ທ່ານທອງລຸນ ສະເໜີລັດຖະບານ ແກ້ໄຂ ເງິນກີບອ່ອນຄ່າ ພາຍໃນ 1 ເດືອນ: ຈົດໝາຍ ຈາກຜູ້ຟັງ
2024.07.21
ຄວາມຄຶດ ຄວາມເຫັນ ຈາກ ຜູ້ຟັງ ແລະ ອາດີດຜູ້ຮັບຜິດຊອບ ຜແນກພາສາລາວ ຂອງວິທຍຸເອເຊັຍເສຣີ ກ່ຽວກັບ ການໃຊ້ ພາສາລາວເດີມ ປ່ຽນເປັນພາສາລາວໃໝ່, ຜູ້ບໍລິຫານ ສະຖາບັນ ການເງິນຈຸລະພາກ 2 ຄົນ ຖືກຕັດສິນຈໍາຄຸກ ຖານສໍ້ໂກງ ແລະ ປະທານປະເທດ ສະເໜີລັດຖະບານ ແກ້ໄຂ ເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ.
ສບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ພົບກັນອີກ ຕາມເຄີຍ ໃນຣາຍການ “ຈົດຫມາຍ ຈາກຜູ້ຟັງ”. ກ່ອນອື່ນ ຫວັງວ່າ ທຸກໆທ່ານ ຄົງສະບາຍດີ, ສໍາລັບ ໄມຊູລີ ພ້ອມດ້ວຍ ທິມງານ ວິທຍຸ ເອເຊັຽ ເສຣີ ກໍຍັງ ສບາຍດີຕາມເດີມ. ຂອບໃຈ ທຸກໆທ່ານ ທີ່ ຕິດຕາມຟັງ ຣາຍການ ຂອງພວກເຮົາ, ບໍ່ວ່າ ຈະເປັນ ທາງວິທຍຸ, ເຟສບຸກຄ໌ ຫຼື ໃນ ເວັບໄຊທ໌. ກ່ອນອື່ນ ໄມຊູລີ ຂໍແຈ້ງໃຫ້ທ່ານຊາບວ່າ ຣາຍການ ສໍາລັບມື້ນີ້ ໄມຊູລີ ຂໍຈັດເປັນ ຣາຍການ ພິເສດ ເນື່ອງຈາກວ່າ ພວກເຮົາ ໄດ້ຮັບ ຈົດໝາຍ ຈາກຄົນພິເສດ ແດ່, ໄມຊູລີ ຈະນໍາມາອ່ານ ສູ່ທ່ານຟັງ ເພື່ອໃຫ້ທ່ານ ນໍາໄປຄິດຊ່ວຍກັນ ເນື້ອໃນໃຈຄວາມໃນຈົດຫມາຍ ຂຽນມາແນວໃດນັ້ນ ຂໍເຊີນທ່ານ ຕິດຕາມຮັບຟັງໄດ້ເລີີຍ….
ສບາຍດີໄມໂຊລີ
ມື້ນີ້ ຂ້າພະເຈົ້າ ມາໃນນາມຜູ້ຟັງ ແລະອາດີດຜູ້ຮັບຜິດຊອບ ຜແນກພາສາລາວ ຂອງວິທຍຸເອເຊັຍເສຣີ ຂໍມາອະທິບາຍວ່າ ເປັນຫຍັງ ພວກຂ້າພະເຈົ້າ ໝາຍເຖິງ ຂ້າພະເຈົ້າເອງ ແລະ ຄນະບໍຣິຫານຂັ້້ນສູງ ຂອງ RFA ໂດຍການນໍາພາ ຂອງປະທານ ໃນເວລານັ້ນ ຄືມື້ລາງທ່ານ Richard Richter ຈຶ່ງຍັງໃຊ້ ພາລາລາວເດີມ ແທນທີ່ ຈະໃຊ້ພາສາລາວໃໝ່ ຊຶ່ງຣະບອບຄອມມູນິສ ນໍາມາໃຊ້ ຫລັງຈາກ ມີການປ່ຽນແປງ ຣະບອບການປົກຄອງ ໃນປີ 1975.
