັ້ນ ລະບຸໃຫ້ພວກເຂົາເຈົ້າເຮັດວຽກ ເປັນສາວ ຄາຣາໂອະເກະ ເຄທີວີ ແລ້ວບັງຄັບໃຫ້ຂາຍບໍຣິການທາງເພດ ແລະໃຊ້ຫນີ້ຄົນລະ ປະມານ 30,000 ຢວນ ໃນນັ້ນເປັນຄ່າເດີນທາງ ທີ່ຮັບຈາກຮ້ານນຶ່ງ ມາຍັງອີກຮ້ານ ຂອງເຂົາ ຖ້າຢາກໃຫ້ປ່ອຍໂຕ ແຕ່ໃນທີ່ສຸດ ຍ້ອນການກົດດັນ ຂອງທາງການ ພະມ້າ ແລະ ລາວ ນາຍໜ້າຄົນຈີນ ຈຶ່ງປ່ອຍໂຕຂະເຈົ້າ, ໂດຍບໍ່ຮຽກຄ່າໄຖ່ ຈາກພວກຂະເຈົ້າ ຄົນລະຫລາຍສິບພັນຫຍວນ, ແຕ່ມີເງື່ອນໄຂວ່າ ບໍ່ໃຫ້ພວກຂະເຈົ້າຕິດຕໍ່ຄົນໃນຮ້ານ ແລະ ບໍ່ໃຫ້ພວກເຂົາເຈົ້າ ເວົ້າ ກ່ຽວກັບ ຮ້ານໃນທາງເສື່ອມເສັຍອີກ. ພວກນາງ ຈຶ່ງສາມາດກັບລາວໄດ້.
ພ້ອມກັນນີ້ ເດັກນ້ອຍລາວ 14 ຄົນ ທີ່ຖືກກຸ່ມແກ້ງຄ້າມະນຸດ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນ ຄີງໂຣມັນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕັ້ງແຕ່ເດືອນສິງຫາ ປີ 2022, ແຕ່ສຸດທ້າຍແລ້ວ ພັດຖືກຂາຍຕໍ່ ໃຫ້ໄປເຮັດວຽກ ຢູ່ໂຮງກາສິໂນໂກຊາຍ ຂອງຈີນ ໃນເມືອງເມຍວະດີ ປະເທດມຽນມາ ທີ່ຍັງລໍຖ້າການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່ນີ້ ຫາກມີຄວາມຄືບໜ້າແນວໃດແລ້ວ ວິທຍຸເອເຊັຽເສຣີ ຈະມີລາຍງານຕື່ມ.