ຂະໂມຍ ລັກຣົຖຈັກ, ຣົຖໃຫຍ່ ຫຼາຍຂຶ້ນ: ຈົດໝາຍ ຈາກຜູ້ຟັງ
2023.09.30

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ຊາວລາວຈຳນວນນຶ່ງ ທີ່ອາສັຍ ຢູ່ໃນເຂດຫ່າງໄກສອກຫຼີກ ຍັງ ບໍ່ສາມາດເຂົ້າເຖິງການບໍຣິການ ດ້ານສາທາຣະນະສຸຂ, ຊາວວຽດນາມ 5 ຄົນ ຖືກລັກພາໂຕ ຈາກແຂວງຫຼວງນໍ້າທາ ໄປປະເທດພະມ້າ, ຣົຖຈັກ, ຣົຖໃຫຍ່ ຖືກລັກຫຼາຍຂຶ້ນ ໃນໄລຍະນີ້ ແລະ ຂ່າວອື່ນ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ຂະໂມຍ ລັກຣົຖຈັກ, ຣົຖໃຫຍ່ ຫຼາຍຂຶ້ນ”
“ແມ່ນແລ້ວ ການລັກ ລົດໃຫຍ່ ລົດຈັກ ໃນບ້ານເຮົາ ທຸກມື້ນີ້ ມີ ຂຶ້ນຫລາຍ ຢູ່ເຮືອນຂ້າງບ້ານຂ້ອຍ ກະລົດຈັກເສຍ ແຕ່ປານນີ້ ກະຍັງຫາບໍ່ພົບເທື່ອ ແຕ່ ຂອງຫລາຍໆຄົນ ທີ່ເສຍໄປ ທາງເຈົ້າຫນ້າທີ່ ກໍ່ຫາພົບຢູ່ ຕາມ ທີ່ທາງຕຳຫລວດ ໄດ້ອອກຂ່າວທາງໂທລະພາບ ເນື່ອງຈາກວ່າ ມີ ຫລາຍຄັນໂພດ ຖືກລັກ ດັ່ງນັ້ນ ທາງຕຳຫລວດ ຈຶ່ງຫາບໍ່ທົ່ວ ເພາະ ອາດມີກຳລັງພົນ ຈຳກັດແດ່. ແຕ່ທັ້ງນີ້ ທັງນັ້ນ ຖ້າຈະມາແກ້ ປາຍເຫດ ກໍ່ແກ້ບໍ່ໝົດດອກ ເພາະວ່າ ມີ ການລັກຂະໂມຍ ເກີດຂຶ້ນຫລາຍ ກໍ່ ຍ້ອນວ່າ ສະພາບເສດຖະກິດ ທົດຖອຍ ເຂົ້າ ຍາກໝາກແພງ ພ້ອມກັບ ຄົນລາວ ທຸກຍາກຫລາຍ ທີ່ບໍ່ມີວຽກເຮັດງານທຳ ຫລາຍຄົນ ກໍ່ ບໍ່ສາມາດລ້ຽງປາກ ລ້ຽງທ້ອງໄດ້ ດັ່ງນັ້ນ ຈຶ່ງເກີດ ມີການລັກ ເລັກຂະໂມຍນ້ອຍ ເຂົ້າ ປຸ້ນເຮືອນ ປຸນຊານ ແລະ ລັກລົດ ຕ່າງໆນາງໆ. ເມື່ອໃດກໍ່ຕາມ ຫາກ ພັກລັດ ເອົາໃຈໃສ່ປະຊາຊົນ ດູແລ ຊີວິດການເປັນຢູ່ ຂອງປະຊາຊົນ ເມື່ອນັ້ນລະ ບ້ນເມືອງ ຈຶ່ງຈະສະຫງົບ ປາສະຈາກ ລັກເລັກຂະໂມຍນ້ອຍ ຂ້ອຍວ່າ….”
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!