ຄວາມຄືບໜ້າແມ່ຍິງລາວ ທີ່ຕິດຢູ່ສູນສະແກມເມີ້ ຂອງຈີນ ໃນປະເທດມຽນມາ
2024.12.06
ນາງ ນໍ້າທິບ (ຊື່ສົມມຸດ) ອາຍຸ 19 ປີ ຈາກ ແຂວງພາກເໜືອ ຂອງລາວ ທີ່ຖືກຕົວະໄປເຮັດວຽກ ເປັນສະແກມເມີ້ ໃຫ້ບໍລິສັດຈີນ ໃນປະເທດມຽນມາ ເປັນເວລາເກືຶອບ 3 ປີ ນັ້ນ ໄດ້ສົ່ງຂໍ້ຄວາມມາຫາ ທາງວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ເດືອນພະຈິກ 2024 ເພື່ອຂໍຄວາມຊ່ວຍເຫຼືອ ຍ້ອນການຖືກທໍລະມານ ຈາກຄົນຈີນຍິ່ງໜັກໜ່ວງ ຂຶ້ນທຸກມື້.
ເມື່ອມາຮອດ ວັນທີ 3 ເດືອນທັນວາ 2024 ນີ້, ກໍໄດ້ຮູ້ຂ່າວວ່າ ນາງນໍ້າທິບ ໄດ້ອອກຈາກປະເທດມຽນມາ ໄດ້ຢ່າງປອດໄພແລ້ວ ເຊິ່ງປັດຈຸບັນ ນາງໄດ້ມາຢູ່ທີ່ ເມືອງແມ່ສອດ ແຂວງຕາກ ປະເທດໄທ. ດັ່ງທີ່ນາງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ທັນວາ 2024 ນີ້ວ່າ:
“ດຽວນີ້ ນ້ອງຢູ່ທີ່ແມ່ສອດ ຢູ່ນໍາຕໍາຫຼວດແມ່ສອດ ນ້ອງກະບໍ່ໄດ້ແນ່ໃຈວ່າ ມື້ໃດຊິໄດ້ກັບໄປ (ກັບໄປລາວ) ເພາະວ່າ ຕອນນີ້ ຢູ່ແມ່ສອດ.”
ໃນມື້ດຽວກັນນີ້, ວິທຍຸເອເຊັຽເສຣີ ກໍ່ໄດ້ຕິດຕໍ່ຫາຜູ້ປົກຄອງ ຂອງນາງ ນໍ້າທິບ ເຊິ່ງ ຜູ້ເປັນແມ່ ກໍໄດ້ຮູ້ຂ່າວຈາກລູກສາວ ເມື່ອວັນທີ 3 ທັນວາ ທີ່ຜ່ານມາເຊັ່ນກັນ ວ່າລູກສາວ ຈະໄດ້ອອກມາ ຈາກຂຸມນະລົກນັ້ນແລ້ວ. ດັ່ງຜູ້ເປັນແມ່ ກ່າວດ້ວຍຄວາມດີອົກດີໃຈ ໃຫ້ຟັງວ່າ:
“ດີໃຈເອົາແທ້ເອົາວ່າ ລູກສາວໂທມາ ວ່າ ແມ່ເອີ່ຍ ດຽວນີ້ ເຂົາຊິປ່ອຍລູກອອກໄປແລ້ວ ຊິປ່ອຍອອກໄປມື້ນີ້ ວ່າແນວນີ້ ຂະເຈົ້າໃຫ້ລູູກກຽມເຄື່ອງແລ້ວເໝິດແລ້ວ ວ່າແບບນີ້ ດຽວນີ້ລົດຈະມາຮັບເອົາໄປ ທໍາອິດວ່າ ຊິເອົາລູກອອກໄປ ລະລູກບໍ່ຮູ້ທາງກັບ ລະຂະເຈົ້າກະວ່າ ຄັນຊັ້ນຄັນເປັນແນວໃດ ລະຊິສົ່ງໄປ ຫາຈັງຫວັດຕາດ ໄປສົ່ງຢູ່ແມ່ສອດ ໄປຮອດຫັ້ນລະເຈົ້າ ຫາທາງກັບເອງເດີ້ວ່າຊີ້.”
ທາງດ້ານຜູ້ປົກຄອງ ຜູ້ໜຶ່ງ ທີ່ລູກຊາຍ ເຄີຍຖືກຄ້າມະນຸດ ໄປປະເທດມຽນມາ ແລະໄດ້ກັບມາລາວ ແລ້ວນັ້ນ ກໍ່ເວົ້າຕໍ່ເລື່ອງນີ້ ວ່າ:
“ຂົນໜາວຈົນລຸກ ຢາກໄຫ້ແດ່ ດີໃຈນໍາພໍ່ແມ່ລາວ ລະກະ ດີໃຈນໍານາງ ເຂົາສົ່ງກັບມາ ຊີວິດຍັງລອດຫັ້ນນ່າເນາະ ຄິດໄປວ່າ ເຂົາເຈົ້າເອົາໄຟຊ໋ອດ ຈົນວ່າ ຕາຍຄືນໄປເນາະ ດີແຕ່ວ່າຊີວິດຍັງໆ ເຂົາຍັງສົ່ງຄືນມາເນາະ ໂອ້ຍ...ດີໃຈ ນໍາພໍ່ແມ່ລາວເດ່.”