ເຫດຜົນ ສໍາຄັນ ກໍ່ມີຢູ່ສອງຂໍ້ ຄືນຶ່ງ ເປັນພາສາປະຈໍາຊາຕ ທີ່ໃຊ້ກັນມາ ເປັນເວລາດົນນານ ແລະ ມີຈຸດຢືນເປັນຂອງ ຕົວເອງ ໂດຍມີ ກັມການ ປະກອບດ້ວຍ ຜູ້ຊ້ຽວຊານ ດ້ານພາສາສາຕ ເປັນຜູ້ແນະນໍາ ເຊັ່ນດຽວກັບ ໃນປະເທດ ທີ່ມີອາຣິຍະທັມອື່ນໆ ໃນໂລກ. ສອງ ເຖິງວ່າ ຈະບັັງຄັບໃຊ້ ພາສາໃໝ່ ແຕ່ຄົນລາວ ໃນປະເທດ ກໍຍັງເຂົ້າໃຈ ແລະອ່ານພາສາລາວເດີມ ໄດ້ຢູ່ ເຖິງວ່າ ພວກເກີດໃໝ່ໃຫຍ່ລຸນ ຈະອ້າງວ່າ ຍາກແດ່ກໍຕາມ.
ຜແນກພາສາລາວ ເຄີຍມີຣາຍການ ກ່ຽວກັບພາສາລາວ ດໍາເນີນ ໂດຍອາຈານ ສຸລັງ ເດຊວົງສາ ຊຶ່ງເປັນນຶ່ງ ໃນຄນະສະພາ ພາສາສາຕຂອງລາວ ໃນອະດີດ. ຖ້າຂ້າພະເຈົ້າ ຈື່ບໍ່ຜິດ ຣາຍການດັ່ງກ່າວ ເຄີຍນໍາອອກອາກາດແລ້ວ ຫລາຍເທື່ອ.
ເປັນຫຍັງ ຜູ້ນໍາຣະບອບໃໝ່ ໃນລາວ ຈຶ່ງເຫັນວ່າ ຈໍາເປັນຕ້ອງນໍາເອົາ ພາສາ ທີ່ໃຊ້ກັນ ໃນເຂຕ ທີ່ເອີ້ນວ່າ ເຂຕປົດປ່ອຍ ມາບັງຂັບໃຊ້ ທົ່່ວປະເທດ? ກ່ອນອື່ນໝົດ ກໍແມ່ນ ເຫດຜົນທາງການເມືອງ ຖ້າປ່ຽນຣະບອບການປົກຄອງແລ້ວ ກໍຕ້ອງປ່ຽນ ທຸກຢ່າງ ທີ່ປ່ຽນໄດ້ ເພື່ອລົບລ້າງ ສິ່່່ງທີ່ກ່ຽວພັນ ກັບຣະບອບເກົ່າ ດັ່ງພຍາພູມີ ວົງວີຈິຕ ອາດີດຜູ້ນໍາ ຝ່າຍລາວຄອມມູນິສ ຊຶ່ງເປັນຜູ້ນໍາເອົາ ພາສາໃໝ່ ມາໃຊ້ ເຄີຍອະທິບາຍວ່າ ປະຊາຊົນລາວ ສ່ວນຫລາຍ ຍັງບໍ່່ຮູ້ໜັງສື ຄືອ່ານບໍ່ອອກ ຂຽນບໍ່ໄດ້ ຈຶ່ງຈໍາເປັນ ຕ້ອງເຮັດໃຫ້ ພາສາຂຽນແລະ ຟັງງ່າຍຂຶ້ນ. ເຫດຜົນ ທີ່ທ່ານພຍາເວົ້າມາ ກໍນັບວ່າ ພໍຟັງຂຶ້ນແດ່ ຖ້າບໍ່ຄຶດຫາ ເຫດຜົນທາງການເມືອງ.
