ຕໍາຫຼວດລາວ ຊ່ອຍເຫຍື່ອຄ້າມະນຸດ, ຈັບນາຍໜ້າ ຄາສະໜາມບິນ ວັດໄຕ
2025.01.25

ໃນວັນທີ 13 ມັງກອນ 2025 ທີ່ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ສະກັດກັ້ນ ແລະ ຊ່ອຍເຫຼືອ ແມ່ຍິງລາວ ຈໍານວນ 5 ຄົນ ທີ່ຖືກສົງໄສວ່າ ເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ທີ່ພ້ອມຈະເດີນທາງໄປ ປະເທດຈີນ ຢູ່ສະໜາມບິນ ສາກົນວັດໄຕ.
ຈາກການສືບສວນ-ສອບສວນ ແລະ ສໍາພາດຜູ້ກ່ຽວ ທັງ 5 ຄົນ ສາມາດລະບຸຕົວຕົນ ໄດ້ວ່າ ເປັແມ່ຍິງ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ຢູ່ໃນຊ່ວງອາຍຸ ປະມານ 20 ປາຍປີ ຈໍານວນ 3 ຄົນ ແລະອີກ 2 ຄົນທີ່ເຫຼືອ ແມ່ນນາຍໜ້າຄົນລາວ ທີ່ຈະພາໄປ ປະເທດຈີນ. ໂດຍກໍລະນີນີ້, ແມ່ຍິງທັງ 3 ຄົນ ໄດ້ຕົກເປັນເຫຍື່ອ ໃນການຄ້າມະນຸດ ໃນລັກສະນະ ການແຕ່ງດອງ ກັບຄົນຈີນ. ປັດຈຸບັນ, ເຈົ້າໜ້າທີ່ ກໍາລັງສືບສວນ-ສອບສວນ ຕໍ່, ຂະຫຍາຍຜົນ ເພື່ອຊອກຫາ ກຸ່ມແກ໊ງນາຍໜ້າ ທີ່ຮ່ວມກະທໍາຜິດ ດັ່ງກ່າວ ເພີ່ມຕື່ມ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຕໍາຫຼວດ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ມັງກອນ 2025 ນີ້ວ່າ:
“ຂະເຈົ້າຊິໄປ ສປຈີນ ເນາະ, ຜູ້ຖືກເຄາະຮ້າຍ 3 ຄົນ, ນາຍໜ້າຫັ້ນ 2, ນາຍໜ້າ ກໍເປັນຄົນລາວ. ແມ່ນແຫຼະ, ສ່ວນຫຼາຍ ຖືກຂະເຈົ້າບອກ ໄປເລືອກຄູ່ຢູ່ພຸ້ນ, ຫັ້ນນ່າ. ຜູ້ຊາຍ ສ່ວນຫຼາຍ ກໍເປັນຄົນຈີນ ເພາະວ່າ ຂະເຈົ້າໄປເອົາຜົວ ສ່ວນຫຼາຍນ່າ. ບາງເທື່ອ ເຂົາເຈົ້າໄປ ໃນນາມແຕ່ງດອງແອບແຝງ ມາແຕ່ງຢູ່ລາວກ່ອນ, ແຕ່ງດອງແອບແຝງ ແລ້ວໄປຈີນ, ຫັ້ນນ່າ. ແມ່ນແລ້ວ, ບາງເທື່ອ ກໍໄປຢູ່ ກັບນາຍໜ້າກ່ອນ, ນາຍໜ້າຈະຊອກ ຜູ້ບ່າວຫັ້ນໃຫ້.”
