ຣະບົບການສຶກສາຢູ່ລາວ

0:00 / 0:00

ໃນທຸກໆແຜນການພັທນາ ເສຖກິດ-ສັງຄົມ 5 ປີ ຂອງລາວ ນັ້ນ ມີນຶ່ງບັນຫາ ທີ່ຕ້ອງເອົາໃຈໃສ່ ກໍຄືການສຶກສາ ໃນນັ້ນ ໄດ້ເວົ້າເຖິງການ ປະ ຕິຮູບການ ສຶກສາ ໃນທຸກ ຣະດັບ. ແຜນການ ປະຕິຮູບ ສໍາລັບ ສົກປີ 2006 - 2015 ນັ້ນ ກໍານົດວ່າ ທຸກຄົນ ຕ້ອງຈົບ ການສຶກສາ ຂັ້ນ ປະຖົມ ໃນນັ້ນ ຕ້ອງເອົາໃຈ ໃສ່ ເຂດ ຊົນນະບົດ ສອກຫລີກ ຫ່າງໄກ ຊົນເຜົ່າ ທີ່ບໍ່ມີ ໂອກາດ ເຂົ້າເຖິງ ການສຶກສາ. ຈໍານວນຄົນ ເຂົ້າ ໂຮງຮຽນ ຊັ້ນປະຖົມ ມັດທຍົມ ອາຊີວະ ແລະ ມະຫາ ວິທຍາໄລ ທີ່ມີ ຄຸນນະພາບ ກໍຈະເພີ້ມ ຂຶ້ນ. ໂຮງຮຽນ ຫລາຍແຫ່ງ ຈະຖືກສ້າງ ຫລື ປັບປຸງ ໃຫ້ດີຂຶ້ນ ມີອຸປກອນ ການສອນ ພຽງພໍ ມີຄຣູ ແລະ ອາຈານ ທີ່ມີ ຄຸນນະພາບ ໃນການສອນ. ນັ້ນຄື ການຄາດໝາຍ ລວມ.

ໃນແຜນການ ພັທນາ ເສຖກິດ-ສັງຄົມ ສົກປີ 2011-2015 ກະຊວງ ສຶກສາທິການ ກໍສືບຕໍ່ ປະຕິບັດ ແຜນການ ປະຕິຮູບ ການສຶກສາ ທີ່ໄດ້ ຕັ້ງໄວ້ແລ້ວ ແລະ ຢໍ້າອີກວ່າ ການ ປະຕິຮູບ ການສຶກສາ ທຸກຣະດັບ ແມ່ນ ວຽກງານ ບູຣິມາສິດ ໃນນັ້ນ ໄດ້ເວົ້າເຖິງ ການປັບປຸງ ຫລັກສູຕ ການສອນ ປັບປຸງ ຄຸນນະພາບ ຂອງ ຄຣູ ແລະ ອາຈານ ປັບປຸງ ການຄຸ້ມຄອງ ແລະ ອື່ນໆ.

• ຈັດຕັ້ງໃຫ້ເດັກນ້ອຍອາຍຸຈາກ 3 – 5 ປີ ໄດ້ເຂົ້າໂຮງຮຽນອານຸບານ 39 ສ່ວນຮ້ອຍ.

• ຂະຫຍາຍໂຮງຮຽນອານຸບານໃນແຂວງຕື່ມ ແລະເພີ້ມອັຕຣາການເຂົ້າ ໂຮງຮຽນ ປະຖົມ ໃຫ້ໄດ້ 98 ສ່ວນຮ້ອຍ ພາຍໃນປີ 2015.

• ຫລຸດຜ່ອນອັດຕຣານັກຮຽນຣະດັບປະຖົມຄ້າງຫ້ອງ ແລະ ອອກໂຮງຮຽນ ໃຫ້ໄດ້ 2-3 ສ່ວນຮ້ອຍ ໃນແຕ່ລະປີ.

• ເພີ້ມອັດຕຣານັກຮຽນເຂົ້າຮຽນມັທຍົມຕອນຕົ້ນໃຫ້ໄດ້ 75 ສ່ວນຮ້ອຍ.

