ສປປລາວມີກົດໝາຍແຕ່ບໍ່ ນໍາໃຊ້

ກົດໝາຍ ຂອງ ສປປລາວ ທີ່ ມີຢູ່ໃນ ບັນຊີ ຂອງ ສະພາ ແຫ່ງຊາດ ຊຶ່ງ ປະກອບ ດ້ວຍ ກົດໝາຍ ໃນຂົງເຂດ ວັທນະທັມ ສັງຄົມ ເສຖກິດ ແລະ ໃນ ຂົງເຂດ ການ ປົກຄອງ ແລະ ຄຸ້ມຄອງ ຣັຖ ລວມກັນ ທັງໝົດ ມີ 100 ສະບັບ. ກົດໝາຍ ໃໝ່ ກໍມີ ທັງ ກົດໝາຍ ວ່າດ້ວຍ ວິທຍາສາດ ເທັກໂນໂລຈີ, ກົດໝາຽ ວ່າດ້ວຽ ການ ປະກັນ ສັງຄົມ, ກົດໝາຍ ວ່າດ້ວຍ ສະຫະພັນ ແມ່ຍິງ ລາວ ແລະ ໃນດ້ານ ການສຶກສາ ນອກຈາກ ນັ້ນ ກໍມີ ກົດໝາຍ ວ່າດ້ວຽ ອາຊີວະ ສຶກສາ ທີ່ ຖືກ ຮັບຮອງ ເອົາຢູ່ໃນ ກອງປະຊຸມ ສະໄໝ ສາມັນ ເທື່ອທີ 6 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ທີ່ ຜ່ານມານີ້. ແຕ່ ປາກົດ ວ່າ ກົດໝາຍ ເຫລົ່ານັ້ນ ບໍ່ໄດ້ ຮັບການ ຈັດຕັ້ງ ປະຕິບັດໃຫ້ເກີດຜົລ ເປັນຈິງ ພໍເທົ່າໃດ. ດັ່ງ ຊາວລາວ ທ່ານນຶ່ງ ເວົ້າວ່າ ເພີ່ນມີແຕ່ ກົດໝາຽ ແຕ່ກໍບໍ່ ປະຕິບັດ ຫຼາຽເຣື່ອງ:

"ຢູ່ບ້ານເຮົາ ມັນເວົ້າ ເຣື່ອງ ການຈັດຕັ້ງ ປະຕິບັດ ເພີ່ນມີແຕ່ ກົດໝາຽ ຢ່າງດຽວ ແຕ່ການ ປະຕິບັດ ເພີ່ນ ບໍ່ໄດ້ ປະຕິບັດ ຫຼາຍໆເຣື່ອງ ໂຕນີ້ ມັນຍາກ ກົດໝາຍ ມັນຂຽນໄດ້ ຜູ້ໃດ ກໍຂຽນ ໄດ້ ແນວມີກອບ ແລະ ກະມາແກ້ ແດ່ ແມ່ນບໍ ກົດໝາຽ ຢູ່ປະເທສ ລາວ ດຽວນີ້ ກໍຈົນນັບ ແທບບໍ່ຫຼ້ອນ ແລ້ວ".

ກົດໝາຍ 100 ສະບັບ ບໍ່ສັກສິດ ພໍເທົ່າໃດ ບໍ່ວ່າ ຈະແມ່ນ ກົດໝາຍ ວ່າດ້ວຍ ການຕ້ານ ສໍ້ຣາດ ບັງຫລວງ, ກົດໝາຍ ວ່າດ້ວຍ ຢາເສບຕິດ, ກົດໝາຽ ວ່າດ້ວຍ ປ່າໄມ້, ກົດໝາຍ ວ່າດ້ວຍ ແຮ່ທາດ ແລະ ແມ່ນແຕ່ ກົດໝາຍ ວ່າດ້ວຽ ສື່ມວນຊົນ ກໍຍັງມີ ໄວ້ພໍ ເປັນ ອັນອ້າງ ປະຊາຊົນ ລາວ ແລະ ຊາວໂລກ ເທົ່ານັ້ນ.

