ສື່ມວລຊົນຢູ່ລາວຍັງຖືກ ຄວບຄຸມ

ຈໍາປາທອງ
2019.08.14
F-Social-media ຮູບພາບ ເຫດການຕ່າງໆ ທີ່ອົງກອນຂ່າວ, ສະມາຄົມສົງເຄາະ, ຮ່ວມທັງສ່ວນຕົວບຸກຄົນ ນໍາມາອອກເຜີຍແຜ່ ແຊກັນ ໃຫ້ປະຊາຊົນ ໄດ້ຮັບຮູ້ນໍາກັນວ່າ ໃນແຕ່ລະມື້ ມີຫຍັງເກີດຂຶ້ນ ຊຶ່ງສ່ວນໃຫຍ່ ຈະອອກໄວກ່ອນ ສື່ ຈາກສາຍຫຼັກ
RFA/FB/Citizen journalist

ສື່ມວນຊົນອັນມີທັງພາຫະນະສື່ມວນຊົນ ຄືສິ່ງພິມ, ສື່ເອເຫຼັກໂຕຣນິກ ແລະຜລິຕພັນສື່ມວນຊົນ ຄືໜັງສືພິມ, ໃບຂ່າວສານ, ຈົດໝາຍເຫດ, ວາຣະສານ, ຣາຍການວິທຍຸ, ໂທຣະທັດ, ໂທຣະໂຄ່ງ, ອິນເຕິເນັດ, ເວັບໄຊ, ກະແຊັດ, ດີວິດີແລະອື່ນໆ ຊຶ່ງ ຫຼາຍຄົນເວົ້າວ່າຜູ້ນຳພັກ ປະຊາຊົນ ປະຕິວັດລາວ ໃຊ້ເປັນເຄຶ່ອງມື ໂຄສະນາແນວທາງ, ແຜນນະໂຍບາຍ ແລະການເຄື່ອນໄຫວຂອງຕົນ ຊວນເຊື່ອໃຫ້ປະຊາຊົນ ຫລົງໄຫລໄປຕາມ, ຍຸຍົງສົ່ງເສີມ ໃຫ້ເຫັນພ້ອມ ກັບການກະທຳ ທີ່ເຕັມໄປດ້ວຍເລ້ຫລ່ຽມ ກົນອຸບາຍອັນເລິກແລບ ແນບນຽນຂອງຕົນ ເຖິງແມ່ນວ່າ ການປະຕິບັດແນວທາງ ແລະແຜນນະໂຍບາຍ ປະສົບກັບຄວາມລົ້ມແຫຼວ ມາໂດຍຕລອດ ນັບຕັ້ງແຕ່ການໂຄສະນາ ໃນໄລຍະ ບັງຄັບຊາວນາ ເຂົ້າເປັນສະຫະກອນລວມໝູ່, ບັງຄັບໃຫ້ພວກພໍ່ຄ້າ ແມ່ຄ້າ ເຂົ້າເປັນສະຫະກອນຊື້ຂາຍ, ສ້າງນິຄົມ ແລະໂຮງງານຂນາດ ໃຫຍ່ ພາຍຫລັງທີ່ໄດ້ ເຂົ້າກຳອຳນາດປີ 1975 ທີ່ເພີ້ຝັນວ່າ ຈະສ້າງສັງຄົມນິຍົມ ໂດຍບໍ່ຜ່ານການຂຍາຍຕົວ ຂອງທຶນນິຍົມ ຈົນເຖິງທ້າຍ ຊຸມປີ 1980 ກໍຍັງໃຊ້ສື່ມວນຊົນ ແລະການພິມ ຈຳໜ່າຍຂອງຕົນ ໂຄສະນາຊວນເຊື່ອ ໃນອັນທີ່ເອີ້ນວ່າ: “ແນວທາງປ່ຽນແປງໃໝ່” ທີ່ເຮັດໃຫ້ມີເສຖກິດ ຫລາຍພາກສ່ວນ, ຫລາຍຮູບການກຳມະສິດ ແລະອື່ນໆ ຊຶ່ງໃນພາກປະຕິບັດຕົວຈິງ ແມ່ນລ້ວນແລ້ວແຕ່ຂຸດຄົ້ນ ແລະຂົນເອົາຊັພຍາກອນທຳມະຊາດ ທີ່ອູດົມຮັ່ງມີຂອງຊາດ ທັງໄມ້ ແລະ ແຮ່ທາດອອກໄປຂາຍ ຕ່າງປະເທດ ເປັນຈຳນວນມະຫາສານ.

