ສັມພາດ ທ.ສີສຸກ ສີແພງພັນ

ຈໍາປາທອງ
2020.06.06
f-mn ທ່ານ ສີສຸກ ສີແພງພັນ ຄົນທີສອງ ຈາກຂວາມື
ນັກຂ່າວພົລເມືອງ

ຊາວລາວ ທີ່ ອົພຍົບ ຫລົບໄພ ອອກຈາກຣະບອບ ການປົກຄອງ ແບບຜະເດັດການ ພັກດຽວ ຜູກຂາດອໍານາດ ຢູ່ ສປປລາວ ໄປອາໃສ ແລະ ທໍາມາຫາກິນ ຢູ່ ປະເທດ ປະຊາທິປະໄຕ ຕ່າງໆໃນໂລກ ຮວມທັງຢູ່ ການາດາ ຊຶ່ງໃນນັ້ນ ກໍມີ ທ່ານ ສີສຸກ ສີແພງພັນ ຜູ້ຊ່ອຍວຽກ ອົງການ ໂຮມລາວ ເພື່ອສັນຕິພາບ ແລະ ປະຊາທິປະໄຕ, ເລຂາ ອົງການອໍານາດ ປະຊາຊົນລາວ ທີ່ ສະຫະຣັຖອາເມຣິກາ.

41 ປີ ທີ່ ທ່ານໄດ້ມາມີຊີວິດ ແລະ ທໍາມາຫາກິນ ຢູ່ປະເທດ ການາດາ ທ່່ານໄດ້ເຮັດວຽກງານ 3 ບ່ອນ ແລະ ໄດ້ກັບຄືນເມືອຢາມບ້ານ ທີ່ ປະເທດລາວ 3 ເທື່ອ ຊຶ່ງເບື້ອງຕົ້ນທ່ານໄດ້ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ເຖິງວຽກງານຂອງທ່ານ ໃນໄລຍະ ທີ່ຜ່ານມາວ່າ:


ທ່ານ ສີສຸກ ສີແພງພັນ ເມື່ອຄາວຢູ່ປະເທດລາວ ທ່ານ ຮຽນຈົບຊັ້ນ ປະຖົມສຶກສາ ຢູ່ ເມືອງຈໍາປາສັກ, ຈົບ ວິທຍາລັຍປາກເຊ ແລະ ຮຽນຢູ່ໂຮງຮຽນກົດໝາຍ ແລະ ການປົກຄອງ ເຊຣີ A ທີ່ນະຄອນຫລວງວຽງຈັນ ສົກປີ 1973-74. ທ່ານໄດ້ອົພຍົບ ອອກຈາກ ສປປລາວ ໃນປີ 1978, ອາສັຍ ຢູ່ສູນອົພຍົບ ອຸບົນ ປະເທດໄທ ແລະ ໄດ້ມາເຖິງ ການາກາ ໃນປີ 1979 ແລະ ຢູ່ທີ່ນັ້ນມາຮອດ ປັດຈຸບັນ.

ນອກຈາກວຽກງານທີ່ເວົ້າມານັ້ນແລ້ວ ທ່ານກໍເປັນຜູ້ນຶ່ງ ທີ່ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເຄື່ອນໄຫວ ຕໍ່ສູ້ເພື່ອປະຊາທະໄຕ ໃນລາວ ໂດຍຊ່ອຍວຽກງານ ຂອງອົງການໂຮມລາວ ເພື່ອສັນຕິພາບ ແລະ ປະຊາທິປະໄຕ ແລະ ທັງເປັນເລຂາອົງການ ອໍານາດ ປະຊາຊົນລາວ ທີ່ ສະຫະຣັຖ ອາເມຣິກາ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.