ເວົ້າເຖິງ ກົດໝາຍ ລາວ ທີ່ ຖືກ ປະຕິບັດ ບໍ່ເຂັ້ມງວດ ບໍ່ສັກສິດ ນັ້ນ ບໍ່ພຽງແຕ່ ມີການ ຈົ່ມວ່າ ຢູ່ໃນ ສັງຄົມ ເທົ່ານັ້ນ ແມ່ນແຕ່ ທ່ານ ຈູມມະລີ ໄຊຍະສອນ ຜູ້ ເປັນຫົວໜ້າ ພັກ ທີ່ ຜູກຂາດ ອໍານາດ ກໍຍັງຮັບ ຢູ່ໃນ ກອງປະຊຸມ ໃຫຍ່ ຄັ້ງລ່າ ສຸດ ຂອງພັກວ່າ:

"ການຄຸ້ມຄອງ ຣັຖ, ຄຸ້ມຄອງ ສັງຄົມ ມີຫຼາຽດ້ານ ບໍ່ທັນ ສັກສິດ, ເຂັ້ມງວດ ຕາມທີ່ ຣະບຸໄວ້ ໃນ ກົດໝາຍ".

ເຊັ່ນ ກົດໝາຍ ວ່າດ້ວຍ ການຕ້ານ ການສໍ້ຣາດ ບັງຫລວງ ທີ່ ມາດຕຣາ 2 ແລະ 11 ກໍານົດ ເອົາໄວ້ ເຖິງ ພຶດຕິກັມ ຂອງ ຄົນ ທີ່ສວຍໃຊ້ ຕໍາແໜ່ງ ສິດ ໃນໜ້າທີ່ ເອົາ ຊັພ ຂອງຣັຖ, ລວມໝູ່ ຫລື ບຸກຄົນ, ສໍ້ໂກງ ການປະມູນ ຫລື ການ ສໍາປະ ທານ, ຍັກຍອກ ສໍ້ໂກງ, ຮັບສິນບົນ ແລະ ຂໍ້ຫ້າມ ອື່ນໆອີກ ຫຼາຍຢ່າງ ກໍ ບໍ່ສັກສິດ ເພາະ ພວກມິສິດ ມີອໍານາດ ໃນຄະນະ ນໍາ ຂອງພັກ ແລະ ຣັຖບາລ ຈໍານວນ ບໍ່ໜ້ອຍ ສວຍ ໂອກາດ ສໍ້ໂກງ ຍັກຍອກ ຢ່າງ ຫລວງຫລາຍ ຈົນວ່າ ເມື່ອ ປີ 2013 ອົງການ ເພື່ອ ຄວາມໂປ່ງໄສ ສາກົນ ຈັດໃຫ້ ສປປລາວ ເກືອບວ່າ ຢູ່ໃນກຸ່ມ ປະເທສ ທີ່ມີ ການ ສໍ້ຣາດ ບັງຫລວງ ຫລາຍ ທີ່ສຸດ ໃນໂລກ ແມ່ນ ແຕ່ ທ່ານ ຈູມມະລີ ກໍຍັງຮັບ ວ່າ ສະມາຊິກ ພັກ ຈໍານວນ ບໍ່ໜ້ອຍ ຫລິ້ນກິນ ຟຸມເຟືອຍ ສວຍ ໂອກາດ ສໍ້ຣາດ ບັງຫລວງ ແລະ ກົດໝາຍ ອື່ນໆ ເຊັ່ນກົດໝາຍ ວ່າດ້ວຽ ປ່າໄມ້ ແລະ ກົດໝາຍ ວ່າດ້ວຍ ແຮ່ທາດ ຊຶ່ງ ເປັນທາດ ທີ່ ບໍ່ສາມາດ ສ້າງຂຶ້ນໃໝ່ ໄດ້ນັ້ນ ກໍກໍານົດ ໄວ້ເຖິງ ຫລັກການ, ຣະບຽບການ ແລະ ມາຕການ ກ່ຽວກັບ ການຄຸ້ມຄອງ, ການ ປົກປັກ ຮັກສາ ແລະ ການພັທນາ ເຂດ ແຮ່ທາດ ຢ່າງຍືນຍົງ ແລະ ນໍາໃຊ້ ຊັພຍາກອນ ປ່າໄມ້ ແບບ ຍືນຍົງ, ເຮັດໃຫ້ ທັມຊາດ ມີຄວາມ ສົມບູນ ແຕ່ຄວາມ ເປັນຈິງ ທັງໄມ້ ແລະ ແຮ່ທາດ ຊຶ່ງເປັນ ຊັພຍາກອນ ທັມຊາດ ອັນລໍ້າຄ່າ ຖືກຂຸດ ຄົ້ນ ອອກໄປ ຢ່າງ ຫລວງຫລາຍ ຈົນ ປ່າຕຶບ ດົງໜາ ຢູ່ລາວ ເກືອບ ທຸກແຫ່ງ ເປົ່າແປນ ແລະແຮ່ທາດ ຫລຸດໜ້ອຍ ລົງ ເປັນຕົ້ນ ຄໍາຢູ່ ເຊໂປນ ແຂວງ ສວັນນະເຂດ ກໍຈົນວ່າ ໝົດ.