ປັດຈຸບັນ, ແມ່ຍິງລາວ ໂດຍສະເພາະ ແມ່ຍິງຊົນເຜົ່າ ໃນເຂດທາງພາກເໜືອ ຍັງຄົງເປັນກຸ່ມສ່ຽງ ຂອງການຕົກເປັນເຫຍື່ອ ການຄ້າມະນຸດ ໃນລັກສະນະ ການແຕ່ງດອງ ກັບຄົນຈີນ ຍ້ອນແມ່ຍິງ ສ່ວນຫຼາຍ ປະລະການຮຽນ ຈຶ່ງຕ້ອງອອກໄປ ເຮັດວຽກຊອກເງິນ ຊອກຄໍາ ລ້ຽງໂຕເອງ ແລະ ຄອບຄົວ ອີກທັງ ຫຼາຍແຂວງ ທາງພາກເໜືອ ຂອງລາວ ມີຊາຍແດນ ຕິດຈອດກັບຈີນ ເຮັດໃຫ້ມີທຸລະກິດ ຂອງນັກລົງທຶນຈີນ ເຂົ້າມາຫຼາຍ ຈຶ່ງເປັນໂອກາດ ໃຫ້ຜູ້ຊາຍຈີນ ມີໂອກາດ ເຂົ້າເຖິງແມ່ຍິງເຫຼົ່ານີ້, ໂດຍໃຫ້ນາຍໜ້າ ເປັນຜູ້ຈັດຫາ ແມ່ຍິງໃຫ້. ດັ່ງເຈົ້າໜ້າທີ່ ຢູ່ແຂວງຜົ້ງສາລີ ນາງໜຶ່ງ ກ່າວວ່າ:
“ຕາມໂຕຈິງ ລົງຫັ້ນແຫຼະເນາະ, ກໍມີຢູ່ບາງບ້ານ ມັນມີຄືຊິແມ່ນ ແມ່ຕໍ່ຫັ້ນແຫຼະ ແບບມີຜູ້ໜຶ່ງໄປ ມາຊວນກັນ. ບາງຄົນ ເຂົາກໍຕົວະວ່າ ໄປແຕ່ງກິນ, ໄປຢູ່ນໍາຂະເຈົ້າເນາະ ຢູ່ໂຮງຈັກ-ໂຮງງານ ອີ່ຫຍັງທີ່ວ່າ ຂະເຈົ້າມາເຮັດບໍ່ແຮ່ ບໍ່ຫຍັງນີ້, ຫັ້ນນ່າ ແລ້ວກໍເຮັດໄປເຮັດມາ ລະກໍໄປເອົາ ເປັນຜົວ-ເປັນເມຍ ກັນໄປ. ເອົາເງິນ ເອົາຄໍາໃສ່ ເລັກໆໜ້ອຍໆ ລະກໍແມ່ນເອົາໄປ. ສຸດທ້າຍ ຜູ້ດີ ກໍບໍ່ເກີດຫຍັງເນາະ, ຜູ້ບໍ່ໂຊກດີ ກໍຖືກເປັນການຄ້າມະນຸດ, ຫັ້ນນ່າ.”
ກ່ຽວກັບເລື່ອງນີ້, ນາງ ດີ ສະຫງວນນາມສະກຸນ ຜູ້ທີ່ຕໍ່ຕ້ານ ການຄ້າມະນຸດ ແລະ ເຄີຍຜ່ານການແຕ່ງດອງ ກັບຄົນຈີນ ກ່າວວ່າ ປັດຈຸບັນ ມີນາຍໜ້າຄົນລາວ ປະມານ 7 ຄົນ ທີ່ມີຫຼັກຖານວ່າ ມີການໂຄສະນາ ຕົວະເດັກນ້ອຍແມ່ຍິງ, ແມ່ຍິງລາວ ໄປເປັນເມຍຄົນຈີນ ແລ້ວ ເພື່ອຈະໄດ້ ມີເງິນເດືອນ ສົ່ງໃຫ້ຄອບຄົວ ໄດ້ໃຊ້ໜີ້ ແລະ ຈຸນເຈືອຄອບຄົວ ເພື່ອຫຼຸດພົ້ນ ຄວາມທຸກຍາກ ເດືອນລະ 2,000 ຫາ 3,000 ຢວນ, ແຕ່ໄປຮອດຈີນແລ້ວ ນາຍໜ້າ ຂອງເດັກນ້ອຍແມ່ຍິງ, ແມ່ຍິງລາວ ບໍ່ໄດ້ໃຫ້ເງິນ ຕາມທີ່ນາຍໜ້າ ໂຄສະນາ ຈຶ່ງຢາກກັບປະເທດລາວ, ແຕ່ສຸດທ້າຍ ກໍຕິດຕໍ່ນາຍໜ້າລາວ ທັງໝົດ ບໍ່ໄດ້. ດັ່ງນາງ ດີ ກ່າວວ່າ:
“ຜູ້ຍິງບາງຄົນ ຕ້ອງການເງິນ ມາຈຸນເຈືອຄອບຄົວ. ທາງຝ່າຍນີ້ ກໍເລີຍບໍ່ໃຫ້ເງິນເດືອນ ຜູ້ສາວ. ມັນຈ່າຍຄ່າດອງ ເຮົານີ້ນ່າ 2 ແສນຢວນ ລະມັນຄິດວ່າ ເຮົານີ້ ຊິໄດ້ 150,000 ຢວນ ລະບໍ່ຮູ້ສາວ່າ ເຮົານີ້ ໄດ້ແຕ່ 30,000 ຢວນ. ເຮັດຈັ່ງໃດ ຢາກໜີ ຜູ້ຊາຍບາງຄົນ ບໍ່ລັ້ງ, ແຕ່ເຈົ້າຕ້ອງເອົາ ເງິນຄ່າດອງ ມາສົ່ງຂ້ອຍ. ແຊັດຫານາຍໜ້າແຫຼະ, ເອົາເງິນມາສົ່ງ ບໍ່ຊັ້ນກະ ປ່ຽນຜົວໃຫ້ຂ້ອຍ ຕິດຕໍ່ບໍ່ໄດ້.”
ດ້ານປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ຕິດຕາມຂ່າວນີ້ ນາງໜຶ່ງ ກ່າວວ່າ ຊົມເຊີຍ ທີ່ເຈົ້າໜ້າທີ່ ສາມາດສະກັດ ແລະ ຊ່ອຍເຫຼືອແມ່ຍິງ ທີ່ຖືກເຄາະຮ້າຍ ໄດ້ທັນ ຍ້ອນປັດຈຸບັນ ມີແມ່ຍິງລາວ ຫຼາຍຄົນ ທີ່ຮູ້ເທົ່າບໍ່ເຖິງການ ເຮັດໃຫ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ຫຼາຍກໍລະນີ. ດັ່ງນາງກ່າວວ່າ:
“ເຮົາກໍພຽງແຕ່ວ່າ ເອີ່, ເຮົາມີຂໍ້ມູນມາ ກໍລົງໄປ ລົງໄປເພື່ອເຕືອນສະຕິ ຂອງຄົນທີ່ວ່າ ຢາກໄປ ຢາກໄປທີ່ວ່າ ບໍ່ຮູ້ຂໍ້ມູນຄວາມຈິງເນາະ ໄປແລ້ວ ມັນຊິເປັນແນວໃດ, ຫັ້ນນ່າ. ມັນມີຫຼາຍເທື່ອແລ້ວ ເຂົາເຈົ້າເອົາຢູ່ເຮືອບິນ. ຈິງໆແລ້ວ ຂະເຈົ້າເອົາຫຼາຍເທື່ອແລ້ວແຫຼະ, ແຕ່ວ່າ ສ່ວນຫຼາຍ ຂະເຈົ້າປິດຂ່າວ, ຫັ້ນນ່າ.”