ຂ້າພະເຈົ້າ ຮູ້ສຶກບໍ່ສບາຍໃຈ ຕັ້ງແຕ່ ຮູ້ວ່າ ມີການກົດດັນໃຫ້ໃຊ້ ພາສາລາວ ຄອມມູນິສ ແຕ່ກໍບໍ່ໄດ້ ອອກຄວາມຄິດຄວາມເຫັນ ໃດໆ ເພາະບໍ່ມີບົດບາດຫຍັງ ໃນ RFA ມາສິບກວ່າປີແລ້ວ ຈົນວ່າ ໃນບົດສໍາພາດ Avary ເມື່ອບໍ່ນານມານີ້ ຕອນນຶ່ງ ມີຄໍາຖາມວ່າ ເປັນຫຍັງ ຜແນກພາສາລາວ ຈຶ່ງຍັງໃຊ້ ພາສາເດີມຢູ່ ເມື່ອຜແນກພາສາລາວ ກໍຕັ້ງຂຶ້ນ 20 ກວ່າປີ ຫລັງຈາກ ຣະບອບການປົກຄອງໃນລາວ ປ່ຽນໄປແລ້ວ. ເຖິງບໍ່ໄດ້ອອກຊື່ ແຕ່ຂ້າພະເຈົ້າ ກໍເປັນ ຜູ້ຮັບຜິດຊອບ ໃນເວລານັ້ນ ຈຶ່ງຮູ້ສຶກວ່າ ຕ້ອງອອກມາ ອະທິບາຍ ເຖິງເຫດຜົນທີ່ພາໃຫ້້ ຂ້າພະເຈົ້າ ໃຊ້ພາສາລາວເດີມ ເພາະເຫັນວ່າ ເປັນພາສາ ທີ່່ຖືກຄົ້ນຄວ້າ ມາດີແລ້ວ ບໍ່ວ່າ ທາງຮາກເຫງົ້າ ຫລື ໄວຍະກອນ ແລະ ຢູ່ຄູ່ກັບ ຊາຕລາວ ມາເປັນເວລາດົນນານແລ້ວ.
ການທີ່ ຄນະບໍຣິຫານ ຊຸດປັດຈຸບັນ ຕັດສິນໃຈໃຊ້ ພາສາລາວໃໝ່ ແທນພາສາລາວເດີມ ທີ່ຜແນກພາສາລາວຂອງ RFA ໃຊ້ ແຕ່ກໍ່ຕັ້ງມາ ໃນປີ 1996-1997 ນັ້ນ ກໍເພາະ ຜົນສໍາຣວດ ໃນປະເທດລາວ ສແດງໃຫ້ເຫັນວ່າ ຜູ້ຟັງ ມີຈໍານວນບໍ່ຫລາຍ ແລະ ອ້າງວ່າ ເຫດຜົນໃຫຍ່ ກໍເພາະບໍ່ຄອ່ຍເຂົ້າໃຈພາສາ ແລະ ອ່ານຂໍ້ຄວາມໃນ Website ກໍລໍາບາກ ວ່າດັ່່ງນັ້ນ.
ແຕ່ໃນທາງສ່ວນຕົວ ຂ້າພະເຈົ້າ ບໍ່ເຊື່ອວ່າ ແມ່ນເຫຕຜົນ ອັນແທ້ຈິງ ເພາະຕັ້ງແຕ່ ຄອມມູນິສ ປົກຄອງປະເທດມາ ເກືອບເຄິ່ງສັດຕະວັດ ມີການຈໍາກັດ ສິດທິຫລາຍຢ່າງ ເປັນຕົ້ນ ສິທໃນການອອກຄວາມຄິດຄວາມເຫັນ ທີ່ບໍ່ພ້ອມກັບ ຣັຖບານ ແລະ ສິທອື່ນໆ ທີ່ເປັນພື້ນຖານ ຂອງມະນຸດທົ່ວໄປ. ຄົນລາວ ທີ່ເກີດ ຫລື ເຕີບໃຫຍ່ມາ ໃນຣະບອບໃໝ່ ຈຶ່ງຖືກສິດສອນ ໃຫ້ຢູ່ໃນໂອວາດ ແລະ ເຊື່ອຟັງຣັຖບານ ຖ້າບໍ່ຢາກ ມີບັນຫາ. ຄຶດແນວນັ້ນ ໃຜໆກໍຄຶດໄດ້ ແຕ່ບໍ່ຕ້ອງ ເວົ້າອອກມາ. ຄົນລາວ ໃນປະເທດ ຈໍານວນບໍ່ໜ້ອຍ ເວົ້າສູ່ ຂ້າພະເຈົ້າຟັງ ໃນທາງສ່ວນຕົວ ວ່າ ເຂົາເຈົ້າ ລັກຟັງຣາຍການ ຂອງ RFA ແຕ່ຖ້າມີ ຄົນບໍ່ລຶ້ງເຄີຍແທ້ໆ ໄປຖາມ ກໍຈະປະຕິເສດ ເພາະວ່າ ບໍ່ຢາກມີບັນຫາ.
ການຈໍາກັດສິທ ດັ່ງກ່າວ ໄດ້ເຮັດໃຫ້ RFA ຖືກຕັ້ງຂຶ້ນມາ ໂດຍມີພາລະໜ້າທີ່ ອອກຂ່າວ ພາຍໃນປະເທດ ເພື່ອໃຫ້ຄົນ ໃນປະເທດ ໄດ້ຍິນເຣື້ອງ ຫລື ບັນຫາກ່ຽວກັບຊີວິຕ ການເປັນຢູ່ ຂອງພວກເຂົາເຈົ້າ ຊຶ່ງຣັຖບານບໍ່ເປີດເຜີຍ ໃຫ້ຮູ້.
