ບົດ ຣາຍງານ ປະຈຳ ປີ 2014-15 ກ່ຽວກັບ ສິດ ເສຣີພາບ ທາງ ສາສນາ ຂອງ ຄນະ ກັມມະການ ສິດທິ ທາງ ສາສນາ ສາກົນ ໃນ ສະຫະຣັຖ ໄດ້ ຣະບຸ ຫລາຍ ປະເທດ ໃນໂລກ ວ່າ ຍັງມີ ການ ຈຳກັດ ຮັດແຄບ ສິດທິ ທາງ ສາສນາ ອື່ນໆ ໃນ ປະເທດ ຂອງຕົນ ຫລາຍຢູ່. ອົງການ ດັ່ງກ່າວ ໄດ້ຈັດ ອັນດັບ ພະມ້າ ຈີນ ອີຣີດຕຣີດ ອີ່ຣານ ເກົາຫລີ ເຫນືອ ໂຊເດັຽ ອາຣັບເບັຽ ຊູດານ ເຕີແມນກີສຖານ ແລະ ອູ່ເບີ ກີສຖານ ໃນ ຢູ່ຂັ້ນ ນື່ງ ຫລື TIER 1 ຊື່ງ ເປັນ ປະເທດ ທີ່ ມີການ ຝ່າຝຶນ ສິດທິ ທາງ ສາສນາ ຢ່າງ ຮຸນແຮງ ຢູ່ ໃນ ປີ ນີ້. ດັ່ງ ດຣ Katrina Latos Swett ປະທານ ຄນະ ກັມມະການ ຈາກ ອົງການ ດັ່ງກ່າວ ກ່າວ ກ່ຽວກັບ ບົດ ຣາຍງານ ໃນ ປີນີ້ ວ່າ:
"ທົ່ວໂລກ ພວກເຮົາ ຍັງບໍ່ເຫັນ ຫລັກຖານ ຄວາມ ຄືບຫນ້າ ທາງດ້ານ ສິດທິ ທາງ ສາສນາ ພໍ ປານໃດ ບໍ່ວ່າ ຈະເປັນ ໃນ ຮູບແບບ ໃດໆ ກໍຕາມ".
ສຳລັບ ສປປລາວ ແລ້ວ ບົດ ຣາຍງານ ຣະບຸ ວ່າ ຣັຖບານ ລາວ ໂດຍ ການນຳ ຂອງ ພັກ ປະຊາຊົນ ລາວ ຍັງ ປ່ອຍໃຫ້ ມີການ ກົດຂີ່ ຂົ່ມເຫັງ ຈັບກຸມ ຄຸມຂັງ ແລະ ທາຣຸນ ກຸ່ມ ສາສນາ ຊົນ ກຸ່ມນ້ອຍ ກຸ່ມອື່ນໆ ຫລາຍຢູ່ ໂດຍສະເພາະ ກຸ່ມ ສາສນາ ຄຣິຕຽນ ແລະ ສ່ວນໃຫຍ່ ເກີດຂຶ້ນ ໃນເຂດ ຫ່າງໄກ ສອກຫລີກ ແລະ ໃນ ແຂວງ ທີ່ຂາດ ການພັທນາ ທີ່ ອົງການ ສາກົນ ເຂົ້າໄປ ບໍ່ເຖິງ.
ຣາຍງານ ວ່າ ຮ້າຍໄປ ກວ່ານັ້ນ ຣັຖບານ ລາວ ຍັງຕູ່ຫາ ກຸ່ມ ດັ່ງກ່າວ ວ່າ ເປັນ ສັດຕຣູ ຂອງ ຊາດ ເພາະ ສາສນາ ຄຣິສຕຽນ ເປັນ ສາສນາ ຂອງ ປະເທດ ຕາເວັນຕົກ ຫລື ສະຫະຣັຖ ອະເມຣິກາ.