ໃນວັນທີ 6 ທັນວາ 2024 ນີ້, ວິທຍຸເອເຊັຽເສຣີ ໄດ້ພະຍະຍາມຕິດຕໍ່ ສອບຖາມໄປຍັງຫ້ອງການຕໍາຫຼວດ ຫຼາຍແຫ່ງ ທີ່ເມືອງແມ່ສອດ ແຂວງຕາກ ປະເທດໄທ ເພື່ອສອບຖາມ ກ່ຽວກັບເລື່ອງ ຂອງນາງ ນໍ້າທິບ ແຕ່ຍັງບໍ່ໄດ້ຮັບຄໍາຕອບໃດໆ ກ່ຽວກັບເລື່ອງດັ່ງກ່າວນີ້ເທື່ອ.
ນາງ ນໍ້າທິບ (ຊື່ສົມມຸດ) ເປັນໜຶ່ງໃນຈໍານວນ ກຸ່ມຊາວໜຸ່ມລາວ 45 ຄົນ ທີ່ວິທຍຸເອເຊັຽເສຣີ ໄດ້ຕິດຕາມລາຍງານຂ່າວນີ້ ມາໂດຍຕະຫຼອດ: ຄືເລີ່ມແຕ່ ເດືອນສິງຫາ ປີ 2022 ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ເປັນເດັກນ້ອຍ ແລະ ຊາວໜຸ່ມລາວ ທັງຍິງ ແລະ ຊາຍ ອາຍຸລະຫວ່າງ 14-30 ປີ ຈໍານວນ ທັງໜົດ 45 ຄົນ, ແຕ່ສ່ວນໃຫຍ່ ເປັນເພດຊາຍ ຈາກແຂວງຫຼວງນໍ້າທາ. ໃນເບື້ອງຕົ້ນນັ້ນ, ຖືກກຸ່ມແກ້ງຄ້າມະນຸດ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນ ຄິງໂຣມັນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍ ພັດຖືກຂາຍຕໍ່ ໃຫ້ໄປເຮັດວຽກ ຢູ່ບໍລິສັດຂອງຄົນຈີນ ທີ່ກາສິໂນໂກຊາຍ ໃນເມືອງເມຍວະດີ ປະເທດມຽນມາ.
ໃນນັ້ນ ເມື່ອຕົ້ນປີ 2023 ຫົວໜ້າຄົນຈີນ ໄດ້ຮຽກຄ່າໄຖ່ ເພື່ອປ່ອຍໂຕກັບປະເທດລາວ 12 ຄົນ, ໃນເດືອນພະຈິກ ປີ 2023 ຫົວໜ້າຄົນຈີນ ປ່ອຍໂຕກັບປະເທດລາວ ຍ້ອນເຮັດວຽກບໍ່ໄດ້ 16 ຄົນ, ໃນມື້ວັນທີ 8 ເດືອນເມສາ ປີ 2024 ແມ່ຍິງລາວ 2 ຄົນ ອາຍຸ ລະຫວ່າງ 19 ຫາ 21 ປີ ກໍ່ຖືກປ່ອຍໂຕ ໃຫ້ກັບບ້ານ ໂດຍທີ່ພວກນາງ ບໍ່ໄດ້ເສຍຄ່າໄຖ່ໂຕ ແຕ່ຢ່າງໃດ, ແລະໃນວັນທີ 24 ເດືອນພຶດສະພາ 2024 ຫົວໜ້າຄົນຈີນ ກໍປ່ອຍໂຕ ກັບປະເທດລາວ 14 ຄົນ ທີ່ຍັງເຫຼືອໃນກ່ອນໜ້ານັ້ນ ຍ້ອນພວກເຂົາເຈົ້າເຮັດວຽກຕອບແຊັດບໍ່ໄດ້ ລວມທັງໝົດ 44 ຄົນ ໄດ້ກັບປະເທດລາວແລ້ວ.
ແຕ່ວ່າ ນາງ ນໍ້າທິບນີ້ ລາວພັດຖືກຂາຍຕໍ່ ໃຫ້ໄປເຮັດວຽກຢູ່ບໍລິສັດອື່ນ ຕັ້ງແຕ່ທ້າຍເດືອນກໍລະກົດ ປີ 2023 ຍ້ອນລາວ ເຮັດວຽກບໍ່ໄດ້ຕາມເປົ້າໝາຍ ຂອງນາຍຈ້າງຈີນ.