ຂໍ້ກໍານົດ ຕ່າງໆ ບໍ່ພຽງແຕ່ ຢູ່ໃນ ກົດໝາຍ ເທົ່ານັ້ນ ບໍ່ສັກສິດ ແມ່ນແຕ່ ຢູ່ໃນ ຣັຖທັມນູນ ກໍ ເຊັ່ນດຽວກັນ. ອັນທີ່ ມາດຕຣາ 44 ຂອງ ຣັຖທັມນູນ ວ່າ ພົລເມືອງ ລາວ ມີສິດ ເສຣີພາບ ໃນ ການປາກເວົ້າ, ຂີດຂຽນ, ໂຮມ ຊຸມນຸມ, ຈັດຕັ້ງ ສະມາຄົມ ແລະ ເດີນຂະບວນ ແລະ ມາດຕຣາ 43 ທີ່ວ່າ ພົລເມືອງ ລາວ ມີສິດ ເສຣີ ພາບ ໃນ ການເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ ນັ້ນ ໃນພາກ ຕົວຈິງແລ້ວ ແມ່ນ ປະຕິປັດ ບໍ່ໄດ້ ພໍເທົ່າໃດ, ມີການ ຈໍາກັດ ຮັດແຄບ, ກົດດັນ, ຈັບກຸມ ຄຸມຂັງ ເຊັ່ນ ປະຕິບັດ ຕໍ່ບັນດາ ຜູ້ນໍາ ຂະບວນ ນັກສຶກສາ 26 ຕຸລາ ແລະ ເມື່ອ ບໍ່ດົນ ມານີ້ ອົງການ ຕິດຕາມ ເບິ່ງການ ນັບຖື ສາສນາ ໃນລາວ ຣາຍງານວ່າ ຊາວລາວ ຄຣິສຕຽນ 6 ຄອບຄົວ ທີ່ບ້ານ ນາຕາຮໍ ເມືອງ ພີນ ແຂວງ ສວັນນະເຂດ ຖືກ ເຈົ້າໜ້າທີ່ ທ້ອງຖິ່ນ ຂົ່ມຂູ່ ແລະ ບັງຄັບໃຫ້ ປະລະ ຄວາມເຊື່ອຖື; ຍ້ອນ ພວກເຂົາເຈົ້າ ບໍ່ຍອມ ຈຶ່ງຖືກໄລ່ ອອກຈາກ ໝູ່ບ້ານ ໄປຢູ່ ບ່ອນ ໃໝ່ ຈົນມາຮອດ ຂະນະນີ້ ກໍຍັງ ບໍ່ມີຂ່າວ ວ່າ ພວກເຂົາເຈົ້າ ກັບຄືນ ໄປຢູ່ ບ້ານເດີມ ຫຼືຍັງ.

ທີ່ເວົ້າມາ ນັ້ນ ຄືກົດໝາຍ ລາວ ມີຫລາຍ ສະບັບ ສົມຄວນ ໃນຣະຍະ 38 ປີ ມານີ້ ແຕ່ບໍ່ໄດ້ ຮັບການ ຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງ ພໍເທົ່າໃດ. ແຕ່ ເຖິງຢ່າງໃດ ກໍຕາມ ທາງການ ລາວ ກໍວ່າ ຈະສ້າງ ກົດໝາຍ ແລະ ປັບປຸງ ກົດໝາຍ ໃຫ້ຫລາຍ ຂຶ້ນຕື່ມ, ເຮັດໃຫ້ ສປປລາວ ກາຍເປັນຣັຖ ແຫ່ງ ກົດໝາຍ ອັນມີທັງ ກົດໝາຍ ວ່າດ້ວຽ ການສ້າງ ນິຕິກັມ ຊຶ່ງ ເມື່ອ ຕົ້ນປີນີ້ ກະຊວງ ຍຸຕິທັມ ກໍໄດ້ຈັດ ກອງປະຊຸມ ສັງເກດ ຕີຣາຄາ ສະພາບການ ຈັດຕັ້ງ ປະຕິບັດ ກົດໝາຍ ນັ້ນ ແຕ່ບໍ່ມີ ຣາຍງານ ເຖິງຜົລ ທີ່ໄດ້ຮັບ ແນວໃດ, ມີແຕ່ ເວົ້າເຖິງ ແຜນການ ສ້າງ ແລະ ປັບປຸງ ກົດໝາຍ ໃນສົກປີ 2014 2015 ຂອງ ຂແນງການ ຕ່າງໆ ທີ່ວ່າ ຈະໃຫ້ໄດ້ 36 ສະບັບ. ໃນນັ້ນ ປີ 2014 ມີແຜນ ຈະອອກ ກົດໝາຍໃໝ່ 13 ສະບັບ ແລະ ປີ 2015 ອີກ 11 ສະບັບ.