ນີ້ເປັນ ເທື່ອ ທຳອິດ ທີ່ ອົງການ ດັ່ງກ່າວ ໄດ້ ກ່າວເຖີງ ສະຫະຣັດ ແລະ ປະເທດ ຕາເວັນຕົກ ແລະ ຊົນ ກຸ່ມນ້ອຍ ໂດຍກົງ ໃນ ບົດ ຣາຍງານ. ກຸ່ມ ສາສນາ ຊົນ ກຸ່ມນ້ອຍ ຫຼື ຊາວເຜົ່າ ຍັງຖືກ ໃຈ້ແຍກ ລ່ວງ ຣະເມີດ ສິດທິ ແລະ ຖືກ ຈັບກຸມ ຢູ່ຕລອດ ໃນ ຫລາຍ ແຂວງ ໃນ ທົ່ວ ປະເທດ ໂດຍສະເພາະ ທີ່ ແຂວງ ສວັນນນະເຂດ ບ່ອນ ທີ່ມີ ຣາຍງານ ອອກມາ ເລື້ອຍໆວ່າ ເຈົ້າຫນ້າທີ່ ທ້ອງຖິ່ນ ໄດ້ສັ່ງໃຫ້ ຊາວ ຄຣິສຕຽນ ຍຸຕິ ການນັບຖື ສາສນາ ແລະ ຄວາມເຊື່ອ ພຣະເຢຊູ ຂອງ ພວກ ຂະເຈົ້າ, ບໍ່ດັ່ງນັ້ນ ຈະຖືກ ບີບ ບັງຄັບ ໃຫ້ ຫນີ ອອກຈາກ ບ້ານ ບໍ່ໃຫ້ ຢູ່ໃນບ້ານ ທີ່ ຕົນ ແລະ ຄອບຄົວ ຕັ້ງ ຖິ່ນຖານ ໄດ້ ອີກ ຕໍ່ໄປ ຖ້າ ບໍ່ ປະລະ ຄວາມ ເຊື່ອຖື ສາສນາ ຄຣິສຕຽນ.
ປະຊາຊົນ ລາວ ສ່ວນໃຫຍ່ ນັບຖື ສາສນາ ພຸດ ແລະ ກໍມີ ສິດ ເສຣິພາບ ໃນການ ນັບຖື ສາສນາ ດັ່ງກ່າວ ຢ່າງ ເຕັມປ່ຽມ ເປັນ ແບບດຽວ ກັນ ກັບ ສາສນາ ນິກາຍ ອື່ນໆ ດັ່ງ ບາຮາຍ ແລະ ການນັບຖື ຜີສາງ ປະເພດ ຕ່າງໆ ໃນລາວ ແຕ່ ສາສນາ ຄຣິຕຽນ ນັ້ນຍັງ ມີ ການ ຄວບຄຸມ ຢູ່. ດັ່ງນັ້ນ ໃນ ບົດຣາຍງານ ກ່ຽວກັບ ສິດ ເສຣີພາບ ທາງ ສາສນາ ໃນ ໂລກ ໃນ ປີ ນີ້ ຄນະ ກັມມະການ ສິດທິ ທາງ ສາສນາ ໃນ ສະຫະຣັດ ຈຶ່ງ ຈັດ ສປປລາວ ຢູ່ໃນ ຂັ້ນສອງ ຫລື TIER 2 ບໍ່ ປ່ຽນແປງ ເລີ້ມແຕ່ ປີ 2009 ເປັນ ຕົ້ນມາ.
ເບື້ອງຫລັງ ຄວາມ ເປັນມາ ມີຢູ່ ວ່າ ເຖິງ ແມ່ນວ່າ ຣັຖທັມມະນູນ ລາວ ບົ່ງ ໄວ້ວ່າ ຈະ ປົກປ້ອງ ສິດທິ ທາງ ສາສນາ ແລະ ຄວາມ ເຊື່ອຖື ຂອງ ປະຊາຊົນ ໃນ ສາສນາ ອື່ນໆ ໃນລາວ ກໍຕາມ ແຕ່ ພາກ ປະຕິບັດ ຕົວຈິງ ນັ້ນ ບໍ່ເປັນໄປ ແບບໃໝ່ ຍ້ອນວ່າ ດຳຣັດ ແລະ ນະໂຍບາຍ ການ ປະຕິບັດ ຕໍ່ ກຸ່ມ ສາສນາ ອື່ນ ໃນລາວ ຍັງຖືກ ຈຳກັດ ຈາກ ທາງການ ລາວ ແລະ ເຈົ້າຫນ້າທີ່ ທອ້ງຖິ່ນ ຢູ່.
ປະຊາກອນ ລາວ ຫລາຍກວ່າ ສອງ ສ່ວນ ສາມ ນັບຖື ສາສນາ ພຸດ ໃນຂນະ ດຽວກັນ ກຸ່ມ ທີ່ ນັບຖື ສາສນາ ຄຣິຕຽນ ນັ້ນ ມີ ຫນ້ອຍ ກວ່າ ສອງ ເປີເຊັນ ສ່ວນທີ່ ເຫລືອ ແມ່ນ ນັບຖື ຜີສາງ ບັນພະບູຣຸດ ແລະ ຄວາມ ເຊື່ອຖື ແບບ ໂບຮານ ຂອງ ຊົນເຜົ່າ ແລະ ຍັງມີ ກຸ່ມ ສາສນາ ຊົນ ກຸ່ມນ້ອຍ ອີກຫລາຍ ກຸ່ມ ໃນລາວ.