• ເພີ້ມອັຕຣານັກສຶກສາເຂົ້າຮຽນມັທະຍົມຕອນປາຍໃຫ້ໄດ້ 43 ສ່ວນຮ້ອຍ.

• ປັບປຸງແລະສ້າງຫ້ອງຮຽນໃຫ້ໄດ້ 55,000 ຫ້ອງທີ່ສາມາດບັນຈຸນັກຮຽນໄດ້ເຖິງ 2, 230,000 ຄົນ ແລະຄຣູ ອາຈານ 74,300 ຄົນ.

• ເພີ້ມນັກສຶກສາ ຣະດັບອາຊີວະ ຫລືໂຮງຮຽນນາຍຊ່າງເທັກນິກ ໃຫ້ໄດ້ຢ່າງນ້ອຍ 55,000 ຄົນ.

• ຈໍານວນນັກຮຽນປະຖົມ ກັບຈໍານວນນັກສຶກສາຣະດັບ ມະຫາວິທຍາໄລ ໃຫ້ໄດ້ທັງໝົດ 2 ລ້ານ ກ່ວາຄົນ.

ເຮົາມາເບິ່ງວ່າ ການປະຕິບັດ ຜ່ານມາ ໄດ້ສໍາເຣັດອັນໃດແດ່?

ຣາຍງານວ່າ ໃນປີ 2007 ເດັກນ້ອຍ ເຖິງອາຍຸ ເຂົ້າໂຮງຮຽນ 86 ສ່ວນຮ້ອຍ ໄດ້ເຂົ້າໂຮງຮຽນ ປະຖົມ ແລະມີແຕ່ 36 ສ່ວນຮ້ອຍ ໄດ້ຮຽນ ຕໍ່ຊັ້ນ ມັທຍົມ ຊຶ່ງຖືວ່າ ຍັງຕໍ່າຫລາຍ. ໃນປີ 2010 ນັ້ນ ກະຊວງ ສຶກສາ ທິການ ໄດ້ປັບປຸງ ຣະບົບ ການສຶກສາ ໂດຍອີງໃສ່ ແຜນການ ຍຸທສາດ ການ ປະຕິຮູບ ຣະບົບ ການສຶກສາ ແຫ່ງຊາຕ ສົກປີ 2006 -2015 ເພື່ອ ໃຫ້ເດັກນ້ອຍ ເຂົ້າເຖິງ ການສຶກສາ ແລະ ຍົກຣະດັບ ການສຶກສາ ໃຫ້ໄດ້ ມາຕຖານ. ພ້ອມນັ້ນ ກະຊວງ ສຶກສາ ຍັງໄດ້ ຮ່ວມມືກັບ ປະເທດ ຄູ່ພັທນາ ແນໃສ່ ພັທນາ ການສຶກສາ ຣະຍະ 10 ປີ.

ໃນເວລານັ້ນ ອົງການ UNESCO ທີ່ມີ ສໍານັກງານ ຢູ່ ບາງກອກ ໄດ້ຊ່ວຍເຫລືອ ລາວ ຈັດຕັ້ງປະຕິບັດ ໂຄງການ ປະຕິຮູບ ການສຶກສາແນ ໃສ່ ສ້າງນັກ ຊ່ຽວຊານ ແລະ ເຈົ້າໜ້າທີ່ ກະຊວງ ສຶກສາ ໃນ ທົ່ວປະເທດ ເປັນເວລາ 2 ປີ. ກະຊວງ ສຶກສາ ກໍວ່າ ຈະໃຫ້ຄວາມ ຮ່ວມມື ສຸດຂີດ ກັບ ຢູເນັສໂກ.

ໂຄງການ ດັ່ງກ່າວ ກະຊວງສຶກສາທິການ ໄດ້ຮັບທຶນຊ່ວຍເຫລືອ ຈາກປະເທດ ຄູ່ພັທນາ ເດັນມາກ ຟິນແລັນ ອາຍເຊີແລັນ ແລະ ສະວີເດັນ. ຕົກມາຮອດ ປີ 2014 ແຫລ່ງຂ່າວ ຈາກ ອົງການ UNESCO ລົງວັນທີ່ 3 ກຸມພາ ໂດຍອ້າງໃສ່ ຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌ ທີ່ອ້າງຕາມ ຄໍາເວົ້າ ຂອງເຈົ້າ ໜ້າທີ່ ກະຊວງ ສຶກສາທິການ ແລະກິລາ ທີ່ ບໍ່ປະສົງ ອອກຊື່ວ່າ ລາວ ອາດບໍ່ບັນລຸ ເປົ້າໝາຍ ສະຫັດສວັດ ສະຫະ ປະຊາຊາຕ ດ້ານ ການສຶກສາ ຕາມ ທີ່ ກໍານົດໄວ້ ໃນປີ 2015.

