ຣັຖບານລາວຕິດໜີ້ ຈີນ 1.6 ຕື້ ໂດລາ

ຈໍາປາທອງ
2019.12.11
F-Gov ຣັຖບານ ສປປລາວ ຕິດໜີ້ ຕ່າງປະເທດ ຢ່າງ ມະຫາສານ ເປັນຕົ້ນ ທະນາຄານ ພັທນາເອເຊັຽ, ທະນາຄານໂລກ ແລະ ຕິດໜີ້ ຈີນ ປະເທດດຽວ ກໍຍັງເຖິງ 1 ຕື້ 600 ປາຍລ້ານ ໂດລາ ສະຫະຣັຖ.( ຮູບຖ່າຍ ເດືອນມິຖຸນາ 2019 )
RFA

ຣັຖບານລາວ ຕິດໜີ້ຕ່າງປະເທດ ຢ່າງ ມະຫາສານ ເປັນຕົ້ນ ທະນາຄານພັທນາເອເຊັຍ, ທະນາຄານໂລກ ແລະ ຣັຖບານຈີນປະເທດດຽວ ກໍຍັງຕິດໜີ້ເຖິງ 1 ຕື້ 600 ປາຍລ້ານ ໂດລາ ສະຫະຣັຖ ໂດຍຫວັງທີ່ຈະໃຫ້ຕ່າງປະເທດ ເຂົ້າມາຂຸດຄົ້ນເອົາ ແຮ່ທາດອັນປະເສີດຕ່າງໆ ຢ່າງຫຼວງຫຼາຍຂອງລາວເປັນສິ່ງໃຊ້ແທນຄືນ. ເວົ້າສະເພາະແຕ່ໂຄງການສ້າງທາງຣົດໄຟ ຄວາມໄວສູງລາວ-ຈີນ ທາງການລາວກໍຕົກລົງ ມອບ 2 ບໍ່ແຮ່ໃຫຍ່ ໃຫ້ຣັຖບານຈີນ ຂຸດຄົ້ນ ແລະເອົາໄປ.

ຕໍ່ຄຳຖາມຂອງສະມາຊິກສະພາແຫ່ງຊາດລາວ ກ່ຽວກັບການເປັນໜີ້ຂອງ ສປປລາວ ໃນກອງປະຊຸມສມັຍສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ 8 ທີ່ຫາກໍສິ້ນສຸດລົງນີ້ ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງການເງິນ ເວົ້າແບບອືດໆອາດໆວ່າ ຣັຖບານລາວ ຕິດໜີ້ເຖິງ 60% ຂອງລວມຍອດມູນຄ່າຜລິດຕະພັນ ພາຍໃນ ຄືເປັນເທື່ອທຳອິດ ທີ່ທາງການລາວ ປະກາດອອກມາວ່າ ຣັຖບານ ສປປລາວ ເປັນໜີ້ສາທາຣະນະ 60% ໃນຂນະທີ່ ນັກຊ່ຽວຊານດ້ານການເງິນ ຂອງ ທະນາຄານໂລກ ປະຈຳລາວ ຢືນຢັນວ່າ ໜີ້ສິນສາທາຣະນະຂອງຣັຖບານລາວ ຫຼາຍກວ່າ 60% ຂອງລວມຍອດມູນຄ່າຜລິດຕະພັນ ພາຍໃນ ຫຼື GDP ຂອງລາວ ມີມາຕັ້ງແຕ່ປີ 2016 ທີ່ເປັນໜີ້ເຖິງ 9 ຕື້ ໂດລາສະຫະຣັຖ.

ຕາມຣາຍງານຂອງທະນາຄານໂລກ ເມື່ອປີ 2016 ແລະ ທັງວ່າ ໜີ້ຂອງຣັຖບານລາວ ເພີ່ມຂຶ້ນເປັນ 65,3% ຄືເທົ່າກັບ 10 ຕື້ ໂດລາ ສະຫະຣັຖ ໃນປີ 2018 ແລະທັງຍັງຈະເພີ່ມຂຶ້ນເປັນ 68% ໃນປີ 2019 ແລະ ຫຼາຍກວ່າ 70% ໃນປີ 2020 ຊຶ່ງເປັນປີສິ້ນສຸດ ຂອງ ແຜນພັທນາເສຖກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງ ຣັຖບານລາວ ອັນເປັນການຍາກທີ່ສຸດ ທີ່ຈະໃຊ້ແທນຄືນໄດ້ ຕາມກຳນົດເວລາ.

