ຂະບວນການ ຮັບຈ້າງ ຖືພາແທນ ໃຫ້ພໍ່ແມ່ຊາວຈີນ ໃນລາວ ກັບມາອີກແລ້ວ

ສຸພັດຕາ
2025.01.31
ຂະບວນການ ຮັບຈ້າງ ຖືພາແທນ ໃຫ້ພໍ່ແມ່ຊາວຈີນ ໃນລາວ ກັບມາອີກແລ້ວ ແມ່ມານຄົນໜຶ່ງ ໃນສະຫະລັດອາເມຣິກາ. ຖ່າຍເມື່ອ ເດືອນພຶດສະພາ ປີ 2021
ASSOCIATED PRESS

ຕົກມາຮອດ ປີ 2025, ກໍຍັງພົບເຫັນ ການໂຄສະນາ ຈາກຄົນລາວ ຢູ່ສື່ສັງຄົມອອນລາຍ ເຊັ່ນ: ເຟສບຸກຄ໌ ເພື່ອຫາແມ່ຍິງລາວ ອາຍຸ 18-35 ປີ ມາຮັບຈ້າງອູ້ມບຸນ ຫຼື ຈ້າງຖືພາແທນ ໃຫ້ຄົນຈີນ, ໂດຍຈະໃຫ້ເງິນ ມູນຄ່າ 45,000 ເຖິງ 50,000 ຢວນ. ພ້ອມກັນນັ້ນ, ກໍມີທີ່ພັກຟຣີ, ມີຄ່າອັດຕາກິນ ເດືອນລະ 2 ເຖິງ 3 ລ້ານກີບ.

ນອກນັ້ນ, ປະມານເດືອນມິຖຸນາ ປີ 2024 ທີ່ຜ່ານມາ, ກໍມີປະກົດການ ຜູ້ໃຊ້ເຟສບຸກຄ໌ ຄົນລາວ ປະກາດຫາ ແມ່ຍິງລາວ ອາຍຸ 18-35 ປີ ໃຫ້ຄົນຈີນ ຈ້າງອູ້ມບຸນ ຫຼື ຈ້າງໃຫ້ຖືພາແທນ ຢູ່ບໍ່ເຕັນ ຄືກັນ.

ປະເທດລາວ ບໍ່ອະນຸຍາດ ໃຫ້ມີການໂຄສະນາ ໃຫ້ເອົາແມ່ຍິງລາວ ຖືພາແທນ ໃຫ້ຄົນຕ່າງປະເທດ ແລະ ຖ້າມີການ ນໍາເອົາແມ່ຍິງລາວ ໄປຖືພາແທນ ໃຫ້ຄົນຈີນ ແປວ່າ ມີຂະບວນການ ລັກຖືພາແທນ ໃນປະເທດລາວ. ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ແຫ່ງຊາດ ທ່ານໜຶ່ງ ກ່າວວ່າ:

“ຄືຢູ່ປະເທດຈີນ ນີ້ເນາະ ມາເບິ່ງປະຊາກອນ ເຂົາເຈົ້າແລ້ວ ປະຊາກອນ ເຂົາເຈົ້າຫຼາຍເນາະ, ເຂົາເຈົ້າເລັ່ງໃສ່ ແຕ່ຜູ້ຊາຍ ຜູ້ຍິງລະມີໜ້ອຍ. ບາງທີ ເພິ່ນອະນຸຍາດ ຢູ່ປະເທດເພິ່ນເນາະ, ແຕ່່ວ່າ ປະເທດເຮົາ ບໍ່ໄດ້ຮັບອະນຸຍາດ ວ່າຈະເອົາຄົນລາວ ໄປຖືພາໃຫ້ຄົນອື່ນ, ຄົນຕ່າງປະເທດເນາະ. ຄົນຈີນ ນີ້, ຖ້າວ່າມີ ແປວ່າ ເຂົາເຈົ້າລັກເຮັດກັນ. ບໍ່ມີນ່າ, ບໍ່ມີເຮັດໃຫ້ຖືກ ຖ້າວ່າແຕ່ງງານຫັ້ນ ຊິແມ່ນເນາະ.”