ເວົ້າເຖິງ ການສ້າງ ກົດໝາຍ ໃໝ່ ຢູ່ ສປປລາວ ຫລາຍໆຄົນ ອາຈຍັງ ບໍ່ທັນ ຮູ້ວ່າ ແມ່ນພາກ ສ່ວນໃດ ມີສິດ ສເນີຮ່າງ ກົດໝາຍ ນັ້ນ. ກ່ຽວກັບ ເຣື່ອງນີ້ ມາດຕຣາ 59 ຂອງ ຣັຖທັມນູນ ກໍານົດ ເອົາໄວ້ວ່າ ອົງການ ຈັດຕັ້ງ ແລະ ບຸກຄົນ ທີ່ມີສິດ ສເນີ ອອກຮ່າງ ກົດໝາຍ ຄື: 1. ປະທານປະເທສ 2. ຄະນະ ປະຈໍາ ສະພາ ແຫ່ງຊາດ 3. ຣັຖບາລ 4. ສານ ປະຊາຊົນ ສູງສຸດ 5. ອົງການ ອັຍການ ປະຊາຊົນ ສູງສຸດ ແລະ 6. ແນວ ລາວ ສ້າງຊາດ ແລະ ອົງການ ຈັດຕັ້ງ ມະຫາຊົນ ຂັ້ນ ສູນກາງ, ອັນໝາຍ ເຖິງ ສະຫະພັນ ກັມບານ ລາວ, ຄະນະ ຊາວໝຸ່ມ ປະຊາຊົນ ປະຕິວັດ ລາວ ແລະ ສະຫະພັນ ແມ່ຍິງລາວ ທີ່ ເປັນເຄື່ອງມື ຮັບໃຊ້ ຜົລ ປະໂຫຍດ ຂອງພັກ ເທົ່ານັ້ນ.

ຢ່າງໃດກໍຕາມ ການພັທນາ ກົດໝາຍ ຢູ່ ສປປລາວ ກໍໄດ້ຮັບ ການ ຊ່ວຍເຫລືອ ຈາກ ອົງການ ຈັດຕັ້ງ ສາກົນ ແລະ ຫລາຍ ປະເທສ ຊຶ່ງ ເມື່ອວັນທີ 1 ມົກກະຣາ ທີ່ ນະຄອນຫລວງ ວຽຈັນ ກໍມີ ກອງ ປະຊຸມ ລິເລີ່ມ ໂຄງການ ສນັບ ສນູນ ການຈັດຕັ້ງ ແຜນ ແມ່ບົດ ພັທນາ ຣັຖ ແຫ່ງ ກົດໝາຍ ໂດຍການ ສນັບ ສນູນ ຂອງ ອົງການ ສະຫະ ປະຊາຊາດ ເພື່ອ ການພັທນາ, ສະຫະພາບ ຢູໂຣບ, ຝຣັ່ງເສສ ແລະ ສະຫະຣັຖ ອະເມຣິກາ ໂດຽການ ເປັນ ປະທານ ຂອງ ທ່ານ ຈະເຣີນ ເຢັຍປາວເຮີ ຣັຖມົນຕຣີ ກະຊວງ ຍຸຕິທັມ ແລະ ມີພາກສ່ວນ ຕ່າງໆ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເວົ້າເຖິງ ຄວາມ ຕ້ອງການ ຂອງ ຣັຖບາລ ລາວ ໃນການສ້າງ ຣັຖ ແຫ່ງ ກົດໝາຍ. ໂຄງການນີ້ ແມ່ນແນໃສ່ ປັບປຸງ ເພື່ອຍົກ ຣະດັບ ຄວາມສາມາດ ຂອງ ຂແນງ ຍຸຕິທັມ, ການສ້າງ ຕັ້ງ ສະຖາບັນ ຍຸຕິທັມ ແຫ່ງຊາດ ເພື່ອ ຝຶກອົບຮົມ ວິຊາຊີບ ຍຸຕິທັມ ໂດຍສະເພາະ ຜູ້ທີ່ຈະເປັນ ຜູ້ ພິພາກສາ, ທະນາຍຄວາມ ແລະ ພະນັກງານ ຍຸຕິທັມ ອື່ນໆ.