ເຫຕຜົນ ທີ່ຂ້າພະເຈົ້າ ອ້າງມານັ້ນ ກໍເພື່ອສແດງ ໃຫ້ເຫັນວ່າ ເຖິງແນວໃດ ຣັຖບານລາວ ປັດຈຸບັນ ກໍຍັງຖືວ່າ RFA ເປັນສັດຕຣູ ແລະ ຈະພໍໃຈທີ່ສຸດ ເວລາໃດຖືກປິດລົງ ແລະ ຂ້າພະເຈົ້າ ກໍຖືວ່າ ຣັຖບານ ຄອມມູນິສລາວ ກໍໄດ້ ໄຊຊະນະຂັ້ນນຶ່ງແລ້ວ ທີ່ສາມາດເຮັດໃຫ້ ຜແນກພາສາລາວ ປ່ຽນມາໃຊ້ ພາສາເຂົາເຈົ້າໄດ້.
ດ້ວຍຄວາມນັບຖື
ວຽງໄຊ ຊນະນິກອນ ຫລວງໂຄຕ
ທ່ານຜູ່ຟັງ ທີ່ເຄົາຣົບ... ນັ້ນກໍແມ່ນ ຂຽນຈາກ ຍາເອື້ອຍ ວຽງໄຊ ຊນະນິກອນ ຫລວງໂຄຕ ອາດີດຜູ້ຮັບຜິດຊອບ ຜແນກພາສາລາວ ຂອງວິທຍຸເອເຊັຍເສຣີ ຊື່ງເພີ່ນ ໄດ້ສແດງເຖີງ ຄວາມຄືດ ຄວາມເຫັນ ກ່ຽວກັບວ່າ ເປັນຫຍັງ ວີທຍຸເອເຊັຍເສຣີ ຈິ່ງນໍາໄຊພາສາລາວ ເດີມ ຕັ້ງແຕ່ ເລີ້ມກໍ່ຕັ້ງ ມາເຖີງ ປັຈຸບັນ ທີ່ ມີການປ່ຽ ໄປໃຊ້ ພາສາລາວໃຫມ່ ຖ້າທ່ານຜູ້ຟັງ ມີຄວາມ ຄິດ ຄວາມເຫັນ ແນວໃດ ຕໍ່ ກັບ ຄວາມຄຶດ ຄວາມເຫັນ ຂອງຜູ້ຟັງ ໃນມື້ນີ້ ກາຣຸນາ ຂຽນຈົດຫມາຍ ເຂົ້າມຮ່ວມຣາຍການ ເພື່ອ ໄມຊູລີ ຈະໄດ້ນໍາ ມາອ່ານ ໃຫ້ທ່ານຜູ້ຟັງ ໄດ້ ຟັງນໍາກັນ ຂໍຂອຍໃຈ ລ່ວງໜ້າ.
ຕໍ່ໄປ ແມ່ນຂ່າວ ກ່ຽວກັບ “ປະທານປະເທດ ສະເໜີລັດຖະບານ ແກ້ໄຂເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ” ມີຄວາມເຫັນ ຈາກເຟສບຸກຄ໌ ຂຽນວ່າ:
1-ເງິນກີບ ເລີ້ມແຂງຄ່າແລ້ວເດີ ມື້ວານນີ້ ຂ້ອຍເອົາເງິນບາດ ໄປແລກປ່ຽນ ຢູ່ທະນາຄານ 100 ບາດ ໄດ້ຮອດ 50 ພັນກີບ ແລ້ວເດີ ມັນຕ້ອງເປັນຈັ່ງຊີ້ ໄປເລື້ອຍໆ ພີ່ນ້ອງເອີຍ!
2-ຕອ້ງປ່ຽນໃຫມ່ ລະບົບສຳປະທານຕ່າງໆ ຂອງສົມບັດປະເທດ ຕ້ອງຂຶ້ນກັບ ຄະນະບໍລິການ ສະເພາະກິດ ແລະ ລະບົບ ສໍ້ລາດ ຂອງກຸ່ມຄົນ, ໃຫ້ໄຊ້ກົດຫມາຍເດັດຂາດ ເຖິງຂັ້ນ ປະຫານ ໂດຍບໍ່ເລືອກຫນ້າວ່າ ຈະແມ່ນໄຜ,ມາຈາກໃສ ?