ຂະບວນການ ລັກຖືພາແທນ ໃນປະເທດລາວ ຖືເປັນຂະບວນການ ຄ້າມະນຸດ ເນື່ອງຈາກ ບໍ່ສາມາດກວດສອບໄດ້ວ່າ ເດັກນ້ອຍທີ່ເກີດມານັ້ນ, ຈະຖືກເອົາ ອະໄວຍະວະ ໄປປ່ຽນແທນ ເຊື້ອອະສຸຈິ ແລະ ໄຂ່  ຂອງຜູ້ເຮັດ ເດັກຫຼອດແກ້ວ ຫຼືບໍ່. ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ແຫ່ງຊາດ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:

“ໃນກໍລະນີວ່າ ບໍ່ມີລູກແທ້ໆເນາະ ເຂົາເຈົ້າກະຕ້ອງ ໄດ້ອະນຸຍາດ ຈາກພາກສ່ວນກ່ຽວຂ້ອງ, ຄວາມຈໍາເປັນ ຢາກໄດ້ລູກແທ້ໆ ມາສືບສະກຸນ, ຫັ້ນເນາະ. ຢ້ານວ່າ ມັນແອບແຝງ ຈະເປັນຄ້າມະນຸດ ກົດໝາຍເຮົາ ເພິ່ນບໍ່ໄດ້ເຮັດ ເວລາໄດ້ເດັກໄປແລ້ວເນາະ ຢ້ານວ່າ ມີຄວາມສ່ຽງ ຈະໄປເອົາຫົວໃຈ, ໄປເອົາອະໄວຍະວະ ນ່າ, ໄປປ່ຽນແທນເຊື້ອ ຂອງຜູ້ມາຝາກຫັ້ນ.”

ເຖິງຢ່າງໃດກໍຕາມ,  ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ການໃຫ້ຖືພາແທນ ແລະ ການໃຫ້ຫຼຸລູກ (ແທ້ງ) ຂອງກະຊວງສາທາລະນະສຸກ ເລກທີ 2077/ສທ ລົງວັນທີ 8 ກໍລະກົດ 2021 ລະບຸໃນມາດຕາ 15 ວ່າ ຫ້າມສະຖານທີ່ ບໍລິການ ແລະ ຜູ້ປະກອບການ ດໍາເນີນການ ໃຫ້ການຖືພາແທນ ເປັນຮູບແບບ ການຄ້າ-ຂາຍ, ຄ້າມະນຸດ ຫຼື ຫາຜົນປະໂຫຍດ.

ນອກເໜືອຈາກຂໍ້ມູນ ທີ່ລະບຸ ຢູ່ສື່ສັງຄົມອອນລາຍນັ້ນ, ຍັງພົບຂໍ້ມູນ ເພີ່ມຕື່ມວ່າ ການຈ້າງແມ່ຍິງລາວ  ຖືພາແທນ ໃຫ້ຄົນຈີນນີ້ ມີທີ່ພັກຟຣີ ເປັນໂຮງແຮມ ຢູ່ແຂວງພາກເໜືອ ຂອງປະເທດລາວ ດໍາເນີນການ ໂດຍຊາວຈີນ ປະກອບດ້ວຍ ຫົວໜ້າຈີນ ທີ່ເປັນເຈົ້າຂອງ ສະຖານບໍລິການ ການໃຫ້ຖືພາແທນ ແລະ ທ່ານໝໍຈີນ ເປັນນັກວິຊາການ ເອົາອະສຸຈິ ແລະ ໄຂ່ ຂອງຄູ່ຜົວ-ເມຍ ຄົນຈີນ ມາປະຕິສົນທິ ໃນຫຼອດແກ້ວ ເພື່ອໃຫ້ກາຍເປັນໂຕອ່ອນ ແລ້ວນໍາໂຕອ່ອນ ນັ້ນ, ສີດເຂົ້າໄປ ໃນໂພງມົດລູກ ຂອງແມ່ຍິງລາວ ຫຼື IVF, ຕາມຄວາມເວົ້າ ຂອງແມ່ຍິງລາວ ທີ່ຖືພາແທນ ໃຫ້ຄູ່ຜົວ-ເມຍຈີນ ທີ່ບໍ່ສົງອອກຊື່ ແລະ ສຽງ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມັງກອນ ນີ້ວ່າ:

“ມີເງິນ, ແຕ່ເຂົາເຈົ້າ ບໍ່ຢາກມານ ບໍ່ຢາກອູ້ມເອງ ຫຼືຖືພາເອງນ່າ. ບາງຄົນ ກໍຢາກໄດ້ລູກ, ແຕ່ບໍ່ມີ ຈັ່ງຊີ້ນ່າ. ອະສຸຈິ ຄູ່ຜົວເມຍເຂົາເຈົ້າ ເພາະຕະຫຼອດນ່າ ມັນເປັນໂຕ ມາແລ້ວເນາະ ແລ້ວມາຝາກ ຢູ່ໂຮງໝໍ ມາໃຫ້ເຮົາອູ້ມນ່າ. ມັນຢູ່ຫຼອດແກ້ວ ມາແລ້ວ ເຂົາເຈົ້າ ສີດໃຫ້ເຮົາ. ຫົວໜ້າ ກໍຢູ່ນີ້ເນາະ, ໂຮງໝໍ ກໍຢູ່ນີ້.”

ອີງຕາມຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ການໃຫ້ຖືພາແທນ ແລະ ການໃຫ້ຫຼຸລູກ ຂອງກະຊວງສາທາລະນະສຸກ ເລກທີ 2077/ສທ ລົງວັນທີ 8 ກໍລະກົດ 2021 ລະບຸໃນມາດຕາ 7 ວ່າ ການໃຫ້ຖືພາແທນ ແມ່ນຄູ່ຜົວເມຍ ທີ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນການ ໃຫ້ຜູ້ຍິງຄົນອື່ນ ຖືພາແທນ ຕ້ອງບໍ່ສາມາດ ຖືພາໄດ້ ແຕ່ໄຂ່ຍັງດີ, ອະສຸຈິແຂງແຮງ ແລ້ວເອົາມາ ປະຕິສົນທິ ຢູ່ໃນຫຼອດແກ້ວ ໃຫ້ເປັນໂຕອ່ອນ ແລ້ວຈຶ່ງເອົາໄປໃສ່ ໃນມົດລູກ ທີ່ເປັນພີ່ນ້ອງທາງເມຍ. ຂະນະທີ່ ໃນມາດຕາ 9 ລະບຸວ່າ ສະຖານທີ່ ບໍລິການ  ການໃຫ້ຖືພາແທນ ຕ້ອງແມ່ນສະຖານທີ່ ບໍລິການ ຂອງລັດ ຫຼື ໂຮງໝໍ ຂອງລັດ ຮ່ວມມືກັບ ເອກະຊົນເທົ່ານັ້ນ ທີ່ມີຂະແໜງ ສະເພາະວິຊາ, ນາລີເວດ-ສຸຕິສາດ, ມີຫ້ອງທົດລອງ, ມີເຄື່ອງມື ອຸປະກອນການແພດ ທີ່ທັນສະໄໝ ໄດ້ມາດຕະຖານ ຄົບຊຸດ, ມີວິຊາການ ຊ່ຽວຊານສະເພາະ ທີ່ໄດ້ອະນຸມັດ ຈາກ ກະຊວງສາທາລະນະສຸກ.

ຂະນະທີ່ ແມ່ຍິງລາວ ທີ່ຖືພາແທນ ໃຫ້ຄູ່ຜົວ-ເມຍຈີນ ທີ່ບໍ່ສົງອອກຊື່ ແລະ ສຽງຜູ້ນີ້ ກ່າວຕື່ມວ່າ ຖ້າສີດໂຕອ່ອນ ຂອງຄົນຈີນ ເຂົ້າໄປໃນໂພງມົດລູກ ຂອງແມ່ຍິງລາວ ແລ້ວໂຕອ່ອນ ມີຫົວໃຈ ຫົວໜ້າຊາວຈີນ ກໍຈະເລີ່ມ ຈ່າຍຄ່າອູ້ມບຸນ, ໂດຍແມ່ຍິງລາວ ຈະເອົາເປັນເດືອນ ຫຼື ເປັນງວດ, ງວດລະ 3 ເດືອນ, 6 ເດືອນ ແລະ 9 ເດືອນ ໄດ້ເລີຍ ແລະ ຈະໃຊ້ຂໍ້ມູນສ່ວນໂຕ ຂອງແມ່ຍິງລາວ ທີ່ຮັບຈ້າງຖືພາແທນນີ້ ໄປເຮັດປື້ມຜ່ານແດນ ເພື່ອພາໄປຝາກທ້ອງ ຢູ່ເຂດບໍ່ຫານ ປະເທດຈີນ ເມື່ອແມ່ຍິງລາວ ມີອາຍຸຄັນ ໄດ້ 2 ເດືອນ. ປັດຈຸບັນ, ມີແມ່ຍິງລາວ, ໄທ ແລະ ມຽນມາ ປະມານ 8-9 ຄົນ ທີ່ອາໄສ ຢູ່ໂຮງແຮມ ເພື່ອລໍຖ້າເກີດລູກ. ດັ່ງນາງກ່າວວ່າ:

“ສີດຢູ່ນີ້, ແຕ່ເວລາ ເຮົາສີດຕິດແລ້ວ ມີຫົວໃຈນ່າ, ຮອດ 2 ເດືອນແລ້ວ ເຮົາຈະຕ້ອງ ໄປຝາກທ້ອງ ຢູ່ຈີນ. ເວລາເຮົາເກີດນີ້ ເຮົາຈະເກີດຢູ່ລາວ ກໍໄດ້, ເກີດຢູ່ຈີນ ກໍໄດ້ ແລ້ວແຕ່ເຮົາຊິເກີດ ບໍ່ມີເຊັນອີ່ຫຍັງດອກ, ມີແຕ່ເຮົາ ມາຢູ່ນີ້ ຈົນເທົ້າມື້ເກີດ ພຸ້ນແຫຼະ. ມັນກໍບໍ່ມີເອກະສານ ຫຍັງຫຼາຍດອກ, ພໍ່ແມ່ເຂົາເຈົ້າຫັ້ນ ຮູ້ແລ້ວເນາະ ວ່າເຂົາເຈົ້າ ຊິເອົາຜູ້ຍິງ ຫຼື ຜູ້ຊາຍ, ແຕ່ເຮົາຄົນມານ ຄົນອູ້ມບຸນ ນີ້ນ່າ ເຮົາຈະບໍ່ຮູ້ ເພາະວ່າ ເຮົາໄປຝາກທ້ອງ ທາງໝໍ ເຂົາເຈົ້າຈະບໍ່ບອກເຮົານ່າ ວ່າຜູ້ຍິງ ຫຼືວ່າ ຜູ້ຊາຍ, ແຕ່ມື້ເກີດ ເຮົາຈັ່ງຮູ້ວ່າ ຜູ້ຊາຍ.”

ທີ່ຜ່ານມາ, ແຂວງພາກເໜືອ ຂອງລາວ ສາມາດຊ່ອຍເຫຼືອ ເດັກນ້ອຍ ທີ່ຖືກອູ້ມບຸນ ຈາກຄົນຈີນ ໄດ້ທັງໝົດ 3 ຄົນ. ໃນນັ້ນ, ເດັກນ້ອຍຜູ້ຊາຍ ທີ່ຖືກອູ້ມບຸນ ຈາກຄົນຈີນ ຈໍານວນ 2 ຄົນ ກໍເຕີບໃຫຍ່ ຈົນຮອດອາຍຸ 3 ປີ ແລະ 5 ປີແລ້ວ ພາຍໃຕ້ການເບິ່ງແຍງ ຂອງເຈົ້າໜ້າທີ່ລາວ ເປັນຢ່າງດີ, ແຕ່ກໍຍັງບໍ່ສາມາດ ລະບຸແມ່ຊາວລາວ ແລະ ພໍ່ຊາວຈີນ ໄດ້ຄັກແນ່ ຍ້ອນຄະດີ ຄ້າມະນຸດ ໃນຮູບແບບ ການອູ້ມບຸນ ຍັງຂາດງົບປະມານ ຕິດຕາມບຸກຄົນ ມາດໍາເນີນຄະດີ. ນອກເໜືອຈາກນັ້ນ, ຄະດີຄ້າມະນຸດ ໃນຮູບແບບອູ້ມບຸນ ຍັງບໍ່ຄ່ອຍເຫັນ ມີຜູ້ເສຍຫາຍ ມາຟ້ອງຮ້ອງ ເພື່ອດໍາເນີນຄະດີ ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ຕໍາຫຼວດ ບໍ່ມີເບາະແສ ທີ່ຈະເກັບກໍາຂໍ້ມູນ ເພື່ອຈັບກຸ່ມແກ໊ງ ຮັບຈ້າງອູ້ມບຸນ ພາຍໃນປະເທດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.