ແຕ່ສື່ມວນຊົນຂອງທາງການລາວ ບໍ່ໄດ້ເປີດເຜີຍຄວາມຈິງ ໃຫ້ສາທາຣະນະຊົນລາວ ຮູ້ຄວາມຈິງພໍເທົ່າໃດ. ເຖິງປານນັ້ນຍັງເວົ້າວ່າ ມາຮອດປີ 2019 ນີ້ ສື່ມວນຊົນລາວ ເຕີບໃຫຍ່ຂຍາຍຕົວ ຊຶ່ງນອກຈາກເປັນກະບອກສຽງຂອງພັກແລ້ວ ຍັງໄດ້ສົ່ງເສີມ ໃຫ້ປະຊາຊົນ ສະແດງຄວາມຄິດເຫັນ ສ່ອງແສງວິທີການ ດຳລົງຊີວິດ, ການທຳມາຫາກິນ ຂອງພວກເຂົາເຈົ້າ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານ ປາກຽຣຕ໌ ວິຣະວົງສ໌ ນັກຂຽນເອກຂອງລາວ ທີ່ປະເທດອອສເຕຣເລັຍ ໃຫ້ສຳພາດວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ສິງຫານີ້ວ່າ:

ໃນຄວາມເປັນຈິງ ຫລາຍຄົນເວົ້າວ່າ ບັນຫາຕ່າງໆທີ່ເກີດຂຶ້ນຢູ່ລາວ ຊຶ່ງສື່ມວນຊົນ ຂອງທາງການປົກປິດ ບໍ່ອອກຂ່າວນັ້ນ ກໍມີແຕ່ຮູ້ໄດ້ ຈາກການຣາຍງານ ຂອງປະຊາຊົນ ຜູ້ໃຊ້ສື່ສັງຄົມອອນລາຍ ທີ່ທາງການກຳລັງຂຸ້ນຂ້ຽວ ໃຫ້ພວກເຂົາເຈົ້າໄປ ຈົດທະບຽນ ດັ່ງທີ່ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖແລງຂ່າວ,ວັທນະທັມ ແລະທ່ອງທ່ຽວ ສປປລາວ ໃຫ້ສຳພາດສື່ມວນຊົນ ທາງການ ໃນໂອກາດວັນສື່ມວນຊົນ ແລະການພິມຈຳໜ່າຍຂອງພັກ ແລະ ຣັຖບານຄົບຮອບ 69 ປີ ໃນມື້ວັນທີ 13 ສິງຫານີ້ຕອນນຶ່ງວ່າ:

"ບັນດາສື່ສັງຄົມອອນລາຍ ທີ່ວ່າໄດ້ຮ່ວມແຮງຮ່ວມໃຈກັນສົ່ງແສງ ຂໍ້ມູນຂ່າວສານ ກໍຈົ່ງໄດ້ໃຫ້ຄວາມສນັບສນູນ ໃນການພ້ອມພາກັນ ມາຈົດທະບຽນ ເພື່ອພ້ອມກັນເຄື່ອນໄຫວ ຢ່າງຖືກຕ້ອງຕາມແນວທາງນະໂຍບາຍ ຂອງພັກ ກໍຄືຣະບຽບກົດໝາຍ ຂອງຣັຖຂອງພວກເຮົາ."

ເວົ້າເຖິງເຣຶ່ອງນີ້ ທ່ານ ປາກຽຣຕ໌ ຕອບຄຳຖາມວິທຍຸເອເຊັຍເສຣີທີ່ວ່າ:

ເວົ້າເຖິງເຣຶ່ອງພັກຄວບຄຸມສື່ມວນຊົນ ແລະການພິມຈຳໜ່າຍ ນອກຈາກພັກເປັນແກນນຳ ຣະບົບການເມືອງ ຄືດັ່ງທີ່ກຳນົດໄວ້ຢູ່ໃນມາດຕຣາ 3 ຂອງຣັຖທັມມະນູນ ນັ້ນແລ້ວ ຢູ່ໃນກົດໝາຍວ່າດ້ວຍ ສື່ມວນຊົນ ຜູ້ກຳອຳນາດໃນພັກ ກໍຍັງບົ່ງໄວ້ເຖິງ ມາດຕາການຕ່າງໆ ໃນຫລາຍ ມາດຕຣາ ຮວມທັງມາດຕຣາ 5 ຂໍ້ທີ 1 ທີ່ວ່າ ການເຄື່ອນໄຫວວຽກງານ ສື່ມວນຊົນ ໃຫ້ປະຕິບັດຕາມຫລັກການ ຮັບປະກັນການເປັນ ກະບອກສຽງ ຂອງການຈັດຈັ້ງພັກ; ມາດຕຣາ 19 ກຳນົດເອົາໄວ້ວ່າ ເນື້ອໃນ ແລະຮູບການຂອງສື່ມວນຊົນ ທຸກປະເທດ ຕ້ອງແນໃສ່ ປຸກຣະດົມ ແລະແນະນຳມະຫາຊົນ ຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ… ແລະມາດຕຣາ 83 ກໍເວົ້າເຖິງມາດຕາການລົງໂທດ ທັງທາງແພ່ງ ແລະທາງອາຍາ ທີ່ຜູ້ຖືກກ່າວຫາສາມາດ ຖືກຈັບໃສ່ຄຸກດົນນານ ເຖິງ 20 ປີ ກໍມີ.