ການ ອະນຸຍາດ ໃຫ້ ສ້າງ ໂບດ ແລະ ບ່ອນ ນັບຖື ສາສນາ ໃນລາວ ຍັງມີ ຂອບເຂດ ຈຳກັດ ຫລາຍຢູ່ ສະພາບ ການເມືອງ ມີການ ປ່ຽນແປງ ແດ່ ເລັກນ້ອຍ ໃນລາວ ໃນ ຣະຍະ ຜ່ານມາ ແຕ່ການ ນັບຖື ສາສນາ ຂອງ ຊົນເຜົ່າ ໃນລາວ ນັ້ນ ຍັງຖືກ ກົດຂີ່ ແລະ ຈັບກຸມ ຢູ່ ຊື່ງ ໂດຍຮວມ ແລ້ວ ກົດຫມາຍ ການ ປົກປ້ອງ ສິດ ເສຣີພາບ ທາງ ສາສນາ ໃນລາວ ບໍ່ມີ ຄວາມຫມາຍ ຫຍັງຫມົດ ໃນການ ບັງຄັບ ໃຊ້.
ນອກຈາກ ການ ຈຳກັດ ສິດ ເສຣີພາບ ທາງ ສາສນາ ໃນລາວ ແລ້ວ ອົງກອນ ພາກ ປະຊາຊົນ ກໍຖືກ ຈຳກັດ ເຊັ່ນກັນ, ອົງກອນ ພາກ ປະຊາຊົນ ແລະ ສື່ມວນຊົນ ທີ່ ເປັນ ເອກຣາດ ປະຕິບັດ ຫນ້າທີ່ ໃນ ຂອບເຂດ ຈຳກັດ ແລະ ຍັງຖືກ ກົດຂີ່ ຂົ່ມເຫັງ ໃນການ ສະແດງ ອອກເຖິງ ສິດທິ ຂອງ ພວກ ຂະເຈົ້າ ຢູ່ ຕລອດ ບໍ່ວ່າ ຈະປັນ ການ ຊຸມນຸມ ແລະ ການ ປຶກສາ ຫາລື ກັນ ໃນທີ່ ຊຸມຊົນ. ດັ່ງ ກໍຣະນີ ການຫາຍຕົວ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາກອນ ຄົນ ສຳຄັນ ຂອງລາວ ໃນ ເດືອນ ທັນວາ ປີ 2012 ເທົ່າເຖິງ ທຸກ ມື້ນີ້ ຍັງບໍ່ມີ ຮ່ອງຮອຍ ເລີຍ.
ທາງການ ລາວ ຍັງ ຄວບຄຸມ ການ ອອກຂ່າວ ຂຽນຂ່າວ ແລະ ຣາຍງານ ຂ່າວ ຂອງ ຫນັງສືພິມ ຕ່າງໆ ໃນລາວ ໄດ້ເພີ້ມ ມາຕການ ຄວບຄຸມ ອີນເຕີເນັດ ໃນລາວ ດ້ວຍການ ອອກ ກົດຫມາຍ ລົງໂທດ ຜູ້ ທີ່ ວິຈານ ການ ປົກຄອງ ຂອງ ພັກ-ຣັດ.
ຣາຍງານ ວ່າ ການ ກົດຂີ່ ຂົ່ມເຫັງ ຕໍ່ຊົນ ກຸ່ມນ້ອຍ ທີ່ ນັບຖື ສາສານ ຄຣິສຕຽນ ໃນລາວ ຍັງເປັນ ບັນຫາ ຢູ່ ຫລາຍ ແຂວງ ໃນປີ 2014-15. ຊົນ ກຸ່ມນ້ອຍ ຊາວ ຄຣິສຕຽນ ບາງ ກຸ່ມ ນັບຖື ສາສນາ ຄຣິສຕຽນ ແບບ ລັບໆລີ້ໆ ເພື່ອ ຫລີກ ການ ຈັບກຸມ ແລະ ການ ນາບຂູ່ ຈາກ ເຈົ້າຫນ້າທີ່ ທ້ອງຖິ່ນ.
ຣາຍຣະອຽດ ຂໍ້ມູນ ກ່ຽວກັບ ການ ກົດຂີ່ ຂົ່ມເຫັງ ຊາວ ຄຣິສຕຽນ ຊົນ ກຸ່ມນ້ອຍ ທີ່ ເກີດຂຶ້ນ ໃນລາວ ຍາກ ທີ່ ຈະຮູ້ໄດ້ ຍ້ອນວ່າ ຣັຖບານ ລາວ ໄດ້ ຄວບຄຸມ ຂ່າວ ປະເພດ ຕ່າງໆ ຢ່າງ ເຄັ່ງຄັດ ບໍ່ວ່າ ຈະຢູ່ ພາຍໃນ ແລະ ນອກ ປະເທດ. ດັ່ງນັ້ນ ພືດຕິກັມ ການ ລວ່ງຣະມືດ ສິດທິ ທາງ ສາສນາ ໃນລາວ ຈຶ່ງ ບໍ່ປາກົດ ເຫັນ ໃນຫນ້າ ຫນັງສືພີມ ຕ່າງຊາດ ພໍ ປານ ໃດ.