ທ່ານ ສົມດີ ດວງດີ ກ່າວເຖິງເຣຶ່ອງການແກ້ໄຂບັນຫາ ໜີ້ສາທະຣະນະ ໃນປີໜ້າ ຄືປີ 2020 ວ່າມີຄວາມຫຍຸ້ງຍາກ ແລະເປັນເຣຶ່ອງທີ່ ທ້າທາຍຫລາຍ ທີ່ຈະຊຳຣະເງິນໜີ້ສິນ ໄດ້ຢ່າງຄົບຖ້ວນ ຍ້ອນບໍ່ມີງົບປະມານ ພຽງພໍ ດັ່ງທີ່ທ່ານກ່າວຕໍ່ ກອງປະຊຸມ ສະພາ ແຫ່ງຊາດວ່າ:

"ຕ້ອງການເງິນເພື່ອມາດຸນດ່ຽງ ຊຳຣະຕົ້ນທຶນເງິນກູ້ຕ່າງໆ 10,347 ຕື້ກີບ. ອັນນີ້ຖືວ່າເປັນຄວາມຕ້ອງການ ແຫລ່ງທຶນທີ່ສູງ ຖືວ່າເປັນ ແຫລ່ງດຸນດ່ຽງ ທີ່ຫລາຍພໍສົມຄວນ ເພື່ອຈະຊອກທຶນມາແກ້ໄຂ ການດຸນດ່ຽງ ຂອງພວກເຮົາໃນປີ 2020."

ຕາມຄຳເວົ້າຂອງທ່ານ ໃນການຊຳຣະເງິນ ກູ້ຢືມທີ່ວ່ານີ້ ປະກອບດ້ວຍ 2 ພາກພາກສ່ວນ ຄືການຊຳຣະເງິນກູ້ຢືມ ຕ່າງປະເທດ 5,759 ຕື້ກີບ ແລະ ເງິນກູ້ຢືມພາຍ ໃນປະເທດ 4,588 ຕື້ກີບ. ເງິນຈຳນວນທີ່ວ່ານີ້ ຍັງບໍ່ໄດ້ລວມດອກເບັ້ຽ ທີ່ຈະຕ້ອງໄດ້ຊຳຣະ ນຳດ້ວຍ.

ໃນການແກ້ໄຂບັນຫາດັ່ງກ່າວ ທ່ານ ສົມດີ ດວງດີ ເວົ້າວ່າ ມີມາດຕະການເພື່ອເຮັດໃຫ້ສາມາດ ຊຳຣະໜີ້ ສາທາຣະນະ ໄດ້ຄົບຖ້ວນ ຕາມແຜນ ໃນປີ 2020 ຄື ຣັຖບານຈະສຸມໃສ່ ວຽກງານກວດກາ ໃຫ້ເຂັ້ມງວດເພິ່ມຂຶ້ນ ເພື່ອບໍ່ໃຫ້ງົບປະມານ ຮົ່ວໄຫລ ພ້ອມທັງສັ່ງໃຫ້ ທຸກອົງການ ແລະ ໜ່ວຍງານຂອງຣັຖ ທົ່ວປະເທດ ປະຢັດ ດັ່ງທີ່ທ່ານກ່າວວ່າ:

"ມາດຕະການປີ 2020 ນີ້ຈະສຸໃສ່ປະຕິບັດ ເປັນຕົ້ນແມ່ນການແກ້ໄຂການຮົ່ວໄຫລ ຂອງງົບປະມານ ການດຳເນີນມາດຕະການ ປະຢັດ ຣາຍຈ່າຍ ບໍຣິຫານຢ່າງເຂັ້ມງວດ ປັບປຸງການຄຸ້ມຄອງ ແຫລ່ງຣາຍຮັບ."

ເຈົ້າໜີ້ຣາຍໃຫຍ່ຂອງຣັຖບານລາວ ຄືທະນາຄານພັທນາເອເຊຍ, ທະນາຄານໂລກ ແລະຣັຖບານຈີນ. ແລະກໍຄາດກັນວ່າ ຈີນຈະກ້າວຂຶ້ນ ເປັນເຈົ້າໜີ້ອັນດັບ 1 ຂອງລາວ ໃນອີກ 3 ປີຕໍ່ໜ້າ ຂະນທີ່ເຈົ້າໜ້າທີ່ຂັ້ນສູງຂອງກະຊວງການເງິນ ສປປລາວ ເປີດເຜີຍວ່າ ນັບແຕ່ປີ 1990 ມາເຖິງປັດຈຸບັນ ຣັຖບານຈີນ ໃຫ້ ການຊ່ອຍເຫຼືອລ້າແກ່ຣັຖບານ ສປປລາວ 5,900 ລ້ານຢວນ, ໃຫ້ກູ້ແບບບໍ່ມີດອກເບັ້ຍ 1,300 ລ້ານຢວນ ແລະເງິນກູ້ພິເສດດອກເບັ້ຍຕ່ຳ 11,000 ພັນປາຍລ້ານຢວນ ຫຼືເກືອບ 1,630 ລ້ານໂດລາສະຫະຣັຖ. ຈຳນວນເງິນທີ່ເວົ້າມານັ້ນ ຍັງບໍ່ນັບເງິນຈຳນວນ 4 ພັນ ລ້ານຢວນ ທີ່ທ່ານ ສີ ຈິ່ນຜິງ ຫົວໜ້າພັກຄອມມິວນິສຈີນ ປະທານປະເທດຈີນ ໄດ້ຊ່ອຍເຫຼືອລາວໃນໂອກາດ ທີ່ທ່ານມາຢ້ຽມຢາມ ລາວ ເມື່ອປີ 2018, ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ຂັ້ນສູງຂອງກະຊວງການເງິນ ສປປລາວ.