ບັນຫາການຄ້າມະນຸດ ໃນຮູບແບບ ການແຕ່ງດອງ ກັບຄົນຈີນ ເລີ່ມມີໃຫ້ເຫັນ ຫຼາຍຂຶ້ນເລື້ອຍໆ. ກ່ອນໜ້ານີ້, ໃນເດືອນພຶດສະພາ ປີ 2024, ເຈົ້າໜ້າທີ່ຕໍາຫຼວດ ແຂວງຊຽງຂວາງ ໄດ້ສົ່ງສໍານວນຄະດີ ໃຫ້ໄອຍະການແຂວງ ເພື່ອຟ້ອງຂຶ້ນສານ ຕັດສິນຄະດີ ກໍລະນີ ນາຍໜ້າຄົນລາວ 3 ຄົນ ຕົວະແມ່ຍິງ ທີ່ເປັນຄົນບ້ານດຽວກັນ ໃຫ້ໄປແຕ່ງດອງ ກັບຄົນຈີນ ແບບບໍ່ຖືກກົດໝາຍ, ໂດຍໃຫ້ຄ່າດອງ 150 ລ້ານກີບ. ແຕ່ເມື່ອພາໄປເຖິງຈີນ ແລ້ວ, ລູກສາວຂອງຕົນ ພັດປະເຊີນກັບ ຄວາມທຸກຍາກ ຫຼາຍກວ່າເກົ່າ.
ຕໍ່ມາ, ໃນເດືອນສິງຫາ ປີ 2024, ຕໍາຫຼວດພະແນກຕ້ານ ການຄ້າມະນຸດ ປກສ ແຂວງຫຼວງນໍ້າທາ ສາມາດຈັບ ຜູ້ຖືກກ່າວຫາ ໃນຂໍ້ຫາ ຄ້າມະນຸດ ເປັນຄົນຈີນ ເພດຊາຍ 2 ຄົນ ແລະ ຄົນລາວ ເພດຍິງ 1 ຄົນ ມາດໍາເນີນຄະດີ ຕາມກົດໝາຍລາວ ໄດ້ ພ້ອມຊ່ອຍກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ໄດ້ທັງໝົດ 8 ຄົນ. ໃນນັ້ນ, ແບ່ງເປັນ ເດັກນ້ອຍແມ່ຍິງ, ແມ່ຍິງລາວ ແລະ ຜູ້ຊາຍ ທັງໝົດ 7 ຄົນ ແລະ ເດັກນ້ອຍແມ່ຍິງຫວຽດນາມ ອາຍຸຕໍ່າກວ່າ 18 ປີ 1 ຄົນ.
ສະເພາະຄະດີ ຄ້າມະນຸດ 1 ຄະດີ ມີຜູ້ຖືກກ່າວຫາ 3 ຄົນ, ແບ່ງເປັນຄົນຈີນ ເພດຊາຍ ຜູ້ເປັນຫົວໂປ່ໂຕການ 2 ຄົນ ແລະ ຄົນລາວ ເພດຍິງ ຜູ້ເປັນນາຍໜ້າ ຫາແມ່ຍິງລາວ ແລະ ເດັກນ້ອຍແມ່ຍິງລາວ ໃຫ້ຄົນຈີນ ແລະ ເປັນຜູ້ແປພາສາ 1 ຄົນ ແມ່ນຖືກດໍາເນີນຄະດີ ຕາມກົດໝາຍລາວ ແລະ ຖືກກັກຂັງ ຢູ່ແຂວງຫຼວງນໍ້າທາ ເພື່ອລໍຖ້າ ຄໍາຕັດສິນ ຂອງສານ ພາຍຫຼັງຜູ້ຖືກກ່າວຫາ ທັງໝົດ ສ້າງຄວາມເສຍຫາຍ ຜ່ານສື່ສັງຄົມອອນລາຍ ໂດຍການນໍາເອົາ ເດັກນ້ອຍແມ່ຍິງລາວ ອາຍຸຕໍ່າກວ່າ 18 ປີ ແລະ ແມ່ຍິງລາວ, ຜູ້ຊາຍລາວ ອາຍຸຫຼາຍກວ່າ 18 ປີ ມາບັງຄັບ ໃຫ້ມີເພດສໍາພັນກັນ ແລ້ວໄລ້ຟສົດ ຢູ່ເຮືອນພັກ ແຂວງຫຼວງນໍ້າທາ ແລ້ວເຜີຍແຜ່ຄລິບນັ້ນ ລົງສື່ສັງຄົມອອນລາຍ.