ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຣົຖຂົນແຮ່ທາດ ຂນາດໜັກ ເຮັດໃຫ້ ຖນົນເປ່ເພຫລາຍ, ຮ້ອງຂໍ ຄວາມເປັນທັມ ກໍຣະນີ ຄົນງານປະມົງລາວ ຫາຍສາບສູນ, ປະທານ ສະຫະພັນມວຍລາວ ແຫ່ງຊາດ ຖແລງຢືນຢັນວ່າ ຂໍ ສນັບສນູນ ແລະ ເຂົ້າຮ່ວມ ກຸນຂະແມ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ "ຣົຖຂົນແຮ່ທາດ ຂນາດໜັກ ເຮັດໃຫ້ ຖນົນເປ່ເພຫລາຍ ຢູ່ແຂວງໄຊສົມບູນ"
“ບໍ່ວ່າ ແຕ່ຢູ່ແຂວງ ໄຊສົມບູນເດີ ຢູ່ບ້ານຊ່ວງ ເມືອງວັງວງງ ກໍ່ເພ ຄືກັນ. ລົດ 60 ໂຕນຂົນແຮ່ເຫລັກ ທັງກາງເວັນ ກາງຄືນ, ທາງ ກໍ່ບໍ່ແປງ ແຕ່ເອົາເງິນຢ່າງດຽວ ເອົາແທ້ ເອົາວ່າ, ລົດເອົາທາງໜ້າຂື້ນບໍ່ໃດ້ ກໍ່ເອົາທາງກົ້ນຂື້ນ, ເອົາທາງກົ້ນຂື້ນ ບໍ່ໃດ້ ກໍ່ດືງ ເທື່ອ 3 ຄັນ 4 ຄັນ, ເຫັນແລ້ວ ເປັນຕາຢາກຫົວ…ເລື້ອງຈິງເດີ ບໍ່ເຂົ້າໃຈ ນຳທ່ານ ຫົວໜ້າໃຫຍ່ ເພິ່ນວ່າ ເປັນຫັຍງ ເພິ່ນບໍ່ສ້ອມແປງ ໃຫ້ມັນດີ ຈິ່ງໄປ-ມາ ສະດວກ. ລົດແກ່ແຮ່ ກໍ່ສະດວກ, ປະຊາຊົນ ຜູ້ຊົມໃຊ້ ກໍ່ສະດວກ. ປະເທດຊາດ ກໍ່ຈະເລີນ ຖ້າເປັນ ແນວນີ້ ປະເທດຊາດ ຈະເລີນລົງ ຢ່າງແນ່ນອນ, ຂາຍແຮ່ເຫລັກ ມີກຳໄລຫລາຍ ມີເງິນຫລາຍ ຕາຍໄປ ກໍ່ເອົາໄປນຳ ບໍ່ໃດ້. ຂໍຝາກເບິ່ງຄືນໃຫ້ ແດ່ເດີ ເຈົ້ານາຍ ຜູ້ມີ ອຳນາດເອີ່ຍ.”
“ເຂົາໄດ້ ເຮົາເສຍ, ທາງສຳຄັນ ສໍ່າແກ້ວຕາ ດວງໃຈ, ກ່ອນເຊັນ ສັນຍາ ສຳປະທານ ຕ້ອງຮັບຜິດຊອບ ທາງເປັນຫລັກເກນ ຄື ປະເທດວຽດນາມ, ຕົວຢ່າງ ທາງແມ່ນຂອງ ທູກໆຄົນທຽວ. ຖ້າທາງເພ ເປັນຂູມ-ເປັນບໍ່, ພວກທີ່ ສຳປະທານ ຕ້ອງຮັບຜິດຊອບ ທຸກຮູບແບບ. ເພາະເປັນ ທູລະກິດ ຂອງເຈົ້າ ຢູ່ດີ. ຖ້າເຈົ້າ ບໍ່ທຽວ-ບໍ່ແລ່ນ ທາງນີ້ ກໍສວຍງາມ ແບບທຳມະຂາດ ຂອງຊາວບ້ານແຄມທາງ. ຜ່ານມາ ທາງເປເພ ຊາວບ້ານ ຕ້ອງອອກເງີນ ຊື້ດິນ ມາຖົມເອງ, ແລ້ວພວກພີ່ນ້ອງ ສຳປະທານ ຍູ່ທ່າງທຽວ ຫາລາຍໄດ້ ໃສ່ຖົງ ເປັນກອບ-ເປັນກຳ. ທາງການ ຜູ້ໄຫຍ່ ໄມ້ສູງ ທີ່ມີສ່ວນຮວ່ມ ຫນ້າຈະຄິດນຳ. ຜົນເສຍ ຂອງສັງຄົມເນະ! ຂໍໂທດ ທີ່ສົມທຽບ ເຫດຜົນ ຄວາມຈີງ ທີ່ປະກົດຂື້ນມາ ແບບນີ້ ຫລາຍປີແລ້ວ ຂໍໃຫ້ ທົບທວນຄືນ ແລະ ແກ້ໄຂ ຊວ່ຍກັນດວ່ນ ເພື່ອບ້ານເມືອງລາວເຮົາ ຈະຈະເລີນ…”
“ປະເທດອື່ນ ເມືອງມາ-ປ່າໄປ ແຕ່ບາງປະເທດ ເມືອງບໍ່ມາ, ປ່າໄມ້, ບໍ່ແຮ່, ບໍ່ຄຳ, ແຮ່ເຫລັກ, ທອງແດງ-ເຫລືອງ ໄປໝົດ, ແຕ່ຖະໜົນຫົນທາງ ຍັງຢູ່ແບບ 40-50 ປີ ທີ່ ຜ່ານມາ…”
…
( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!