ແຕ່ເຖິງຢ່າງໃດກໍຕາມ ທ່ານ ປິ່ນປາດຖະໜາ ກໍຍັງຢືນຢັນວ່າ ຈະຢຶດໝັ້ນອຸດົມການ ແລະໜ້າທີ່ການເມືອງ ຂອງສື່ມວນຊົນ ແລະການພິມ ຈຳໜ່າຍ ທີ່ເປັນກະບອກ ສຽງອັນແຫລມຄົມຂອງພັກຕໍ່ໄປ:

"ສື່ມວນຊົນເຮົາບໍ່ໄດ້ປ່ຽນ ອຸດົມການ, ອຸດົມການອັນສູງສຸດຂອງເຮົາ ໜ້າທີ່ການເມືອງອັນສູງສົ່ງຂອງເຮົາ ແມ່ນຮັບໃຊ້ ພະລະກິດປົກປັກ ຮັກສາ ແລະ ພັທນາປະເທດ ເປັນກະບອກສຽງ ອັນແຫລມຄົມ ຂອງພັກ."

ກ່ຽວກັບ ເຣຶ່ອງທີ່ວ່ານີ້ ທ່ານ ປາກຽຣຕ໌ ຕອບຄຳຖາມວິທຍຸເອເຊັຍເສຣີທີ່ວ່າ…

ຍ້ອນອຸດົມການ ແລະໜ້າທີ່ການເມືອງ ຂອງສື່ມວນຊົນ ແລະການພິມຈຳໜ່າຍ ຄືແນວນັ້ນ ຫລາຍຄົນຈຶ່ງເວົ້າວ່າ ຕລອດໄລຍະ 69 ປີ ມານີ້ຢູ່ ສປປລາວ ເກືອບວ່າບໍ່ມີເສຣີພາບ ທາງດ້ານການຂ່າວຈັກດີ້, ປະຊາຊົນຖືກຈຳກັດຮັດແຄບ, ຖືກກົດດັນ ແລະ ປາບປາມ ໄປເຖິງການຈັບກຸມຄຸມຂັງປະຊາຊົນ ຜູ້ມີແນວຄຶດຕ່າງ ແບບໄຮ້ມະນຸດສະທັມ ຈົນວ່າໃນປີ 2019 ນີ້ຖືກອົງການຂ່າວບໍ່ມີພົມແດນ ຈັດ ສປປລາວ ໃຫ້ຢູ່ອັນດັບທີ 170 ໃນຈຳນວນ 180 ປະເທດໃນໂລກ ທີ່ຂາດເສຣີພາບທາງດ້ານການຂ່າວ.

ການຈັດອັນດັບຂອງອົງການຂ່າວບໍ່ມີພົມແດນ ທີ່ວ່ານັ້ນທ່ານ ປາກຽຣຕ໌ ກ່າວວ່າ ຄວນຈັດໃຫ້ຢູ່ໃນອັນດັບຂີ້ຮ້າຍໄປກວ່ານັ້ນອີກ:

ເມື່ອຖາມເຖິງວ່າ ເປົ້າໝາຍຕົ້ນຕໍຂອງສື່ມວນຊົນ ແລະການພິມຈຳໜ່າຍ ຂອງ ທາງການລາວ ວ່າແມ່ນຫຍັງກັນແທ້ນັ້ນ ທ່ານ ປາກຽຣຕ໌ ວິຣະວົງສ໌ ກ່າວວ່າ:

ເວົ້າສະເພາະ ສື່ສັງຄົມອອນລາຍ ທີ່ປະຊາຊົນລາວໃຊ້ເປັນສິ່ງສື່ສານ ໃຫ້ສາທາຣະນະຊົນ ຮູ້ຈັກກ່ຽວກັບເຣຶ່ອງລາວຕ່າງໆ ຊຶ່ງເກີດຂຶ້ນຢູ່ ພາຍໃນປະເທດ ທີ່ທາງ ການປິດບັງ ເຊື່ອງອຳໄວ້ ຍ້ອນຢ້ານເສັຍບົດບາດ ການນຳຂອງພັກນັ້ນ ຖືກຈຳກັດຮັດແຄບ ດ້ວຍຮູບການ ແລະວິທີການຕ່າງໆ ແລະມີແນວໂນ້ມຮຸນແຮງຂຶ້ນນຳເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.