ຈີນ ເປັນຜູ້ລົງທຶນອັນດັບທີ 1 ຢູ່ ສປປລາວ ເປັນມູນຄ່າທັງໝົດຫລາຍກວ່າ 11,500 ລ້ານ ໂດລາສະຫະຣັຖ ໃນ 779 ໂຄງການ ເປັນຕົ້ນແມ່ນການລົງທຶນ ສ້າງໂຄງຮ່າງພື້ນຖານ, ເຊັ່ນເຂື່ອນໄຟຟ້າ ເຂດເສຖກິດຕ່າງໆ, ທາງຣົດໄຟຄວາມໄວສູງ ລາວ-ຈີນ, ທາງດ່ວນ ແລະເຄື່ອຂ່າຍສາຍສົ່ງໄຟຟ້າແຮງສູງ ທີ່ເປັນໂຄງການຮ່ວມທຶນ ໂດຍທີ່ຣັຖບານ ສປປລາວ ໄດ້ກູ້ຢືມທຶນຈາກຈີນ ອັນເຮັດໃຫ້ສາມາດ ຄາດຄະເນໄດ້ວ່າ ຣັຖບານ ສປປລາວ ຈະເປັນໜີ້ເງິນກູ້ຈາກ ຣັຖບານຈີນ ເພີ່ມຂຶ້ນຫລາຍກວ່າ 20,000 ລ້ານຢວນ ໃນປີ 2021 ແລະ ທັງຈະຕ້ອງໄດ້ເພິ່ງພາອາສັຍຈີນ ດ້ານວິທຍາສາດ ແລະ ເທັກໂນໂລຊີ ຫຼາຍຂຶ້ນນຳດ້ວຍ.

ເວົ້າເຖິງການເປັນໜີ້ສາທາຣະນະ ຊຶ່ງຣັຖບານລາວ ຈະຕ້ອງໄດ້ໃຊ້ແທນຄືນ ທັງຕົ້ນທັງດອກ ໃຫ້ເຈົ້າໜີ້ເປັນຈຳນວນຫຼວງຫຼາຍ ນັ້ນ ທ່ານ ປາກຽນ ວິຣະວົງ ນັກຮຽນຮູ້ປັນຍາຊົນ ອາວຸໂສລາວ ທີ່ປະເທດອ໊ອສເຕຣເລັຍ ຣັຖບານຍັງ ຈະຊອກກູ້ຢືມຢູ່ຕໍ່ໄປ ຈົນກວ່າວ່າຕ່າງປະເທດ ຈະຕີຣາຄາວ່າ ບໍ່ມີຄຸນສົມບັດ ທີ່ຈະຢືມເງິນໄດ້, ຕາມຄຳເວົ້າທີ່ທ່ານໃຫ້ສຳພາດ ວິທຍຸເອເຊັຍເສຣີ ໃນຂນະທີ່ກອງປະຊຸມ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ 8 ຍັງດຳເນີນຢູ່ ນັ້ນຕອນນຶ່ງວ່າ:

"ເຣຶ່ອງເມືອງລາວຢືມເງິນຫັ້ນເກາະ ເພິ່ນຢືມເງິນນີ້ ເພິ່ນຢືມຈົນຕິດເປັນນິສັຍແລ້ວ ເງິນຢືມໄປຫັ້ນ ແທ້ຈິງແລ້ວຫັ້ນເງິນ ມັນບໍ່ເຂົ້າຣັຖ ບໍ່ ເຂົ້າຫລວງ ບໍ່ເຂົ້າຄັງເງິນຫັ້ນເກາະ ເງິນທີ່ຫາຢືມມາໄດ້ຫັ້ນເກາະ ມາຈ່າຍມະລຸມຊຸມຊົ້ວ ມັນກາຍຈາກຄຳວ່າຮົ່ວໄຫລ ມັນໄຫລລາມໄປໝົດ ຕັ້ງແຕ່ຍອດ ຕັ້ງແຕ່ກົກເຖິງປາຍເລີຍ ບາດນີ້ຫັ້ນເພິ່ນກະຫາເງິນຕຣາຕ່າງປະເທດບໍ່ໄດ້ ເພາະສະນັ້ນເງິນເພິ່ນຢືມໄປກ້ອນໃດ ທີ່ວ່າເພິ່ນ ຢືມໄດ້ ແລ້ວຫັ້ນນະ ກໍຕ້ອງຢືມໃໝ່ອີກ ຕ້ອງຢືມໃໝ່ອີກ ຕ້ອງຢືມໃໝ່ອີກເລື້ອຍໆ ຢືມຈົນເປັນ ນິສັຍແລ້ວ ແລ້ວມາຕິດໜີ້ ແນ່ນອນເພິ່ນ ສິຕິດຂຶ້ນ ນັບມື້ຈົນວ່າເຂົາສິກາງເພິ່ນເປັນປະເທດ ທີ່ບໍ່ມີຄຸນສົມບັດ ໃນການຢືມເງິນໄດ້ພຸ້ນແຫລະ."

ການເປັນໜີ້ສາທາຣະນະ ອັນມະຫາສານ ຂອງຣັຖບານ ສປປລາວ ທີ່ຈະຕ້ອງໄດ້ໃຊ້ທັງໜີ້ ທັງດອກເບັ້ຽເປັນຈຳນວນຫຼວງຫຼາຍໃນແຕ່ລະປີ ມີຂຶ້ນໃນຂນະທີ່ປະເທດ ຍັງທຸກຍາກຂາດເຂີນ ການພັທນາເສຖກິດ-ສັງຄົມ ອາໃສແຕ່ການຊ່ອຍເຫລືອ ຂອງ ຕ່າງປະເທດ ເປັນຕົ້ນຕໍນັ້ນ ກະທົບໂດຍກົງຕໍ່ອັນທີ່ວ່າ ຈະເຮັດໃຫ້ ສປປລາວ ຫຼຸດພົ້ນອອກຈາກສະຖານະພາບ ການເປັນປະເທດດ້ອຍພັທນາ ຊຶ່ງ ອົງການສະຫະ ປະຊາຊາດ ຈະປະເມີນເປັນຄັ້ງທີສອງໃນປີ 2021 ທີ່ຈະມາເຖິງນີ້ ແລະຖ້າຫາກວ່າ ການປະເມີນຜ່ານ ກໍຈະສາມາດປະກາດຫຼຸດພົ້ນ ອອກໄດ້ ໃນປີ 2024 ຂນະທີ່ຊຸມປີທີ່ຜ່ານ ແລະໃນປີ 2019 ນີ້ ການເຕີບໂຕເສຖກິດຂອງລາວ ກໍຄາດວ່າ ຈະຂຍາຍຕົວຢູ່ໃນລະດັບ 6,4% ຄືບໍ່ໄດ້ຕາມທີ່ມະຕິ ກອງປະຊຸມໃຫຍ່ ຄັ້ງລ້າສຸດຂອງພັກ ປະຊາຊົນ ປະຕິວັດລາວ ຜູ້ຜູກຂາດອຳນາດ ແບບຜະເດັດການພັກດຽວ ທີ່ກຳນົດເອົາໄວ້ ໃນແຜນພັທນາເສຖກິດ-ສັງຄົມ 5 ປີ ຄັ້ງທີ 8 ແຕ່ 2016 ຫາ 2020 ທີ່ວ່າຈະບໍ່ໃຫ້ຫຼຸດ 7,5% ຕໍ່ປີ.

ແຕ່ເຖິງຢ່າງໃດກໍຕາມ ເພື່ອຄວາມກະຈ່າງຕື່ມກ່ຽວກັບ ເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ ຂໍຄວາມເຫັນຈາກ ກົມເສຖກິດ ກະຊວງການຕ່າງປະເທດ, ກົມພົວພັນ ແລະຜແນກໜີິ້ສິນ ກະຊວງການເງິນ, ກົມແຜນການ, ຜແນກສະຖາບັນ ການເງິນສາກົນ ແລະ ສະຖາບັນຄົ້ນຄວ້າເສຖກິດແຫ່ງຊາດ ຂອງກົມຮ່ວມມືສາກົນ ກະຊວງແຜນການ ແລະການລົງທຶນ. ແຕ່ບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.