3-49 ປີຜານມາ ເຮັດຫຍັງຢູ່ ຫາກະຕືນຕີ "ປະເທດລົ້ມລະລາຍ ພຸ້ນບໍ ຍັງແກ້ບັນຫາໄດ້ ຢູ່ໃນສະພາ ມີແຕ່ ດ໋ອກເຕີ ເລຂາທິການໃຫ່ຍ ແຕ່ແກ້ບັນຫາຫຍັງ ກະບໍ່ດີ.
4-ປະເທດອາເມຣິກາ ຍັງເຮັດບໍ່ໄດ້ ພາຍໃນນື່ງເດືອນ. ມັນບໍ່ງ່າຍ ຄືເວົ້າ..ເດີ.
5-ກົງກັນຂ້າມ ປະເທດຈະລົ້ມລະລາຍ ເພາກຳນົດ ເຣດເງິນເອງ ເງິນທຸກປະເທດ ຕ້ອງຖືກກຳນົດປັບເງິນຂຶ້ນ-ລົງ ດ້ວຍທະນາຄານໂລກ, ບໍ່ແມ່ນປັບເງິນຂຶ້ນ-ລົງ ດ້ວຍຕົນເອງ ຄຶດບໍ່ອອກແທ້ໆ ຣັຖບານລາວ. ເຮັດແບບນີ້ ບໍ່ເກີນ 3 ເດືອນ ປະເທດລົ້ມລະລາຍ ເຊື້ອເທີ້ນ.
6-ປະເທດຊາດ ເປັນຈັ່ງຊີ້ ເຈົ້າກະຍັງ ຊິໄຫ້ຂອ້ຍ ເວົ້າວ່າ ຫມັ້ນຍືນ. ມັນຊິຫມັ້ນຍືນ ໄປຮອດໃສ.
ຕໍ່ໄປ ແມ່ນຂ່າວ “ຜູ້ບໍລິຫານ ສະຖາບັນການເງິນຈຸລະພາກ 2 ຄົນ ຖືກຕັດສິນຈໍາຄຸກ ຖານສໍ້ໂກງ” ມີຄວາມເຫັນ ຈາກ ເຟສບຸກຄ໌
1-ເຊື່ອໄດ້ບໍ? ວ່າປະເທດລາວ ຈະມີການປາບປາມແນວນີ້ ຖ້າເຮັດແທ້ ໃນລາວ ມີຈັກຄົນ ພວກພາສີເດ້ ຄືບໍ່ມີ ການວດກາ ກວດສອບແນ່, ຕິດຄຸກຕະລອດຊີວິດ ແຕ່ຊັບສົມບັດເດ້ ຄືບໍ່ເອົາໄປຂາຍ ມາຈ່າຍໜີ້ ຫລືວ່າ ຫາຍໄປເອງບໍ?
2-ຂໍໃຫ້ກວດກາ ແຕ່ລະສາຂາ ຢູແຕ່ລະເມືອງແດ່ ເປັນຫຍັງຕົ້ນທືນ ຫັກເປັນເດືອນ ບາດດອກເບ້ຍລະ 3 ເດືອນໃດ ລົບເທື່ອໜຶ່ງ ຕາມລະບຽບ ລົບຕົ້ນທືນ ດອກເບ້ຍ ກໍຕ້ອງລົບໄປນຳ ແຕ່ລະເດືອນ. ໂອ້… ມັນເອົາປຽບລູກຄ້າ ໂຫດ…
3-ແກ້ໄຂບັນຫາ ທີປາຍເຫດອີກແລ້ວ ເບື້ອງຫລັງ ນາຍໃຫຍ່ ພວກນີ້ ຄື ນັກການເມືອງ ພວກທີ່ຈັບໄດ້ ກໍເປັນພຽງແຕ່ ຜູ້ຮັບໂທດແທນ ນາຍໃຫຍ່ ເທົ່ານັ້ນ.
4-ມີໂອກາດສໍ້ໂກງ ກໍສວຍໂອກາດ... ບາບບຸນຄຸນໂທດ ມີຈິງເດີ້.
ທ່ານຜູ່ຟັງ ທີ່ເຄົາຣົບ... ນັ້ນກໍແມ່ນ ຄວາມຄິດຄວາມເຫັນ ຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງພວກເຮົາ, ແລະ ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!