ໂຄງການ ທີ່ວ່ານີ້ ຈະໃຊ້ ງົບປະມານ 3.9 ລ້ານ ໂດລາ ສະຫະຣັຖ ໂດຍທີ່ ສະຫະພາບ ຢູໂຣບ, ອົງການ ສະຫະ ປະຊາຊາດ ເພື່ອ ການພັທນາ, ຝຣັ່ງເສສ ແລະ ສະຫະຣັຖ ອະເມຣິກາ ຈະໃຫ້ ການ ຊ່ວຍເຫລືອ ໂດຍແມ່ນ ກະຊວງ ຍຸຕິທັມ, ກະຊວງ ການ ຕ່າງ ປະເທສ, ກະຊວງ ປ້ອງກັນ ຄວາມສງົບ, ອົງການ ອັຍການ ປະຊາຊົນ ສູງສຸດ ແລະ ສານ ປະຊາຊົນ ສູງສຸດ ຈະເປັນ ຜູ້ ປະຕິບັດ ໄປຈົນເຖິງ ປີ 2016.

ເວົ້າເຖິງ ການ ສ້າງຣັຖ ແຫ່ງ ກົດໝາຍ ຢູ່ ສປປລາວ ມີການ ວິພາກ ວິຈານ ກັນວ່າ ບໍ່ມີທາງ ທີ່ ຈະເປັນ ໄປໄດ້ ເຖິງຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ຈະແຍກ ພາລະ ບົດບາດ ໃຫ້ ຈະແຈ້ງ ຣະຫວ່າງ ອົງການ ນິຕິບັນຍັດ, ອົງການ ບໍຣິຫານ ແລະ ອົງການ ຕຸລາການ ແຕ່ຫາກຍັງ ໃຫ້ຢູ່ໃຕ້ ຫຼັກການ ລວມສູນ ເປັນ ເອກກະພາບ ຂອງ ອໍານາດ ແຫ່ງຣັຖ ພາຍໃຕ້ ການນໍາພາ ຂອງພັກ ຊຶ່ງເປັນ ພັກ ຜະເດັດການ ຜູກຂາດ ອໍານາດ ໂດຍທີ່ ກໍານົດ ຖານະ ຕົນເອງ ເອົາໄວ້ ຢູ່ໃນ ມາດຕຣາ 3 ຂອງ ຣັຖທັມນູນ ວ່າ ສິດ ເປັນ ເຈົ້າຂອງ ປະເທສຊາດ ຂອງ ປະຊາຊົນ ບັນດາ ເຜົ່າ ໄດ້ຮັບການ ປະຕິບັດ ແລະ ຮັບປະກັນ ດ້ວຍການ ເຄື່ອນໄຫວ ຂອງ ຣະບົບ ການເມືອງ ຊຶ່ງ ມີພັກ ປະຊາຊົນ ປະຕິວັດ ລາວ ເປັນແກນນໍາ. ບໍ່ພຽງ ເທົ່ານັ້ນ ພັກຍັງ ບັງຄັບ ດ້ວຍຮູບການ ແລະ ວິທີການ ຕ່າງໆ ໃຫ້ ປະຊາຊົນ ມີ ການເມືຶອງ ແລະ ແນວຄິດ ໄປຕາມ ຂະບວນ ວິວັດ ແຫ່ງ ການ ເຄື່ອນໄຫວ ຂອງພັກ ຮວມທັງ ສຶກສາ ອົບຮົມ ການເມືອງ ແນວຄິດ ຂອງ ປະຊາຊົນ ໄປຕາມ ແນວທາງ, ແຜນ ນະໂຍບາຍ ແລະ ອຸດົມການ ທີ່ວ່າ ຈະກ້າວສູ່ ຈຸດໝາຍ ສັງຄົມນິຍົມ ແບບ ເພີ້ຝັນ ຂອງພັກ ທີ່ມີການ ໃຊ້ສິດ ໃຊ້ ອໍານາດ ຣະເມີດ ຣະບຽບ ກົດໝາຍ ນັ້ນຢູ່.