ເຈົ້າໜ້າທີ່ ທ່ານນັ້ນ ເວົ້າວ່າ ບາງເຂດ ຂອງ ການສຶກສາ ຍັງລ້າຫລັງ ຫລາຍ ຊຶ່ງອາດ ບໍ່ສາມາດ ບັນລຸເປົ້າ ໝາຍໄດ້. ມີຄໍາຖາມ ຂື້ນວ່າ ລາວ ຈະບໍ່ສາ ມາດ ບັນລຸ ເປົ້າໝາຍ ນີ້ແທ້ຫລືບໍ່?

ເມື່ອຫວນເບິ່ງຄືນ ຣາຍງານ ຂອງອົງການ UNESCO ປີ 2010 ແລ້ວ ພົບວ່າ 46 ສ່ວນຮ້ອຍຂອງຄຣູສອນ ຂັ້ນມັທຍົມບໍ່ໄດ້ມາຕຖານຕໍ່າ ສຸດ ທີ່ຕ້ອງ ການ. ຈໍານວນ ນັກຮຽນ ເຂົ້າຮຽນ ເທັກນິກ ແລະ ອາຊີວະ ຍັງຕໍ່າຫລາຍ ຄືວ່າ ມີແຕ່ 18,000 ກວ່າຄົນ. ໃນປີ 2008, ແລະ 20,000 ກວ່າຄົນ ໃນປີ 2009. ແຕ່ວ່າ ເມື່ອບໍດົນ ມານີ້ ມີຂ່າວວ່າ ແຜນການ ສ້າງໂຮງຮຽນ ສອນວິຊາຊີພ ທີ່ຈີນ ຈະຊ່ວຍເຫລືອ ນັ້ນ ສາມາດ ຮັບເອົາ ນັກສຶກສາ ໄດ້ໝື່ນຄົນ ຊຶ່ງອາດ ເຮັດໃຫ້ລາວ ສາມາດ ບັນລຸ ເປົ້າໝາຍ ຕໍ່າສຸດ 55,000 ຄົນ ໄດ້ຢ່່າງສະບາຍ. ແຕ່ວ່າ ປີ 2015 ມັນກໍບໍ່ ຫ່າງໄກ ປານໃດ ທາງການລາວ ຈຶ່ງມີ ຄວາມເປັນຫ່ວງ ເຊັ່ນກັນ.

ສໍາລັບສ້າງບັນຍາກາດດຶງດຸູດເອົາເດັກນ້ອຍນັກຮຽນ ມາເຂົ້າໂຮງຮຽນ ຊັ້ນປະຖົມໃຫ້ຫລາຍຂຶ້ນນັ້ນ ຣັຖບານ ໄດ້ຮັບການຊ່ວຍເຫລືອ ອົງການ ຕ່າງປະ ເທດ ໃນໂຄງການ ປະກອບ ອາຫານ ຕອນທ່ຽງ ໃຫ້ເດັກນ້ອຍ ຢູ່ໃນແຂວງ ທຸກຍາກ ຍ້ອນວ່າ ບັນຫາ ຄວາມທຸກຍາກ ຂອງຄອບຄົວ ນັ້ນເປັນ ສາເຫດ ທີ່ເຮັດໃຫ້ ພໍ່ແມ່ ບໍ່ສົ່ງລູກ ໄປເຂົ້າ ໂຮງຮຽນ. ຈໍານວນ ນັກຮຽນ ທີ່ຈົບການສຶກສາຂັ້ນປະຖົມມີແຕ່ປະມານ 40 ສ່ວນຮ້ອຍ ເທົ່ານັ້ນ. ແຕ່ວ່າ ໂຄງການ ນີ້ ສາມາດ ປະກອບ ອາຫານທ່ຽງ ໃຫ້ ເດັກນ້ອຍ ໃນ ຈໍານວນ 227 ແຫ່ງ ມີນັກຮຽນ ໄດ້ຮັບ ການ ຊ່ວຍເຫລືອ ປະມານ 19,000 ກວ່າ ຄົນ ເທົ່ານັ້ນ ໃນ ແຂວງ ພາກເໜືອ. ການປະກອບ ອາຫານທ່ຽງ ໃຫ້ເດັກນ້ອຍ ນັກຮຽນ ໃນແຂວງ ທຸກຍາກ ນັ້ນ ຣັຖບານລາວ ບໍ່ສາມາດ ເຮັດໂດຍ ຕົນເອງ ໄດ້ ຍ້ອນບໍ່ມີ ງົບປະມານ.

ນັບແຕ່ ປີ 2011 ຮອດ ປັດຈຸບັນ ສປປລາວ ໄດ້ ປະຕິບັດ ໂຄງການ ປະຕິຮູບ ແລະ ປັບປຸງ ການສຶກສາ ໃນທົ່ວ ປະເທດ ຕລອດມາ. ຈໍານວນ ນັກຮຽນ ເຂົ້າຮຽນ ໃນໂຮງຮຽນ ປະຖົມ ມີເພີ້ມຂຶ້ນ ຈາກ ປະມານ 94 ສ່ວນຮ້ອຍ ມາເປັນ ປະມານ 95 ສ່ວນຮ້ອຍ. ຄວາມ ແຕກໂຕນ ຣະຫ່ວາງ ເພດຊາຍ ເພດຍິງ ທີ່ເຂົ້າ ໂຮງຮຽນ ປະຖົົມ ຫລຸດລົງ ຈາກ 7 ສ່ວນຮ້ອຍ ມາເປັນ 2 ສ່ວນຮ້ອຍ. ຕາມໂຕເລກ ຂອງອົງການ ພັທນາ ສະຫະ ປະຊາຊາຕ ວ່າ ອັດຕຣາ ນັກຮຽນ ທີ່ຮຽນຕໍ່ ມີ ເພີ້ມຂຶ້ນ ຈາກ 48 ສ່ວນຮ້ອຍ ໃນປີ 1992 ຂຶ້ນເປັນ 70 ສ່ວນຮ້ອຍ ໃນປີ 2012 ແຕ່ເມື່ອທຽບ ກັບປະເທດ ອ້ອມຂ້າງ ຂອງລາວ ແລ້ວ ຖືວ່າ ລາວ ຍັງລ້າຫລັງ ຫລາຍ, ແຕ່ລາວ ກໍບໍ່ຫ່າງໄກ ຈາກເປົ້າໝາຍ ປີ 2015 ພໍເທົ່າໃດ.

ຣາຍງານວ່າກະຊວງສຶກສາທິການ ກໍມີຄວາມເປັນຫ່ວງວ່າ ການປະຕິບັດ ໂຄງການຢູ່ ໃນເຂດ ສອກຫລີກຫ່າງໄກ ນັ້ນ ຢ້ານບໍ່ບັນລຸເປົ້າໝາຍ ຈຶ່ງຫາວິທີ ທາງ ຂໍການ ຊ່ວຍເຫລືອ ຈາກຫລາຍ ປະເທດ ຕື່ມອີກ.

ນັກວິເຄາະຂອງອົງການຕ່າງປະເທດວ່າ ຖ້າຫາກວ່າ ລາວ ສາມາດ ຈັດເອົາແຜນການ ໂຄງການປະກອບອາຫານທ່ຽງໃຫ້ເດັກນ້ອຍເຂົ້າຢູ່ໃນ ແຜນການ ພັທນາການສຶກສາ ຂອງລາວ ຕລອດໄປ ຄົງຈະເຮັດ ໃຫ້ ແຜນການ ພັທນາ ການສຶກສາ ຂອງລາວ ກ້າວໄປ ໄດ້ໄກຄືກັນ ກັບປະເທດ ເພື່ອນບ້ານ.